ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຈົ້າໜ້າທີ່ທະຫານ ອາວຸໂສຂອງ ໂຊມາເລຍ ເສຍຊີວິດ ຍ້ອນການໂຈມຕີ ດ້ວຍລະເບີດລົດ


ທະຫານ ໂຊມາເລຍ ຢືນຢູ່ໃກ້ກັບຕຶກທີ່ຖືກທຳລາຍ ຫຼັງຈາກການໂຈມຕີ ສະຫຼະຊີບ ທີ່ໄດ້ແນເປົ້າໃສ່ຂະບວນລົດທີ່ຄຸ້ມກັນນາຍພົນທະຫານໃນນະຄອນຫຼວງ ໂມກາດິຊູ. 18 ກັນຍາ, 2016.
ທະຫານ ໂຊມາເລຍ ຢືນຢູ່ໃກ້ກັບຕຶກທີ່ຖືກທຳລາຍ ຫຼັງຈາກການໂຈມຕີ ສະຫຼະຊີບ ທີ່ໄດ້ແນເປົ້າໃສ່ຂະບວນລົດທີ່ຄຸ້ມກັນນາຍພົນທະຫານໃນນະຄອນຫຼວງ ໂມກາດິຊູ. 18 ກັນຍາ, 2016.

ເຈົ້າໜ້າທີ່ທະຫານອາວຸໂສຂອງ ໂຊມາເລຍ ທ່ານນຶ່ງໄດ້ຖືກຂ້າຕາຍໃນການໂຈມຕີລະ ເບີດລົດໃນນະຄອນຫຼວງ ໂມກາດິຊູ ຂອງ ໂຊມາເລຍ ໃນວັນອາທິດວານນີ້.

ທ່ານ Abdifitah Omar Halane ໂຄສົກຂອງລັດຖະບານໃນພາກພື້ນນະຄອນຫຼວງ ໂມ ກາດິຊູ ໄດ້ກ່າວຕໍ່ວີໂອເອວ່າ ນາຍພົນ Mohamed Roble Jimale ຫຼື Goobaale” ແລະ ຜູ້ຄຸ້ມກັນຂອງທ່ານ 6 ຄົນໄດ້ເສຍຊີວິດເມື່ອຂະບວນລົດຂອງພວກເຂົາເຈົ້າໄດ້ຖືກ ໂຈມຕີໂດຍລົດທີ່ບັນທຸກລະເບີດຈຳນວນຫຼາຍ ຢູ່ໃກ້ໆກັບທາງເຂົ້າຂອງສຳນັກງານໃຫຍ່ ກະຊວງປ້ອງກັນປະເທດຂອງ ໂຊມາເລຍ ໃນນະຄອນຫຼວງ ໂມກາດິຊູ.

ພວກ Al-Shabab ໄດ້ອ້າງເອົາຄວາມຮັບຜິດຊອບສຳລັບການໂຈມຕີຄັ້ງນີ້.

ນາຍພົນຄົນດັ່ງກ່າວແມ່ນຫົວໜ້າຂອງກອງພັນທີ 3 ໃນກອງທັບທະຫານບົກ ໂຊມາເລຍ ແລະ ທັງຍັງເປັນເຈົ້າໜ້າທີ່ນຳພາໃນການຕໍ່ສູ້ກັບພວກກຸ່ມຫົວຮຸນແຮງ ໂຊມາເລຍນຳ.

ພວກ Al-Shabab ໄດ້ຖືກກົດດັນໃຫ້ອອກໄປຈາກນະຄອນຫຼວງ ໂມກາດິຊູ ໂດຍກອງກຳ ລັງຮັກສາສັນຕິພາບຂອງ ສະຫະພາບ ອາຟຣິກາ ໃນປີ 2011 ແຕ່ກໍຍັງຄົງເປັນປໍລະປັກທີ່ ມີອິດທິພົນໃນ ໂຊມາເລຍ ຢູ່, ດ້ວຍການເປີດການໂຈມຕີຢ່າງເປັນປະຈຳ ເພັ່ງເລັງໃສ່ການ ໂຄ່ນລົ້ມລັດຖະບານທີ່ໄດ້ຮັບການໜູນຫຼັງຈາກປະເທດຕາເວັນຕົກ.


ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG