ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປະທານາທິບໍດີ ສທລ ອາຟຣິກາກາງ ຫລົບໜີໄປຢູ່ ກາມາຣູນ (ວີດິໂອ)


ທ່ານ Michel Am-Nondokro Djotodia, ຜູ້ນໍາຂອງ ແນວໂຮມພວກກະບົດ Seleka ທີ່ແຕ່ງຕັ້ງຕົນເອງ ໃຫ້ເປັນຜູ້ນໍາຂອງສາທາລະນະລັດອາຟຣິກາກາງຄົນໃໝ່ ໄດ້ໄປເຖິງບ່ອນເຈລະຈາກັນ ຢູ່ສະໜາມບິນ Libreville ໃນວັນທີ 7 ມັງກອນ 2013
ທ່ານ Michel Am-Nondokro Djotodia, ຜູ້ນໍາຂອງ ແນວໂຮມພວກກະບົດ Seleka ທີ່ແຕ່ງຕັ້ງຕົນເອງ ໃຫ້ເປັນຜູ້ນໍາຂອງສາທາລະນະລັດອາຟຣິກາກາງຄົນໃໝ່ ໄດ້ໄປເຖິງບ່ອນເຈລະຈາກັນ ຢູ່ສະໜາມບິນ Libreville ໃນວັນທີ 7 ມັງກອນ 2013
ປະທານາທິບໍດີສາທາລະນະລັດອາຟຣິກາກາງ ຫລື CAR ທີ່
ຖືກປົດຕໍາແໜ່ງນັ້ນ ໄດ້ຫລົບໜີໄປຢູ່ໃນ Cameroon ໃນຂະນະ
ທີ່ພວກກະບົດ ທີ່ໂຄ່ນລົ້ມ ທ່ານນັ້ນ ແຕ່ງຕັ້ງຜູ້ນໍາປະເທດຄົນໃໝ່
ແລະສັນຍາວ່າ ຈະຈັດໃຫ້ມີການເລືອກຕັ້ງຂຶ້ນພາຍໃນ 3 ປີ.

ພວກເຈົ້າໜ້າທີ່ໃນນະຄອນຫລວງ Yaounde ຂອງ Cameroon
ຢືນຢັນວ່າ ປະທານາທິບໍດີ Francois Bozize ຂອງສາທາລະນະ
ລັດອາຟຣິກາກາງ ໄດ້ ໄປເຖິງທີ່ນັ້ນ ລຸນຫລັງທີ່ໄດ້ຫລົບໜີບັ້ນສູ້
ລົບທີ່ເຮັດໃຫ້ທະຫານອາຟຣິກາໃຕ້ 13 ຄົນເສຍຊີວິດນັ້ນ.

ທ່ານ Michel Djotodia ຫົວໜ້າຂອງແນວໂຮມພວກກະບົດ
Seleka ໄດ້ແຕ່ງຕັ້ງຕົນເອງ ໃຫ້ເປັນຜູ້ນໍາຂອງສາທາລະນະລັດອາຟຣິກາກາງຄົນໃໝ່ ແລະເວົ້າວ່າ ຈະມີຈັດໃຫ້ມີການເລືອກຕັ້ງຂຶ້ນພາຍໃນ 3 ປີ. ທ່ານ Nicholas Tiangaye
ຜູ້ນໍາຝ່າຍຄ້ານຝ່າຍພົນລະເຮືອນ ຈະຮັກສາຕໍາແໜ່ງນາຍົກລັດຖະມົນຕີຕາມ ທີ່ຖືກມອບ
ໝາຍໃຫ້ຕາມຂໍ້ຕົກລົງໃນການແບ່ງປັນອໍານາດກັນ ໃນເດືອນມັງກອນຜ່ານມາ.

ປະຊາຊົນໃນນະຄອນຫຼວງບັງກີເວົ້າວ່າ ມີການປຸ້ນຈີ້ກັນຢ່າງແຜ່ຫລາຍ ໂດຍທັງພວກກະ
ບົດ ແລະພົນລະເຮືອນ ຢູ່ໃນນະຄອນດັ່ງກ່າວ. ພວກຊາວເມືອງ ຍັງຂາດນໍ້າໃຊ້ ແລະໄຟ
ຟ້າ ມາເປັນເວລາຫລາຍວັນແລ້ວ.

ທາງດ້ານອົງການສະຫະປະຊາຊາດເວົ້າວ່າ ຕົນກໍາລັງຍົກຍ້າຍພະນັກງານ ທີ່ບໍ່ຈໍາເປັນ
ຂອງຕົນອອກຈາກເມືອງດັ່ງກ່າວ.

ເບິ່ງວີດິໂອກ່ຽວກັບຂ່າວນີ້:

XS
SM
MD
LG