ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຕາບອດຍ້ອນເຂົ້າເຝື້ອ ສາມາດປົວ ໃຫ້ເຫັນດີຄືນໄດ້ ໂດຍການຜ່າຕັດ ທີ່ໃຊ້ເວລາພຽງ 10 ນາທີ (ວີດິໂອ ລາວ/ອັງກິດ)


Restoring Sight to the Cataract-Blinded Poor
please wait

No media source currently available

0:00 0:02:38 0:00
ລິງໂດຍກົງ

ເບິ່ງວີດິໂອ ລາຍງານນີ້ ເປັນພາສາອັງກິດ

ທ່ານໝໍຜ່າຕັດຕາສອງຄົນ, ຜູ້ນຶ່ງແມ່ນຊາວອາເມຣິກັນ, ແລະອີກ
ຜູ້ນຶ່ງ ເປັນຄົນເນປາລ ໄດ້ສາມັກຄີກັນໃນການຊອກຫາຊ່ອງທາງ
ຍຸຕິພະຍາດຕາບອດທີ່ສາມາດປ້ອງກັນໄດ້ ຊຶ່ງເປັນພະຍາດທີ່ນໍາ
ໄປສູ່ຄວາມທຸກຈົນ ແລະການເສຍຊີວິດກ່ອນເວລາອັນຄວນ ສໍາ
ລັບຫລາຍໆຄົນ ຢູ່ໃນໂລກ ພວ​ມພັດທະນາ. ຕະຫລອດສອງທົດ
ສະວັດຜ່ານມາ ການດໍາເນີນຄວາມພະຍາຍາມຂອງທ່ານໝໍສອງ
ຄົນນີ້ ໄດ້ນໍາເອົາສາຍຕາກັບຄືນມາໃຫ້ຄົນ ປະມານ 2 ລ້ານຄົນ ຢູ່ໃນທະວີບອາຟຣິກາແລະເອເຊຍ ອໍາ​ນວຍ​ໃຫ້ເຂົາ​ເຈົ້າ​ໄດ້​ເຫັນ
ອີກ​ຄັ້ງ​ນຶ່ງ. ຜູ້ສື່ຂ່າວ Carolyn Weaver ມີລາຍງານ ເລື້ອງນີ້ ຊຶ່ງ
ບົວສະຫວັນ ຈະນໍາມາສະເໜີທ່ານໃນອັນດັບຕໍ່ໄປ.

ລິງໂດຍກົງ

ເບິ່ງວີດິໂອກ່ຽວກັບລາຍງານນີ້ ເປັນພາສາລາວ:



ພາບວີດິໂອຈາກອີທິໂອເປຍ ສະແດງໃຫ້ເຫັນຜູ້ຄົນທີ່​ຕາບອດ​ຍ້ອນ​ຕາ​ເຂົ້າເຝື້ອຫລາຍໆ
​ຄົນ ສາມາດເບິ່ງເຫັນໄດ້ຄືນອີກ​ໃນທັນທີທັນໃດ ຫລັງຈາກ​ທີ່​ໄດ້​ຮັບ​ການຜ່າຕັດນ້ອຍໆ ເປັນເວລາ 10 ນາທີເພື່ອເອົາເຝື້ອໜາໆ ກໍ​ຄືເນື້ອເຍື່ອມົວໆທີ່ປົກຄຸມແກ້ວຕາ ​ທີ່ເປັນສາ
ເຫດຂອງ​ອາການຕາບອດ ສ່ວນ​ໃຫຍ່​ຂອງໂລກນັ້ນອອກ. ການຜ່າຕັດດັ່ງກ່າວບໍ່ຕ້ອງ
ໄດ້ມີການຫຍິບຫຍັງເລີຍ. ເກືອບວ່າໝົດທຸກຄົນທີ່ໄດ້ຮັບການຜ່າຕັດແມ່ນມີສາຍຕາ​
ເຫັນ​ແຈ້ງດີໃນມື້ຕໍ່ໄປ ຫລັງການຜ່າຕັດ ຍ້ອນແກ້ວຕາທຽມທີ່​ນາຍ​ໝໍສອດເຂົ້າໄປໃນຕາ
ໃນລະຫວ່າງການຜ່າຕັດນັ້ນ.

