ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ Carter ຮຽກຮ້ອງໃຫ້ຈີນ ຢຸດເຊົາຖົມເກາະກໍ່​ສ້າງ ຢູ່ ທະເລຈີນໃຕ້


US Military China
please wait
Embed

No media source currently available

0:00 0:00:57 0:00

ລັດຖະມົນຕີກະຊວງປ້ອງກັນປະເທດຂອງສະຫະລັດ ທ່ານ Ash
Carter ໄດ້ກ່າວໃນວັນພຸດວານນີ້ວ່າ ສະຫະລັດຈະເປັນມະຫາ
ອຳນາດທີ່ສຳຄັນໃນຂົງເຂດເອເຊຍ-ປາຊິຟິກ ໃນອີກຫຼາຍປີຕໍ່ໜ້າ ແລະທ່ານໄດ້ຮຽກຮ້ອງໃຫ້ຈີນ ຢຸດເຊົາການກໍ່ສ້າງເກາະດອນ
ໃນທະເລຈີນໃຕ້ ທັນທີ.

ທ່ານ Carter ໄດ້ກ່າວໃນຂະນະທີ່ທຳການຢ້ຽມຢາມ Pear
Harbor ໃນລັດ ຮາວາຍ ວ່າ ທຸກປະເທດໃນເອເຊຍ ຊຶ່ງຮວມທັງ
ຈີນ ຕ້ອງໄດ້ຍຸຕິໃນການເຮັດໃຫ້ບັນຫາຂັດແຍ້ງ ກ່ຽວກັບໝູ່ເກາະ
ໝູ່ດອນ ກາຍເປັນການແຂ່ງຂັນທາງທະຫານແລະໃຫ້ຕົກລົງກັນ
ຢ່າງສັນຕິ.

ທ່ານ Carter ໄດ້ກ່າວວ່າ “ພວກເຮົາຕ້ອງການຢາກໃຫ້ມີການແກ້ໄຂຢ່າງສັນຕິຕໍ່ທຸກບັນ ຫາຖົກຖຽງກັນ ແລະການຢຸດເຊົາການຖົມດິນເພື່ອໃຫ້ເປັນດອນ ໂດຍປະເທດໃດປະເທດ ໜຶ່ງ. ພວກເຮົາຍັງຄັດຄ້ານຕໍ່ການເຮັດໃຫ້ເຂດຂັດແຍ້ງກາຍເປັນການແຂ່ງຂັນກັນທາງທະ ຫານຕື່ມອີກ. ການເອົາບາດກ້າວຂອງຈີນ ໄດ້ເຮັດໃຫ້ບັນດາປະເທດຕ່າງໆໃນຂົງເຂດເຕົ້າ ໂຮມເຂົ້າກັນໃນແນວທາງໃໝ່.ພວກເຂົາເຈົ້າຮຽກຮ້ອງໃຫ້ມີການເພີ້ມການເຂົ້າໄປພົວພັນ
ຂອງສະຫະລັດ ໃນຂົງເຂດເອເຊຍ-ປາຊິຟິກ. ພວກເຮົາກໍຈະກະທຳເຊັ່ນນັ້ນ.”

ທ່ານ Carter ໄດ້ກ່າວເພີ້ມຕື່ມວ່າ ສະຫະລັດ ຈະສົ່ງເຮືອບິນ ກຳປັ່ນ ​ແລະ​ປະຕິບັດ​ງານ ​
ໃນ​ທຸກໆ​ບ່ອນ ທີ່ກົດໝາຍ​ນາໆ​ຊາດ​ອະນຸຍາດໃຫ້”

ຈີນ ​ໄດ້​ຖົມດິນ​ແລະ​ເລີ້ມ​ທຳ​ການ​ກໍ່​ສ້າງ​ເກາະທຽມ​ໃສ່​ໝູ່​ເກາະ Spratlys ​ຊຶ່ງເປັນໝູ່ເກາະທີ່
ຫຼາຍໆປະເທດໃນຂົງເຂດ ຕ່າງກໍອ້າງເອົາກຳມະສິດ ຮວມທັງຈີນ ມາເລເຊຍ ຫວຽດນາມ ແລະຟິລິບປີນ ນຳ. ແຕ່ວ່າ ຈີນ ຊຶ່ງມີກອງກຳລັງທະຫານທີ່ເຂັ້ມແຂງນັ້ນ ແມ່ນເອົາທ່າທີ
ແຂງຂັນຫຼາຍຂຶ້ນ ໃນການອ້າງເອົາກຳມະສິດທີ່ວ່ານີ້.

ທ່ານ Carter ໄດ້ກ່າວເພີ້ມຕື່ມວ່າ “ດ້ວຍການເອົາບາດກ້າວໃນທະເລຈີນໃຕ້ນີ້ ຈີນ ແມ່ນ ໄດ້
ດຳເນີນການບໍ່ຖືກຕ້ອງ ທັງໃນດ້ານຫລັກການຂອງສາກົນທີ່ໄດ້ເນັ້ນໃຫ້ເຫັນເຖິງໂຄງຮ່າງ
ດ້ານຄວາມປອດໄພຂອງຂົງເຂດເອເຊຍ-ປາຊິຟິກ ແລະຄວາມເປັນເອກກະສັນຂອງ ຂົງເຂດ ເພື່ອເຫັນແກ່ວິທີການ ທີ່ບໍ່ແມ່ນການບີບບັງຄັບບັນຫາຂັດແຍ້ງນີ້ແລະບັນຫາຂັດ ແຍ້ງອື່ນໆ
ທີ່ມີມາເປັນເວລາດົນນານນັ້ນ.”

ໃນສັບປະດາແລ້ວນີ້ ຈີນ ໄດ້ສັ່ງໃຫ້ເຮືອບິນລາດຕະເວນຂອງກອງທັບເຮືອສະຫະລັດ
ທີ່ບິນໃກ້ໆກັບໆໝູ່ເກາະທີ່ວ່ານີ້ ໃຫ້ອອກໄປຈາກຂົງເຂດນັ້ນ.

ທຳນຽບໃຫ້ແຈ ກ່າວວ່າ ເຮືອບິນອາຍພົ່ນ ໄດ້ບິນຢູ່ເທິງເຂດນ່ານນ້ຳນາໆຊາດ ແລະກໍໄດ້
ປະຕິເສດທີ່ຈະອອກຈາກບໍລິເວນນັ້ນ.

XS
SM
MD
LG