ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ກຸ່ມ​ກໍ່​ການ​ຮ້າຍ al-Qaida ສາຂາ​ເຢ​​ເມນ ອອກມາອ້າງເອົາ ຄວາມຮັບຜິດຊອບ ໃນການໂຈມຕີ ຢູ່ຝຣັ່ງ


France Terror CNPK
please wait
Embed

No media source currently available

0:00 0:02:28 0:00

ກຸ່ມ​ກໍ່​ການ​ຮ້າຍ al-Qaida ສາຂາ​ເຢເມນ ​ໄດ້ອອກ​ມາອ້າງ​ເອົາ
ຄວາມ​ຮັບຜິດຊອບ ​ໃນການ​ໂຈມ​ຕີ​ໃນ​ສັບປະດາ​ແລ້ວ​ນີ້ ທີ່​ສຳນັກ
ງານ​ວາລະສານ​ເຍາະ​ເຍີ້​ຍຊວນ​ຫົວ Charlie Hebdo ​ໂດຍ​ກ່າວ
​ວ່າ “​ເປັນ​ການກະທຳເພື່ອແກ້ແຄ້ນ​” ໃຫ້ແກ່ພະ​ສາດສະດາ
Muhammad.

ວາລະສານ Charlie Hebdo ​ແມ່ນ​ພິມ​ເລື້ອງຕໍ່ຕ້ານສາສະໜາ
ຕ່າງໆຢູ່ເປັນປະຈຳ ແລະໃນຫຼາຍໆໂອ ກາດ ​ກໍໄດ້ພິມເຜີຍແຜ່
ຮູບແຕ້ມ ທີ່​ກ່ຽວ​ຂອງ​ກັບພະ​ສາດສະດາ Muhammad ຊຶ່ງ​ເປັນ
​ການ​ກະທຳ​ທີ່​ຊາວ​ມຸສລິ​ມຫຼາຍ​ຄົນ ຄິດ​ວ່າ​ເປັນ​ການເຍາະເຍີ້ຍ
ສຽດສີສາສະໜາເຂົາເຈົ້າ. ​ໃນ​ວັນ​ພຸດ​ມື້​ນີ້ ວາລະສານ​ດັ່ງກ່າວ
​ໄດ້​ພິມອອກ​ເຜີຍ​ແຜ່ ​ເປັນຄັ້ງ​ທຳ​ອິດ ຫຼັງ​ຈາກ​ທີ່​ໄດ້​ມີ​ການ​ໂຈມ​ຕີ ໃນ​ອາທິດ​ແລ້ວ​ນີ້ ຊຶ່ງ​ໜ້າ​ປົກ​ແມ່ນ​ຮູບ​ກາ​ຕູນ​ທີ່​ວາດພາບ ພະ​ສາດສະດາ Muhammad ພ້ອມ​ທັງຫົວ​ຂໍ້ ​ທີ່ຂຽນ​ວ່າ ທັງໝົດນັ້ນ​ແມ່ນ​ອະ​ໂຫສິ​ໃຫ້​ແລ້ວ. ວາລະ​ສານສະບັບນີ້ ​ແມ່ນ​ຂາຍ​ດິບ​ຂາຍ​ດີ ປານ​ເທ​ນ້ຳ ​ເທ​ທ່າ ​ໃນ​ທົ່ວ​ຝຣັ່ງ.

Charlie Hebdo Defends Latest Muhammad Cartoon, but Muslims Offended
please wait

No media source currently available

0:00 0:01:58 0:00

ພາບ​ວີ​ດີ​ໂອ ທີ່​ນຳ​ອອກ​ເຜີຍ​ແຜ່​ທາງອິນເຕີແນັດໃນ​ວັນ​ພຸດ​ມື້​ນີ້ ຜູ້ຊາຍທີ່​ລະບຸ​ວ່າ​ແມ່ນທ້າວ Nasr al-Ansi ຜູ້ນຳ​ສູງ​ສຸດຂອງກຸ່ມ​ກໍ່​ການ​ຮ້າຍ al-Qaida ​ໃນ​ແຫຼມ Arabian ​ໄດ້​ກ່າວ​ວ່າ ກຸ່ມ​ຂອງ​ລາວ ​ເປັນຜູ້ ​ວາງ​ແຜນການແລະ​ໃຫ້ການ​ສະໜັບສະໜຸນ​ທາງ​ການ​ເງິນ ໃນ​ການ​ໂຈ​ມຕີຕໍ່​ວາລະສານ Charlie Hebdo ທີ່​ໄດ້​ສັງຫານ 12 ຄົນ​ນັ້ນ.

