ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສູນຊ່ອຍເຫຼືອ ຊີວິດ ການເປັນຢູ່ ໃນອາເມຣິກາ ສຳຫລັບ ຊາວອົບພະຍົບ


Center Helps Refugees with American Life
please wait

No media source currently available

0:00 0:08:27 0:00

ເບິ່ງວີດີໂອ ລາຍງານເລື້ອງ ສູນຊ່ອຍເຫຼືອ ຊີວິດ ການເປັນຢູ່ ໃນອາເມຣິກາ ສຳຫລັບ ຊາວອົບພະຍົບ

ຟັງລາຍງານເລື້ອງນີ້ເປັນພາສາອັງກິດ


ຟັງລາຍງານເລື້ອງນີ້ເປັນພາສາລາວ

ສິ່ງທຳອິດທີ່ ນາງ Than Than ຈື່ໄດ້ ໃນເວລາ ນາງມາຮອດ
ອາເມຣິກາ ກໍ​ຄືສະພາບອາກາດ.

ນາງ Than Than ເວົ້າວ່າ “ມັນໜາວຫຼາຍ ຂ້ອຍບໍ່ເຄີຍໜາວຄືແນວນີ້ມາກ່ອນເລີຍ. ຂ້ອຍບອກແມ່ຂ້ອຍວ່າ ຫົວຂ້ອຍ​ເປັນຄືກັນກັບນ້ຳກ້ອນນີ້​ແຫຼ໊ະ.”

ນາງ Than Than ເກີດຢູ່ສູນອົບພະຍົບໃນປະເທດໄທ. ລາວ​ສັງກັດ​ຢູ່​ໃນຊົນເຜົ່າກຸ່ມນ້ອຍ
ທີ່ເອີ້ນວ່າ ກະລ່ຽງ ທີ່ຖືກທາງການປະຫັດປະຫານ​. ຄົນກະລ່ຽງແມ່ນມາຈາກປະເທດມຽນມາ ຫຼືເຄີຍເອີ້ນກັນວ່າພະມ້າ. ຊາວກະລ່ຽງຫຼາຍແສນຄົນ ໄດ້ຫລົບໜີອອກຈາກມຽນມາ ເພື່ອຫລົບໜີ ຄວາມຂັດແຍ້ງ ລະຫວ່າງຊົນເຜົ່າ ທີ່ໄດ້ເລີ້ມຕົ້ນມາ ຫຼາຍກວ່າ 60 ປີກ່ອນ. ຫຼາຍໆຄົນອາໄສຢູ່ສູນອົບພະຍົບ ຢູ່ໃນເຂດປະເທດໄທ ທີ່ເອີ້ນວ່າ ສູນແມ່ຫລ້າ. ຄອບຄົວ ຂອງນາງ ໄດ້​ເຂົ້າມາຢູ່ອາເມຣິກາ ​ເມື່ອ 5 ປີກ່ອນ ເວລານາງອາຍຸ​ໄດ້ພຽງ 12 ປີ. ບ້ານ​ເຮືອນ​ໃໝ່ຂອງ​ນາງແມ່ນນະຄອນ Philadelphia ຊຶ່ງເປັນເມືອງໃຫຍ່ທີ່ສຸດອັນດັບ ທີ 5 ຂອງອາເມຣິກາ.

ນາງ Than Than ເວົ້າວ່າ “ມັນຄືກັນກັບວ່າ ຂ້ອຍຍ້າຍ​ເຂົ້າ​ມາຢູ່​ໃນໂລກ​ໃໝ່​ໜີ້​ລະ. ມັນຫຍຸ້ງຍາກຫຼາຍ.”

