ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ທີ​ມ Cubs ຂອງນະຄອນ ​Chicago ຄວ້າເອົາ ແຊ້ມ World Series ມາຄອງ


ທີ​ມ​ກິລາ baseball Cubs ຂອງນະຄອນ ​Chicago ​ໄດ້​ຮັບ​ໄຊຊະນະຕຳ​ແໜ່​ງ​ແຊ້ມ World Series ເປັນ​ເທື່ອ​ທຳ​ອິດໃນ​ຮອບ 108 ປີ ​ໂດຍຊະ​ນະທີ​ມ Indians ຂອງ ນະຄອນ Cleveland 8 ຕໍ່ 7 ​ໃນ​ຊ່ວງ​ເວລາ​ຫຼືອິນ​ນິ່ງທີ 10 ຂອງ​ການ​ແຂງ​ຂັນ.

ທີ​ມ Cubs ​ໄດ້​ນຳ​ໜ້າ​ໄປ​ກ່ອນ 6 ຕໍ່ 3 ຫຼັງການ​ແຂງ​ຂັນຮອບທີ 6 ທຳ​ອິດ ​ແຕ່​ວ່າທີ​ມນະຄອນ Cleveland ​ແມ່ນ​ໄດ້​ຕາມມາ​ຕິດໆ ຈົນ​ທຳ​ຄະ​ແນນຕື່ມອີກ 3 ຄະ​ແນນ ​ໃນ​ຊ່ວງ​ເວລາທີ 8 ຈົນ​ມີ​ຄະແນນ​ເທົ່າ​ກັນ. ບໍ່​ມີ​ທີ​ມ​ໃດ ​ໄດ້​ຄະ​ແນນ​ໃນ​ຊ່ວງ​ເວລາ​ທີ 9 ຂອງ​ການ​ແຂ່ງຂັນ ​ແລະ​ຫຼັງຈາກ​ທີ່ໄດ້​ມີ​ຝົນຕົກ​ແດ່​ເລັກ​ນ້ອຍ ​ເຮັດໃຫ້ການ​ແຂ່ງຂັນ​ຊັກ​ຊ້າ​ລົງ ​ຈຶ່ງ​ເຮັດ​ໃຫ້​ມີ​ການ​ຕໍ່​ເວລາພິ​ເສດ ​ເພີ້​ມອີກ​ຊ່ວງນຶ່ງ.

ທັງ​ສອງ​ທີ​ມຕ່າງ​ກໍຫວັງວ່າ ຈະ​ເຮັດ​ໃຫ້ການ​ລໍຄອຍຖ້າ​ຕຳ​ແໜ່​ງ​ແຊ້ມ World Series ຂອງ​ຕົນ​ສິ້ນສຸດ​ລົງ ຊຶ່ງທີ​ມ Cubs ເຄີຍໄດ້ຊະນະ​ເທື່ອ​ສຸດ​ທ້າຍ ໃນປີ 1908 ໃນຂະນະທີ່ທີ​ມ Indian ຂອງ​ນະຄອນ Cleveland ເຄີຍໄດ້ຄອງຕຳແໜ່ງດັ່ງກ່າວ​ ເທື່ອ​ສຸດທ້າຍໃນປີ 1948.

​ເຖິງ​ແມ່ນ​ວ່າ ທີ​ມ Cubs ມີ​ຄະ​ແນນ​ເປັນ​ຕໍ່ ​ໃນ​ການ​ຄາດ​ຫວັງ​ທີ່​ຈະ​ເປັນ​ຜູ້ຊະນະ​ຕຳ​ແໜ່ງ World Series ກໍຕາມ ​ແຕ່​ທີ​ມຂອງ​ນະຄອນ Cleveland ແມ່ນເຫຼືອພຽງແຕ່ນຶ່ງ​ເກ​ມ ທີ່ຈະຄວ້າ​ເອົາຄອງຕຳແໜ່ງນີ້​ໄປ​ຄອງ ຫຼັງຈາກທີ່ໄດ້ຊະນະ ເກມທີ 1 ທີ 3 ແລະທີ 4 ຂອງ​ການ​ແຂ່ງຂັນ​ຊິງແຊ້ມ World Series. ແຕ່ວ່າ ທີມ Chicago ໄດ້ຊະນະ 3 ​ເກມຕິດ​ຕໍ່​ກັນ ຮວມທັງ 2 ເກມສຸດທ້າຍ ທີ່ນະຄອນ Cleveland ​ເຮັດ​ໃຫ້ ການ​ຄອງ​ຄອຍ​ຖ້າ​ເອົາ​ຕຳ​ແໜ່​ງ​ຕຳ​ແໜ່​ງ World Series ທີ່​ດົນ​ນານ​ທີ່​ສຸດ ​ໂດຍ​ທີ​ມ ກິລາ baseball ​ໃດໆ ​ໃນ​ປະຫວັດ​ສາດ​ສິ້ນສຸດ​ລົງ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG