ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ກຳລັງ ສປຊ​ ໃນອາຟຣິກາກາງ ປະເຊີນກັບ ຂໍ້ຫາລວນລາມ ທາງເພດຄັ້ງໃໝ່


ກຳລັງຮັກສາສັນຕິພາບ ສປຊ ໃນອາຟຣິກາກາງ
ກຳລັງຮັກສາສັນຕິພາບ ສປຊ ໃນອາຟຣິກາກາງ

ຄະນະ​ປະຕິບັດ​ງານ ສະຫະ​ປະຊາ​ຊາດ ຢູ່​ໃນສາທາລະນະລັດ ​
ອາ​ຟຣິກາ​ກາງກ່າວ​ວ່າ ຕົນກຳລັງ​ສືບສວນເບິ່ງການ​ກ່າວ​ຫາຄັ້ງ
​ໃໝ່ກ່ຽວ​ກັບ​ການ​ສວຍ​ໃຊ້ ​ແລະລ່ວງ​ລະ​ເມີດທາງ​ເພດ​ໂດຍກໍາ
ລັງ​ຮັກສາ​ສັນ​ຕິພາບສະຫະ​ປະຊາ​ຊາດແລະ​ກຳລັງ​ນາໆ​ຊາດຢູ່
​ໃນນະຄອນຫລວງ​ຂອງ​ປະ​ເທດດັ່ງກ່າວ.

ຄະນະ​ປະຕິບັດ​ງານສະຫະ​ປະຊາ​ຊາດທີ່​ເອີ້ນວ່າ MINUSCA
ບໍ່​ໄດ້​ແຈ້ງ​ໃຫ້ຊາບ​ກ່ຽວ​ກັບ​ການ​ກ່າວ​ຫາ​ ໃນຖະ​ແຫຼ​ງການທີ່​ນຳ​
ອອກ​ເຜີຍ​ແຜ່​ໃນ​ວັນ​ອັງຄານວານ​ນີ້ແຕ່​ໄດ້​ກ່າວ​ວ່າ ພະນັກງານ
​ຂອງອົງການ​ກອງ​ທຶນເດັກສະຫະ​ປະຊາ​ຊາດ ​ພົບ​ພໍ້​ກັບຜູ້​ເຄາະ
​ຮ້າຍ​ສີ່​ຄົນທັງ​ໝົດ​ເປັນແມ່ຍິງ​ແລະ​ພວມ​ໃຫ້ກາ​ນຊ່ວຍ​ເຫ​ຼືອ​ເຂົາ
​ເຈົ້າ ​ໃຫ້​ໄດ້​ຮັບ​ການ​ປິ່ນປົວ ​ແລະ​ຊັ່ງຊາ​ກ່ຽວ​ກັບຄວາມ​ຕ້ອງການທາງ​ດ້ານ​ຈິດ​ຕະແພດ.

ມີ​ການ​ກ່າວ​ຫາ​ກ່ອນໜ້ານີ້ຢ່າງ​ໜ້ອຍ 17 ​ເທື່ອ ກ່ຽວ​ກັບການ​ປະພຶດ​ທີ່ບໍ່​ຖືກ​ຕ້ອງ​ທາງເພດ​
ໂດຍສະມາຊິກ​ຂອງ​ຄະນະປະຕິບັດ​ງານ​ສະຫະ​ປະຊາ​ຊາດ ​ຢູ່ໃນ​ສາທາລະນະ​ລັດອາຟຣິ
ກາ​ກາງ. ​ ການ​ກ່າວ​ຫາ​ເຫຼົ່ານີ້ ​ໄດ້​ພາ​ໃຫ້​ເລຂາທິການ​ໃຫຍ່ສະຫະ​ປະຊາ​ຊາດ ທ່ານ Ban
Ki-moon ​ປົດ​ຜູ້ຕາງໜ້າພິ​ເສດສູງ​ສຸດປະຈຳ​ອາ​ຟຣິກາ​ກາງທ່ານ Babacar Gaye ອອກ
​ຈາກ​ໜ້າ​ທີ່ ​ໃນ​ເດືອນ​ສິງຫາ​ປີ​ກາຍ.

ຄະນະ​ປະຕິບັດ​ງານສະຫະປະຊາຊາດຫຼຶຶ MINSUCA ກ່າວ​ໃນ​ວັນ​ອັງຄານ​ວານ​ນີ້​ວ່າ ຫົວ
ໜ້າ​ປະຕິບັດ​ງານ ທ່ານ Parfait Onanga-Anyanga ​ໄດ້​ພົບ​ປະ​ກັບ​ເຈົ້າໜ້າ​ທີ່ທະຫານ
​ສະຫະ​ປະຊາ​ຊາດແລະ​ຕຳຫລວດທີ່​ນະຄອນ Bangui ​ແລະ​ເຕືອນ​ເຂົາ​ເຈົ້າ​ວ່າ ສະຫະ​ປະ
ຊາ​ຊາດ​ຈະ​ບໍ່ເພິ​ງພໍ​ໃຈກ່ຽວ​ກັບ​ຜູ້ກະທຳ​ຜິດທາງ​ເພດຫລືພວກ​ສົມຮູ້​ຮ່ວມ​ຄິດຂອງ​ເຂົາ​ເຈົ້າ.

ມີ​ການ​ອ້າງ​ຄຳ​ເວົ້າຂອງທ່ານ​ທີ່​ກ່າວ​ວ່າ “ບໍ່ມີ​ບ່ອນ​ໃດ​ ຢູ່​ໃນກໍາລັງ​ຮັກສາ​ສັນ​ຕິພາບສະຫະ​
ປະຊາ​ຊາດແກ່​ບັນດາ​ຜູ້​ທໍລະ​ຍົດ​ຕໍ່​ຄວາມ​ໄວ້​ວາງ​ໃຈ​ຂອງ​ບັນດາ​ຜູ້ຄົນ​ທີ່​ພວກ​ເຮົາ​ມາ​ຊ່ວຍ
ຢູ່​ທີ່​ນີ້​.”

ຫົວ​ໜ້າ​ປະຕິບັດ​ງານກ່າວ​ວ່າ ການ​ຊອກຄົ້ນ​ຫາ​ຄວາມ​ຈິງ ກຳລັງ​ດຳ​ເນີ​ນ​ໄປ​ຢູ່​ແລະ​ໄດ້ຮຽກ
ຮ້ອງ​ໃຫ້ບັນດາປະ​ເທດ​ ທີ່​ເປັນ​ບ່ອນຢູ່​ຂອງ​ຜູ້​ຕ້ອງ​ສົງ​ໄສຈົ່ງທຳການ​ສືບສວນ​ຂອງ​ເຂົາ​ເຈົ້າ​
ເອງ.

XS
SM
MD
LG