ທຸກໆປີ​ໃດ ຈະ​ມີຊາວອົບພະຍົບ ຫຼາຍຮ້ອຍຄົນ ​ເຂົ້າ​ມາ​ຕັ້ງ​ຖິ່ນ​ຖານ​ຢູ່ ນະຄອນ Philadelphia ຊຶ່ງເປັນບ່ອນທີ່ຮູ້​ກັນ​ອີກ​ວ່າ “ເມືອງຮັກຫອມ​ກັນ​ແບບອ້າຍນ້ອງ ຫຼື City of Brotherly Love.” ຊາວອົບພະຍົບທັງຫຼາຍ ພາກັນຄາດຫວັງວ່າຈະໄດ້ເຫັນ ອາເມຣິກາທີ່ມີ​ຄວາມຫລູຫລາ ດັ່ງທີ່ພວກເຂົາເຈົ້າ​ເຄີຍ​ໄດ້​ເຫັນກັນ ໃນສື່ມວນ​ຊົນ​ຕ່າງໆ ເຊັ່ນເປັນດິນແດນທີ່​ເຕັມ​ໄປ​ດ້ວຍລົດຄັນໃຫຍ່ໆ ເຮືອນຫຼັງໃຫຍ່ໆ ແລະ ຫາເງິນ​ໄດ້​ຢ່າງ​ສະບາຍ.

ທ່ານນາງ Melissa Fogg ເປັນຜູ້ຊ່ຽວຊານດ້ານສຸຂະພາບຈິດປະຈຳສູນບໍລິການເດັກ
ແລະຄອບຄົວ ຂອງສາສນາ​ຂະ​ແໜງ Lutheran.

ທ່ານນາງ Fogg ເວົ້າວ່າ “ອົບພະຍົບໝົດທຸກໆຄົນທີ່​ພວກ​ເຮົາ​ໄດ້​ຊ່ອຍ​ເຫຼືອ ແມ່ນມີ​ບັນຫາ​ການປັບໂຕຢ່າງໃຫຍ່ຫຼວງ ໃນດ້ານທີ່ພວກເຂົາເຈົ້າໄດ້ຄາດຫວັງໄວ້ວ່າ ຈະ
ໄດ້ເຫັນຢູ່ໃນສະຫະລັດ ກັບຄວາມເປັນຈິງ ຂອງສະພາບການເປັນຢູ່​ແທ້ໆ.”

ສ່ວນທ່ານນາງ Shira Walinsky ຜູ້ເປັນສິລະປິນ ທີ່ເຮັດວຽກກັບຊຸມຊົນອົບພະຍົບຂອງ Philadelphia ກໍ​ເວົ້າ​ວ່າ “ເຈົ້າຮູ້​ເລີຍ ວ່າ ເຈົ້າຈະໄປຕົກ​ໃສ. ​ເຈົ້າ​ຮູ້​ແຕວ່າ​ເຈົ້າ​ຈະ​ໄປສະຫະລັດ ແຕ່ສ່ວນວ່າ​ເຈົ້າ​ຈະ​ໄປ​ຕົກເມືອງໃດນັ້ນ ເຈົ້າຈະຮູ້ໄດ້​ແຕ່ພາຍ​ໃນ ສອງມື້ລ່ວງໜ້າ​ເທົ້າ​ນັ້ນ. ‘ໂອ້ ຂ້ອຍສິໄປຕົກ Philadelphia. Philadelphia ຢູ່ໃສ? ນັ້ນ ໝາຍຄວາມວ່າແນວໃດ?’”

ສຳຫລັບ ຊຸມຊົນອົບພະຍົບຂອງ Philadelphia ຫຼາຍໆຄົນ​ແລ້ວ ມັນໝາຍຄວາມວ່າ ​ເປັນ ຄວາມໂດດດ່ຽວ ແລະ​ເປັນຄວາມຝັນທີ່ສັບສົນ.

