ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ມີຜູ້ເສຍຊີວິດ 48 ຄົນ ໃນເຫດວາງລະເບີດລົດ ຢູ່ອິຣັກ (ສະໄລດ໌/ວິດີໂອ)


ລະເບີດລົດ ທີ່ແຕກຢູ່ເມືອງ Basra, 550 ຫລັກ ຈາກນະຄອນຫລວງ Baghdad ໄປທາງຕາເວັນອອກສຽງໃຕ້, ວັນຈັນ ທີ ກໍລະກົດ 2013.
ລະເບີດລົດ ທີ່ແຕກຢູ່ເມືອງ Basra, 550 ຫລັກ ຈາກນະຄອນຫລວງ Baghdad ໄປທາງຕາເວັນອອກສຽງໃຕ້, ວັນຈັນ ທີ ກໍລະກົດ 2013.
ຄື້ນຟອງ​ແຫ່ງການ​ໂຈມ​ຕີ​ດ້ວຍລະ​ເບີດລົດ ​ໄດ້​ປະ​ທະ​ອີຣັກ ​ໃນ​
ວັນ​ຈັນ​ມື້​ນີ້ ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ຢ່າງ​ໜ້ອຍ 48 ຄົນ ​ແລະ​ໄດ້​
ຮັບ​ບາດ​ເຈັບ 200 ກວ່າຄົນ​ ໃນ​ຂະນະ​ທີ່ປະ​ເທດ​ດັ່ງກ່າວ ກໍາລັງ
​ສູ້ຊົນ​ກັບ​ຄວາມ​ຮຸນ​ແຮງ ​ແລະ​ຄວາມເຄ່ງ​ຕຶງລະຫວ່າງ​ສາສະໜາ
ທີ່​ເພີ້​ມທະວີ​ຂຶ້ນ​ນັບ​ມື້​ນັ້ນ.

ສ່ວນ​ໃຫຍ່​ຂອງລະ​ເບີດ​ລົດ​ທີ່ແຕກ​ເກີດ​ຂື້ນໃນມື້​ນີ້ ​ແມ່ນຢູ່​ໃນເຂດ
​ຂອງ​ຊາວ Shi’ite ​ຂອງ​ກຸງ Bagdad ​ໃນ​ຂະນະ​ທີ່​ລະ​ເບີດ​ລູກ​ນຶ່ງ
​ແຕກ​ຂື້ນ​ໃນເມືອງ Basra ທາງ​ພາກ​ໃຕ້ຂອງ​ປະ​ເທດ.

ຍັງ​ບໍ່​ມີ​ຝ່າຍ​ໃດ​ອອກ​ມາ​ອ້າງ​ເອົາ​ຄວາ​ມຮັບ​ຜິດ​ຊອບສໍາລັບການ​
ໂຈມ​ຕີ​ໃນ​ຄັ້ງ​ນີ້​ເທື່ອ.

ພວກ​ກໍ່​ການ​ຮ້າຍ ທີ່​ພົວພັນ​ກັບ Al-Qaida ມັກ​ຈະ​ໃຊ້ວິທີວາງ​ລະ​ເບີດໃສ່​ລົດ ​ທໍາການ​ໂຈມ​ຕີ​ແບບ​ມີການ​ປະສານ​ງານກັນ​ ​ເພື່ອ​ບ່ອນ​ທໍາລາຍ ລັດຖະບານ​ຂອງ​ປະ​ເທດ ທີ່ນໍາ
ພາ​ໂດຍ​ຊາວ Shi’ite ນັ້ນ.



ຊາວ Sunni ​ຈໍານວນ​ຫລວງຫລາຍ ໄດ້​ພາກັນ​ປະ​ທ້ວງຕໍ່​ຕ້ານ​ລັດຖະບານ ​ທີ່ເຂົາ​ເຈົ້າ
ກ່າວ​ຫາວ່າ ບໍ່ເອົາຫົວຊາ​ນໍາ​ຄວາມ​ຕ້ອງການຂອງ​ເຂົາ​ເຈົ້າ ​ແລະ​ເຮັດ​ໃຫ້​ເຂົາ​ເຈົ້າບໍ່​ມີ​ປາກ​
ມີ​ສຽງ​ໃນ​ເລື້ອງ​ການ​ເມືອງ.

ຄວາມ​ຮຸນ​ແຮງທີ່ເພີ້​ມທະວີຂຶ້ນ ໃນ​ລະຍະ​ສອງ​ສາມ​ເດືອນຜ່ານ​ມານີ້ ​ໄດ້​ເຮັດ​ໃຫ້​ຫລາຍ​ຮ້ອຍ​ຄົນ​ເສຍ​ຊີວິດ ຊຶ່ງ​ມີ​ຫລາຍ​ຝ່າຍຄາດ​ຄະ​ເນ​ວ່າ ​ ຈໍານວນ​ຜູ້​ເສຍ​ຊີວິດ​ມີ​ຫລາຍກວ່າ 800 ຄົນ​ ສະ​ເພາະແຕ່​ເດືອນ​ກໍລະກົດ​ເທົ່າ​ນັ້ນ.

Iraq
please wait
Embed

No media source currently available

0:00 0:00:54 0:00


XS
SM
MD
LG