ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຂ. ຈໍາປາສັກ ມີແຜນຈະພັດທະນາ ຕົວເມືອງປາກເຊ ໃຫ້ທັນສະໄໝ


ກອງປະຊຸມໃຫຍ່ຄັ້ງທີ 6 ຂອງອົງຄະນະພັກແຂວງຈໍາປາສັກ ທີ່ຈັດຂຶ້ນໃນເດືອນກັນຍາ 2010.
ກອງປະຊຸມໃຫຍ່ຄັ້ງທີ 6 ຂອງອົງຄະນະພັກແຂວງຈໍາປາສັກ ທີ່ຈັດຂຶ້ນໃນເດືອນກັນຍາ 2010.

ທາງການແຂວງຈໍາປາສັກ ຈະດໍາເນີນແຜນການພັດທະນາຕົວເມືອງປາກເຊ ໃຫ້ເປັນ ເມືອງທີ່ທັນສະໄໝ ແລະມີການພັດທະນາໃຫ້ໄດ້ຢ່າງຮອບດ້ານເປັນຮູບປະທໍາພາຍໃນ 5 ປີຂ້າງໜ້າ.

ທ່ານບົວໄລ ຊາພັກດີ ຮອງເຈົ້າເມືອງ ແລະຄະນະປະຈໍາເມືອງປາກແຂວງຈໍາປັກສັກໄດ້
ຖະແຫລງຢືນຢັນວ່າ ທາງການແຂວງຈໍາປາສັກ ແລະທະນາຄານພັດທະນາແຫ່ງເອເຊຍ
(ADB) ມີກໍາໜົດການ ທີ່ຈະລົງນາມ ຮ່ວມກັນໃນຂໍ້ຕົກລົງວ່າດ້ວຍການຮ່ວມມື ເພື່ອພັດ ທະນາຕົວເມືອງປາກເຊໃຫ້ເປັນເມືອງທັນສະໄໝ ທີ່ມີການພັດທະນາຢ່າງຮອບດ້ານໃນ
ທ້າຍປີ 2011 ນີ້.

ພາຍໃຕ້ຂໍ້ຕົກລົງດັ່ງກ່າວທາງການ (ADB) ຈະໃຫ້ການຊ່ວຍເຫລືອທາງດ້ານງົບປະມານ
ໃນຂັ້ນເບື້ອງຕົ້ນ ແກ່ທາງການແຂວງຈໍາປາສັກ ຄິດເປັນມູນຄ່າ 20 ລ້ານໂດລາ ຫລືປະ
ມານ 160 ຕື້ກີບ ສໍາລັບນໍາໃຊ້ໃນການພັດທະນາປັບປຸງຜັງເມືອງ ການພັດທະນາປັບປຸງ ສິ່ງແວດລ້ອມພາຍໃນຕົວເມືອງ ການພັດທະນາປັບປຸງລະບົບໂຮງແຮມ ບ້ານພັກ ຮ້ານອາ
ຫານ ແລະສະຖານບໍລິການຕ່າງໆ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍ ໃນ 5 ປີ ຂ້າງໜ້າ
ດັ່ງທີ່ທ່ານບົວໄລ ໄດ້ຊີ້ແຈງວ່າ:

ຄາດໝາຍຂອງໂຄງການນີ້ ແມ່ນໃນປີ 2011 ນີ້ ໄດ້ເຊັນ MOU ຮ່ວມກັນກັບ
ADB ຈະລົງມືປະຕິບັດນີ້ ແມ່ນໃນເດືອນທີ່ 2 ປີ 2012 ຄາດຄະເນໂຄງການນີ້
ແມ່ນ 3-5 ປີ ມູນຄ່າຂອງໂຄງການ 20 ກວ່າລ້ານດອນລາ ຢູ່ໃນໄລຍະທີ 1.

