ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຮ້ານກະດາດຫຼິ້ນເກມ​ນ້ອຍໆ ດົນໃຈເດັກນ້ອຍທົ່ວໂລກ (ວີດິໂອ ພາສາລາວ/ອັງກິດ)


ຮ້ານກະດາດຫຼິ້ນເກມ​ນ້ອຍໆ ຂອງທ້າວ Caine Monroy (ໃສ່ເສື້ອແດງ)
ຮ້ານກະດາດຫຼິ້ນເກມ​ນ້ອຍໆ ຂອງທ້າວ Caine Monroy (ໃສ່ເສື້ອແດງ)

ເດັກຊາຍຄົນນຶ່ງຢູ່ Los Angeles ລັດແຄລິຟໍເນຍ ໄດ້​ເຮັດຮ້ານກະດາດ ຫຼິ້ນເກມ​ນ້ອຍໆ ແບບງ່າຍໆ ທີ່ລາວສ້າງຂຶ້ນດ້ວຍກ່ອງເຈ້ຍແຂງ ຫຼື cardboard.

ເດັກຊາຍຄົນນຶ່ງຢູ່ນະຄອນ Los Angeles ລັດແຄລິຟໍເນຍ ໄດ້​
ເຮັດຮ້ານກະດາດຫຼິ້ນເກມ​ນ້ອຍໆ ທີ່ເປັນແຖວຫຼິ້ນເກມແບບ
ງ່າຍໆ ທີ່ລາວສ້າງຂຶ້ນ ດ້ວຍກ່ອງເຈ້ຍແຂງຫຼືຄາດບອດບ໊ອກຊ໌.
ຮ້ານກະດາດຫຼິ້ນເກມທີ່​ວ່ານີ້ໄດ້ ຮັບຄວາມສົນໃຈ ຈາກຜູ້ສ້າງ
ຮູບເງົາຄົນ​ນຶ່ງ ທີ່ສ້າງຮູບເງົາສັ້ນໆກ່ຽວກັບ ຮ້ານຫຼິ້ນເກມຂອງ
ເດັກຊາຍ Caine ແລະເອົາຮູບ​ເງົາເລຶ່ອງນີ້ລົງໃນເວັບໄຊ້ທ໌.
ສິ່ງທີ່ເກີດຂຶ້ນຕໍ່​ຈາກນັ້ນ ບໍ່ພຽງແຕ່ໄດ້ປ່ຽນແປງຊີວິດຂອງເດັກ
ຊາຍ ຄົນນີ້ເທົ່ານັ້ນ ແຕ່ມັນໄດ້ດົນຈິດດົນໃຈເດັກນ້ອຍທັງຫຼາຍ
ໃນທົ່ວໂລກ. Elizabeth Lee ຜູ້ສື່ຂ່າວວີໂອເອ ມີລາຍງານ
ເລຶ່ອງນີ້ຈາກ Los Angeles ຊຶ່ງທອງປານຈະນໍາມາສະເໜີ
ທ່ານ.



ຢູ່ຄຸ້ມນຶ່ງທີ່ເປັນຄຸ້ມຊົນຊັ້ນກໍາມະກອນ ຕັ້ງຢູ່ກໍ້າຕາເວັນອອກຂອງນະຄອນ Los Angeles ລັດແຄລິຟໍເນຍ ຮ້ານຂາຍເຄຶ່ອງອາໄຫຼ່ລົດຂອງນາຍ George Monroy ໄດ້ມີຊື່ສຽງໂດ່ງ
ດັງຂຶ້ນ​ມາ.

George Monroy (ພໍ່ຂອງ Caine) ເວົ້າວ່າ: “ພວກຄົນພາກັນບິນມາຈາກທົ່ວໂລກ ແລ້ວກໍຂີ່ລົດ ແທ໊ກຊີ້ມາທີ່ນີ້.

ພວກຄົນ​ເຫລົ່າ​ນັ້ນບໍ່ແມ່ນມາຊື້ເຄຶ່ອງອາໄຫຼ່ລົດ ແຕ່ພວກເຂົາເຈົ້າມາຫຼິ້ນເກມ ຢູ່ຮ້ານ ກະດາດຫລີ້ນ​ເກ​ມນ້ອຍໆ ທີ່ລູກຊາຍຂອງ​ລາວ​ສ້າງ​ຂຶ້ນ.

