ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດ ກ່າວວ່າ ຈີນ ຝ່າຝືນ ກົດ​ປະຕິບັດ​ສາກົນ ໃນທະເລຈີນໃຕ້


ສິ່ງກໍ່ສ້າງອັນໜຶ່ງຂອງຈີນ ຢູ່ໃນເຂດທະເລຈີນໃຕ້.
ສິ່ງກໍ່ສ້າງອັນໜຶ່ງຂອງຈີນ ຢູ່ໃນເຂດທະເລຈີນໃຕ້.

ລັດຖະມົນຕີປ້ອງ​ກັນປະ​ເທດສະຫະລັດ ທ່ານ Ashton Carter
​ໄດ້​ຮຽກຮ້ອງ​ໃຫ້​ຢຸດ​ເຊົາໃນທັນທີ ແລະຢ່າງເປັນການຖາວອນ
ການກໍ່ສ້າງເກາະ ດອນໃນທະເລຈີນໃຕ້ ​ແລະເຮັດໃຫ້ເຂດ ທີ່
ມີການຂັດແຍ້ງດັ່ງກ່າວກາຍເປັນ ​ການແຂ່ງຂັນທາງທະຫານ
ໂດຍ​ກ່າວ​ວ່າ ການ​ອ້າງ​ເອົາກຳມະສິດຢູ່ໃນເຂດ ທະເລທີ່ມີການ
ຂັດແຍ້ງຂອງປັກ​ກິ່ງ ແມ່ນຂັດຕໍ່ກົດ​ປະຕິບັດ​ສາກົນ. ນັກ​ຂ່າວ
ວີ​ໂອ​ເອ Victor Beattie ລາຍ​ງານ​ວ່າ ທ່ານ Carter ໄດ້​ໃຫ້
​ຄຳໜັ້ນສັນຍາ ວ່າ ສະຫະລັດຍັງຈະສືບຕໍ່ ເປັນມະຫາອຳນາດ
ທີ່ສຳຄັນ ຢູ່ໃນຂົງເຂດເອເຊຍປາຊິຟິກ ໃນອີກຫຼາຍປີຕໍ່ໜ້າ.
ກິ່ງສະຫວັນ ມີລາຍລະອຽດເລື້ອງນີ້ມາສະເໜີ ທ່ານ.

ໃນການຖະແຫຼງ​ຢູ່​ທີ່ລັດຮາ​ວາຍ ໃນລະຫວ່າງ​ພິທີ​ສັບ​ປ່ຽນຜູ້​ບັນຊາ​ການ ຢູ່​ກອງ​ບັນຊາ​ການທະຫານສະຫະລັດໃນ​ເຂດປາຊິ​ຟິກ ​ເມື່ອວັນ​ພຸດ​ອາທິດແລ້ວ​ນີ້ ລັດຖະມົນຕີ​ປ້ອງ​
ກັນ​ປະ​ເທດສະຫະລັດ ທ່ານ Ashton Carter ​ໄດ້ຮຽກຮ້ອງ ໃຫ້ມີການແກ້ໄຂຢ່າງສັນຕິ
ຕໍ່ບັນຫາຂັດແຍ້ງພ້ອມທັງຢຸດ​ເຊົາໃນທັນທີ ແລະຢ່າງຖາວອນ ໃນການຖົມດິນເພື່ອໃຫ້ ເປັນເກາະເປັນດອນ ໂດຍປະເທດໃດປະເທດໜຶ່ງ ທີ່ອ້າງກຳມະສິດ ​ໃນ​ທະ​ເລ​ຈີນ​ໃຕ້.

