ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທ່ານ Ashton Carter ກ່າວວ່າ ສຫລ ບໍ່ປາດຖະໜາ ທີ່ຈະມີ ຂໍ້ຂັດແຍ້ງ ກັບຣັດເຊຍ


ລັດຖະມົນຕີປ້ອງກັນປະເທດເຢຍຣະມັນ ທ່ານນາງ Ursual von der Leyen (ຊ້າຍ) ແລະ ຄູ່ຕຳແໜ່ງ ສຫລ ທ່ານ Ash Carter ກວດກາ ກອງທະຫານກຽດຕິຍົດ ໃນລະຫວ່າງ ພິທີການຕ້ອນຮັບ ຢູ່ທີ່ກະຊວງປ້ອງກັນປະເທດ ໃນນະຄອນ ເບີລິນ, ປະເທດເຢຍຣະມັນ, ວັນທີ 22 ມິຖຸນາ 2015.
ລັດຖະມົນຕີປ້ອງກັນປະເທດເຢຍຣະມັນ ທ່ານນາງ Ursual von der Leyen (ຊ້າຍ) ແລະ ຄູ່ຕຳແໜ່ງ ສຫລ ທ່ານ Ash Carter ກວດກາ ກອງທະຫານກຽດຕິຍົດ ໃນລະຫວ່າງ ພິທີການຕ້ອນຮັບ ຢູ່ທີ່ກະຊວງປ້ອງກັນປະເທດ ໃນນະຄອນ ເບີລິນ, ປະເທດເຢຍຣະມັນ, ວັນທີ 22 ມິຖຸນາ 2015.

ລັດຖະມົນຕີປ້ອງກັນປະເທດ ສະຫະລັດ ທ່ານ Ash Carter
ກ່າວໃນວັນຈັນມື້ນີ້ ວ່າ ສະຫະລັດບໍ່ມີຄວາມປາດຖະໜາເລີຍ
ທີ່ຈະຫັນກັບຄືນໄປຍັງ ສະໄໝສົງຄາມເຢັນ ຫຼື ມີຂໍ້ຂັດແຍ້ງ
ກັບຣັດເຊຍ.

ທ່ານ Carter ກ່າວເຊັ່ນນັ້ນ ຢູ່ທີ່ກອງປະຊຸມ ໃນນະຄອນເບີລິນ
ບ່ອນທີ່ທ່ານໄດ້ພົບປະກັບ ລັດຖະມົນຕີປ້ອງກັນປະເທດ
ເຢຍຣະມັນ ທ່ານນາງ Ursula von der Leyen. ທັງສອງທ່ານ
ມີກຳນົດຈະເດີນທາງ ໄປຍັງເມືອງ Muenster ໃນຕອນຄ່ຳວັນ
ຈັນມື້ນີ້ ເພື່ອພົບປະກັບ ບັນດາຄູ່ຕຳແໜ່ງ ຈາກ Norway ແລະ
Netherlands.

ທ່ານ Carter ກ່າວວ່າ ໃນຂະນະທີ່ຝ່າຍຕາເວັນຕົກ ບໍ່ປະສົງ ຢາກຈະເປັນປໍລະປັກ
ກັບຣັດເຊຍ ແຕ່ກໍຈະປົກປ້ອງຕົນເອງ ຖ້າຫາກມີຄວາມຈຳເປັນ.

ທ່ານ Carter ເວົ້າວ່າ "ພວກເຮົາຈະປ້ອງກັນບັນດາພັນທະມິດ ຂອງພວກເຮົາ ຕະຫລອດທັງລະບົບສາກົນ ທີ່ອິງໃສ່ກົດລະບຽບ ແລະ ອະນາຄົດໃນທາງບວກ ທີ່ລະບົບດັ່ງກ່າວ ສະໜອງໃຫ້ພວກເຮົາທັງໝົດ."

ທ່ານຄາຣ໌ຕເຕີ ຈະເດີນທາງໃນວັນອັງຄານ ໄປຍັງປະເທດ ແອັສໂທເນຍ ເພື່ອເຂົ້າຮ່ວມ
ກອງປະຊຸມກັບບັນດາລັດຖະມົນຕີປ້ອງກັນຊາດ ຂອງແອັສໂທເນຍ ລັດເວຍ ແລະ
ລີທົວເນຍ ຊຶ່ງປະເທດເຫຼົ່ານີ້ ທັງໝົດ ໃນຄັ້ງນຶ່ງ ເຄີຍເໄດ້ຢູ່ພາຍໃຕ້ອິດທິພົນຂອງມົສກູ
ແລະ ສະຫະພາບໂຊຫວຽດ.

ການເຈລະຈາທັງໝົດນີ້ ແມ່ນມີຂຶ້ນ ກ່ອນໜ້າກອງປະຊຸມອົງການເນໂຕ້ ໃນວັນພຸດ ແລະ ວັດພະຫັດ ທີ່ຈະມາເຖິງນີ້ ຢູ່ນະຄອນ Brussels ເພື່ອປຶກສາຫາລື ແຜນການຕ່າງໆ ສຳຫລັບຣັບມືກັບຣັດເຊຍ ຫຼັງຈາກທີ່ວັງ Kremlin ໄດ້ຍຶດເອົາແຫຼມຄຣາຍເມຍເປັນຂອງຕົນ ແລະ ກອງທັບຂອງຕົນ ໄດ້ໃຫ້ການສະໜັບສະໜຸນ ແກ່ພວກຢູເຄຣນຫົວແບ່ງແຍກດິນແດນ.

US Europe Defense
please wait
Embed

No media source currently available

0:00 0:00:51 0:00

XS
SM
MD
LG