ຕຳຫຼວດ​ຝຣັ່ງທີ່​ໄດ້ສັງຫານພວກ​ໂຈມ​ຕີ ​ວາລະສານ Charlie Hebdo ທ້າວ Said ແລະທ້າວ Cherif Kouachi ​ໃນ​ວັນ​ສຸກແລ້ວນີ້ ຊຶ່ງ​ເປັນ​ມື້​ດຽວ​ກັນ​ກັບ​ທີ່​ນັກ​ຕໍ່ສູ້​ຫົວ​ຮຸນ​ແຮງ​ອິສລາມອີກຄົນນຶ່ງ ທ້າວ Amedy Coulibaly ໄດ້ສັງ​ຫານຊາວ​ຢິວ 4 ຄົນ ​ໃນ​ຕະຫຼາດ​ຂາຍ
ອາຫານ​ການ​ກິນ​ຂອງຊາວຢິວ ທີ່​ເອີ້ນ​ວ່າ Kosher ​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ນະຄອນຫຼວງ​
ປາຣີນັ້ນ ກ່ອນ​ທີ່ລາວຈະ​ຖືກຕຳຫຼວດຍິງ​ຕາຍ​. ທ້າວ Coulibaly ​ໄດ້​ສັງຫານຕຳຫຼວດ​ແມ່ຍິງ​ຝຣັ່ງ ມື້​ນຶ່ງ​ກ່ອນ​ໜ້ານັ້ນ.

Europe Discusses Freedom of Speech Amid Cartoon Controversy
please wait

No media source currently available

0:00 0:03:09 0:00

ຜູ້ນຳ​ຂອງກຸ່ມ​ກໍ່​ການ​ຮ້າຍ al-Qaida ໃນ​ເຢ​ເມນ ​ໄດ້​ກ່າວ​ວ່າ ການ​ໂຈມ​ຕີ​ຂອງທ້າວ Coulibaly ນັ້ນ ບໍ່​ແມ່ນພາກສ່ວນ​ນຶ່ງ​ຂອງ​ກຸ່ມ ​ແລະ​ວ່າ ການ​ກະທຳ​ຂອງ​ລາວ​ນັ້ນ ​ແມ່ນ​ເປັນ​ເລື້ອງ​ບັງ​ເອີນ.

​ໃນ​ຂະນະ​ດຽວ​ກັນ​ນີ້ ນັກ​ຕະລົກ​ຝຣັ່ງ ທ່ານ Dieudonne ​ໄດ້​ຖືກ​ຈັບ​ກຸມ​ໃນ​ວັນ​ພຸດ​ມື້​ນີ້ ​ໃນ​ຖານະ​ທີ່​ປົກ​ປ້ອງ ກຸ່ມ​ກໍ່​ການ​ຮ້າຍ ຫຼັງ​ຈາກ​ທີ່​ໄດ້​ລົງ​ເຜີຍ​ແຜ່ຖະແຫລງການສະບັບນຶ່ງທາງ​ສື່​ສັງຄົມ ທີ່​ເບິ່ງ​ຄື​ກັບ​ວ່າ​ສະໜັບສະໜຸນ​ພວກ​ໂຈມ​ຕີ​ໃນ​ສັບປະດາ​ແລ້ວ​ນັ້ນ. ທ່ານ Dieudonne ເຄີຍມີຊື່ສຽງໃນທາງທີ່ບໍ່ດີມາ ແລ້ວ ​ໃນການ​ກ້າ​ປາກ ກ້າ​ເວົ້າ ກ້າ​ສະ​ແດງ​ອອກ​ໃນ​ອະດີດ ສິ່ງ​ທີ່​ຮັບ​ຮູ້​ກັນ​ສ່ວນ​ໃຫຍ່​ນັ້ນ ​ແມ່ນ​ການຍົກ ມືຄຳນັບ ທີ່ບາງຄົນເຫັນວ່າ ເປັນການຕໍ່ຕ້ານ ຊາວ
ຢິວ ຍ້ອນຄ້າຍຄືກັນກັບການຄຳນັບ ຂອງພວກ Nazi ເຢຍຣະມັນນັ້ນ.

​ໃນ​ເທີ​ກີ ຕຳຫຼວດ​ໄດ້ຍາມ​ທີ່ໂຮງການ ຂອງ​ໜັງສືພິ​ມ Cumhuriyet ທີ່ບໍ່ນິຍົມສາສະໜາ ໃນ​ວັນ​ພຸດ​ມື້​ນີ້ ທີ່​ໄດ້​ພິມ 4 ໜ້າ ທີ່ດຶງ​ອອກມາຈາກວາລະສານ Charlie ຮວມທັງ​ກາ​ຕູນຈຳນວນນຶ່ງ​ແລະ​ບົດ​ບັນນາທິ ການນຳດ້ວຍ.

XS
SM
MD
LG