ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ແຂວງຈໍາປາສັກ ສົ່ງອອກກາເຟ ໄປຍີ່ປຸ່ນ ຫລາຍຂຶ້ນ


ທ່ານສອນໄຊ ສີພັນດອນ ເຈົ້າແຂວງ ແຂວງຈໍາປາສັກ ຊົມງານ
ຕະຫລາດນັດວາງສະແດງສິນຄ້າ ແລະການທ່ອງທ່ຽວ ທີ່ຈັດຂຶ້ນ​ໃນເດືອນມິຖຸນາທີ່ຜ່ານມານີ້
ທ່ານສອນໄຊ ສີພັນດອນ ເຈົ້າແຂວງ ແຂວງຈໍາປາສັກ ຊົມງານ ຕະຫລາດນັດວາງສະແດງສິນຄ້າ ແລະການທ່ອງທ່ຽວ ທີ່ຈັດຂຶ້ນ​ໃນເດືອນມິຖຸນາທີ່ຜ່ານມານີ້

ການສົ່ງອອກກາເຟຈາກແຂວງຈໍາປາສັກ ໄປປະເທດຢີ່ປຸ່ນໄດ້ເພີ່ມສູງຂຶ້ນຢ່າງຕໍ່ເນື່ອງໃນ ຕະຫຼອດປີ 2011 ນີ້ ເຊິ່ງເຮັດໃຫ້ກາເຟເປັນສິນຄ້າສົ່ງອອກ ທີ່ສ້າງລາຍໄດ້ເປັນອັນດັບນຶ່ງ ໃຫ້ແກ່ແຂວງອີກດ້ວຍ.

ທ່ານ ສອນໄຊ ສີພັນດອນ ເຈົ້າແຂວງ ແລະເລຂາພັກແຂວງຈໍາປາສັກ ໄດ້ຖະແຫຼງວ່າ ຜົນຜະລິດໃນພາກກະສິກໍາ ຍັງຄົງເປັນສິນຄ້າທີ່ມີມູນຄ່າການສົ່ງອອກຫຼາຍທີ່ສຸດຂອງ
ແຂວງຈໍາປາສັກໃນປັດຈຸບັນນີ້, ເຊິ່ງກໍມີສ່ວນຢ່າງສໍາຄັນ ໃນການເຮັດໃຫ້ລາຍໄດ້ສະເລ່ຍ
ຂອງປະຊາຊົນລາວໃນແຂວງຈໍາປາສັກ ໄດ້ເພີ່ມສູງຂຶ້ນເປັນ 1,097 ໂດລາ ຕໍ່ຄົນ ໃນປີ
2011 ນີ້ ຫຼືເພີ່ມຂຶ້ນເຖິງ 16% ເມື່ອທຽບກັບປີ 2005 ທີ່ຜ່ານມາ.

ສໍາລັບສິນຄ້າສົ່ງອອກທີ່ສ້າງລາຍຮັບໃຫ້ກັບແຂວງຈໍາປາສັກໄດ້ຫຼາຍທີ່ສຸດ ເປັນອັນດັບ
ນຶ່ງຂອງການສົ່ງອອກສິນຄ້າທັງໆໝົດຂອງແຂວງຈໍາປາສັກ ກໍຄືກາເຟເຊິ່ງໃນປີ 2010 ທີ່
ຜ່ານມາ ກໍປະກົດວ່າ ຈາກການສົ່ງອອກກາເຟໄປຕ່າງປະເທດໃນປະລິມານລວມ
14,800 ກວ່າໂຕນນັ້ນ ກໍສາມາດສ້າງລາຍຮັບເປັນເງິນຕາຕ່າງປະເທດ ໃຫ້ແກ່ແຂວງຈໍາ
ປາສັກໄດ້ຫຼາຍກວ່າ 14 ລ້ານໂດລາ ຫຼືຄິດເປັນ 47% ຂອງມູນຄ່າການສົ່ງອອກທັງໝົດ
ໃນຕະຫຼອດປີ 2010 ດັ່ງກ່າວ.

