ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ນາຍົກ ອາຟຣິກາກາງ ຍິນດີຕ້ອນຮັບ ກຳລັງຈາກ ອີ​ຢູ (ວີ​ດີ​ໂອ /ສະ​ໄລ​ດ໌)


ປະທານາທິບໍດີ ຊົ່ວຄາວ​ຄົນ​ໃໝ່ ຂອງສາທາລະນະລັດ ອາຟຣິກາກາງ ທ່ານ Andre Nzapayeke.
ປະທານາທິບໍດີ ຊົ່ວຄາວ​ຄົນ​ໃໝ່ ຂອງສາທາລະນະລັດ ອາຟຣິກາກາງ ທ່ານ Andre Nzapayeke.
ນາຍົກລັດຖະມົນຕີຊົ່ວຄາວ​ຄົນ​ໃໝ່ ຂອງສາທາລະນະ​ລັດ​ອາ​
ຟຣິກາ​ກາງ ທ່ານ Andre Nzapayeke ກ່າວ​ວ່າ ທ່ານ​ມີ​ຄວາມ
ຍິນ​ດີ ທີ່​ສະພາ​ຄວາມ​ໝັ້ນຄົງ​ອົງການສະຫະ​ປະຊາ​ຊາດ ໄດ້ຮັບ​
ຜ່ານແຜນການ ທີ່​ອະນຸມັດ​ໃຫ້​ສົ່ງ​ທະຫານ​ສ​ະ​ຫະ​ພາບ​ຢູ​ໂຣບຫຼື
ອີ​ຢູປະມານ 500 ຄົນ ໄປ​ຍັງ​ປະ​ເທດ​ຂອງທ່ານ.

ກອງ​ກໍາລັງ​ເພີ່ມ​ຕື່ມ​ນີ້ ຈະໄປສົບ​ທົບ​ກັບ​ກອງ​ທະຫານ​ຝຣັ່ງ ​ແລະ
​ອາ​ຟຣິກາ ທີ່​ໄດ້​ໄປ​ປະ​ຈໍາ​ການ ​ຢູ່ໃນສາທາລະນະ​ລັດ​ອາ​ຟຣິກາ​
ກາງນັ້ນ​ແລ້ວ ​ເພື່ອ​ຊ່ອຍ​ແກ້​ໄຂ ​ອັນທີ່​ທາງ ​ສະ​ພາ​ຄວາມໝັ້ນຄົງ​
​ເອີ້ນ​ວ່າ “ສະຖານະ​ການດ້ານ​ຄວາມ​ໝັ້ນຄົງ​ ທີ່​ຊຸດ​ໂຊມ​ລົງ​ໄປ
​ເລື້ອຍໆ​ນັ້ນ.”



ທ່ານ Nzapayeke ​ໄດ້​ບອກ​ກັບ VOA ພະແນກພາສາຝຣັ່ງໄປຍັງອາຟຣິກາ ໃນວັນ
ພຸດມື້ນີ້ວ່າ ຄວາມ​ຮຸນ​ແຮງ​ໄດ້​ກາຍ​ມາ​ເປັນ​ທຸລະ​ກິດ​ ​ແລະ​ມັນ​ຈະໃຊ້​ເວລາດົນ ​ເພື່ອ​ຈະ
​ແກ້​ໄຂ​ວິ​ກິດ​ການ​ອັນ​ນີ້.

ທ່ານ​ກ່າວ​ອີກ​ວ່າ ມີ​ຄວາມ​ຈໍາ​ເປັນ​ທີ່​ຈະ​ຕ້ອງ​ສ້າງສາ​ປະ​ເທດ​ຄືນ​ໃໝ່ ​ແລະ​ຮຽກຮ້ອງ​ໃຫ້
ມີ​ການ​ນໍາ​ໃຊ້ ​ແຜນການ Marshall ສໍາລັບສາທາລະນະ​ລັດ​ອາ​ຟຣິກາ​ກາງ ຊຶ່ງ​ເປັນ​ການ
​ເອີ່ຍ​ເຕື້ອງ​ເຖິງໂຄງການ​ລິ​ເລິ່ມດ້ານ​ການຊ່ວຍ​ເຫລືອ​ຂອງ​ສະຫະລັດ ​ເພື່ອ​ຊ່ວຍ​ບູລະນະ
​ສ້າງສ​າ ຢູໂຣບຄືນ​ໃໝ່ ຫຼັງຈາກສົງຄາມໂລກ ຄັ້ງທີ 2.

UN Approves European Troop Deployment to CAR
please wait

No media source currently available

0:00 0:01:58 0:00
ລິງໂດຍກົງ
XS
SM
MD
LG