ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການປະທ້ວງ ວາລະສານ Charlie Hebdo ລາມໄປເຖິງ ຕາເວັນອອກກາງ ເອເຊຍໃຕ້ ອາຟຣິກາ


ພວກເດີນຂະບວນຊາວຈໍແດັນຮ້ອງຄຳຂວັນ ລະຫວ່າງ ການໂຮມຊຸມປະທ້ວງຕໍ່ຕ້ານຮູບກາຕູນພະສາສະດາມູຮຳມັດ ໃນວາລະສານ Charlie Hebdo ຂອງຝຣັ່ງ ຫລັງຈາກ ການສູດມົນພາວະນາ ໃນວັນສຸກວານນີ້ ທີ່ນະຄອນຫຼວງ Amman
ພວກເດີນຂະບວນຊາວຈໍແດັນຮ້ອງຄຳຂວັນ ລະຫວ່າງ ການໂຮມຊຸມປະທ້ວງຕໍ່ຕ້ານຮູບກາຕູນພະສາສະດາມູຮຳມັດ ໃນວາລະສານ Charlie Hebdo ຂອງຝຣັ່ງ ຫລັງຈາກ ການສູດມົນພາວະນາ ໃນວັນສຸກວານນີ້ ທີ່ນະຄອນຫຼວງ Amman

ຊາວມຸສລິມຈຳນວນຫລາຍໆພັນຄົນ ຢູ່ໃນທົ່ວໂລກ ໄດ້ຈັດການ
ໂຮມຊຸມນຸມປະທ້ວງ ຕໍ່ຕ້ານການຂຽນຮູບກາຕູນ ພະສາສະດາມູ
ຮຳມັດໂດຍວາລະສານຕະຫລົກສຽດສີສັງຄົມ Charlie Hebdo ຂອງຝຣັ່ງໂດຍທີ່ການປະທ້ວງຈຳນວນນຶ່ງໄດ້ກາຍເປັນຄວາມຮຸນ
ແຮງ.

ທີ່ປະເທດ Niger ມີຜູ້ເສຍຊີວິດ ຢ່າງໜ້ອຍ 4 ຄົນ ໃນມື້ວັນສຸກ
ວານນີ້ທີ່ເມືອງ Zinder ທາງພາກໃຕ້ຂອງປະເທດ ບ່ອນທີ່ພວກ
ປະທ້ວງໄດ້ຈູດເຜົາສູນກາງວັດທະນະທຳຂອງຝຣັ່ງພ້ອມທັງໂບດ
ຫລາຍໆຫລັງ. ເຈົ້າໜ້າທີີ່ເວົ້າວ່າ ຕຳຫຼວດຄົນນຶ່ງແມ່ນຮວມຢູ່ໃນ
ຈຳນວນພວກເສຍຊີວິດ.

ການປະທ້ວງຢ່າງຮຸນແຮງຍັງໄດ້ລະເບີດຂຶ້ນທີ່ນະຄອນ Karachi ໃນປະເທດປາກິສຖານ ບ່ອນທີ່ພວກປະທ້ວງຫລາຍໆຮ້ອຍຄົນໄດ້ປະທະກັບເຈົ້າໜ້າທີ່ຕຳຫຼວດ. ຊ່າງພາບຄົນນຶ່ງ
ທີ່ເຮັດວຽກໃຫ້ອົງການຂ່າວຝຣັ່ງ ມີລາຍງານວ່າ ຮວມຢູ່ໃນຈຳນວນຜູ້ທີ່ໄດ້ຮັບບາດເຈັບ 3
ຄົນ.

ນອກນັ້ນແລ້ວ ການປະທ້ວງຍັງໄດ້ລະເບີດຂຶ້ນ ຢູ່ຕາມຫົວເມືອງຕ່າງໆ ຂອງປາກິສຖານ ຮວມທັງນະຄອນອິສລາມາບັດ ແລະ Lahore ນຳດ້ວຍ.

ທີ່ນະຄອນ Algiers ໃນປະເທດ Algeria ຕຳຫລວດໄດ້ປະທະກັບພວກເດີນຂະບວນປະ ທ້ວງທີ່ໄດ້ແກວ່ງກ້ອນຫີນແລະແກ້ວເຂົ້າໃສ່ໃນບໍລິເວນແຄມນ້ຳຂອງນະຄອນຫຼວງ. ກ່ອນ ໜ້ານັ້ນ ຫຼາຍຮ້ອຍຄົນໄດ້ພາກັນເດີນຂະບວນດ້ວຍຄວາມສະຫງົບຢູ່ຕາມຖະໜົນຫົນທາງ ສາຍຕ່າງໆໃນນະຄອນຫຼວງໂດຍຍົກປ້າຍຄຳຂວັນທີ່ຂຽນວ່າ “ຂ້ອຍແມ່ນມູຮຳມັດ”.

ນອກນັ້ນ ການເດີນຂະບວນ ຊຶ່ງສ່ວນໃຫຍ່ແລ້ວດຳເນີນໄປດ້ວຍຄວາມສະຫງົບ ຍັງມີຂຶ້ນ ທີ່ນະຄອນຫຼວງຂອງປະເທດ Mali, Seneral ແລະ Mauritania.

ສ່ວນຢູ່ບ່ອນອື່ນໆນັ້ນ ພວກປະທ້ວງຍັງໄດ້ພາກັນເດີນຂະບວນທີ່ນະຄອນຫຼວງ Amman ປະເທດຈໍແດັນ ແລະນະຄອນ Istanbul ປະເທດເທີກີ.

ວາລະສານ Charlie Hebdo ສະບັບຫລ້າສຸດ ແມ່ນປົກດ້ວຍຮູບກາຕູນ ຂອງພະສາສະ ດາມູຮຳມັດ ທີ່ຮ້ອງໄຫ້ ແລະກໍຖືປ້າຍທີ່ມີຂໍ້ຄວາມວ່າ Je Suis Charlie ຊຶ່ງແປວ່າ ຂ້ອຍ ແມ່ນ Charlie ພາຍໃຕ້ຫົວຂໍ້ຂ່າວທີ່ຂຽນວ່າ “ທັງໝົດນັ້ນ​ແມ່ນ​ອະ​ໂຫສິ​ໃຫ້​ແລ້ວ.” ວາລະ ສານສະບັບນີ້ ແມ່ນສະບັບທຳອິດນັບຕັ້ງແຕ່ໄດ້ມີການໂຈມຕີສຳນັກງານໂດຍພວກມືປືນ ທີ່ນະຄອນປາຣີໃນສັບປະດາແລ້ວ ທີ່ໄດ້ສັງຫານ 12 ຄົນນັ້ນ.

ຊາວມຸສລິມຫຼາຍໆຄົນມອງເຫັນວ່າ ຮູບຕະຫລົກລໍ້ລຽນພະສາສະດາມູຮຳມັດຂອງວາລະ ສານເປັນການໝິ່ນປະໝາດຕໍ່ສາສະໜາອິສລາມ.

CHARLIE HEDBO PROTESTS CNPK
please wait

No media source currently available

0:00 0:01:34 0:00

XS
SM
MD
LG