ພາບຜູ້​ຄົນ​ຕື່ນ​ເຕ້ນ​ດີ​ໃຈ​ທີ່​ສາມາດ​ມອງ ​ເຫັນ​ໄດ້​ອີກ​ນັ້ນ ປະກົດ​ໃຫ້​ເຫັນ ຊໍ້າແລ້ວຊໍ້າອີກ ເປັນຫລາຍໆພັນເທື່ອ ຢູ່ໃນທະວີບອາຟຣິກາແລະເອເຊຍ ນັບແຕ່ປີ 1995 ເປັນຕົ້ນມາ.
ນັ້ນ​ແມ່ນ​ປີ​ທີ່ ດຣ. Geoffrey Tabin ຊາວອາເມຣິກັນ ແລະ ດຣ. Sanduk Ruit ຈາກ
ເນປາລ ໄດ້ຮ່ວມກັນ ສ້າງຕັ້ງໂຄງການປົວພະຍາດຕາ​ເຂົ້າເຝື້ອແຫ່ງພູເຂົາຫິມະໄລ ຫລື Himalayan Cataract Project ຂຶ້ນ. ດຣ. Tabin ​ເວົາວ່າ ​ໂຄງ ການ​ນີ້ເລີ້ມຕົ້ນຂຶ້ນ ຈາກ ດຣ. Ruit. ດຣ. Tabin ເວົ້າວ່າ:

​ເພິ່ນເປັນອັດ​ສະ​ລິ​ຍະບຸກຄົນ​ໂຕ​ຈິງ ຢູ່ເບື້ອງຫລັງລະບົບທັງໝົດຂອງພວກເຮົາ
ໃນ​ການພັດທະນາວິທີການຜ່າຕັດຕາ​ເຂົ້າເຝື້ອ ທີ່ມີຄຸນນະພາບສູງສຸດແທ້ໆ ສໍາ
ລັບຜູ້ທຸກຈົນທີ່ສຸດໃນບັນດາຄົນທຸກທັງຫລາຍ ​ແລະໃນຈໍານວນຫລວງຫລາຍນັ້ນ.”


ດຣ. Tabin ກໍາລັງເວົ້າເຖິງ “ຄ້າຍປົວຕາ” ຂອງໂຄງການດັ່ງກ່າວ ບ່ອນທີ່ທ່ານໝໍຜ່າຕັດ
ຕາທີ່ຖືກເຊີນມາ​ເປັນ​ກຸ່ມໆ ໄດ້ທໍາການຜ່າຕັດຕາ​ເຂົ້າ​ເຝື້ອໃຫ້ຫລາຍໆຮ້ອຍຄົນ ຢູ່ໃນຂົງ
ເຂດເອເຊຍຕາເວັນອອກ ແລະ ເຂດໃຕ້ທະເລຊາຍຊາຮາຣາຂອງທະວີບອາຟຣິກາ ພາຍໃນ
ເວລາບໍ່​ເທົ່າ​ໃດອາທິດ ຢູ່ໃນເຂດທີ່ຫ່າງໄກຈາກໂຮງໝໍ. ທ່ານເວົ້າວ່າ ວິທີການຜ່າຕັດ ແມ່ນເຮັດຄືກັນກັບຢູ່ໃນໂຮງໝໍທີ່ທັນສະໄໝ ໃນບັນດາປະເທດຕາເວັນຕົກນັ້ນ ຕ່າງແຕ່
ວ່າ ມັນໃຊ້ເວລາເຮັດໄວກວ່າ. ດຣ. Ruit ສະແດງຄວາມເຫັນອອກມາວ່າ:

“ຖ້າຫາກມີຄົນເຈັບເຂົ້າມາປົວຫລາຍ ຂ້ອຍກໍ​ຈະຮູ້ສຶກດີໃຈຫລາຍທີ່ສຸດ.”

ນາງ Ayu Pra ອາຍຸ 20 ປີ ເປັນຄົນນຶ່ງທີ່ໄດ້ຮັບການຜ່າຕັດຕາຜ່ານ ໂຄງການປົວພະຍາດຕາ​ເຂົ້າເຝື້ອແຫ່ງພູເຂົາຫິມະໄລ
ນາງ Ayu Pra ອາຍຸ 20 ປີ ເປັນຄົນນຶ່ງທີ່ໄດ້ຮັບການຜ່າຕັດຕາຜ່ານ ໂຄງການປົວພະຍາດຕາ​ເຂົ້າເຝື້ອແຫ່ງພູເຂົາຫິມະໄລ

ດຣ. Ruit ເຕີບ​ໃຫຍ່ຂຶ້ນມາ ຢູ່ໃນບ້ານທີ່ທຸກຈົນແຫ່ງນຶ່ງ
ຂອງເນປາລ ບ່ອນທີ່​ທ່ານ​ໄດ້ເຫັນອາການຕາບອດ ຜັກ
ດັນໃຫ້ຫລາຍຄົນຈົມເລິກລົງໄປໃນຄວາມທຸກຈົນ ແລະ
ເສຍຊີວິດ ກ່ອນເວລາອັນຄວນ. ດຣ. Ruit ອະທິບາຍວ່າ:
“ພວກເຂົາເຈົ້າບໍ່ສາມາດນັບນິ້ວມືຂອງຕົນ ແມ່ນແຕ່
ສິ່ງອື່ນ ທີ່ຢູ່ໄກສາມແມັດ ກໍນັບບໍ່ໄດ້.”


