ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຢ່າງໜ້ອຍ 46 ຄົນ ເສຍຊີວິດ ໃນເຫດວາງລະເບີດລົດ ຫຼາຍໆບັ້ນ ຢູ່ແບກແດດ (ວີດິໂອ)


IRAQ
please wait
Embed

No media source currently available

0:00 0:00:54 0:00

ເບິ່ງວີດິໂອ ກ່ຽວກັບຂ່າວນີ້.

ເຈົ້າໜ້າ​ທີ່​ອິຣັກ ​ເວົ້າ​ວ່າ ຄື້ນຟອງ​ຂອງການວາງລະ​ເບີດ​ລົດ
ຫຼາຍບັ້ນ ​ໄດ້​ປະທະ​ຂົງ​ເຂດ ທີ່​ມີ​ຊາວ​ມຸສລິ​ມ ນິກາຍ Shi’ite
ອາ​ໄສ​ຢູ່​ເປັນ​ສ່ວນ​ໃຫຍ່ ​ຢູ່​ໃນແລະ​ຢູ່​ອ້ອມ​ແອ້ມ​ເຂດ ນະຄອນ
ຫຼວງ​ແບກ​ແດດ ​ສົ່ງ​ຜົນ​ໃຫ້ຢ່າງ​ໜ້ອຍ 46 ຄົນ​ເສຍ​ຊີວິດ ແລະ
​ບາດ​ເຈັບ​ອີກຫຼາຍຄົນ.

​ມີ​ລະ​ເບີດ​ຢ່າງ​ໜ້ອຍເຈັດ​ລູກ ແຕກ​ຂຶ້ນ​ ຢູ່​ຕາມ​ຖະໜົນ​ຍ່ານ​
ການ​ຄ້າ​ໃນ​ທົ່ວຕົວ​ເມືອງ​ ​ຕອນ​ແລງ​ວັນ​ເສົາ​ວານ​ນີ້ ​ເວລາ
​ພວກ​ຊາວ​ເມືອງ​ກໍາລັງ​ເລາະ​ຊື້​ເຄຶ່ອງຊື້​ຂອງ​ ​ແລະພັກຜ່ອນ
​ຍ່ອນ​ໃຈ​ຢູ່​ຕາມ​ຮ້ານ​ກາ​ເຟ ຫຼັງຈາກສິ້ນ​ສຸດ ການອົດອາຫານ​
ປະ​ຈໍາ​ວັນ​ ໃນ​ເດືອນຖື​ສິນ ​Ramadan ​ນັ້ນ. ການ​ໂຈມ​ຕີ​ບັ້ນ
ຮ້າຍ​ແຮງ​ທີ່​ສຸດ ​ແມ່ນ​ເກີດ​ຂຶ້ນຢູ່​ເຂດ​ເມືອງ Karrada ​ແລະ​ເມືອງ Tobchi ຂອງ​ນະຄອນ
ຫຼວງ​ແບກ​ແດດ.

​ຍັງ​ບໍ່​ມີ​ຝ່າຍ​ໃດ​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ໂດຍ​ທັນທີ. ພວກ​ຫົວ​ຮຸນ​ແຮງ​ຊົນ​ກຸ່ມ​ນ້ອຍ Sunni ທີ່​ເຊື່ອມໂຍງ​ກັບ​ກຸ່ມ​ກໍ່​ການ​ຮ້າຍ ອາລຄາ​ອີ​ດາ ມັກ​ຈະທໍາ​ການ​ໂຈມ​ຕີ​ທີ່​ແນ​ເປົ້າ
ໝາ​ຍ​ໃ​ສ່ກຸ່ມ​ມຸສລິ​ມ Shi’ite ຊຶ່ງ​ເປັນ​ຊົນ​ກຸ່ມ​ໃຫຍ່​ຂອງ​ອີຣັກ ​ເພື່ອ​ແກ້​ແຄ້ນ ທີ່ມີເປົ້າໝາຍ​ເພື່ອ​ຜັກ​ດັນ​ໃຫ້​ປະ​ເທດ​ຊາດ​ ຕົກ​ຢູ່​ໃນ​ສົງຄາມ​ກາງ​ເມືອງ.

XS
SM
MD
LG