ທ່ານ Cater ກ່່າວ​ວ່າ “ພວກເຮົາຍັງຄັດຄ້ານ ຕໍ່ການເຮັດໃຫ້ເຂດຂັດແຍ້ງກາຍເປັນ
ການແຂ່ງຂັນກັນທາງທະຫານຕື່ມຂຶ້ນ. ສອງ​ມາ ​ແລະມັນຈະ​ບໍ່ມີ​ການ​ພິດ​ພາດໃດໆ

ທີ່​ວ່າ ສະຫະລັດ ຈະ​ສົ່ງເຮືອບິນ ກຳປັ່ນ ​ແລະ​ປະຕິບັດ​ງານ ບໍ່​ວ່າ​ບ່ອນ​ໃດ​ກໍຕາມ
ທີ່​ກົດໝາ​ຍນາໆ​ຊາດອະ​ນຸຍາດ​ໃຫ້ ດັ່ງ​ທີ່​ເຮົາໄດ້ກະ​ທຳ​ຢູ່ໃນ​ທົ່ວ​ໂລກ. ສຸດ​ທ້າຍ​ນີ້ ດ້ວຍ​ການ​ປະ​ຕິ​ບັດ​ຢູ່​ໃນ​ທະ​ເລ​ຈີນ​ໃຕ້ ຈີນ​ໄດ້​ເອົາ​ບາດກ້າວ​ທີ່ຂັດກັບທັງ​ຫລັກການ​ປະຕິບັດຂອງສາກົນ ທີ່ໄດ້ກ່າວຢ້ຳຢູ່ໃນໂຄງຮ່າງຄວາມ​ໝັ້ນຄົງ​ຂອງເຂດເອ​ເຊຍ
ປາຊິ​ຟິກ ແລະຄວາມເປັນເອກກະສັນຂອງຂົງເຂດ ທີ່ ເຫັນພ້ອມກັບວິທີການບໍ່
ບີບ
ບັງຄັບ ໃນການແກ້ໄຂບັນຫາຂັດແຍ້ງນີ້ ແລະບັນຫາຂັດແຍ້ງອື່ນໆ ທີ່ມີມາ
ດົນນານແລ້ວ.”

ຈີນ ​ໄດ້​ຍື່ນປະທ້ວງຕໍ່ວໍ​ຊິງ​ຕັນ ກ່ຽວ​ກັບເລື້ອງ​ເຮືອບິນ​ສອດ​ແນມສະຫະລັດ ທີ່​ໄດ້​ບິນ​ຜ່ານ
​ໝູ່​ເກາະ Spratly ເມື່ອໄວໆ​ນີ້ ບ່ອນ​ທີ່ຈີນ ກຳລັງ​ພົວພັນ​ກັບ​ການ​ຖົມເກາະຖົມດອນ. ​ໃນ
​ເດືອນ​ນີ້ ທຳນຽບຫ້າ​ແຈ ​ກ່າວ​ວ່າ ຈີນໄດ້ຖົມ​ດິນ 800 ​ເຮັກຕາ ຢູ່​ໃນສະຖານທີ່ຫ້າ​ແຫ່ງ​ທີ່
​ແຕກ​ຕ່າງ​ກັນ ສ່ວນ​ໃຫຍ່​ແມ່ນມີຂຶ້ນໃນ​ປີ​ນີ້.

ຢູ່​ໃນ​ການໃຫ້ຄວາມເຫັນຂອງ​ທ່ານ ​ໃນ​ວັນ​ພຸດ​ອາທິດແລ້ວ​ນີ້ ລັດຖະມົນຕີປ້ອງ​ກັນ​ປະ​
ເທດສະຫະລັດ ຍັງ​ໄດ້​ສະ​ເໜີແນະວ່າ ການ​ອ້າງກຳມະສິດ​ໃໝ່ແບບໝັ້ນໃຈຂອງ​ຈີນ
ຈະບໍ່ດຳເນີນໄປ​ໂດຍ​ທີ່​ບໍ່ມີ​ການ​ທ້າ​ທາຍໃດໆ.