ໃນຕອນທີ່ຍັງເປັນນັກຜ່າຕັດໜຸ່ມນັ້ນ ດຣ. Ruit ​ໄດ້​ຮຽນຮູ້
ວ່າ ການຜ່າຕັດຕາ​ເຂົ້າເຝື້ອຂະໜາດນ້ອຍໆ ໂດຍການເອົາ
ແກ້ວຕາທຽມເຂົ້າໄປໃສ່ແທນ​ນັ້ນ ສາມາດເຮັດໄດ້ຢ່າງວ່ອງໄວ, ເຮັດຢູ່ນອກໂຮງໝໍກໍໄດ້, ແລະສິ້ນ​ເປືອງຄ່າໃຊ້ຈ່າຍພຽງປະມານ 25 ໂດລາ ເທົ່ານັ້ນຕໍ່
ຄົນເຈັບນຶ່ງຄົນ. ແລ້ວທ່ານກໍໄດ້ເລີ້ມອອກເດີນທາງທ່ອງໄປທົ່ວເຂດພູເຂົາຫິມະໄລ ເພື່ອ
ໄປຫາພວກທີ່ມີຄວາມຕ້ອງການ ການຜ່າຕັດນັ້ນ. ດຣ. Tabin ກ່າວເພີ້ມວ່າ:

“ສິ່ງທີ່ ດຣ. Ruit ໄດ້ເຮັດ, ສໍາລັບຄ່າໃຊ້ ຈ່າຍໜ້ອຍຂະໜາດນັ້ນ ແລະຈໍານວນ
ທີ່​ເພິ່ນ​ສາມາດເຮັດໄດ້ນັ້ນ ​ແມ່ນ​ໜ້າປະທັບໃຈຫລາຍ ແລະພາຍຫລັງທີ່ໄດ້ເຮັດ
ວຽກຮ່ວມກັບ ດຣ. Ruit ເປັນເວລາ 3 ອາທິດ ຂ້າພະເຈົ້າກໍເວົ້າກັບ​ເພິ່ນວ່າ “ອັນນີ້ແຫລະຄືສິ່ງທີ່
ຂ້າພະເຈົ້າຢາກເຮັດໃນອາຊີບຂອງຂ້າພະເຈົ້າ, ຂ້າພະເຈົ້າ
ຢາກເຮັດ
ວຽກກັບທ່ານ.”

ໂຄງການປົວພະຍາດຕາ ​ເຂົ້າເຝື້ອແຫ່ງພູເຂົາຫິມະໄລ ທໍາ​ການເຝິກອົບຮົມ ທ່ານໝໍແລະ
ພະນັກງານການແພດໃນ​ເຂດທ້ອງຖິ່ນ ກ່ຽວກັບ​ເທັກນິກ ຫລືວິທີການຜ່າຕັດຕາຂະໜາດ​ນ້ອຍໆ​ນັ້ນ. ໂຄງການດັ່ງກ່າວຍັງໄດ້ຕັ້ງໂຮງງານເຮັດ​ເຄື່ອງມື​ຜ່າຕັດ​ ແລະແກ້ວຕາທຽມ
ເອົາເອງ ໃນຫລາຍໆ ປະເທດ ລວມທັງ ເນປາລ, ພູຖານ, ພາກເໜືອຂອງອິນເດຍ, ຈີນ, ການາ, ແລະອີທິໂອເປຍ.

ດຣ. Tabin ປະ​ເມີນວ່າ ລວມທັງໝົດ​ແລ້ວ​ ມີສອງລ້ານຄົນທີ່​ໄດ້ສາຍຕາກັບຄືນມາ ໂດຍ
ຜ່ານໂຄງການດັ່ງກ່າວ. ທ່ານເວົ້າອີກວ່າ ເປົ້າໝາຍທີ່​ແລ​ເຫັນ​ໄດ້​ຢູ່​ໃນ​ສາຍຕາ ກໍຄື: ຍຸຕິ
ພະຍາດຕາບອດ ທີ່ສາມາດປ້ອງກັນໄດ້ນີ້ ​ໃຫ້​ໄດ້ຢູ່ທຸກບ່ອນ.
XS
SM
MD
LG