ຂົວຂ້າມແມ່ນໍ້າຂອງທີ່ເມືອງປາກເຊ, ແຂວງຈໍາປາສັກ
ຂົວຂ້າມແມ່ນໍ້າຂອງທີ່ເມືອງປາກເຊ, ແຂວງຈໍາປາສັກ

ເມືອງປາກເຊເປັນເມືອງເອກຂອງແຂວງ
ຈໍາປາສັກ ທີ່ປະຊາກອນສ່ວນໃຫຍ່ ຫລື
ຫລາຍກວ່າ 60% ຂອງປະຊາຊົນທັງໝົດ
ຂອງເມືອງນັ້ນ ປະກອບອາຊີບຄ້າຂາຍ
ແລະໃນພາກບໍລິການ. ສ່ວນທີ່ເຫລືອ
ນອກນັ້ນ ກໍເປັນພະນັກງານຂອງລັດຖະ
ບານ ແລະເປັນກະເສດຕະກອນ ທີ່ມີ
ລາຍໄດ້ສະເລ່ຍສູງກວ່າປະຊາກອນລາວ
ທີ່ຢູ່ໃນເຂດເມືອງອື່ນໆຂອງແຂວງຈໍາປາ
ສັກ. ຈົນເຖິງທ້າຍປີນີ້ ກໍຄາດໝາຍວ່າ
ຍອດຜະລິດຕະພັນລວມ (GDP) ຂອງເມືອງປາກເຊຈະສາມາດສະເລ່ຍເປັນລາຍຮັບ
ຂອງປະຊາຊົນໄດ້ຫລາຍກວ່າ 12 ລ້ານກີບຕໍ່ຄົນ ຕໍ່ປີ ແລະຍັງມີທ່າອ່ຽງທີ່ຈະເພີ້ມສູງ
ຂຶ້ນເລື້ອຍໆ ອີກດ້ວຍ.

ເລີ່​ມລົງມື​ດໍາ​ເນີນ​ການ​ໃນ​ພາກ​ປະຕິບັດ​ຕົວ​ຈິງ​ແລ້ວ​ໃນ​ຂະນະ​ນີ້ ​ໂດຍ​ປະຈຸ​ບັນ​ກໍາລັງຢູ່​ໃນ
ຂັ້ນຕອນ​ຂອງ​ການກໍ່ສ້າງບ່ອນ​ພັກ​ອາ​ໄສ​ຂອງ​ບຸກຄະ​ລາກ​ອນ, ການ​ກະກຽມສະຖານ​ທີ່​
ສໍາລັບ​ຮອງ​ຮັບ​ການກໍ່ສ້າງ​ຂົວທີ່​ເຊື່ອມຕໍ່​ລະຫວ່າງ​ບ້ານ​ຫາດ​ກັບ​ບ້ານນາ, ການ​ສຶກສາ​
ອອກ​ແບບ​ພັດທະນາທ່າ​ເຮືອ​ຢູ່​ຕາມ​ເກາະດອນ​ຕ່າງໆ ​ແລະການ​ພັດທະນາ​ສິ່ງອໍານວຍ​
ຄວາມ​ສະດວກ​ໃຫ້ແກ່ນັກທ່ອງ​ທ່ຽວຢ່າງ​ຄົບ​ຊຸດເປັນຕົ້ນ.

ພາບຂອງຄອນພະເພັງ ແຂວງຈໍາປາສັກ ຊຶ່ງເປັນບ່ອນທີ່ ຈະ​ພັດທະນາເປັນເຂດ​ທ່ອງ​ທ່ຽວ
ພາບຂອງຄອນພະເພັງ ແຂວງຈໍາປາສັກ ຊຶ່ງເປັນບ່ອນທີ່ ຈະ​ພັດທະນາເປັນເຂດ​ທ່ອງ​ທ່ຽວ

