ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເດັກຍິງ ທີ່ຖືກຊ່ອຍອອກມາ ຈາກກຸ່ມ ໂບໂກ ຮາຣາມ ກັບຄືນຫາແມ່ຂອງນາງແລ້ວ


Nigeria Chibok Girl Found
please wait

No media source currently available

0:00 0:01:02 0:00

ບັນດາເຈົ້າໜ້າທີ່ທະຫານຂອງໄນຈີເຣຍ ກຳລັງສອບຖາມ ນັກຮຽນຄົນທຳອິດ ທີ່ໄດ້ ຖືກຊ່ອຍເຫຼືອອອກມາໄດ້ ນັບຕັ້ງແຕ່ ພວກຫົວຮຸນແຮງ Boko Haram ໄດ້ລັກພາຕົວ ພວກ​ເຂົາ​ເຈົ້າ​ໄປ ຢູ່ທາງພາກຕາເວັນອອກສຽງເໜືອ ຂອງໄນຈີເຣຍ ຫຼາຍກວ່າສອງປີ ທີ່ຜ່ານມາ ອິງຕາມການກ່າວບອກ ຕໍ່ວີໂອເອ ຂອງບັນດາເຈົ້າໜ້າທີ່.

ນາງ Amina Ali ແມ່ນລວມຢູ່ໃນ ຈຳນວນພວກເດັກຍິງ ເກືອບ 300 ຄົນ ທີ່ໄດ້ຖືກລັກ ພາຕົວໄປ ໃນເວລາ ສະມາຊິກຂອງກຸ່ມຫົວຮຸນແຮງອິສລາມ ໄດ້ບຸກໂຈມຕີ ໂຮງຮຽນ ມັດທະຍົມ ຂອງລັດຖະບານ ຢູ່ໃນເມືອງ Chibok ໃນເດືອນມີນາ ປີ 2014 ຜ່ານມາ. ຫຼາຍຄົນໄດ້ຫລົບໜີອອກມາໄດ້ໃນທັນທີ ຫຼັງຈາກ​ໄດ້​ມີ​ການລັກພາຕົວ ແຕ່ ຫຼາຍກວ່າ 200 ຄົນແມ່ນຍັງຫາຍສາບສູນຢູ່. ນາງ Amina Ali ໄດ້ກັບຄືນໄປຫາແມ່ຂອງນາງ ຢູ່ທີ່ບ້ານເກີດ Mbala ບ່ອນທີ່ທັງສອງແມ່ລູກ ໄດ້ມີຄວາມດີອົກດີໃຈ ໃນການກັບຄືນ ມາເປັນຄອບຄົວໃໝ່ ໃນວັນອັງຄານຜ່ານມານີ້ ຊຶ່ງກ່ອນໜ້ານີ້ ພວກເຂົາເຈົ້າ ໄດ້ຖືກ ນຳໄປຄ້າຍທະຫານ ເພື່ອທຳການສອບຖາມ.

ນາງ Amina Ali ໄດ້ຖືກຊ່ອຍເຫຼືອອອກມາໄດ້ ຈາກ ກຸ່ມພວກຫົວຮຸນແຮງ Boko Haram ໃນວັນທີ 18 ພຶດສະພາ 2016. (Photo courtesy Nigerian military via @Peterclottey)
ນາງ Amina Ali ໄດ້ຖືກຊ່ອຍເຫຼືອອອກມາໄດ້ ຈາກ ກຸ່ມພວກຫົວຮຸນແຮງ Boko Haram ໃນວັນທີ 18 ພຶດສະພາ 2016. (Photo courtesy Nigerian military via @Peterclottey)

ລາຍລະອຽດອັນແທ້ຈິງຕ່າງໆ ຂອງການຊ່ອຍເຫຼືອນາງຍັງບໍ່ທັນຈະແຈ້ງເທືື່ອ. ໂຄສົກ ຂອງກອງທັບບົກ ທ່ານ Sani Usman ໄດ້ກ່າວວ່າ ພວກທະຫານຂອງໄນຈີເຣຍ ໄດ້ ຊ່ອຍເຫຼືອນາງ ອອກ​ມາ​ຈາກ ບ້ານທີ່ມີ​ຊື່ວ່າ Baale ຢູ່ໃກ້ກັບເມືອງ Damboa. ທ່ານ Usman ບອກຕໍ່ຜູ້ສື່ຂ່າວວີໂອເອ Peter Clottey ວ່າ ກອງທັບບົກໄດ້ສອບຖາມນາງ Amina Ali ຢູ່ທີ່ຖານທັບ ໃນເມືອງ Damboa. ທ່ານໄດ້ກ່າວວ່າ ນາງໄດ້ຖືກພົບເຫັນ ກັບອີກຄົນນຶ່ງ ໃນເວລາ ນາງໄດ້ຖືກຊ່ອຍເຫຼືອອອກມາ. ທ່ານໄດ້ກ່າວວ່າ ຊາຍຄົນນັ້ນ ສົງໄສວ່າເປັນພວກຫົວຮຸນແຮງ ໂບໂກ ຮາຣາມ ແມ່ນໄດ້ຖືກສອບຖາມ ຢູ່ຖານທັບເຊັ່ນດຽວກັນ.

ທ່ານກ່າວອີກວ່າ ປັດຈຸບັນນີ້ ນາງ Amina Ali ໃຫ້ “ຂໍ້ມູນຢ່າງຫຼວງຫຼາຍ” ຕໍ່ບັນດາ ເຈົ້າໜ້າທີ່ທະຫານ ກ່ຽວກັບ ບ່ອນຢູ່ຂອງພວກເດັກຍິງຄົນອື່ນໆ ທີ່ຖືກລັກພາຕົວໄປ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

Discovery of Chibok Girl Prompts Calls to Free Others
please wait

No media source currently available

0:00 0:02:28 0:00

XS
SM
MD
LG