ທ່ານ Carter ກ່າວ​ວ່າ “ການເອົາບາດກ້າວຂອງຈີນ ແມ່ນນຳເອົາປະເທດອື່ນໆ ມາເຕົ້າໂຮມກັນ ໃນວິທີທາງໃໝ່ ແລະພວກເຂົາເຈົ້າໄດ້ຮຽກຮ້ອງຫລາຍຂຶ້ນໃຫ້
ອາເມຣິກັນ ເຂົ້າໄປພົວພັນໃນເຂດເອເຊຍປາຊີຟິກ. ແລະພວກເຮົາກໍຈະປະຕິ
ບັດຕາມ. ພວກເຮົາຍັງຈະສືບຕໍ່ເປັນມະຫາອຳນາດ ຫລັກໃນດ້ານຄວາມໝັ້ນຄົງ
ຢູ່ໃນ ຂົງເຂດເອເຊຍປາຊີຟິກ ໃນອີກຫຼາຍໆທົດສະວັດຕໍ່ໜ້າ.”

ທ່ານ Carter ຍັງ​ໄດ້​ພົບ​ປະ​ຢູ່ທີ່ລັດ​ຮາ​ວາຍ ກັບຄູ່​ຕຳ​ແໜ່​ງຝ່າຍຟິລິບປີນ ທ່ານ Voltaire Gazmin ​ແລະ​ໄດ້​ໃຫ້ການ​ຢືນຢັນ​ວ່າ ສະຫະລັດ ມີຄວາມໝັ້ນ​ໝາຍ​ທີ່​ຈະ​ປ້ອງ​ກັນ ຟິລິບ
ປີນ ແບບບໍ່ມີມື້ສັ່ນຄອນ. ປະ​ເທດ​ທັງສອງ​ ໄດ້ມີ​ສົນທິສັນຍາ ດ້ານປ້ອງ​ກັນປະເທດຮ່ວມ
ກັນ ມາ​ເປັນເວລາດົນ​ນານ. ມະນີ​ລາ ກຳລັງລໍຖ້າຟັງ ການ​ຕັດສິນ​ ​ແລະ​ການດຳເນີນຄວາມ
ພະຍາຍາມ​ທາງ​ດ້ານ​ການ​ທູດ ຂອງສາກົນ​ເພື່ອ​ແກ້​ໄຂ​ບັນຫາຂັດແຍ້ງເລື້ອງ​ເຂດ​ນຳ້ແດນ
​ດິນ​ກັບປັກ​ກິ່ງ.

ນັກວິ​ເຄາະດ້ານປ້ອງ​ກັນປະເທດປະຈຳ​ຂົງ​ເຂດ Pacific Forum ທ່ານ Ralp Cossa ທີ່​
ມີ​ຫ້ອງການ​ຢູ່ລັດຮາ​ວາຍ ກ່າວ​ວ່າ ການໃຫ້ຄວາມເຫັນ​ ຂອງທ່ານ Carter ບໍ່​ມີ​ຫຍັງ​ໃໝ່. ທ່ານ​ກ່າວ​ວ່າ ​ມັນສອດຄ່ອງກັບຄຳປະກາດປີ 2002 ກ່ຽວ​ກັບ​ການ​ປະຕິບັດ​ຂອງ​ປະ​ເທດ
ຕ່າງໆຢູ່​ໃນທະ​ເລ​ຈີນ​ໃຕ້ ລະຫວ່າງ​ສະມາຄົມ​ ​ອາ​ຊຽນ​ແລະ​ຈີນ ​ບັງ​ຄັບ​ໃຫ້​ທັງສອງຝ່າຍ
ປະຕິບັດຕາມກົດການປະພຶດ ທີ່​ແນ​ໃສ່​ເພື່ອໃຫ້ສັນຕິພາບ ​ແລະ​ສະຖຽນ​ລະ​ພາບ.

