ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສານພິເສດ ພົບວ່າ ທ່ານ Taylor ອະດີດຜູ້ນຳ ໄລບີເລຍ ມີຄວາມຜິດ (ເບິ່ງສະໄລດ໌)


ທ່ານ Charles Taylor ອະດີດປະມຸກປະເທດໄລບີເຣຍ ຖືກສານໂລກຕັດສິນວ່າກະທໍາຜິດໃນຂໍ້ຫາກໍ່ອາດຊະ ຍາກໍາສົງຄາມ ແລະຕໍ່ຕ້ານມວນມະນຸດ
ທ່ານ Charles Taylor ອະດີດປະມຸກປະເທດໄລບີເຣຍ ຖືກສານໂລກຕັດສິນວ່າກະທໍາຜິດໃນຂໍ້ຫາກໍ່ອາດຊະ ຍາກໍາສົງຄາມ ແລະຕໍ່ຕ້ານມວນມະນຸດ

ສານພິ​ເສດທີ່​ກຸງ Hague ​ໄດ້ພົບ​ເຫັນ​ວ່າ ອະດີດ​ປະທານາທິບໍດີ​ປະ​ເທດ​ໄລ​ບີ​ເຣຍ ທ່ານ Charles Taylor ມີ​ຄວາມ​ຜິດ​ໃນ​ຂໍ້​ຫາກໍ່​ອາ​ຊະ​ຍາ​ກໍາ​ສົງຄາມ ​ແລະ​ອາ​ຊະ​ຍາ​ກໍາ​ຕ້ານມວນ​ມະນຸດ.

ສານພິ​ເສດ ສໍາລັບ​ປະ​ເທດ Sierra Leone ຕັດສິນ​ໃນ​ວັນພະຫັດ​ມື້​ນີ້ ​ວ່າ ທ່ານ Taylor ​ໄດ້​ໃຫ້ການ​ຊ່ວຍ​ເຫລືອ​ແລະ​ຍຸຍົງ​ສົ່ງ​ເສີມໃຫ້ມີ​ການລະ​ເມີດ​ສິດທິ​ມະນຸດ​ຢ່າງ​ຮ້າຍ​ແຮງ ​ໂດຍ​ພວກ​ກະບົດ​ ໃນສົງຄາມ​ກາງ​ເມືອງ​ ທີ່ປະ​ເທດ Sierra Leone ນັ້ນ.

ປະທານ​ຄະນະຜູ້​ພິພາກສາ​ສານພິ​ເສດ ທ່ານ Richard Lussick ກ່າວ​ວ່າ ຄະນະ​ຜູ້​ພິພາກສາ​ໄດ້​ລົງ​ຄວາມ​ເຫັນ​ພ້ອມ​ກັນ​ຢ່າງ​ເປັນ​ເອກະສັນ​ວ່າ ທ່ານ Taylor ມີຄວາມ​ຜີ​ດ​ໃນ​ຂໍ້​ຫາ ​ຄາດ​ຕະກໍາ ຂົ່ມ​ຂືນຊໍາເລົາ ​ເອົາ​ຄົນ​ມາ​ເປັນ​ຂ້າ​ທາດ​ທາງ​ເພດ ​ເກນ​ເອົາ​ເດັກ​ນ້ອຍ​ມາ​ເປັນ​ທະຫານ ກັກ​ຂັງ​ຂ້າ​ທາດ ແລະ​ຂໍ້​ຫາ​ອື່ນໆ​ອີກ.

ທ່ານ Taylor ​ເປັນ​ປະມຸກ​ລັດ​ຄົນ​ທໍາ​ອິດ ທີ່​ຖືກ​ສານ​ໂລກ​ຕັດສິນ​ວ່າ​ມີ​ຄວາມ​ຜິດ ນັບ​ແຕ່​ການ​ດໍາ​ເນີນ​ຄະດີ Nuremberg ​ເມື່ອ​ປີ 1946 ຕໍ່​ທ່ານ Karl Doenitz ທີ່​ໄດ້​ປົກຄອງ​ນາ​ຊີ​ເຢຍລະ​ມັນ ​ເປັນ​ເວລາ​ສັ້ນໆ.

ທ່ານ Lussick ກ່າວ​ວ່າ ທ່ານ​ເທ​ເລີ ຈະ​ຖືກ​ຕັດສິນ​ໂທດ​ໃນ​ວັນ​ທີ 30 ​ເດືອນ​ພຶດສະພາ. ທ່ານ​ເທ​ເລີ​ໄດ້​ໃຫ້ການ​ວ່າ ຕົນບໍ່​ມີ​ຄວາມ​ຜິດໃນ​ຂໍ້​ຫາ​ທຸກ​ຢ່າງ ​ແລະ​ມີ​ສິດ​ທີ່​ຈະ​ອຸທອນ​ໄດ້.

XS
SM
MD
LG