ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

Chad ຖິ້ມລະເບີດໃສ່ພວກ ໂບໂກ ຮາຣາມ ໃນ ໄນຈີເຣຍ


ແຜນທີ່ປະເທດ Chad
ແຜນທີ່ປະເທດ Chad

ປະເທດ Chad ​ໄດ້​ກ່າວ​ ວັນ​ພະ​ຫັດ​ມື້​ນີ້ວ່າ ກອງທັບ​ຂອງ​ຕົນ​ໄດ້
​ປະຕິບັດ​ການ ​ໂຕ້​ຕອບ​ທາງ​ອາກາດ ຕໍ່​ພວກ​ຫົວ​ຮຸນແຮງ ໂບໂກ
ຮາຣາມ ​ໃນ​ປະ​ເທດ​ເພື່ອນ​ບ້ານ ​ໄນ​ຈີ​ເຣຍ ຫຼັງ​ຈາກເກີດລະ​ເບີດ
ສະຫຼະຊີບ​ຄູ່​ໜຶ່ງ​ໃນ​ຕົ້ນ​ຂອງ​ສັບປະດາ​ນີ້ ຢູ່ນະຄອນຫຼວງ Chad
ທີ່​ໄດ້​ເຮັດໃຫ້​ຢ່າງ​ໜ້ອຍ ​33 ຄົນເສຍຊີວິດ.

ກອງທັບ Chad ກ່າວ​ໃນ​ຖະ​ແຫລ​ງການ​ວ່າ ການ​ໂຈມ​ຕີທາງ​ອາ
ກາດ​ໄດ້​ແນເປົ້າ​ໃສ່​ ຄ້າຍ​ພວກຫົວຮຸນແຮງ ຫົກ​ແຫ່ງ ​ແລະ ​ເຮັດ​
ໃຫ້ “ມີ​ການ​ສູນ​ເສຍຊີວິດ​ມະນຸດ​ ແລະວັດຖຸຢ່າງຫຼວງຫຼາຍ
ສົມຄວນ.”
ບໍ່​ມີ​ຂໍ້​ມູນ​ກ່ຽວ​ກັບ​ຈຸ​ດ ທີ່​ໄດ້​ມີ​ການ​ໂຈມ​ຕີຢູ່ໃສ.

ເຫດລະ​ເບີດ​ຮ້າຍແຮງ​ໃນ​ວັນ​ຈັນ​ທີ່​ຜ່ານ​ມາ ໄດ້ເກີດຂຶ້ນ​ຢູ່​ກອງບັນຊາການໃຫຍ່​ຕຳຫຼວດແລະ
​ໂຮງຮຽນ​ຕຳຫຼວດ ​ໃນ​ເມືອງ N’Djamena ​ບ່ອນ​ທີ່​ເຮັດ​ໃຫ້​ມີ​ຫຼາຍກວ່າ 100 ຄົນ ​ໄດ້​ຮັບ​ບາດ​ເຈັບເຊັ່ນ​ກັນ.

ນາຍົກລັດຖະມົນຕີ Kalzeube Pahimi​ ​ໄດ້ກ່າວໃນ​ວັນ​ພຸ​ດວານ​ນີ້​ວ່າ ​ເພື່ອຕອບ​ໂຕ້​ຕໍ່​ການ
​ໂຈມ​ຕີດັ່ງກ່າວ​ ລັດຖະບານໄດ້ຫ້າມ​ໃສ່ ຫຼື ຂາຍ​ຜ້າ​ຄຸ​ມຫົວ ຫຼື Burqas ຢູ່​ໃນ​ປະ​ເທ​ດ.

XS
SM
MD
LG