ພິທີເປີດໂຮງງານຜະລິດກາເຟເຄິ່ງສໍາເລັດຮູບຂອງບໍລິສັດດາວເຮືອງ ທີ່ລາວ
ພິທີເປີດໂຮງງານຜະລິດກາເຟເຄິ່ງສໍາເລັດຮູບຂອງບໍລິສັດດາວເຮືອງ ທີ່ລາວ

ຍິ່ງໄປກວ່ານັ້ນ, ການທີ່ລາຄາ
ກາເຟໃນຕະຫຼາດໂລກໄດ້ປັບ
ຕົວສູງຂຶ້ນຈາກ 1,000 ໂດລາ
ເປັນ 3,000 ໂດລາ ຕໍ່ໂຕນ
ໃນເວລານີ້ ກໍຍັງເຮັດໃຫ້ຜູ້
ສົ່ງອອກກາເຟລາວ ໄດ້ສະ
ແດງການຄາດໝາຍອີກດ້ວຍ
ວ່າ ການສົ່ງອອກກາເຟໃນຕະ
ຫຼອດປີ 2011 ນີ້ ຈະເພີ່ມຂຶ້ນ
ທັງໃນດ້ານປະລິມານ ແລະ
ມູນຄ່າອີກດ້ວຍ.
ເຊິ່ງເມື່ອປະກອບກັບກາເຟຂອງແຂວງຈໍາປາສັກ ເປັນກາເຟຄຸນນະພາບດີ ທີ່ເປັນທີ່ຕ້ອງ ການຂອງຕະຫຼາດຕ່າງປະເທດຢ່າງບໍ່ຈໍາກັດອີກດ້ວຍນັ້ນ, ໂດຍສະເພາະແມ່ນຢີ່ປຸ່ນ ກໍເຊື່ອ ວ່າ ຈະເຮັດໃຫ້ການສົ່ງອອກກາເຟຂອງແຂວງຈໍາປາສັກໃນຕະຫຼອດປີນີ້ ມີປະລິມານລວມ ເກີນກວ່າ 20,0000 ໂຕນຢ່າງແນ່ນອນ.

ດັ່ງທີ່ທ່ານນາງ ເລືອງ ລິດດັງ ປະທານກຸ່ມບໍລິສັດດາວເຮືອງ ເຊິ່ງເປັນຜູ້ສົ່ງອອກກາເຟ
ລາຍໃຫຍ່ທີ່ສຸດຂອງລາວໃນປະຈຸບັນນີ້ ໄດ້ໃຫ້ການຊີ້ແຈງເຖິງສະພາບການດັ່ງກ່າວໃນ
ຕອນນຶ່ງວ່າ:

ໝາກກາເຟທີ່ເປັນຜະລິດຕະພັນສົ່ງອອກອັນດັບນຶ່ງຂອງແຂວງຈໍາປາສັກ
ໝາກກາເຟທີ່ເປັນຜະລິດຕະພັນສົ່ງອອກອັນດັບນຶ່ງຂອງແຂວງຈໍາປາສັກ

ການສົ່ງອອກກາເຟມັນບໍ່ພໍ
ແຕ່ລະປີຕ້ອງໄດ້ເຮັດກ້າເບ້ຍ
ໃຫ້ປະຊາຊົນປູກຕື່ມ ແລະ
ຕະຫຼາດເຮົານີ້
ກໍແມ່ນຢີ່
ປຸ່ນມີເທົ່າໃດເຂົາກໍ່ເອົາໝົດ,
ພໍເຊັນສັນຍາກັບຢີ່ປຸ່ນແລ້ວ
ກະເຮົາເຮັດໃຫ້ເຂົາ ກໍຕ້ອງ
ເອົາຂອງດີໆ
ຂາຍ ແລ້ວເຮົາ
ກະເພີ່ມລາຄາຂຶ້ນ
ເຂົາກະຍັງ
ຊື້
ກະເລີຍເຮັດໃຫ້ປະຊາຊົນ
ທີ່ປູກ
ຫັ້ ມີກໍາໄລຫຼາຍ.”

