ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

8 ຄົນເສຍຊີວິດ ໃນເຫດວາງລະເບີດລົດ ທີ່ເມືອງຫລວງຂອງໂຊມາລີ (ວີດິໂອ/ສະໄລດ໌)


ລະ​ເບີດທີ່​ຫ້າງ​ໄວ້​ໃນ​ລົດຄັນ​ນຶ່ງ​ໄດ້​ແຕກ​ຂື້ນ ​ຢູ່​ກາງ​ເມືອງ​ຫລວງ
ໂມກາດິສຊຸ ຂອງໂຊ​ມາລີ ​ສົ່ງ​ຜົນ​ໃຫ້​ຢ່າງ​ໜ້ອຍ 8 ຄົນ ​ເສຍ​ຊີວິດ.
ລະ​ເບີດທີ່​ຫ້າງ​ໄວ້​ໃນ​ລົດຄັນ​ນຶ່ງ​ໄດ້​ແຕກ​ຂື້ນ ​ຢູ່​ກາງ​ເມືອງ​ຫລວງ ໂມກາດິສຊຸ ຂອງໂຊ​ມາລີ ​ສົ່ງ​ຜົນ​ໃຫ້​ຢ່າງ​ໜ້ອຍ 8 ຄົນ ​ເສຍ​ຊີວິດ.
ລະ​ເບີດທີ່​ຫ້າງ​ໄວ້​ໃນ​ລົດຄັນ​ນຶ່ງ​ໄດ້​ແຕກ​ຂື້ນ ​ຢູ່​ກາງ​ເມືອງ​ຫລວງ
ຂອງ ໂຊ​ມາລີ ​ສົ່ງ​ຜົນ​ໃຫ້​ຢ່າງ​ໜ້ອຍ 8 ຄົນ ​ເສຍ​ຊີວິດ ແລະໄຟ​
ໄໝ້ ຮ້ານ​ອາຫານ​ຫລາຍ​ແຫ່ງ ​ທີ່ຢູ່​ໃກ້ໆ​ນັ້ນ​.

ນັກ​ຂ່າວວີ​ໂອ​ເອ ພະ​ແນ​ກພາສາ​ໂຊມາລີ Mukhtar
Mohammed Atosh ກ່າວ​ວ່າລະ​ເບີດ​ໄດ້​ແຕກ​ຂື້ນ​ຢູ່​ຖະໜົນ
ໃກ້​ກັບໂຮງ​ລະຄອນແຫ່ງ​ຊາດ ​ໃນ​ເວລາທີ່ລົດ​ຂະ​ບວນ​ນຶ່ງທີ່
​ບັນທຸ​ກ​ເຈົ້າ​ໜ້າ​ທີ່ສື​ບລັ​ບຂອງໂຊ​ມາລີ ​ແລ່ນຜ່ານ​ໄປ.

ຕໍາຫລວດ​ກ່າວ​ວ່າ ປາ​ກົດ​ວ່າ ການ​ໂຈມ​ຕີ​ໄດ້​ແນ່​ໃສ່ພວກ​ເຈົ້າ​ໜ້າ​ທີ່​ສືບ​ລັບ ​ແຕ່ໄດ້​ໄປ
ຖືກ​ລົດ​ຕູ້ນ້ອຍຄັນ​ນຶ່ງ ​ເຮັດ​ໃຫ້​ຜູ້​ໂດຍສານ​ຈໍານວນ​ນຶ່ງ ​ເສຍ​ຊີວິດ.



ຍັງ​ບໍ່​ທັນ​ມີ​ຝ່າຍໃດອ້າງ​ເອົາ​ຄວາມ​ຮັບຜິດຊອບ ​ໃນ​ການວາງ​ລະ​ເບີດຄັ້ງ​ນີ້​ເທື່ອ.

ເມືອງຫລວງ Mogadishu ​ໄດ້​ຄ່ອຍໆ​ກັບ​ຄືນ​ມາ​ຢູ່​ໃນ​ສະພາບ​ປົກກະຕິ ນັບ​ຕັ້ງ​ແຕ່ກຸ່ມ
ຫົວ​ຕໍ່ສູ້ al-Shabab ​ໄດ້​ຖືກ​ຂັບ​ໄລ່​ອອກ​ຈາກ​ເມືອງ​ໄປ ​ໃນ​ປີ 2011. ​ເຖິງ​ຢ່າງ​ໃດ​ກໍ​ດີ
ພວກຫົວ​ຮຸນ​ແຮງກໍຍັງ​ທໍາ​ການໂຈມ​ຕີ​ສະລະ​ຊີບ ​ແລະ​ລັກພາ​ໂຕ​ຄົນ​ໄປຢູ່​ ເປັນ​ລະຍະໆ.

ວີດິໂອກ່ຽວກັບຂ່າວນີ້:

Somalia Blast
please wait
Embed

No media source currently available

0:00 0:00:57 0:00


XS
SM
MD
LG