ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ Carson ນໍາໜ້າ ທ່ານ Trump ໃນການຢັ່ງຫາງສຽງ ກ່ອນໂຕ້ວາທີ ຂອງ ພັກຣີພັບບລິກັນ


ຜູ້ສະມັກ ປະທານາທິບໍດີ ພັກຣິພັບບລິກັນ ທ່ານ Ben Carson ກ່າວຢູ່ທີ່ນະຄອນ St. Louis ລັດ Missouri ທີ 11 ເດືອນກັນຍາ 2015.
ຜູ້ສະມັກ ປະທານາທິບໍດີ ພັກຣິພັບບລິກັນ ທ່ານ Ben Carson ກ່າວຢູ່ທີ່ນະຄອນ St. Louis ລັດ Missouri ທີ 11 ເດືອນກັນຍາ 2015.

ບັນດາ​ຜູ້ສະມັກ​ແຂ່ງຂັນ ​ເປັນປະທານາທິບໍດີ ຂອງພັກ​ຣີພັບ​ບລິ
​ກັນ ຈະ​ໂຕ້​ວາ​ທີ ກັນ​ເປັນ​ເທຶ່ອທີ​ສາມສຳ​ຫລັບ​ການ​ເລືອກ​ຕັ້ງຂັ້ນ
ຕົ້ນ ​ໃນ​ວັນ​ພຸດ​ມື້​ນີ້ ທ່າມກາງທີ່​ມີ ​ຮ່ອງ​ຮອຍວ່າ ທ່ານ Trump ທີ່
ມີ​ຄະ​ແນນ​ສຽງ​ນຳ​ໜ້າ ກໍາລັງ​ເສຍ​ຄະ​ແນນ​ໃຫ້​ແກ່ທ່ານ​ໝໍ​ຜ່າຕັດ
​ບຳນານ ທ່ານ Ben Carson.

ການ​ຢັ່ງ​ຄະ​ແນນ​ສຽງ​ສີ່​ເທຶ່ອຫວ່າງໆ​ມໍ່ໆ​ມາ​ນີ້ ​ທີ່​ລັດ Iowa ຊຶ່ງ​
ເປັນ​ລັດ​ທີ່​ມີ​ການ ​ເລືອກ​ຕັ້ງຂັ້ນຕົ້ນກ່ອນໝູ່ ສະ​ແດງ​ໃຫ້​ເຫັນ​ວ່າ
ທ່ານ Carson ​ໄດ້​ມີ​ຄະ​ແນນ​ສຽງນຳ​ໜ້າ​ທ່ານ Trump ມະຫາ
​ເສດຖີ​ອະສັງຫາລິມມະ​ຊັບ ​ແລະ​ເປັນ​ເທື່ອ​ທຳ ອິດ ທີ່​ທ່ານ
Carson ມີ​ຄະ​ແນນ​ນຳ​ໜ້າ​ທ່ານ Trump ​ໃນ​ການ​ສຳ​ຫລວດ
​ໃໝ່​ຢູ່ທົ່ວ​ປະ​ເທດ.

ການ​ຢັ່ງ​ສຽງ​ຄັ້ງຫ​ລ້າ​ສຸດ​ຂອງໜັງສືພິມ New York Time ​ແລະໂທລະພາບ CBS
ສ​ະ​ແດງ​ໃຫ້​ເຫັນ​ວ່າ ທ່ານ Carson ​ໄດ້​ຮັບ​ການ​ສະໜັບສະໜູນ 26 ​ເປີ​ເຊັນ ​ໃນ​ບັນດາ​
ຜູ້​ປ່ອນບັດ​ຂັ້ນ​ຕົ້ນ​ຂອງພັກຮີ​ພັບ​ບລິ​ກັນ ​ແລະ​ທ່ານ Trump ຢູ່​ໃນ​ອັນ​ດັບ​ສອງ ດ້ວຍການ
​ສະໜັບສະໜູນ 22 ​ເປີ​ເຊັນ. ນີ້​ເປັນ​ເທື່ອ​ທຳ​ອິດ ​ທີ່ ທ່ານ Trump ບໍ່​ໄດ້ມີ​ຄະ​ແນນ​ນຳ​ໜ້າ
​ນັບ​ແຕ່ໜັງສືພິມ New York Time ​ແລະໂທລະພາບ CBS ​ໄດ້​ເລີ້ມຢັ່ງ​ຫາງ​ສຽງ ​ແລະ​
ຈັດ​ລະດັບບັນດາ​ຜູ້​ສະມັກ​ໃນ​ທ້າຍ​ເດືອນ​ກໍລະ​ກົດ ທີ່​ຜ່ານ​ມາ.