ຊາວອົບພະຍົບ ໂດຍທົ່ວ​ໄປແລ້ວ ມັກ​ຈະ​ໄປ​ຕົກ​ຢູ່​ຄຸ້ມ​ສັບສົນ ໂຫດຮ້າຍທີ່ສຸດ ​ໃນ​ຕອນ​ໃຕ້
ຂອງ Philadelphia. ພວກລູກເຕົ້າຂອງເຂົ້າເຈົ້າມັກ ຈະເປັນເປົ້າໝາຍງ່າຍໆ ສຳຫລັບ
ການຖືກຂົ່ມເຫັງຢູ່​ ໃນ​ລະບົບ​ໂຮງ​ຮຽນ​ຫຼວງ ສ່ວນນ້ອຍ ກໍ​ຈະ​ໄດ້​ຮັບປະສົບການກັບສະພາບ ອາກາດທີ່ໜາວເຢັນ ຫຼື ​ໄປອາໄສຢູ່ໃນເມືອງໃຫຍ່ຕ່າງໆ. ທ່ານນາງ Fogg ເຮັດວຽກໃກ້
ຊິດກັບຊາວອົບພະຍົບເອເຊຍຕາເວັນອອກສຽງໃຕ້ ທີ່ອາໄສຢູ່ໃນເມືອງ.

ທ່ານນາງ Fogg ເວົ້າວ່າ “ຄຸ້ມນີ້ ມັນໂຫດ. ເຖິງແມ່ນວ່າ ມັນຈະ​ສ້າງ​ປະ​ໂຫຽດ​ໃຫ້​ແກ່
ຊາວ ອົບພະຍົບຈາກເອເຊຍຕາເວັນອອກສຽງໃຕ້ ແລະຊາວອົບພະຍົບອື່ນໆ ກໍ ຕາມ ແຕ່ມັນກໍ ເປັນຄຸ້ມຂອງຄົນອາເມຣິກັນ ເຊື້ອສາຍອາຟຣິກາ ຕັ້ງແຕ່ດັ່ງເດີມ ​
ແລະກ່ອນໜ້ານັ້ນ ມັນເປັນຄຸ້ມຂອງຊາວອາເມຣິກັນ ເຊື້ອສາຍ Ireland ແລະ
Italy. ສະນັ້ນ ມັນເລີຍມີປະຫວັດວ່າ​ເປັນບ່ອນ​ຕັ້ງ​ບ້ານ​ເຮື​ອນ ຂອງຊາວອົບພະຍົບ
ແຕ່ໃນຂະນະດຽວກັນກໍ​ແມ່ນວ່າ ມັນມີຄວາມເຄັ່ງ ຕຶງຫຼາຍລະຫວ່າງຊາວອົບພະຍົບ ກຸ່ມທີ່ແຕກຕ່າງກັນ ຢູ່ທີ່ແຫ່ງນີ້.”

ສູນ ຕາເວັນອອກສຽງໃຕ້ ໂດຍຊາວຕາເວັນອອກສຽງໃຕ້ ແມ່ນສູນກາງຊຸມຊົນ ສຳຫລັບຊາວ ອົບພະຍົບ ໃນເຂດ Philadelphia ໃຕ້. ທ່ານ​ນາງ Melissa Fogg ​ແລະ ທ່ານນາງ Shira Walinsky ​ໄດ້​ລິເລີ້ມສະຖານ​ທີ່​ແຫ່ງ​ນີ້ ​ເມື່ອ 3 ປີ​ກ່ອນ.

