ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

30 ຄົນ ເສຍຊີວິດ ຍ້ອນການໂຈມຕີ ດ້ວຍລະເບີີດລົດ ໃນ ເຢເມນ


ພວກເຈົ້າໜ້າທີ່ ເຕົ້າໂຮມກັນ ຢູ່ບ່ອນເກີດເຫດ ລະເບີດລົດ.
ພວກເຈົ້າໜ້າທີ່ ເຕົ້າໂຮມກັນ ຢູ່ບ່ອນເກີດເຫດ ລະເບີດລົດ.

ບັນດາ​ເຈົ້າ​ໜ້າ​ທີ່​ຮັກສາ​ຄວາມ​ປອດ​ໄພ ກ່າວ​ວ່າ ລະເບີດລົດ​
ຄັນ​ນຶ່ງ​ ​ໄດ້​ແຕກ​ຂື້ນ​ຢູ່​ນອກສະ​ຖາ​ບັນ​ຕຳຫລວດ ​ໃນນະຄອນ
ຫລວງ​ຂອງເຢ​ເມນ ​ເຮັດ​ໃຫ້​ຢ່າງ​ໜ້ອຍ 30 ຄົນ​ເສຍ​ຊີວິດ ​ແລະ
​ໄດ້​ຮັບ​ບາດ​ເຈັບອີກ 40 ຄົນ.

ເຫດລະ​ເບີດ​ແຕກ​ໃນ​ວັນ​ພຸດມື້ນີ້ ທີ່​ນະຄອນຫລວງ Sanaa
​ເກີດຂຶ້ນໃນ​ຂະນະ​ທີ່​ຜູ້​ຄົນ​ພາກັນ​ເຕົ້າ​ໂຮມ​ກັນ​ຢູ່​ນອກ​ຕຶກອາຄານ.

ຍັງ​ບໍ່​ມີ​ກຸ່ມໃດ ​ອ້າງ​ເອົາ​ຄວາມ​ຮັບຜິດຊອບ ໃນ​ການ​ໂຈມ​ຕີດັ່ງ
ກ່າວນີ້ເທື່ອ.

​ນະຄອນ​ຫລວງ​ຂອງ​ເຢ​ເມນ ​ໄດ້​ເປັນ​ບ່ອນ​ທີ່ມີການວາງ​ລະ​ເບີດມາແລ້ວ​ຫລາຍ​ຄັ້ງ​ ​ແລະ​
ການ​ໂຈມ​ຕີອຶ່ນໆ ​ໃນ​ຂະນະທີ່​ບັນດາ​ກຸ່ມຕ່າງໆ​ ພາກັນ​ຍາດ​ແຍ່ງອຳ ນາດ​ຢູ່​ໃນ​ປະ​ເທດ
ໂດຍໄດ້ຕໍ່ສູ້​ກັບ​ໜ່ວຍ​ຮັກສາ​ຄວາມ​ປອດ​ໄພ ນັບ​ຕັ້ງ​ແຕ່​ໄດ້ມີ ການ​ລຸກ​ຮື​ຂື້ນຂອງມະຫາຊົນ
​ເມື່ອສາມ​ປີ​ກ່ອນ ທີ່​ໄດ້​ຂັບ​ໄລ່ຜູ້ນຳ​ທີ່ປົກຄອງປະ ເທດມາເປັນເວລາດົນ​ນານ ທ່ານ Ali
Abdullah Saleh.

ພວກ​ກະບົດ Houthi ຂອງຊາວ Shi’ite ​ໄດ້ເຂົ້າຄວບຄຸມ​ນະຄອນຫລວງ ​ໃນ​ເດືອນ​ກັນຍາ
​ທີ່​ຜ່ານ​ມາ​ແລະ​ໄດ້​ປະ​ທະ​ກັບ​ພວກ​ຫົວ​ຮຸນ​ແຮງ​ຈາກກຸ່ມ Al Qaida ຢູ່​ໃນ​ແຫລມ Arabia
​ແລະ​ພັນທະ​ມິດ​ຊົນ​ເຜົ່າອື່ນໆທີ່ນັບຖືນິກາຍ Sunni​ ນັ້ນ.​

YEMEN VIOLENCE SOTVO
please wait
Embed

No media source currently available

0:00 0:00:53 0:00

XS
SM
MD
LG