ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຕຳຫຼວດເມືອງ Charlotte ເປີດເຜີຍວິດີໂອ ທີ່ຕຳຫຼວດຍິງປະຊາຊົນ ເສຍຊີວິດ


ພາບນີ້ໄດ້ມາຈາກວິດີໂອທີ່ສະໜອງໃຫ້ໂດຍກົມຕຳຫຼວດ Charlotte-Mecklenburg, 24 ກັນຍາ, 2016 ສະແດງ
ໃຫ້ເຫັນວ່າ ທ້າວ Keith Scott ນອນຕາຍຢູ່ເທິງພື້ນດິນ ໃນ
ຂະນະທີ່ຕຳຫຼວດຫຍັບໃກ້ເຂົ້າຫາລາວ. ເມືອງ Charlotte, ລັດ North Carolina, 20 ກັນຍາ, 2016.
ພາບນີ້ໄດ້ມາຈາກວິດີໂອທີ່ສະໜອງໃຫ້ໂດຍກົມຕຳຫຼວດ Charlotte-Mecklenburg, 24 ກັນຍາ, 2016 ສະແດງ ໃຫ້ເຫັນວ່າ ທ້າວ Keith Scott ນອນຕາຍຢູ່ເທິງພື້ນດິນ ໃນ ຂະນະທີ່ຕຳຫຼວດຫຍັບໃກ້ເຂົ້າຫາລາວ. ເມືອງ Charlotte, ລັດ North Carolina, 20 ກັນຍາ, 2016.

ວີດິໂອ ທີ່ຕຳຫຼວດສາຍໃຫ້ເບິ່ງຢູ່ໃນນະຄອນ Charlotte ລັດ North Carolina ໃນວັນ ເສົາວານນີ້ສະແດງໃຫ້ເຫັນວ່າ ໄດ້ມີການປະເຊີນໜ້າກັນຂັ້ນເອົາເປັນເອົາຕາຍ ລະຫວ່າງ ຕຳຫຼວດກັບ ທ້າວ

Keith Lamont Scott ໄວ 43 ປີ ຊາວຜິວດຳ ຊຶ່ງຖືກຍິງຕາຍໃນວັນອັງຄານສັບປະດາ ແລ້ວນີ້ ຊຶ່ງໄດ້ກະຕຸ້ນໃຫ້ມີການກໍ່ຈະລາຈົນຂຶ້ນຢູ່ໃນເມືອງທີ່ໃຫຽ່ທີ່ສຸດຂອງລັດ North Carolina.

ວີດິໂອຈາກທັງສອງກ້ອງ ຄືກ້ອງປະຈຳໂຕແລະກ້ອງຈາກລົດຕຳຫຼວດ ທີ່ປະເຊີນໜ້າກັບ ທ້າວ Scott ນັ້ນ ໄດ້ຖືກເຜີຍແພ່ໃນວັນເສົາວານນີ້ ລຸນຫຼັງການຮຽກຮ້ອງຂອງພວກປະ ທ້ວງໃຫ້ເຜີຍແບຮູບພາບດັ່ງກ່າວຕໍ່ປວງຊົນ.

ຮູບວີດິໂອອັນທີນຶ່ງສະແດງໃຫ້ເຫັນວ່າ ທ້າວ Scott ກຳລັງອອກຈາກລົດຂອງລາວ ແລ້ວ ຫັນໄປທາງຊ້າຍ ຢືນຢູ່ບ່ອນຈອດລົດປະມານ 3 ວິນາທີ ກ່ອນຕຳຫຼວດຈະຍິງລາວແລ້ວ ເຫັນວ່າລົ້ມລົງກັບພື້ນ.

ຮູບວີດິໂອອັນທີສອງ ບໍ່ໄດ້ສະແດງໃຫ້ເຫັນຮູບທ້າວ Scott ກ່ອນລາວຈະລົ້ມລົງພື້ນ. ສຽງ ຂອງວີດິໂອອັນນີ້ ໄດ້ຖືກຕັດອອກໃນຕອນຕົ້ນໆ ປະມານ 23 ວິນາທີ.

ມື້ທີ 5 ຂອງການປະທ້ວງຕ້ານການຍິງຄົນດັ່ງກ່າວສ່ວນໃຫຍ່ແມ່ນເປັນໄປຢ່າງສະຫງົບ ລຸນຫຼັງການເຜີຍແພ່ຮູບພາບວີດິໂອແລ້ວ.

ຄຳຖາມອັນສຳຄັນກ່ຽວກັບການຍິງຂອງຕຳຫຼວດນີ້ກໍຄືວ່າ ທ້າວ Scott ມີປືນບໍ່ ເວລາຕຳ ຫຼວດສັ່ງໃຫ້ລາວອອກມາຈາກລົດຂອງລາວຫັ້ນ. ຄຳຖາມນັ້ນຍັງບໍ່ທັນໄດ້ຮັບຄຳຕອບ ແມ່ນກະທັ່ງເວລາເຜີຍແພ່ຮູບພາບວີດິໂອດັ່ງກ່າວກໍຕາມ ແຕ່ສະແດງໃຫ້ເຫັນວ່າ ທ້າວ Scottອອກຈາກລົດຂອງລາວມາ ແລ້ວຖອຍຫຼັງຊ້າໆອອກໄປ ເວລາຕຳຫຼວດສັ່ງໃຫ້ລາວ ວາງອາວຸດນັ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Charlotte Police Release Video of Fatal Shooting of Keith Scott
please wait

No media source currently available

0:00 0:01:08 0:00
ລິງໂດຍກົງ

Charlotte Police Release Dashboard Video of Fatal Shooting of Keith Scott
please wait

No media source currently available

0:00 0:02:10 0:00
ລິງໂດຍກົງ

In Charlotte, Diverse Support for Protests Over Latest Police Shooting Death
please wait

No media source currently available

0:00 0:01:42 0:00

XS
SM
MD
LG