ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຈີນ ລົງໂຄສະນາ ການອ້າງກຳມະສິດ ໝູ່ເກາະ Diaoyu ໃນໜັງສືພິມ ສະຫະລັດ


ໝູ່ເກາະຫີນທີ່ຮູ້ກັນໃນຍີ່ປຸ່ນວ່າ Senkaku ແລະ Diaoyu ໃນຈີນ
ໝູ່ເກາະຫີນທີ່ຮູ້ກັນໃນຍີ່ປຸ່ນວ່າ Senkaku ແລະ Diaoyu ໃນຈີນ
ຈີນໄດ້ລົງໂຄສະນາ ລາຄາແພງ ທີ່ເປັນຮູບສີສອງໜ້າຢູ່ໃນໜັງສື
ພິມ ທີ່ມີຊື່ສຽງສະບັບນຶ່ງ ຂອງສະຫະລັດ ກ່າວປ້ອງກັນການອ້າງ
ກຳມະສິດຂອງຕົນ ຕໍ່ໝູ່ເກາະທີ່ຍັງເປັນບັນຫາຂັດແຍ້ງຢູ່ໃນທະ
ເລຈີນຕາເວັນອອກ.

ການໂຄສະນາໃນໜັງສືພິມ New York Times ໃນວັນສຸກວານ
ນີ້ເວົ້າວ່າ ຈີນມີອະທິປະໄຕທີ່ບໍ່ອາດໂຕ້ແຍ້ງໄດ້ຕໍ່ໝູ່ເກາະ Diao-
yu. ໝູ່ເກາະຫີນນ້ອຍໆດັ່ງກ່າວແມ່ນຈຸດສູນກາງຂອງບັນຫາຂັດ
ແຍ້ງ ທີ່ຍັງດຳເນີນຢູ່ຕໍ່ມາລະຫວ່າງຈີນແລະຍີ່ປຸ່ນທີ່ເອີ້ນໝູ່ເກາະ
ນີ້ວ່າ Senkaku ນັ້ນ.

ບັນຫາຂັດແຍ້ງນີ້ ໄດ້ເປັນເງົາບົດບັງ ວັນຄົບຮອບ 40 ປີໃນການ
ຟື້ນຟູຄວາມສຳພັນທາງດ້ານການທູດລະຫວ່າງປະເທດທັງສອງ.

ໃບໂຄສະນາຂອງຈີນເວົ້າວ່າ ການອ້າງອີງທາງປະຫວັດສາດທີ່ເກົ່າແກ່ທີ່ສຸດ ກ່ຽວກັບໝູ່ ເກາະ Diaoyu ສາມາດພົບເຫັນໄດ້ໃນປື້ມທີ່ມີຊື່ວ່າ ການເດີນທາງໄປກັບຫາງລົມ ທີ່ພິມ ເຜີຍແຜ່ຢູ່ຈີນໃນປີ 1403.

ໃບໂຄສະນາຂອງໜັງສືພິມທີ່ປະກົດວ່າແນໃສ່ເພື່ອພະຍາຍາມໂນ້ມນ້າວຫາງສຽງມະຫາ ຊົນຂອງສະຫະລັດຫ້ອມລ້ອມຂ່າວນອງນັນ ໃນການເປັນເຈົ້າຂອງໝູ່ເກາະດັ່ງກ່າວ ແມ່ນ ໃຊ້ເງິນປະມານ 250,000 ໂດລາ ອີງຕາມອັດຕາຄ່າໂຄສະນາຂອງໜັງສືພິມນີ້.
XS
SM
MD
LG