ກ່ອນໜ້ານີ້ ກຸ່ມບໍລິສັດດາວເຮືອງໄດ້ລົງທຶນເຖິງ 50 ລ້ານໂດລາເພື່ອດໍາເນີນການກໍ່ສ້າງ
ໂຮງງານຜະລິດກາເຟເຄິ່ງສໍາເລັດຮູບ. ພາຍຫຼັງຈາກການກໍ່ສ້າງໂຮງງານສໍາເລັດແລ້ວ
ໃນທ້າຍປີນີ້ ກໍຈະເຮັດໃຫ້ກຸ່ມບໍລິສັດດາວເຮືອງ ສາມາດທີ່ຈະເພີ່ມມູນຄ່າການສົ່ງ​ອອກ​ເປັນກາເຟເຄິ່ງສໍາເລັດຮູບໄດ້ເຖິງ 8,000 ໂຕນ ຕໍ່ປີ. ພ້ອມກັນນັ້ນ ກໍໄດ້ສົ່ງເສີມໃຫ້ປະຊາ
ຊົນ​ໃນເຂດປາກຊ່ອງປູກກາເຟເພີ່ມຂຶ້ນອີກ 625 ເຮັກຕາ, ໂດຍທີ່ທາງບໍລິສັດໃຫ້ການຕອບ
ສະໜອງດ້ານແນວພັນ, ເທັກນິກ ແລະຮັບຊື້. ສ່ວນຜູ້ປູກນັ້ນກໍມີການປະກອບສ່ວນໃນດ້ານ
ທີ່ດິນ ແລະແຮງງານ. ໃນປີຜ່ານມາ ກຸ່ມບໍລິສັດດາວເຮືອງໄດ້ສົ່ງອອກກາເຟໃນປະລິມານ ລວມເຖິງ 15,000ໂຕນ ຫຼືຄິດເປັນມູນຄ່າລວມຫຼາຍກວ່າ 26ລ້ານໂດລາ.

ພິທີເຊັນສັນຍາລົງທຶນພັດທະນາເຂດເສດຖະກິດພິເສດຄອນພະເພັງ ລະຫວ່າງຜູ້ຕາງໜ້າລັດຖະບານລາວ ແລະ ຜູ້ລົງທຶນ
ພິທີເຊັນສັນຍາລົງທຶນພັດທະນາເຂດເສດຖະກິດພິເສດຄອນພະເພັງ ລະຫວ່າງຜູ້ຕາງໜ້າລັດຖະບານລາວ ແລະ ຜູ້ລົງທຶນ

ນອກຈາກການສົ່ງອອກກາເຟ
ແລະຜົນຜະລິດດ້ານກະສິກໍາ
ແລ້ວ ທາງການແຂວງຈໍາປາສັກ
ກໍຍັງໄດ້ໃຫ້ຄວາມສໍາຄັນຢ່າງຍິ່ງ
ຕໍ່ການພັດທະນາໃນດ້ານການ
ທ່ອງທ່ຽວ ແລະບໍລິການ. ໃນ
ໄລຍະ 5ປີ ທີ່ຜ່ານມາກໍປາກົດ
ວ່າ ພາກທຸລະກິດການທ່ອງ
ທ່ຽວໃນແຂວງຈໍາປາສັກນັ້ນ
ໄດ້ຂະຫຍາຍຕົວເພີ່ມຂຶ້ນສະເລ່ຍ ເຖິງ 10% ໃນແຕ່ລະປີ.

ຍິ່ງໄປກວ່ານັ້ນ ດ້ວຍການຈັດຕັ້ງເຂດເສດຖະກິດພິເສດຄອນພະເພັງຂຶ້ນມາຢ່າງເປັນທາງ
ການຫວ່າງໝໍ່ໆ ມານີ້ ກໍຍັງເຮັດໃຫ້ທາງການແຂວງຈໍາປາສັກເຊື່ອໝັ້ນວ່າ ຈະສາມາດສ້າງ
ວຽກເຮັດງານທໍາໃຫ້ປະຊາຊົນພາຍໃນແຂວງໄດ້ຫຼາຍໝື່ນຄົນ ເຊິ່ງກໍຈະຍັງຜົນເຮັດໃຫ້ສາ
ມາດລົບລ້າງຄວາມທຸກຍາກຂອງປະຊາຊົນພາຍໃນແຂວງໄດ້ຢ່າງແທ້ຈິງອີກດ້ວຍ.

XS
SM
MD
LG