ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ລະ​ເບີດລົດ 2 ຄັນ ໃນໂຊ​ມາ​ເລຍ ​​ສັງຫານ ຢ່າງ​ນ້ອຍ 7 ຄົນ


ບັນດາພະນັກງານກູ້ໄພ ກຳລັງຍົກຍ້າຍສົບ ຂອງຜູ້ເສຍຊີວິດ ຈາກຈຸດເກີດເຫດໂຈມຕີ ດ້ວຍລົດລະເບີດ 2 ບັ້ນ ໃກ້ກັບ ທຳນຽບປະທານາທິບໍດີ ໃນນະຄອນຫລວງ ໂມກາດິສຊູ ປະເທດໂຊມາເລຍ, ວັນທີ 15 ຕຸລາ 2014.
ບັນດາພະນັກງານກູ້ໄພ ກຳລັງຍົກຍ້າຍສົບ ຂອງຜູ້ເສຍຊີວິດ ຈາກຈຸດເກີດເຫດໂຈມຕີ ດ້ວຍລົດລະເບີດ 2 ບັ້ນ ໃກ້ກັບ ທຳນຽບປະທານາທິບໍດີ ໃນນະຄອນຫລວງ ໂມກາດິສຊູ ປະເທດໂຊມາເລຍ, ວັນທີ 15 ຕຸລາ 2014.

ການ​ໂຈມ​ຕີ​ດ້ວຍລະ​ເບີດລົດ 2 ຄັນ ໃນ​ນະຄອນ​ຫລວງ​ໂມ​ກາ​ດິສຊູ
ຂອງປະ​ເທດ​ໂຊ​ມາ​ເລຍ ​ໄດ້​ສັງຫານ ຢ່າງ​ນ້ອຍ 7 ຄົນ ລວມທັງ​
ເຈົ້າ​ໜ້າ​ທີ່​ສືບ​ລັບ​ແຫ່ງ​ຊາດ ຄົນ​ນຶ່ງ.

ພວກ​ກຸ່ມ​ຫົວ​ຮຸນ​ແຮງ al-Shabab ​ໄດ້​ອ້າງ​ເອົາ​ຄວາມ​ຮັບຜິ​ດຊອບ
ສຳ​ຫລັບການວາງລະ​ເບີດທັງ​ສອງ​ຄັ້ງ ໃນ​ວັນ​ພຸດ​ວານ​ນີ້.

ການ​ໂຈມ​ຕີ​ບັ້ນ​ທຳ​ອິດ ​ໄດ້ສັງຫາ​ນ 2 ຄົນ ​ແລະ​ເກີດ​ຂຶ້ນ​ໂດຍ​
ລະ​ເບີດ ທີ່ຄົນ​ຮ້າຍ​ລັກຕິດໃສ່ ​ລົດ​ຂອງ​ເຈົ້າໜ້າ​ທີ່​ສືບ​ລັບ​ດັ່ງກ່າວ.

ລະ​ເບີດ​ລົດ​ບັ້ນ​ທີ​ສອງ ​ແມ່ນ​ເກີດ​ຂຶ້ນ​ຢູ່​ໃນເມື​ອງ Hamar Weyne ຂອງ​ນະຄອນ​ຫລວງ
ໂມ​ກາ​ດິສຊູ ເຮັດ​ໃຫ້ 5 ຄົນ​ເສຍ​ຊີວິດ ​ແລະ 8 ຄົນ​ໄດ້​ຮັບບາດ​ເຈັບ.

ຜູ້​ວ່າການ​ເມືອງ​ດັ່ງກ່າວ ທ່ານ Abdulkadir Mohamed Abdulkadir ບອກ​ກັບ​ວີ​ໂອ​ເອ
ວ່າ ລົດ​ທີ່​ບັນຈຸ​ລະ​ເບີດ​ນັ້ນ ​ໄດ້​ຈອດ​ຢູ່​ຂ້າງນອກ​ ຮ້ານ​ອາຫານ​ແຫ່ງ​ນຶ່ງ.

ພວກ​ກຸ່ມ​ຫົວ​ຮຸນ​ແຮັງ al-Shabab ​ໄດ້​ສູນ​ເສຍດິນແດນ​ຂອງ​ພວກ​ເຂົາ​ ຢ່າງ​ຕໍ່​ເນື່ອງ ​ໃຫ້​ແກ່​ກອງ​ກຳລັງ​ຂອງສະຫະພາບ​ອາ​ຟຣິກາ ​ແຕ່ກໍ​ຍັງ​ສືບ​ຕໍ່ທຳການ​ໂຈມ​ຕີ ດ້ວຍການ​ຍິງ​ປືນ​ໃສ່ ​ແລະ ດ້ວຍ​ລະ​ເບີດ ຢູ່ໃນ​ນະຄອນຫລວງໂມ​ກາ​ດິສຊູ. ກຸ່ມ​ດັ່ງກ່າວ​ໄດ້​ສັງ​ຫານ ຜູ້​ແທນ​ສະພາ​ແຫ່ງ​-ຊາດໂຊ​ມາ​ເລຍ ຫຼາຍຄົນ​ແລ້ວ​ໃນ​ປີ​ນີ້.

SOMALIA VIOLENCE VOSOT
please wait

No media source currently available

0:00 0:00:44 0:00

XS
SM
MD
LG