ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທ່ານ Obama ກັບຄືນມາ ສູ່ສາຍຕາ ສາທາລະນະຊົນອີກ ທີ່ນະຄອນ Chicago


Obama Looks to Next Generation of Community Organizers
please wait

No media source currently available

0:00 0:02:41 0:00

ອະດີດ​ປະທານາທິບໍດີ ສະຫະລັດ ທ່ານ Barack Obama ​ໄດ້​ກັບ​ຄືນ​ມາ​ມີ​ຊີວິດ​ຮັບ​
ໃຊ້​ສາທາລະນະຊົນ​ອີກ​ໃນ​ວັນ​ຈັນ​ວານ​ນີ້ ​ໂດຍຊັກ​ຊວນ​ໃຫ້​ບັນດາ​ຊາວ​ໜຸ່ມ​ຢູ່​ທີ່ນະ
ຄອນ Chicago ຈົ່ງ​ພາກັນ​ເຄື່ອນ​ໄຫວ​ໃນ​ປະຊາ​ຄົ​ມຂອງ​ເຂົາ​ເຈົ້າຄື​ດັ່ງ​ທີ່​ທ່ານ​ໄດ້​
ເຮັດ ກ່ອນ​ສະໝັກ​ເຂົ້າຮັບ​ຕຳ​ແໜ່​ງທາງການເມືອງ.

​ໃນ​ຕອນ​ເຊົ້າ​ທີ່ີມີ​ແສງ​ແດດ​ສວຍງາມ​ຂອງ​ລະດູບານ​ໃໝ່ ຢູ່​ທີ່​ມະຫາວິທະຍາ​ໄລ
Chicago ທ່ານ Obama ​ໄດ້​ກ່າວ​ຕໍ່​ບັນດາ​ຜູ້​ເຂົ້າ​ຮ່ວມ​ຟັງ​ວ່າ ​ໃນ​ນາມ​ເປັນ​ຜູ້​ຈັດ​ຕັ້ງ
​ປະຊາ​ຄົມ​ຄົນ​ນຶ່ງ​ເມື່ອ​ສາມ​ທົດ​ສະ​ວັດ​ກ່ອນໃນນະຄອນ Chicago ທ່ານ​ໄດ້​ຮຽນ​ຮູ້​
ວ່າ “ຄົນ​ທຳ​ມະ​ດາ​ສາມັນ ​ເວ​ລາ​ເຮັດ​ວຽກ​ຮ່ວມ​ກັນ ສາມາດ​ເຮັດ​ໃນ​ສິ່ງ​ທີ່​ພິ​ເສດ​ໄດ້”
ນັ້ນ​ເປັນ​ບົດຮຽນ​ອັນ​ນຶ່ ງ​ທີ່ “ຕິດຢູ່​ກັບ​ຂ້າພະ​ເຈົ້າ.”

ປະທານາທິບໍດີຄົນ​ທີ 44 ຂອງ​ສະຫະລັດ ​ໄດ້​ນຳພາ​ຄະນະຊາວ​ໜຸ່ມ​ທີ່​ປະກອບດ້ວຍ
ນັກ​ຮຽນມັດ​ທະ​ຍົມ​ປີ​ສຸດ​ທ້າຍ ນັກ​ສຶກສາມະຫາວິທະຍາ​ໄລ ​ແລະ​ຫາ​ກໍ່​ຮຽນ​ຈົບ​ຫວ່າງ​
ມໍ່ໆ​ມານີ້ ທີ່​ກຳລັງ​ເຮັດ​ວຽກ​ຢູ່​ໃນ​ຂະ​ແໜງ​ການ​ຮຽນ​ຂອງເຂົາ​ເຈົ້າ ​ໂດຍ​ກ່າວ​ວ່າ ທ່ານ
​ຫວັງ​ວ່າ ​ຈະ​ “ຊ່ວຍແລະ​ກະກຽມລຸ້ນຕໍ່​ໄປ ​ໃຫ້​ຮັບ​ເອົາ​ພາລະແລະ ນຳພາໂລກ." ທ່ານ
​ກ່າວ​ວ່າ ບັນ​ຫາທີ່​ຮີບ​ດ່ວນ​ຕ່າງໆ ເຊັ່ນ​ຄວາມ​ບໍ່​ສະ​ເໝີ​ພາບ​ ດ້ານ​ລາຍ​ໄດ້​ ການ​ປ່ຽນ
​ແປງຂອງ​ດິນ​ຟ້າ​ອາກາດ ແລະ​ຄວາມ​ບໍ່​ທ່ຽງ​ທຳ​ຢູ່​ໃນ​ລະ ບົບຍຸຕິ​ທຳ​ເປັນ​ເລື່ອງ “ຮ້າຍ​
ແຮງ ຫຍຸ້ງຍາກ ​ແຕ່​ວ່າ ບໍ່​ແມ່ນແກ້​ໄຂ​ບໍ່​ໄດ້.”