“ສະບາຍດີ ຂ້ອຍຊື່ເຄນ ມັນຣອຍ ແລະຂ້ອຍເປັນຜູ້ເຮັດຮ້ານກະດາດຫຼິ້ນເກມອັນນີ້”

ໃນລະດູຮ້ອນປີ 2011 ຕອນທ້າວເຄນອາຍຸໄດ້ 9 ປີ ລາວໄດ້ສ້າງບ່ອນຫຼິ້ນເກມນີ້ ດ້ວຍ ກ່ອງເຈ້ຍແຂງ ຫຼືກ່ອງ cardboard ທີ່ມີຢູ່ໃນຮ້ານຂອງພໍ່. ທ້າວເຄນເປີດໃຫ້ຄົນມາຫຼິ້ນ ແຕ່ກໍບໍ່ປາກົດມີໃຜມາຫຼິ້ນ ຈົນຕົກມາມື້ສຸດທ້າຍ ກ່ອນໂຮງຮຽນ​ເປີດ.

George Monroy ພໍ່​ທ້າວ​ເຄນເວົ້າວ່າ ມື້ສຸດທ້າຍຂອງລະດູຮ້ອນ ເປັນມື້ທີ່ທ້າວເຄນໄດ້ ພົບກັບນາຍ Nirvan Mullick ນັກ​ສ້າງ​ຮູບ​ເງົາ. ນາຍ Nirvan ເວົ້າວ່າ:

“ຂ້ອຍຢາກໄດ້ໄລປະຕູລົດໂຕໂຢຕ້າ ລຸ້ນປີ 96 ຂອງ​ຂ້ອຍ. ຂ້ອຍກໍເລີຍໄປແວ່
ຮ້ານຂາຍອາໄຫຼ່ລົດຮ້ານນີ້.”


ແລະນາຍ Nirvan Mullick ຜູ້ສ້າງຮູບເງົາ ກໍກາຍເປັນລູກຄ້າຂອງທ້າວເຄນ ຄົນທໍາອິດ.

ນາຍ ມັລລິກ ເວົ້າວ່າ: “ເວລາຂ້ອຍຫຼິ້ນໄດ້ແຕ້ມນຶ່ງ ທ້າວເຄນກໍຈະຄານ ເຂົ້າໄປໃນ
ກ່ອງກະດາດ
ແລ້ວກໍຍູ້ຕົ໋ວອອກຈາກຂ້າງໃນກ່ອງ ນັ້ນຫຼ່ະຄື ເວລາທີ່ຫົວໃຈຂ້ອຍ
ແທບວ່າຢຸດເຕັ້ນ
. ມັນ​ພາ​ໃຫ້​ຂ້ອຍຫວນຄິດເຖິງເວລາຂ້ອຍ ອາຍຸໄດ້ເກົ້າປີ ແລະ
ຄິດເຖິງຕອນ
ທີ່ເປັນເດັກ.

ຫຼັງຈາກນັ້ນ Mullick ຕັດສິນໃຈສ້າງຮູບເງົາເລຶ່ອງສັ້ນໆ ກ່ຽວ​ກັບຮ້ານກະດາດຫຼິ້ນເກມ ຂອງທ້າວເຄນຂຶ້ນມາ ແລ້ວກໍເອົາລົງໃນອິນເທີເນັດ ແລະ ​ຂ້ອງ​ຂໍ​ເງິນ​ບໍລິຈາກ ສົມທົບ​ເຂົ້າ​ໃສ່ກອງ​ທຶນສຶກສາ ສໍາລັບ​ເດັກ​ຊາຍ​ເຄນ ​ໂດຍ​ຕັ້ງ​ເປົ້າ​ໝາຍ​ໄວ້​ວ່າ ຈະ​ຫາ​ທຶນ​ໃຫ້​ໄດ້​ຮອດ 25,000 ໂດລ່າ.

ນາຍ ມັລລິກ ເວົ້າວ່າ: “ຮູບເງົາລົງເວັບໃຊ້ມື້ທໍາອິດ ກໍສ້າງລາຍໄດ້ຮອດ 60,000 ກວ່າໂດລ່າ ຈາກຜູ້ເຂົ້າຊົມນຶ່ງລ້ານກວ່າຄົນ. ຫ້າມື້ຫຼັງຈາກນັ້ນ ກໍໄດ້​ເພີ້​ມຂຶ້ນ ເປັນ 152,000 ໂດລ່າ.”