ທ່ານ Cossa ອະທິບາຍ​ວ່າ ເພື່ອທວນຄືນ​ໃນຄຳ​ຖະ​ແຫລ​ງ​ຂອງທ່ານ Carter ​ເຖິງ​ຄວາມ​
ບໍ່​ເຕັມ​ໃຈ​ຂອງກຳລັງ​ຮັກສາ​ຄວາມ​ປອດ​ໄພ​ອີຣັກ ທີ່ຈະຢືນຢັດແລະຕໍ່ສູ້ ​ແລະ​ການອ້າງກຳ
ມະສິດແບບໝັ້ນໃຈຫຼາຍຂຶ້ນຂອງຈີນ ໃນທະ​ເລ​ຈີນ​ໃຕ້. ທ່ານ​ກ່າວ​ວ່າ ຢູ່​ໃນທັງ​ສອງ​ກໍລະນີ
​ເປັນຄວາມເວົ້າແບບກົງໆ​ທີ່ມີ​ຄວາມ​ຈິງ ​ແລະ​ມີ​ຄວາມ​ຈຳ​ເປັນ.

​ເຈົ້າ​ໜ້າ​ທີ່​ຂັ້​ນສູງ​ຂອງສະ​ຖາ​ບັນ East-West ທ່ານ Denny Roy ກ່າວ​ວ່າ ຄຳ​ຖະ​ແຫລງ
ຂອງທ່ານ Carter ​ເປັນ​ທາງ​ນຶ່ງທີ່ກ່າວວ່າ ວໍ​ຊິງ​ຕັນ ຈະ​ບໍ່​ໃຫ້​ກຽດ​ໃດໆ​ໃນ​ຄວາມພະຍາ
ຍາມ​ຂອງ ຈີນທີ່​ສ້າງ​ຕັ້ງເຂດ​ເສດຖະກິດ ຫລື ເຂດ​ແດນ​ທາງທະເລ ອ້ອມ​ເກາະດອນທີ່​ສ້າງ​
ຂື້ນ​ໃດໆ​ຂອງ​ເຂົາ​ເຈົ້າ. ທ່ານ​ກ່າວ​ວ່າ ຈີນ ແນ່​ນອນ​ທີ່​ສຸດວ່າ ຈະ​ບໍ່​ຢຸດເຊົາໃນ​ຄວາ​ມພະຍາ
|ຍາມເພື່ອຖົມດິນຢູ່​ທະ​ເລ​ຈີນ​ໃຕ້ ​ແລະ​ນັ້ນ​ອາດຈະບ່ອນ​ທຳລາຍຕໍ່ຈຸດປະສົງ​ຂອງ ​ສະຫະ
ລັດ​ ທີຈະສືບຕໍ່ຮັກສາ​ການ​ເປັນ​ຜູ້ນຳຢູ້​ໃນ​ຂົງ​ເຂດ. ທ່ານ Roy ກ່າວ​ວ່າ ​ມັນ​ຍັງ​ຈະ​ເພີ້​ມໂອ
ກາດ ໃຫ້ເກີດອຸປະຕິ​ເຫດ ທີ່ພົວພັນກັບກຳ​ປັ່ນ ​ແລະເຮືອບິນລົບ ຂອງສະຫະລັດ ແລະ​
ຈີນນຳ ດ້ວຍ.