ອະດີດ​ປະທານາທິບໍດີ ສະຫະລັດ ທ່ານ Barack Obama Barack ເປັນເຈົ້າພາບສົນທະນາກັບບັນດາຊາວໜຸ່ມ ທີ່ມະຫາວິທະຍາໄລ Chicago.
ອະດີດ​ປະທານາທິບໍດີ ສະຫະລັດ ທ່ານ Barack Obama Barack ເປັນເຈົ້າພາບສົນທະນາກັບບັນດາຊາວໜຸ່ມ ທີ່ມະຫາວິທະຍາໄລ Chicago.

ນາງ Emma Finkbeiner ສັນ​ສຶກສາ​ປະລິນຍາ​ໂທ ຝ່າຍປະຊາສຳພັນ ​ແລະ​ໂຄສະ
ນາ ທີ່​ມະຫາວິທະຍາ​ໄລ DePaul ​ໃນ​ນະຄອນ Chicago ນັ່ງ​ຢູ່​ໃນ​ບັນ ດາ​ຜູ້​ເຂົ້າ​
ຮ່ວມ​ຫລາຍ​ກວ່າ 500 ຄົນ​ ​ແອ​ອັດກັນແໜ້ນທີ່​ສູນ​ກາງ Logan ຫ້ອງ​ ປະຊຸມ​ສິນລະ
ປະ. ນາງ Finkbeiner ຜູ້​ທີ່​ເຮັດ​ວຽກ​ຢູ່​ໃນ​ປະຊາ​ຄົມ ​ແລະຄວາມ​ສຳພັນ​ກັບລັດ
ຖະບານ ທີ່ມະຫາວິທະຍາ​ໄລ DePaul ກ່າວ​ວ່າ ການ​ສົນທະນາ ແມ່ນເປັນ​ທີ່
"​ໃຫ້​ກຳລັງ​ໃຈແທ້ໆ.”

ອະດີດປະທານາທິບໍດີ ສະຫະລັດ ທ່ານ Obama ພັກຜ່ອນກັບພັນລະຍາ ທ່ານນາງ Michelle ຢູ່ເທິ່ງເຮືອ 138-ແມັດ Rising Sun ບ່ອນທີ່ທ່ານທັງສອງ ແລະໝູ່ເພື່ອນ ກຳລັງມ່ວນຊື່ນຢູ່ Moorea ມະຫາສະມຸດປາຊິຟິກໃຕ້.
ອະດີດປະທານາທິບໍດີ ສະຫະລັດ ທ່ານ Obama ພັກຜ່ອນກັບພັນລະຍາ ທ່ານນາງ Michelle ຢູ່ເທິ່ງເຮືອ 138-ແມັດ Rising Sun ບ່ອນທີ່ທ່ານທັງສອງ ແລະໝູ່ເພື່ອນ ກຳລັງມ່ວນຊື່ນຢູ່ Moorea ມະຫາສະມຸດປາຊິຟິກໃຕ້.

“ຂ້າພະ​ເຈົ້າ​ຄິດ​ຫລາຍ​ກ່ຽວ​ກັບ​ການ​ສົນທະ​ນາ​ທີ່​ເກີດ​ຂຶ້ນ ກ່ຽວ​ກັບ​ລຸ້ນຂອງ​ພວກ​ເຮົາ
​ແລະ​ກ່ຽວ​ກັບ​ຊາວ​ໜຸ່ມ ​ທີ່​ປາດ​ສະ​ຈາກ​ພວກ​ເຮົາ ​ແລະ​ພ້ອມ​ດ້ວຍ​ທ່ານ​ ທີ່​ຮວມຢູ່​ນຳ
​ຊາ​ວໜຸ່ມ ​ແລະ​ໃຊ້​ເວລາກ່າວ​ພຽງ​ແຕ່​ເວົ້າ​ກ່ຽວ​ກັບ​ວ່າ​ພວກ​ເຮົາ​ສາມາດ ​ເຮັດ​ການ
ພົວພັນ​ເຮັດໃຫ້​ມີ​ຄວາມ​ແຕກ​ຕ່າງຢ່າງ​ໃດ ​ແລະ​ຊັກ​ຊວນ​ຄົນ​ອື່ນໆ​ໃຫ້​ເຮັດ​ຄື​ກັນ
ອັນ​ເປັນສິ່ງ​ທີ່​ທ່ານ​ກ່າວ ຢູ່ໃນຢ​ຄວາມ​ເປັນ​ຫ່ວງ.”

ທ່ານ Obama ໄດ້​ຢູ່​ນອກ​ສາຍຕາ​ຂອງ​ສາ​ທາ​ລະນະຊົນ ນັບ​ແຕ່​ທ່ານ​ໄດ້​ອອກ​ຈາກ​
ຕຳ​ແໜ່​ງ​ ເມື່ອ​ສາມ​ເດືອນ​ກ່ອນ ​ໂດຍບໍ່​ຫົວຊາ​ນຳ​ບັນຫາໂຕ້​ແຍ້​ງທາງການ​ເມືອງຢູ່
ວໍ​ຊິງ​ຕັນ.

XS
SM
MD
LG