ທ່ານນາງ Walinsky ເວົ້າວ່າ “ຈຸດປະສົງອັນແທ້ຈິງຂອງສູນນີ້ ແລະໂຄງການທັງໝົດ
ນີ້ ແມ່ນເປັນການສະເຫລີມສະຫລອງຊັບສິນຕ່າງໆຂອງຊຸມຊົນ. ແທນທີ່ຈະຄິດວ່າ
ໂອ້ ຖ້າເຈົ້າມາ ທີ່ນີ້ໃນຖານະອົບພະຍົບ ​ແມ່ນເຈົ້າມາ​ໃນຖານະຂາດ​ແຄນ ​ແຕ່ມັນ​
ຄວນ​ເປັນ​ການມາ​ເພື່ອສະ​ເຫລີມສະຫລອງ​ ສິ່ງ​ທີ່​ເຈົ້າມີ​ຢູ່​ແລ້ວນັ້ນຫຼາຍກວ່າ.
ສະນັ້ນ ພາສາ ອາຫານການ​ກິນ ວັດທະນະທຳ ​ເຫຼົ່ານັ້ນ ຄວາມ​ຈິງ​ແລ້ວເປັນ​ສ່ວນ​
ທີ່​ບົ່ງ​ບອກ​ເຖິງ​ເອກ​ກະ​ລັກ​ຂອງ​ເຈົ້າ. ​ແລະການ​ສະ​ເຫລີ​ມສະຫລອງ ພາກ​ສ່ວນ​ເຫຼົ່າ​
ນັ້ນ ມັນ​ເຮັດ​ໃຫ້​ເຈົ້າມີ​ຄວາມ​ຮູ້ສຶກ​ມີ​ຄວາມເຊື່ອມໂຍງຜູກ​ພັນ.”

ພວກ​ອົບ​ພະ​ຍົບສ່ວນ​ໃຫຍ່ ທີ່ມາ​ອາ​ເມ​ຣິກາ ​ແມ່ນມາ​ກັບ​ຄວາມ​ຮູ້​ດ້ານ​ພາສາ​ອັງກິດ​ພຽງ​ໜ້ອຍ​ດຽວ ຫຼື ບໍ່​ຮູ້​ເລີຍ. ​ທາງເມືອ​ງ​ຈຶ່ງ​ໃຫ້ການບໍລິການ​ດ້ານ​ແປ​ພາສາ ​ເພື່ອ​ໃຫ້​ຊາວ​ອົບ​ພະຍົບສາມາດ​ໄດ້​ຮັບ​ກາ​ນຊ່ອຍ​ເຫຼືອ ຈາກ​ຫລວງ. ສູນຕາເວັນອອກສຽງໃຕ້ ໂດຍຊາວ
ຕາເວັນອອກສຽງໃຕ້ ມີຫ້ອງ​ຮຽນ​ພາສາ​ອັງກິດໃຫ້ຮຽນ ​ເພື່ອເພັ່ງ​ເລັງ​ໃສ່​ດ້ານ​ການ​ປະຕິບັດ
​ຕົວຈິງຂອງ​ຊິວິດ.

ທ່ານ​ນາງ Fogg ​ເວົ້າວ່າ “ຢູ່ໃນຫ້ອງ​ຮຽນ ​ອັງກິດ​ເປັນ​ພາສາ​ທີ​ສອງ ຫຼື ESL ຂອງ​ພວກ​ເຮົາ ພວກ​ເຮົາ​ເຝິກ​ແອບວິທີ​ໄປ​ຮ້ານ​ຄ້າ ​ໄປ​ຫໍ​ສະມຸດ ວິທີ​ເວົ້າກັບ​ນາຍຄູ​ຂອງ​ເຈົ້າ ວິທີຖາມເອົາມື້​ນັດພົບ​ກັບ​ທ່ານໝໍ. ສິ່ງ​ຕ່າງໆ ທີ່​ຊ່ອຍ​ເຫຼືອ​ພວກ​ຄົນ​ເຫຼົ່ານັ້ນ ​ໃຫ້​ດຳລົງ​ຊີວິດ​ໄປໄດ້ແຕ່​ລະ​ມື້​ ຢ່າງ​ແທ້​ຈິງ.”

