ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ພວກປະທ້ວງ ຢູ່ Chicago ພາກັນ ຕັນຫົນທາງ ແລະອັດ ຮ້ານຄ້າ


ພວກປະທ້ວງ ເດີນຂະບວນໄປຕາມຖະໜົນ Michigan
ພວກປະທ້ວງ ເດີນຂະບວນໄປຕາມຖະໜົນ Michigan

ພວກ​ປະ​ທ້ວງ ຫລາຍໆ​ຮ້ອຍ​ຄົນ ​ໄດ້ພາກັນ​ຕັນ​ທາງ​ເຂົ້າຮ້ານ​ຄ້າ ​
ແລະ​ເຮັດ​ໃຫ້ການສັນຈອນ​ໄປມາ​ ໃນ​ບໍລິ​ເວນຍ່ານ​ການ​ຄ້າ​ຂອງ
​ນະຄອນ Chicago ຕິດ​ຂັດ ​ເພື່ອ​ປະ​ທ້ວງ ຕໍ່ການທີ່​ຕຳຫຼວດຜິວ​
ຂາວ​ຍິງ​ສັງຫານ​ໜຸ່ມ​ນ້ອຍ​ຜິວ​ດຳຄົນ​ນຶ່ງ​ ໃນ​ປີ​ກາຍ​ນີ້ ​ແລະ​ການ​
ຈັດການ​ກັບ​ຄະດີ​ດັ່ງກ່າວ ​ໂດຍ​ນະຄອນ Chicago.

ທ່ານ Jesse Jackson ນັກ​ການ​ເມືອງ​ ພ້ອມ​ທັງ​ເປັນ​ນັກ​ເຄື່ອນ​
ໄຫວ​ເພື່ອ​ສິດທິພົນລະ​ເມືອງ​ ​ເປັນ​ຜູ້ນຳ​ພາ​ການ​ໂຮມ​ຊຸມນຸມ​ເດີນ
ຂະ​ບວນ ຊຶ່ງ​ມີ​ຂຶ້ນນຶ່ງ​ມື້ ຫລັງ​ວັນສະຫຼອງ​ບຸນ​ຂອບຄຸນ​ພະ​ເຈົ້າ ຫຼື
Thanksgiving ທີ່​ເອີ້ນກັນ​ວ່າ Black Friday ຊຶ່ງ​ຕາມ​ປະ​ເພນີ
​ແລ້ວ​ເປັນນຶ່ງ​ໃນ​ບັນດາ​ວັນ​ທີ່​ມີ​ການ​ຊື້ຂາຍ​ສິນຄ້າ​ຫຼາຍທີ່​ສຸດຂອງ
​ປີ​ຢູ່​ໃນ​ສະຫະລັດ.

ຕຳຫຼວດ​ໄດ້ວາງ​ກຳລັງ​ປ້ອງ​ກັນລະຫວ່າງ​ພວກ​ປະ​ທ້ວງ​ແລະ​ຮ້ານ​ຄ້າ​ຕ່າງໆ​ແລະຊ່ອຍ​
ພວກ​ທີ່​ພາກັນ​ໄປ​ຊື້​ເຄື່ອງ​ຂອງຜ່ານ​ປະຕູ​ເຂົ້າອອກ​ໄດ້.​ ​ແຕ່​ພວກ​ປະ​ທ້ວງ​ກໍ ​ໄດ້​ປະສົບ​
ຄວາມ​ສຳ​ເລັດ​ໃນ​ການ​ອັດ​ທາງ​ເຂົ້າຂອງຫຼາຍໆ​ຮ້ານ.

Chicago Protests
please wait
Embed

No media source currently available

0:00 0:00:49 0:00

ການ​ປະ​ທ້ວງ​ດັ່ງກ່າວ ​ມີ​ຂຶ້ນ 3 ມື້ ຫລັງ​ຈາກ​ຕຳຫຼວດ ທີ່ໄດ້​ປະ​ຕິ​ບັດ​ຕາມ​ຄຳ​ສັ່ງ​ຂອງ​ສານ​
ໄດ້ເປີດ​ເຜີຍ​ວີ​ດີ​ໂອທີ່ຖ່າຍ​ຈາ​ກ້ອງ​ຕິດຕັ້ງ​ໃສ່​ດ້ານ​ໜ້າ​ບ່ອນ​ຄົນ​ຂັບ​ຂອງ​ລົດ​ຕຳຫຼວດກ່ຽວ
ກັບ​ເຫດການ ​ຍິງ​ສັງຫານ​ທ້າວ Laquan McDonald ​ອາຍຸ 17 ປີ​ ເມື່ອ​ວັນ​ທີ 20 ຕຸລາ​ປີ
​ 2014.​ ທ້າວ McDonald ​ໄດ້ຖືກ​ຍິງ 16 ​ເທື່ອ ​ແລະລູກປືນ​ຫຼາຍໆ​ລູກໄດ້​ຖືກ​ຜູ້​ກ່ຽວ ​ຫຼັງ
ຈາກ​ລາວ​ໄດ້​ລົ້ມລົງ​ແລ້ວ.

​ໃນ​ວັນ​ອັງຄານ​ຜ່ານ​ມານີ້ ບໍ່​ດົນ​ລຸນ​ຫລັງ​ທີ່​ໄດ້​ມີ​ ການ​ເປີດ​ເຜີຍ​ວີ​ດີ​ໂອ​ ທ່ານ Van Dyke
ກໍ​ໄດ້​ຖືກ​ຈັບ ​ແລະ​ຖືກ​ຂໍ້​ຫາ​ທຳ​ການ​ຄາດ​ຕະກຳ​ໂດຍ​ເຈດ​ຕະນາ ​ແລະ​ຕັ້ງໃຈ​ໄວ້​ລ່ວງ​ໜ້າ​
ແລ້ວ.​ ຜູ້ກ່ຽວ​ໄດ້​ຖືກ​ໄລ່​ອອກ​ຈາກ​ກົມ​ຕຳຫຼວດ.

​ເຈົ້າໜ້າ​ທີ່​ຕຳຫລວດ ​ໄດ້​ກ່າວ​ໃນ​ເວລາ​ທີ່​ມີ​ການ​ຍິງ​ກັນນັ້ນວ່າ​ ທ້າວ McDonald ​ໄດ້​ປະ​ພຶດຕົນ​ແບບ​ຜິດ​ປົົກກະຕິ ມີ​ຢາ​ເສບ​ຕິດ​ຢູ່​ໃນ​ເລືອດ ​ແລະ​ບໍ່​ປະຕິບັດ​ຕາມ ຄຳ​ສັ່ງ​ຂອງ​ຕຳ
ຫຼວດໃຫ້​ວາງ​ມີດ​ທີ່​ຜູ້ກ່ຽວ​ຖື​ຢູ່​ນັ້ນລົງ.​ ທະນາຍຄວາມ​ຂອງ​ທ່ານ Van Dyke ກ່າວ​ວ່າລູກ​
ຄວາມ​ຂອງ​ລາວ​ຮູ້ສຶກ​ວ່າ​ຊີວິດ​ຂອງ​ລາວ​ພວມຕົກ​ຢູ່​ໃນ​ອັນຕະລາຍ.

Protests in Chicago After Fatal Police Shooting Video Released
please wait

No media source currently available

0:00 0:01:56 0:00

XS
SM
MD
LG