ການ​ພັດທະນາ​ການທ່ອງທ່ຽວ
ຖື​ເປັນ​ສ່ວນນຶ່ງຂອງ​ເຂດ​ເສດ
ຖະກິດ​ພິ​ເສດ​ຄອນ​ພະ​ເພັງ ທີ່​
ຕັ້ງ​ຢູ່ໃນ​ເຂດ​ເມືອງ​ໂຂງ ​ຊຶ່ງຕາມ​
ແຜນການ​ແລ້ວ​ເຂດ​ເສດຖະກິດ​
ພິ​ເສດ​ດັ່ງກ່າວ​ນີ້​ ຈະ​ມີບໍລິ​ເວນ​
ກວ້າງ​ເຖິງ 39,000 ​ເຮັກຕາ
ໂດຍ​ໄດ້​ມີ​ການຈັດ​ແບ່ງ​ພື້ນ​ທີ່​
ອອກ​ເປັນ 5 ​ເຂດ​ດ້ວຍ​ກັນ​ ຄື​
ພື້ນ​ທີ່​ໂດຍ​ຮອບ​ນໍ້າ​ຕົກ​ຄອນ​ພະ​
ເພັງ​ນັ້ນ ກໍ​ຈະ​ພັດທະນາເປັນ
ເຂດ​ທ່ອງ​ທ່ຽວ ​ແລະຮອງ​ຮັບ
ທຸລະ​ກິດ​ທີ່​ກ່ຽວຂ້ອງກັບ​ການທ່ອງທ່ຽວ​ເປັນ​ການສະ​ເພາະ ​ເຊັ່ນ ​ໂຮງ​ແຮມ, ຣີສອດ, ບ້ານ
​ພັກ​ຕາກ​ອາກາດ ​ແລະສວນສາ​ທາ​ລະນະ​ໃນ​ເຂດ​ອຸ​ທະຍານ​ແຫ່ງ​ຊາດ.

ສ່ວນ​ນອກ​ນັ້ນ​ ກໍຈະ​ເປັນ​ເຂດສູນ​ການ​ຄ້າ​ປອດ​ພາສີ, ສະໜາມບິນຮອງ​ຮັບ​ທັງ​ເຮືອບິນ​ສ່ວນ
ຕົວ ແລະ​ເຄື່ອງບິນ​ໂດຍສານ, ສະໜາມກັອບລະດັບ​ມາດຕະຖານສາກົນ ​ແລະສູນ​ບໍລິການ​
ທາງທຸລະ​ກິດ​ຢ່າງ​ຄົບ​ວົງ​ຈອນ ​ທີ່​ຈະມີ​ຕະຫຼາດການ​ຄ້າ​ເສລີ ​ເປັນສ່ວນ​ປະ​ກອບທີ່ສໍາຄັນ
ອີກ​ດ້ວຍ.

ໃນ​ໄລຍະ​ທີ່​ຜ່ານ​ມາກໍປະກົດ​ວ່າ ມີທາງການ​ຈີນໄດ້ຕົກລົງໃຫ້ເງິນກູ້ຢືມສໍາລັບນໍາໃຊ້ເຂົ້າໃນ
ການກໍ່ສ້າງຂົວຂ້າມແມ່ນໍ້າຂອງ ເພື່ອເຊື່ອມຕໍ່ລະຫວ່າງບ້ານຫາດກັບບ້ານນາຢ່າງເປັນທາງ
ການແລ້ວ. ​ນອກຈາກນັ້ນ ກໍມີທັງ​ກຸ່ມ​ນັກທຸລະກິດ​ຈາກ​ຈີນ, ເກົາຫຼີ​ໃຕ້, ມາ​ເລ​ເຊຍ, ຫວຽດ
ນາມ ​ແລະໄທ ລວມ​ເຖິງ​ນັກທຸລະກິດ​ໃນ​ລາວ​ເອງ​ນັ້ນ​ ຕ່າງ​ກໍ​ໄດ້​ພາກັນ​ສະ​ແດງ​ເຈດ​ຈໍານົງ
ທີ່​ຈະ​ເຂົ້າ​ໄປ​ລົງ​ທຶນໃນ​ເຂດ​ເສດຖະກິດ​ພິ​ເສດ​ຄອນ​ພະ​ເພັງ​ແລ້ວ​ເຖິງ 8 ບໍລິສັດ ​ແລະ​ເຊື່ອ​ວ່າ
ຍັງ​ຈະ​ມີ​ອີກຫຼາຍບໍລິສັດ​ທີ່​ຈະພາກັນຫຼັ່ງ​ໄຫຼ​ເຂົ້າ​ໄປ​ລົງ​ທຶນ​ເພີ່ມ​ຂຶ້ນ​ອີກ ​ໃນ​ໄລຍະຕໍ່​ໄປ.

XS
SM
MD
LG