​ໃນຫຼາຍໆ​ກໍລະ​ນີ ຊາວ​ອົບ​ພະຍົບຖ້າ​ຍັງໜຸ່ມ​ນ້ອຍຫຼາຍ​ເທົ່າ​ໃດ​ ກໍຍິ່ງ​ເປັນ​ການ​ດີ ໃນ​ການ​ປາກ​ເວົ້າພາສາ​ອັງກິດ​ໄດ້​ດີ​ຂຶ້ນ​ເລື້ອຍ​ໆ.

ໃນ​ອີກ​ດ້ານ​ນຶ່ງ ພໍ່​ແມ່​ພວກ​ເຂົາ​ເຈົ້າ ​ ສ່ວນຫຼາຍ​ເຊົາ​ເວົ້າພາສາ​ອັງກິດ​ໄປ​ເລີຍ.

ນາງ Than Than ​ເວົ້າວ່າ “ມັນ​ຄື​ວ່າ ຍາກ​ຫຼາຍແທ້ໆ ສຳ​ຫລັບ​ພວກເພິ່ນ ທີ່​ຈະ​
ຮ່ຳຮຽນ ​ແລະ ຕໍ່​ມາ​ພວກເພິ່ນກໍ​ລືມ​ມັນໄປເລີຍ ຢ່າງ​ງ່າຍດາຍ…ຄື​ວ່າ​ບາງ​ເວລາ
ພວກ​ເຮົາ​ຕ້ອງ​ໄປ​ຫາ​ໝໍ. ​ເຂົາ​ເຈົ້າຈະ​ຂໍ​ໃຫ້ເຮົາ​ພາ​ພວກ​ເພິ່ນ​ໄປ​.”

ທ່ານ​ນາງ Walinsky ​ເວົ້າວ່າ “ສະພາບ​ຂອງ​ອຳນາດ​ໄດ້​ຫັນປ່ຽນ ຍ້ອນ​ພວກ​ເດັກ
ນ້ອຍ ອາດ​ຮູ້​ພາສາ​ຕົນ​ເອງ ຮ່ຳຮຽນ​ອັງກິດ​ໄດ້​ງ່າ​ຍຫຼາຍກວ່າ​ນ້ອຍ​ນຶ່ງ ພວກ​ເຂົາ​
ເຈົ້າ​ ອາດ​ເປັນ​ຜູ້​ທີ່​ແປ​ພາສາ​ໃຫ້​ແກ່ພໍ່​ແມ່ ສະນັ້ນ ​ແທ້ໆ​ແລ້ວມັນຈ່ຶງ​ເປັນຄວາມ​
ຮັບຜິດຊອບອັນ​ໃຫຍ່ຫຼວງ​ ສຳ​ຫລັບພວກ​ເດັກນ້ອຍ.”

ການ​ຮ່ຳຮຽນ​ອັງກິດ ​ແມ່ນ​ເປັນ​ການຍາກ​ລຳບາກ​ສຳ​ຫລັບບັນດາ​ຜູ້ມີ​ ​ອາຍຸສູງ.

ຜູ້​ສູງ​ອາຍຸເວົ້າວ່າ “ຂ້ອຍ​ຮຽນ​ອັງກິດ. ຮຽນ​ອັງກິດ​ແມ່ນ​ສຳຄັນ.”

ຫຼາຍໆ​ຄົນ ສາມາດ​ເວົ້າ​ອັງກິດໄດ້​ພຽງ​ບາງ​ຄວາມ​ເທົ່າ​ນັ້ນ ​ເຖິງ​ແມ່ນ​ວ່າ ຫຼັງຈາກ​ໄດ້​ຢູ່​ໃນ​
ສະຫະລັດຫຼາຍໆ​ປີ​ມາ​ແລ້ວ​ກໍ​ຕາມ. ພວກ​ອົບ​ພະຍົບທີ່​ມີ​ອາ​ຍຸຫຼາຍ​ແລ້ວ ​ແມ່ນ​ມີ​ບັນຫາ​ຮຽນ​
ອັງກິດ​ພ້ອມ​ກັນ​ກັບ​ພວກ​ເດັກນ້ອຍ. ດ້ວຍ​ເຫດ​ຜົນ​ນີ້ ສູນ​ດັ່ງກ່າວ ​ມີ​ຫ້ອງຮຽນ​ອັງກິດ​ພິ​ເສດ
ສຳ​ຫລັດ​ພວກຜູ້​ເຖົ້າຜູ້​ແກ່.

