ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

​ການ​ໂຈມ​ຕີ ສະຫຼະຊີບ ສັງຫານ 4 ຄົນ ໃນຄຸ້ມຄຣິສຕຽນ ຢູ່ພາກເໜືອ ໄນຈີເຣຍ


ຊາຍຄົນນຶ່ງກວດເບິ່ງລົດທ່ີຜູ້ວາງລະເບີດສະຫລະຊີບໃຊ້ ໃນຄຸ້ມ Sabon Gariຊຶ່ງເປັນຄຸ້ມຂອງຊາວຄຣິສຕຽນອາໄສຢູ່ສ່ວນຫຼາຍ
ໃນເມືອງ Kano, ໃນພາກເໜືອຂອງໄນຈີເຣຍ
ວັນທີ 18 ພຶດສະພາ 2014.
ຊາຍຄົນນຶ່ງກວດເບິ່ງລົດທ່ີຜູ້ວາງລະເບີດສະຫລະຊີບໃຊ້ ໃນຄຸ້ມ Sabon Gariຊຶ່ງເປັນຄຸ້ມຂອງຊາວຄຣິສຕຽນອາໄສຢູ່ສ່ວນຫຼາຍ ໃນເມືອງ Kano, ໃນພາກເໜືອຂອງໄນຈີເຣຍ ວັນທີ 18 ພຶດສະພາ 2014.
ຜູ້​ວາງ​ລະ​ເບີດ​ສະຫລະ​ຊີບ​ໃນ​ລົດ​ຄົນ​ນຶ່ງ ​ໄດ້​ສັງຫານ​ປະຊາ
ຊົນ​ຢ່າງ​ໜ້ອຍ 4 ຄົນ​ໃນ​ວັນ​ອາທິດ​ວານ​ນີ້ ​ໃນ​ຄຸ້ມ​ຊາວ​ຄຣິດ
ຕຽນ​ອາ​ໄສ​ຢູ່​ແຫ່ງ​ນຶ່ງ​ໃນ​ເມືອງ Kano ​ໃນ​ພາກ​ເໜືອ​ຂອງ
ໄນ​ຈີ​ເຣຍ.

ຕຳຫຼວດ ກ່າວ​ວ່າ ລະເບີດ​ໄດ້​ແຕກ​ຂຶ້ນ​ໃນ​ຖະໜົນ​ສາຍ​ນຶ່ງ
​ຊຶ່ງ​ມີ​ບາ​ ​ແລະຮ້ານ​ອາຫານຈຳນວນ​ນຶ່ງ​ຕັ້ງ​ຢູ່​ໃນ​ບໍລິ​ເວນ​ດັ່ງ
ກ່າວ.

ບໍ່​ມີ​ຜູ້​ໃດ ຫຼື​ກຸ່ມ​ໃດ ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ໃນ​ການວາງ​
ລະ​ເບີດ​ດັ່ງກ່າວ. ​ແຕ່​ມີ​ການ​ສົງ​ໄສ ທີ່​ເບິ່ງ​ຄື​ວ່າ​ຈະ​ຖິ້ມ​ໂທດ​ໃສ່​
ກຸ່ມ​ຫົວ​ຮຸນ​ແຮງ Boko Haram ຊຶ່ງ​ເປັນ​ກຸ່ມ​ອິສລາມ​ຫົວ​ຮຸນ​ແຮງ ທີ່​ໃຊ້​ການ​ກໍ່​ການ​ຮ້າຍ ​ເພື່ອ​ຈັດ​ຕັ້ງ​ລັດ​ອິສລາມ​ນິຍົມ​ແນວທາງ​ເດີມ​ຂຶ້ນ ​ໃນ​ພາກ​ເໜືອ​ຂອງ​ໄນ​ຈີ​ເຣຍ
ນັ້ນ.

​ເວລາ​ນີ້ ກຸ່ມ Boko Haram ກຳລັງ​ກັກ​ໂຕ​ພວກ​ນັກຮຽນ​ຍິງ 276 ຄົນ ​ໄວ້​ເປັນ​ຕົວ​ປະກັນ ທີ່​ພວກ​ເຂົາ​ໄດ້​ລັກພາ​ໂຕ​ພວກ​ເດັກນ້ອຍ​ແມ່ຍິງ​ເຫຼົ່າ​ນີ້​ຈາກ​ໝູ່ບ້ານ​ຂອງ​
ພວກ​ເຂົາ​ເຈົ້າ​ໄປ​ໃນ​ເດືອນ​ແລ້ວ​ນີ້.

ປະທານາທິບໍດີ Goodluck Jonathan ​ແຫ່ງ​ໄນ​ຊີ​ເຣຍ ​ແລະ​ພວກ​ຜູ້ນຳ​ຄົນ​ອື່ນໆ ຂອງປະ​ເທດ​ໃນ​ອາ​ຟຣິກາ ​ໄດ້​ໄປ​ຮ່ວມ​ກອງ​ປະຊຸມ ທີ່​ຝຣັ່ງ​ເປັນ​ຜູ້​ຈັດ​ຂຶ້ນ​ໃນ​ນະຄອນ​ປາຣີ ​ໃນ​ວັນ​ເສົາ​ຜ່ານ​ມາ​ນີ້ ​ເພື່ອ​ຊອກ​ຫາ​ທາງ​ຕ່າງໆ ​ເພື່ອ​ຮັບ​ມື​ກັບ​ພວກ​ກໍ່​ການ​ຮ້າຍ
ນີ້.
XS
SM
MD
LG