ຮ້ານກະດາດຫຼິ້ນເກມຂອງທ້າວເຄນນີ້ ຍັງດົນໃຈ ມູນນິທິຈິນຕະນາການ ຊຶ່ງເປັນມູນທິນິ ທີ່ຊຸກຍູ້ສົ່ງເສີມຄວາມ​ຄິດ​ປະດິດ​ສ້າງ ແລະຄວາມເປັນນັກວິສາຫະກິດຂອງເດັກນ້ອຍຢູ່ ໃນທົ່ວໂລກ

ພວກເດັກນ້ອຍ ຈາກຕັ້ງແຕ່ ສີລັງກາ ໄປຈົນເຖິງສິງຄະໂປ ແລະຮອດດູບາຍ ໄດ້ພາກັນ ສ້າງສັນສິ່ງຕ່າງໆຈາກຄາດບອດ ​ໂດຍ​ໄດ້​ຮັບ​ຄວາມດົນໃຈຈາກທ້າວເຄນນັ້ນ. ຕົວຢ່າງ
ທ້າວ Ziyah Parramore-Andrade ທີ່​ໄດ້ສ້າງເກມປິດສະໜາ ຈາກຄາດບອດ ແລະ ເວົ້າກັບວີໂອເອ ຜ່ານສໄກ້ພ໌.

ທ້າວ Ziyah Parramore ເວົ້າວ່າ:“ເຮັດບໍ່ຍາກ ພຽງໃຫ້ມີກາວຮ້ອນທາ ແລະ
ເຈ້ຍແຂງ ຕັດເປັນ
​ແຜ່ນໆ ແລ້ວກໍວາງມັນລົງໃຫ້ຖືກວ່າງຂອງມັນກໍໃຊ້ໄດ້.”

ພວກແມ່ທີ່ປາກເວົ້າພາສາອັງກິດຢູ່ໃນດູບາຍຈຸນຶ່ງ ໄດ້ຊັກຊວນພວກເດັກນ້ອຍໃຫ້ປະດິດ ສ້າງສັນສິ່ງໃດສິ່ງນຶ່ງ ທີ່ໃຊ້ເຈ້ຍແຂງ ແລະກໍເອົາມາວາງສະແດງໃຫ້ເບິ່ງໃນງານສັງສັນກັນ ຂອງ​ເຂົາ​ເຈົ້າ. ນາງ Maeve Butler ເປັນຜູ້ສ້າງຫໍປະສາດກະດາດ​ແຂງ​ອັນນີ້ ທີ່​ນາງ​ໄດ້ ເອົາມາສະແດງຢູ່ງານສັງສັນດັ່ງກ່າວ. ນາງນ້ອຍ Maeve ເວົ້າຕໍ່ວີໂອເອ ຜ່ານສະໄກ້ພ໌ ວ່າ:

“ເຮົາເອົາສິ່ງຕະຫຼົກໆມາ​ໃສ່​ໄດ້ ເຊັ່ນໜ້າກາກ ຫຼືແວ່ນຕາ ຕິດໜວດຕິດເຄົາ
ທີ່ເບິ່ງຕະຫຼົກໆ ແລ້ວກໍຖ່າຍຮູບຢູ່ທີວີປອມທີ່ເຮັດ ຈາກເຈ້ຍແຂງ ຄືກັນ.”

ທ້າວເຄນ ມັນຣອຍ ເວົ້າວ່າ : “ມັນກະຄັກຢູ່ໄດ໋ເນາະ ທີ່ຂ້ອຍດົນໃຈຜູ້ຄົນໄດ້.”

George Monroy ຜູ້ເປັນພໍ່ເວົ້າວ່າ ເຄນປ່ຽນແປງໄປຫຼາຍ ຈາກແຕ່ກ່ອນ ຊຶ່ງລາວເປັນ ຄົນປາກຜໍ້າ.

George Monroy ກ່າວຕໍ່ໄປວ່າ: “ບັດນີ້ເຄນບໍ່ເວົ້າຜໍ້າອີກແລ້ວ ບໍ່ເປັນເດັກຂີ້ອາຍ ຄືເມື່ອນຶ່ງປີຜ່ານມາ ແບບວ່າປ່ຽນແປງໄປຮ້ອຍເປີເຊັນພຸ້ນຫຼ່ະ ຮຽນກໍເກັ່ງຂຶ້ນອີກ ແລະກໍມີຄວາມໝັ້ນໃຈຫຼາຍຂຶ້ນ.”

ເວລານີ້ ທ້າວເຄນ ມັນຣອຍ ຍັງເປີດຮ້ານກະດາດຫຼິ້ນເກມຂອງລາວ ໃນວັນສຸດສັບປະດາ ເກືອບທຸກໆສັບປະດາ ສໍາລັບໃຫ້ຜູ້ໃດກໍຕາມ ມາຢຸດແວ່ຫຼິ້ນເກມ.

ເບິ່ງວີດິໂອລາຍງານນີ້ ເປັນພາສາອັງກິດ:
XS
SM
MD
LG