ນັກ​ຮຽນ: Yangon Bangkok Taipei.

ທ່ານນາງ Fogg: ອູ້ ​ຍາວ ​ຍາວ ຍາວ ​ໃຊ້​ເວ​ລາ​ຍາວ.

ນັກຮຽນ: ຫ່າງ​ໄກຫຼາຍ

ທ່ານນາງ Fogg: ຫ່າງ​ໄກຫຼາຍ

ນາຍຄູ: ຫຼານສາວ

ນັກຮຽນ: ຫຼານສາວ

ນາຍຄູ: ຫຼານສາວ ຫຼານຊາຍ

ນັກຮຽນ: ຫຼານຊາຍ

ນາຍຄູ: ​ເຈົ້າມີ ຫຼານສາວ ຫຼານຊາຍ ຈັກ​ຄົນ?

ນັກຮຽນ: ມີ

ທ່ານນາງ Fogg: 7, 8, 9, 10, 11, 12 ລູກຫຼານ. 12 ວະ?

ທ່ານ​ນາງ Fogg ກ່າວ​ວ່າ ການ​ສ້າງຕັ້ງຂຶ້ນຄືນ​ໃໝ່ປະ​ເພນີຕ່າງໆ ຈາກ​ປະ​ເທດ​ທີ່​ເກົ່າ​ແກ່
ຊ່ອຍໃຫ້ຊາວ​ອົບ​ພະຍົບ​ມີ​ຄວາມ​ຮູ້ສຶກວ່າມີ​ຄວາມມຸ່ງ​ໝາຍ. ຊາວ​ອົບ​ພະຍົບ​ຈາກ​ອີຣັກ
ເຫຼົ່ານີ້​ ພວມ​ສະ​ເຫລີ​ມສະຫລອງ​ວັນ​ພັກສາ​ສະໜາ​ມຸສລິ​ມ ວັນ Eid. ຜູ້ຍິງ​ຄົນ​ນີ້ ຊື່ວ່າ Htoo-Ree ເປັນ​ອາຈານ​ຕ່ຳ​ຜ້າ ​ໃນ​ມຽນມາ ກ່ອນ​ທີ່​ນາງ​ຈະ​ຫລົບໜີ. ສູນຕາເວັນອອກ
ສຽງໃຕ້ ໂດຍຕາເວັນອອກສຽງໃຕ້ ສົ່ງ​ເສີມ​ຫ້ອງ​ນຶ່ງ​ເພື່ອ​ສິດສອນ​ວິທີການ​ຕ່ຳ​ຜ້າ ​ໃຫ້​ແກ່​
ຊາວ​ອົບ​ພະຍົບ.

ທ່ານ​ນາງ Htoo-Ree ໄດ້​ເລີ້ມ​ທຸລະ​ກິດ​ຕ່ຳ​ຜ້າ​ຄືນ​ອີກ ພ້ອມກັນ​ກັບ​ລູກຊາວ ​ແລະ ຫລານ​ ສາວ​ຢູ່​ໃນ​ອາ​ເມຣິກາ.