ໜັງສືພິມປະຊາຊົນລາຍວັນ​ຂອງ​ທາງຈີນ ​ສະບັບທີ່ອອກໃນ​ທີ່ 28 ພຶດສະພາ ຜ່ານມາກ່າວ
ວ່າ ການ​ກໍ່ສ້າງ​ເກາະດອນ​ຂອງ​ຈີນຢູ່ໃນເຂດທະ​ເລ​ຈີນ​ໃຕ້ ​ແມ່ນ​ແນໃສ່ເພື່ອໃຫ້​ບໍລິການ
​ຕໍ່ກຳ​ປັ່ນ​ທີ່​ດີ​ຂື້ນ. ລາຍ​ງານ​ກ່າວ​ວ່າ ນີ້​ຈະ​ຊ່ວຍ​ໃຫ້​ຈີນສາມາດແບກຫາບພາລະຄວາມ​ຮັບ
ຜິ​ດຊອບ​ທາງດ້ານ​ສາ​ກົນ ຢູ່ໃນທະ​ເລ​ຈີນ​ໃຕ້ ຮວມທັງ​ການປະຕິບັດງານ​ຄົ້ນ​ຫາ ແລະ​ກູ້​ໄພ
ການປ້ອງ​ກັນ ​ແລະບັນເທົາໄພພິບັດ ​ການສັງ​ເກດການດ້ານດິນ​ຟ້າອາ​ກາດ ສັງ​ເກດການ
ດ້ານ​ນິ​ເວດ​ວິທະຍາ ຄວາມ​ປອດ​ໄພ​ຂອງ​ການ​ເດີນ​ເຮືອ ​ແລະ​ການ​ບໍລິການໃນການ​ຫາ​ປາ.
ລາຍ​ງານ​ຍັງ​ຕິຕຽນວໍ​ຊິງ​ຕັນ ທີ່ບໍ່ສາມາດ​ໃຫ້​ກຽດຕໍ່​ຄວາ​ມໝັ້ນ​ໝາຍຂອງຕົນ​ເພື່ອ​ວາງຕົວ
ເປັນ ກາງ ຢູ່​ໃນ​ທ​ະ​ເລ​ຈີນ ໂດຍ​ເຕືອນ​ວ່າ ການເຂົ້າຫຍຸ້ງກ່ຽວແຊກແຊງດັ່ງກ່າວນີ້ ຈະເຮັດ
ໃຫ້ບໍ່​ມີ​ສະຖຽນ​ລະ​ພາບ.

​ໃນ​ວັນ​ອັງຄານອາທິດແລ້ວ ຈີນ​ໄດ້​ນຳອອກເຜີ​ຍ​ແຜ່​ນະ​ໂຍບາຍ​ປົກຂາວ ທີ່ກ່າວ​ວ່າ ຄວາມ
​ຕັ້ງ​ໃ​ຈທີ່ຈະຂະຫຍາຍກຳລັງ​ທະ​ຫານຂອງຕົນ​ ອອກ​ໄປໄກ​ຈາກ​ຊາຍ​ແດນ ​ໃນ​ຂະນະ​ທີ່​ຢືນ
ຢັດວ່າ ຕົນ​ບໍ່​ຕ້ອງການ​ປະ​ເຊີນ​ໜ້າ​ກັບ​ບັນດາ​ເພື່ອນ​ບ້ານ​ໃດໆ.

ລັດຖະມົນຕີປ້ອງກັນ​ປະ​ເທດ Carter ກຳລັງ​ພົວ​ພັນ​ກັບ​ການ​ເດີນທາງ​ເທື່ອ​ທີ ສອງໄປ
ຢ້ຽມຢາມ​ຂົງເຂດ​ເອ​ເຊຍປາຊິ​ຟິກ ນັບ​ຕັ້ງ​ແຕ່ທ່ານໄດ້​ເຂົ້າ​ຮັບ​ໜ້າ​ທີ່​ໃນ​ເດືອນ​ກຸມພາຜ່ານ
ມາ. ໃນການຢ້ຽມຢາມເປັນເວລາ 10 ວັນ​ ຕໍ່​ຂົງ​ເຂດນັ້ນ ທ່ານ​ເຂົ້າຮ່ວມກອງ​ປະຊຸ​ມຄວາມ
​ໝັ້ນຄົງພູມີພາກ Shangri-La ຊຶ່ງ​ຈະ​ມີຮວມທັງຜູ້ ຕາງໜ້າ​ຈີນ ທີ່ສິງກະໂປ ພ້ອມ​ທັງການ
​ຢຸດແວ່ ​ຢູ່ອິນ​ເດຍ ​ແລະ​ຫວຽດນາມນຳ ດ້ວຍ.

US Military China
please wait
Embed

No media source currently available

0:00 0:00:57 0:00

XS
SM
MD
LG