ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ການສະຫຼອງ ຄົບຮອບ 100 ປີ ຂອງຕົ້ນດອກຊາກຸຣະ ທີ່ກຸງວໍຊິງຕັນ (ເບິ່ງວີດີໂອກັບສະໄລດ໌)


ນາງສາວຍີ່ປຸ່ນ ກໍາລັງໄຕ້ໄຟໃສ່ຫໍຫີນ ໃນພິທີສະຫລອງບຸນດອກຊາກຸຣະ ທີ່ນະຄອນຫລວງວໍຊິງຕັນ
ນາງສາວຍີ່ປຸ່ນ ກໍາລັງໄຕ້ໄຟໃສ່ຫໍຫີນ ໃນພິທີສະຫລອງບຸນດອກຊາກຸຣະ ທີ່ນະຄອນຫລວງວໍຊິງຕັນ

ການ​ສະຫລອງ​ຄົບຮອບ 100 ປີ​ຂອງ​ຕົ້ນ​ດອກ​ຊາ​ກຸຣະຫຼື ​cherry ທີ່​ນະ​ຄອນ​ຫລວງ
ວໍ​ຊິງ​ຕັນກໍາລັງ​ດໍາ​ເນີນ​ຕໍ່​ໄປ​ໃນ​ອາທິດ​ນີ້ ພ້ອມ​ທັງ​ພິທີສ​ະຫລອງ​ບຸນດອກຊາ​ກຸຣະບານ
ກໍ​ກຳລັງ​ດຳ​ເນີນ​ຢູ່​ໃນ​ເວລາ​ນີ້.

ການ​ສະຫລອງ​ບຸນ​ໃນປີ​ນີ້ ​ເປັນ​ຂີດໝາຍຄົບຮອບ 100 ປີ ​ໃນ​ການມອບຕົ້ນ​ດອກ​
ຊາ​ກຸຣະເທື່ອ​ທຳ​ອິດ​ເປັນ​ຂອງຂວັນຈາກເຈົ້າ​ຄອງ​ນະຄອນ ຫຼວງໂຕກຽວ ​ເພື່ອ​ເປັນ​
ການ​ແລກປ່ຽນ​ມິດຕະພາບ​ລະຫວ່າງຍີ່​ປຸ່​ນ​ແລະ ສະຫະລັດ. ມີ​ຕົ້ນດອກ​ຊາ​ກຸຣະ
ຫລາຍ​ກວ່າ 100 ຕົ້ນຂອງຈຳນວນ​ທັງ 3000 ຕົ້ນ​ທີ່ມອບ​ໃຫ້​ຄັ້ງ​ທໍາ​ອິດຍັງ​ມີ​ຊີວິດ​ຢູ່
ສ່ວນ​ທີ່​ເຫລືອ​ນັ້ນໄດ້ຖືກນໍາມາ​ທົດ​ແທນ​ໂດຍລັດ​ຖະ​ບານ​ຍີ່ປຸ່ນ ຫລືການປູກ​ຈາກ​ກິ່ງ​
ງ່າ​ຂອງ​ຕົ້ນ​ດອກ​ໄມ້​ຈຸທໍາ​ອິດ.

ຢູ່​ທີ​ຫໍ​ທິພິດ​ຕະ​ພັນ​ແຫ່ງ​ຊາດ ທີ່ວໍ​ຊິງ​ຕັນ ຄະນະ​ນັກ​ຟ້ອນ Shizumi Kodomo
ພາກັນ​ສະ​ແດງ​ການ​ຟ້ອນ. ກຸ່ມຮັກສາ​ວັດທະນາ​ທໍາ​ຕ່າງໆ​ຂອງ​ເດັກນ້ອຍກຸ່ມ​ນີ້ ທີ່
ມາ​ຈາກລັດ​ມາລີ​ແລນ ພາກັນສົ່ງ​ເສີມ​ການ​ຟ້ອນ​ເພື່ອເປັນ​ສື່​ສຳພັນນາໆ​ຊາດ.

ກິດຈະ​ການ​ອື່ນໆ​ທີ່ຫໍ​ທິພິດ​ຕະພັນແຫ່ງ​ຊາດນັ້ນ ​ແມ່ນ​ຮວມທັງ​ໂອກາດ ການ​ລອງ
ນຸ່ງ​ເຄື່ອງພື້ນ​ເມືອງ​ຂອງຍີ່ປຸ່​ນທີ່​ນໍາ​ມາ​ຈາກ​ຫໍ​ທິພິດ​ຕະພັນ​ແຫ່ງ​ຊາດ​ຂອງ​ເດັກນ້ອຍ
ທີ່ກຸງວໍ​ຊິງ​ຕັນ. ໂຄສົກ​ທ່ານ​ນາງ Lisa marie Ryder ກ່າວ​ວ່າ ຫໍ​ທິພິດ​ຕະພັນ​ຫວັງ​
ວ່າ ​ພວກ​ເດັກນ້ອຍຈະ​ພາກັນ​ມີ​ຄວາມ​ສົນໃຈ​ກັບ​ວັດ​ທະ​ນາ​ທໍາ​ຂອງຍິ່ປຸ່​ນ.

ການ​ສະຫລອງ​ບຸນດອກ​ຊາ​ກຸຣະຈະ​ດໍາ​ເນີນໄປ​ຈົນ​ເຖິງ​ເດືອນ​ເມສາຊຶ່ງ​ຈະ​ເນັ້ນ​ໜັກ​ເຖິງ
ການ​ຮັກສາມິດຕະພາບອັນ​ຍາວ​ນານ​ລະຫວ່າງສະຫະ ລັດ​ອາ​ເມ​ລິ​ກາ​ແລະ​ຍີ່​ປຸ່ນ.

XS
SM
MD
LG