ທ່ານ​ນາງ Fogg ຜູ້ຊ່ຽວຊານດ້ານສຸຂະພາບຈິດສຳຫລັບຊາວອົບພະຍົບ ກ່າວ​ວ່າ ມັນ​ມີ​
ຄວາມ​ສຳຄັນ ສຳ​ຫລັບ​ຊາວ​ອົບ​ພະຍົບ ທີ່​ມີ​ຄວາມຮູ້ສຶກ​ພູກ​ພັນກັບສະພາບ​ແວດ​ລອມ​ຂອງ
​ເມືອງ. ສູນ​ດັ່ງກ່າວ ​ມີ​ຫຸ້ນ​ສ່ວນ​ກັບ ​ໂຄງການ​ສິລະ​ປະພາ​ບຈິດຕະກຳ​ຝາ​ກຳ​ແພງ ຂອງ​
ນະຄອນ Philadelphia ທີ່ຊຸກຍູ້​ໃຫ້ຊາວ​ອົບ​ພະຍົບ ແຕ້ມສີ​ໃສ່​ຝາ​ກຳແພງ ​ທີ່​ບັນ​ລະ​ຍາຍ​
ເຖິງ​ເລື້ອງ​ລາ​ວ ຂອງ​ພວກ​ເຂົາ​ເຈົ້າ.

ທ່ານ​ນາງ Fogg ​ເວົ້າ​ວ່າ “ໂດຍ​ສ່ວນ​ໃຫຍ່​ແລ້ວ ພາບ​ຝາ​ກຳ​ແພງ​ທັງ​ໝົດ​ທີ່​ທ່ານ​ຈະເຫັນ ​ແມ່ນ​ຮູບ​ພາບພູ​ຜາ ​ແລະ ບາ​ງສ່ວນ​ຂອງ​ປ່າດົງ​ພົງ​ໄພ​ທີ່​ເປັນ​ຕົວ​ແທນ ບ່ອນ​ທີ່​ບັນດາ​ຄອບຄົວ​ມາ​ຈາກ​ໃນ​ເມື່ອ​ກ່ອນ…ພາບ​ຝາ​ກຳ​ແພງ​ທັງໝົດ​ນີ້ ມັນ​ໄດ້​ເອີ່ຍ​ເຖິງແນວ​ຄິດ​ຂອງ​ການ​ສູນ​ເສຍ​ທຳ​ມະ​ຊາດ ​ແລະ ສະພາບ​ແວດ​ລ້ອມ​ທີ່​ເຮົາ​ເຄີຍ​ຢູ່ ​ແລະ ​ການເຂົ້າມາ​ຢູ່​ໃນ​ສະຖານ​ທີ່​ແຫ່ງ​ໃໝ່.”

Philadelphia ມີດິນ​ທີ່​ເປົ່າ​ວ່າງຫຼາຍພັນ​ແຫ່ງ ບ່ອນ​ທີ່​ເຄີຍ​ມີ​ຕຶກອາຄານຕ່າງ​ໆຕັ້ງຢູ່​ນັ້ນ​. ພວກ​ໝູ່​ບ້ານ ​ແລະ ອົງ​ການ​ເພື່ອ​ຕັ້ງທິ່ນຖານ​ສຳ​ຫລັບ​ຊາວອົບ​ພະຍົບ ​ໄດ້​ພາກັນ​ມ້ຽນ​ມັດ​ບາງ​ສ່ວນ​ຂອງ​ສະຖານ​ທີ່​ດັ່ງ​ກ່າວທີ່​ບໍ່​ໄດ້​ມີ​ການ​ນຳ​ໃຊ້ ​ແລະ ຫັນປ່ຽນ​ມັນ​ມາ​ເປັນ​ສວນ​ປູກຜັກ.

