ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພັກນິຍົມແນວທາງກາງ-ຂວາ ຊະນະການ ເລືອກຕັ້ງທ້ອງຖິ່ນໃນ ບຣາຊິລ


ທ່ານ Marcelo Crivella, ໂຄສະນາຫາສຽງເປັນເຈົ້າຄອງລັດ Rio de Janeiro ສຳລັບພັກຣີພັບບລີກັນ ບຣາຊິລ, ໃນເມືອງ Copacabana, ນະຄອນ Rio de Janeiro, ບຣາຊິລ. 29 ກັນຍາ, 2014.
ທ່ານ Marcelo Crivella, ໂຄສະນາຫາສຽງເປັນເຈົ້າຄອງລັດ Rio de Janeiro ສຳລັບພັກຣີພັບບລີກັນ ບຣາຊິລ, ໃນເມືອງ Copacabana, ນະຄອນ Rio de Janeiro, ບຣາຊິລ. 29 ກັນຍາ, 2014.

ປະຊາຊົນ ບຣາຊິລ ໄດ້ລົງຄະແນນສຽງໃນການເລືອກຕັ້ງລະດັບເທດສະບານໃນວັນອາ ທິດວານນີ້ ແລະ ບັນດາຜູ້ຊ່ຽວຊານກ່າວວ່າ ຜົນທີ່ອອກມາ ອາດມີອິດທິພົນຕໍ່ການເລືອກ ຕັ້ງປະທານາທິບໍດີໃນປີ 2018.

ປະທານາທິບໍດີ ທ່ານ Michel Temer ຈາກພັກຂະບວນການປະຊາທິປະໄຕ ບຣາຊິລ ຫຼື PMDB ທີ່ນິຍົມແນວທາງ ກາງ-ຂວາ ແລະ ບັນດາພັກພັນທະມິດເຊັ່ນພັກປະຊາທິປະໄຕ ສັງຄົມນິຍົມ ບຣາຊິລ ຫຼື PSDB ແມ່ນຜູ້ທີ່ໄດ້ຊະນະເລີດຄັ້ງໃຫຍ່ທີ່ສຸດ.

ນັກລັດທະສາດທ່ານ Geraldo Tedeu ໄດ້ກ່າວວ່າ “ພັກການເມືອງພວກນັ້ນ, ທີ່ໄດ້ ເຂັ້ມແຂງຂຶ້ນມາຕອນນີ້ໃນປີ 2016, ຈະມີສະພາບທີ່ດີກວ່າ ເພື່ອສະເໜີຜູ້ລົງແຂ່ງຂັນ ເອົາຕຳແໜ່ງປະທານາທິບໍດີໃນປີ 2018. ດ້ວຍເຫດນີ້ຈຶ່ງຍົກໃຫ້ພັກ PMDB ແລະ ພັກ PSDB ເປັນສອງຕົວເອກຂອງການເລືອກຕັ້ງປີ 2018 ນີ້.”

ພັກກຳມະກອນຂອງ ບຣາຊິລ ຫຼື PT ໄດ້ຜ່າຍແພ້ຄັ້ງໃຫຍ່ໃນການແຂ່ງຂັນຂັ້ນຊີ້ຂາດຄັ້ງ ທຳອິດໃນທ້ອງຖິ່ນ ນັບຕັ້ງແຕ່ໄດ້ມີການຮ້ອງຟ້ອງທ່ານນາງ Dilma Rousseff ເປັນຕົ້ນ ມາ.

ລາຍງານໃນທ້ອງຖິ່ນກ່າວວ່າ ປະຊາຊົນ ບຣາຊິລ ຕ້ອງການການປ່ຽນແປງ ໃນຂະນະທີ່ ພວກເຂົາເຈົ້າສືບຕໍ່ດີ້ນຮົນ ໃນລະຫວ່າງວິກິດກາດເສດຖະກິດຕົກຕ່ຳທີ່ຮ້າຍແຮງທີ່ສຸດ ຄັ້ງໜຶ່ງຂອງປະເທດ ແລະ ຜົນກະທົບຂອງຂ່າວນອງນັນຂອງບໍລິສັດນ້ຳມັນ Petrobras, ເຊິ່ງເປັນບໍລິສັດນ້ຳມັນລັດຖະບານ ທີ່ເປັນຈຸດໃຈກາງ ຂອງແຜນການຊື້ຈ້າງຈອບອອຍ ລັດຖະບານຢ່າງແຜ່ລາມ.

ນອກນັ້ນ ພັກ PT ຍັງບໍ່ມີຕົວສັບປ່ຽນເພື່ອມາເລືອກປະທານາທິບໍດີ, ອີງຕາມບັນດາຜູ້ຊ່ຽວ ຊານ. ສະມາຊິກສະພາສູງ ບຣາຊິລ ໄດ້ລົງຄະແນນສຽງເພື່ອຍົກຍ້າຍທ່ານນາງ Rousseff ອອກຈາກຕຳແໜ່ງຍ້ອນການສໍ້ໂກງງົບປະມານ, ເຊິ່ງເປັນການກະທຳ ກ່ຽວ ກັບ ການນຳໃຊ້ເງິນຂອງລັດ ເພື່ອໃຊ້ເປັນທຶນໃຫ້ກັບໂຄງການລັດຖະບານ ຫຼື ໂຄງການ ທາງສັງຄົມຂອງລັດຖະບານກາງ ໂດຍບໍ່ໄດ້ມີການຮັບຮອງຈາກລັດຖະສະພາ.

ທ່ານ Tedeu ກ່າວວ່າ “ພັກ PT ໄດ້ສູນເສຍບຸກຄົນສຳຄັນຂອງພວກເຂົາເຈົ້າ ດັ່ງນັ້ນພັກ ຝ່າຍຊ້າຍນີ້ຈະຕ້ອງໄດ້ສ້າງຕັ້ງຕົນເອງຂຶ້ນມາໃໝ່ໃນຫຼາຍປີຂ້າງໜ້າ. ພັກ PT ຈະຕ້ອງ ໄດ້ຕໍ່ສູ້ກັບຄວາມເປັນຜູ້ນຳຂອງຕົນເອງອີກຄັ້ງໜຶ່ງພາຍໃນພັກຝ່າຍຊ້າຍ ບຣາຊິລ ນີ້ ໃນຂະ ນະທີ່ລັດຖະບານແນ່ນອນວ່າຈະມີນະໂຍບາຍອຽງໄປກາງ-ຂວາ ແລະ ຈະບໍ່ ແມ່ນ ກາງ-ຊ້າຍ."

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Brazil Elections
please wait
Embed

No media source currently available

0:00 0:01:26 0:00

XS
SM
MD
LG