ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

25 ຄົນ ເສຍຊີວິດ ຍ້ອນ ລະເບີດລົດ ຢູ່ເມືອງ Kirkuk ໃນ ພາກເໜືອ ອີຣັກ (ວີດີໂອ)


ເມືອງຕ່າງໆຂອງອີຣັກ Mosul, Tikrit, Beiji, Kirkuk, Karbala, Fallujah ແລະ Baghdad
ເມືອງຕ່າງໆຂອງອີຣັກ Mosul, Tikrit, Beiji, Kirkuk, Karbala, Fallujah ແລະ Baghdad

ການໂຈມຕີດ້ວຍລະເບີດລົດຢູ່ເມືອງ Kirkuk ທີ່ຄວບຄຸມໂດຍ
ຊາວເຄີດ ໃນພາກເໜືອອີຣັກ ໄດ້ສັງຫານ ຢ່າງໜ້ອຍ 25 ຄົນ
ແລະໄດ້ຮັບບາດເຈັບອີກ 25 ຄົນ.

ພວກທີ່ເສຍຊີວິດ ແມ່ນຮວມທັງ ພົນລະເຮືອນ ແລະ ທະຫານ
ຊາວເຄີດ ທີ່ປະຈຳການຢູ່ດ່ານກວດແຫ່ງນຶ່ງ.

ເຫດລະເບີດ ໄດ້ເຮັດໃຫ້ປະຕູປ່ອງຢ້ຽມຂອງເຮືອນຊານ ທີ່ຢູ່
ໃກ້ຄຽງນັ້ນແຕກ. ຍັງບໍ່ທັນມີກຸ່ມໃດອ້າງເອົາຄວາມຮັບຜິດຊອບ
ໃນການໂຈມຕີດັ່ງກ່າວນີ້ເທື່ອ.

ກ່ອນໜ້ານັ້ນ ໃນຕອນເຊົ້າຂອງວັນສຸກວານນີ້ ກຳລັງຂອງຊາວເຄີດໄດ້ເຂົ້າຢຶດ ເອົາບໍ່ນ້ຳ
ມັນ 2 ແຫ່ງໃນພາກເໜືອຂອງອີຣັກໃກ້ໆເມືອງ Kirkuk ໂດຍເວົ້າວ່າ ຕົນຢາກໃຫ້ສະຖານ
ທີ່ທັງສອງຢູ່ໃນຄວາມປອດໄພ.

ລັດຖະບານກາງອີຣັກທີ່ນະຄອນຫຼວງແບັກແດດໄດ້ປະນາມການເຂົ້າຢຶດດັ່ງກ່າວ ແລະທວງ
ໃຫ້ກຳລັງຂອງຊາວເຄີດຖອນອອກໄປໃນທັນທີ.

ກຳລັງຂອງຊາວເຄີດ ໄດ້ເຂົ້າຄວບຄຸມເມືອງ Kirkuk ແລະເຂດອື່ນໆ ໃນພາກເໜືອຂອງ
ອີຣັກມາໄດ້ເກືອບນຶ່ງເດືອນແລ້ວ.

ແລະໃນການເຄື່ອນໄຫວເພື່ອແຍກໂຕອອກຈາກກັນຕື່ມອີກລະຫວ່າງຊາວເຄີດ ແລະລັດຖະ
ບານນັ້ນພວກນັກການເມືອງຊາວເຄີດໄດ້ໂຈະການເຂົ້າຮ່ວມໃນຄະນະລັດຖະບານຂອງ
ນາຍົກລັດຖະມົນຕີ Nouri al-Maliki ຢ່າງເປັນທາງການ ໂດຍເອີ້ນຜູ້ກ່ຽວວ່າ ເປັນໂຣກປະ
ສາດເສຍຈິດ. ນາຍົກລັດຖະມົນຕີ Maliki ໄດ້ ກ່າວຫາຊາວເຄີດວ່າ ຊຸກເຊື່ອງພວກຫົວຮຸນ
ແຮງຈັດນິກາຍຊຸນນີ່ ທີ່ໄດ້ເຂົ້າຄວບ ຄຸມສ່ວນໃຫຍ່ຂອງພາກເໜືອອີຣັກ ແລະຂົ່ມຂູ່ຕໍ່ນະຄອນ ຫຼວງແບັກແດດນັ້ນ.

ຊາວເຄີດມີເຂດປົກຄອງຕົນເອງຢູ່ໃນພາກເໜືອຂອງອີຣັກແລະຫລາຍໆຄົນຕ້ອງ ການຢາກ
ເປັນເອກກະລາດຈາກອີຣັກ.

IRAQ KURDS SOT
please wait
Embed

No media source currently available

0:00 0:00:41 0:00

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 28 ມີນາ 2024

XS
SM
MD
LG