ທ່ານ​ນາງ Fogg ​ເວົ້າ​ວ່າ “ພວກ​ເຂົາ​ເຈົ້າ ສາມາດ​ປູ​ກຜັກ ​ແລະ ຕົ້ນ​ໄມ້​ຕ່າງໆ ຈາກ​ບ້ານ​ເກີດ​ຂອງ​ພວກ​ເຂົາ​ເຈົ້າ ​ແລະ​ນຳ​ໃຊ້​ເຮັດ​ຢູ່​ເຮັດກິນ. ມັນຍັງ​ເປັນ​ສະຖານ​ທີ່ຂຽວ​ສົດງົດ​ງາມ ​ໃນ​ສະພາບ​ແວດລ້ອມ​ຂອງ​ຕົວ​ເມືອງ​ແທ້ໆ​ເລີຍ. ພວກ​ເຮົາ​ເຊື່ອ​ວ່າ ​ໃນ​ພື້ນຖານ​ຂອງ​ສຸຂະພາບ ​ເປັນຕົວ​ແບບ​ແລ້ວ ບ່ອນ​ທີ່​ວ່າ ຖ້າ​ຫາກ​ບຸກຄົນ​ໃດ​ນຶ່ງ ທີ່​ບໍ່​ມີ​ຄວາມ​ສາມາດ​ໃນ​ການ​ຮຽນ​ອັງກິດ ບໍ່​ມີ​ຄວາມ​ສາມາດ​ທີ່​ຈະ​ເຮັດ​ວຽກບ້ານ ບໍ່​ມີ​ຄວາມ​ສາມາດພົວພັນ​ກັບ​ຊຸມ​ຊົນ​ຂອງ​ເຂົາ​ເຈົ້າ​ໄດ້ ​ເຫຼົ່ານັ້ນ ພວກ​ເຂົາຈະ​ບໍ່​ສາມາດ​ຢູ່​ລອດ​ໄດ້ ​ແລະ ພວກ​ເຂົາ​ເຈົ້າ ຈະ​ບໍ່​ສາມາດ​ກ້າວໜ້າ​ໄດ້​ໃນ​ເມືອງໃໝ່​ນີ້.”

ນາງ Than Than ​ເວົ້າວ່າ “ຂ້ອຍ ມັກ​ມາທີ່​ນີ້ ​ເພາະວ່າ ຄື​ວ່າ ມັນ​ຄື​ກັບ​ຄອບ​ຄົວ​ອັນ​ດຽວ​ກັນ​ດ້ວຍ…ຖ້າ​ຫາກ​ວ່າ​ຂ້ອຍ​ຮູ້ສຶກ​ຄຽດ ຫຼື ສິ່ງ​ໃດກໍ​ຕາມ ​ໃນ​ເວລາຂ້ອຍ​ມາໃນທີ່​ນີ້ ​ແມ່ນ​ຄື​ກັບ​ວ່າ​ມີນາ​ຍຄູຢູ່​ສະ​ເໝີ. ​ພວກ​ເຂົາ​ເຈົ້າ ​ເຮັດ​ໃຫ້​ພວກ​ເຮົາ​ຍິ້ມ​ແຍ້ມ​ສະ​ເໝີ ຊຸກຍູ້​ໃຫ້​ພວກ​ເຮົາ ພະຍາຍາມຫຼາຍຂຶ້ນ.”

​ແລະ​ພ້ອມ​ກັນ​ກັບ​ຄວາມ​ຍິ້ມ​ແຍ້ມ ​ແລະ​ມານະ ​ທີ່​ພຽງ​ພໍ ຊາວ​ອົບ​ພະຍົບຂອງ Philadelphia ອາດ​ພົບ​ພໍ້​ຄວາມ​ເປັນ​ພີ່​ເປັນ​ນ້ອງ​ກັນ ​ໃນ ເມືອງອ້າຍນ້ອງທີ່ຮັກຫອມ ຫຼື City of Brotherly Love.

_______________________________________________________________

Words in This Story

adjustment - n. a change that makes it possible for a person to do better or work better in a new situation

loneliness - n. a sadness from being apart from other people

frustrated - adj. very angry, discouraged, or upset because of being unable to do or complete something

continuum - n. a range or series of things that are slightly different from each other and that exist between two different possibilities

assistance - n. the act of helping or assisting someone : help or support

a sense of purpose - the quality of having a definite purpose or value

XS
SM
MD
LG