ການ​ໂຕ້​ວາ​ທີ ທີ່ຈະ​ຈັດ​ຂື້ນ​ຢູ່ເມືອງ Bolder ​ໃນລັດ Colorado ​ແລະອອກ​ອາກາດ​ໂດຍ
ໂທລະ​ພາບ CNBC ນັ້ນ ຈະ​ຮວມ​ທັງ​ບັນດາ​ຜູ້​ສະມັກ​ແຂ່ງຂັນ​ເປັນ ປະ​ທາ​ນາ​ທິບໍດີ ​ພັກຮີ
​ພັບ​ບລິ​ກັນ ທີ່​ມີ​ຄະ​ແນນ​ສູງ​ສຸດ 10 ທ່ານ ຊຶ່ງ​ກຳລັງກ້າວ ເຂົ້າສູ່​ຂັ້ນ​ຕອນ​ທີ່​ສຳຄັນ ຂອງ​
ການ​ໂຄສະນາ​ຫາ​ສຽງ​ໃນ​ການ​ເລືອກ​ຕັ້ງຂັ້ນ​ຕົ້ນ.

ການ​ໂຕ້​ວາທີ​ດັ່ງກ່າວ​ແມ່ນ​ມີ​ຄວາມ​ສຳ​ຄັນ​ເປັນ​ພິ​ເສດ​ ສຳລັບອະດີດ​ຜູ້​ປົກຄອງ​ລັດ
Florida ທ່ານ Jeb Bush ຊຶ່ງ​ຫວ່າງ​ມໍ່ໆ​ມາ​ນີ້ ​ໄດ້​ຕັດ​ການ​ໃຊ້​ຈ່າຍ ​ໃນ​ການໂຄສະນາ​
ຫາ​ສຽງ ຫລັງ​ຈາກ​ໄດ້​ມີ​ຄະ​ແນນ​ນິຍົມຕົກລົງ​ມາ​ຢູ່ທາງຫລັງ ​ໃນ ການ​ຢັ່ງ​ສຽງ​ທົ່ວ​ປະ​ເທດ
​ແລະການ​ສຳ​ຫລວດຢູ່ບັນດາ​ລັດທີ່​ມີ​ການ​ປ່ອນ​ບັດ​ກ່ອນ ໝູ່ ​ເຊັ່ນລັດ Iowa, New
Hampshire ​ແລະ South Carolina. ທ່ານ Bush ​ໄດ້​ດຳ​ເນີນ​ການ​ຢ່າງ​ໜັກເປັນ​ພິ
​ເສດໃນ​ທ້າຍອາທິດ​ທີ່​ຜ່ານ​ມາ ​ໃນ​ຄວາມ ພະຍາຍາມ ​ເພື່ອ​ໃຫ້ການຄໍ້າປະກັນ​ແກ່​ບັນດາ
ຜູ້​ໃຫ້​ເງິນ​ສະໜັບສະໜູນ​ທີ່​ຮັງມີ ຢູ່​ບ່ອນ​ຕາກ​ອາກາດ ທີ່​ນະຄອນ Houston.

XS
SM
MD
LG