ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ຢ່າງນ້ອຍ 3 ຄົນ ເສຍຊີວິດ ຍ້ອນ ລະເບີດລົດ ຢູ່ເລບານອນ (ສະໄລດ໌/ວີດີໂອ)


ລະ​ເບີດລົດໄດ້ແຕກ​ຂຶ້ນ​ ໃນ​ພາກ​ຕາ​ເວັນ​ອອກ​ສຽງເໜືອຂອງ
Lebanon ​ໂດຍໄດ້​ສັງຫານ​ຢ່າງ​ນ້ອຍ 3 ຄົນ​ແລະ​ອີກ 20 ຄົນ
​ບາດ​ເຈັບ.

ເຫດລະ​ເບີດ​ດັ່ງກ່າວແມ່ນ​ເກີດ​ຂຶ້ນ​ໃນ​ວັນ​ພະຫັດ​ມື້​ນີ້​ໃກ້ໆ​ກັບ
ຕຶກ​ໂຮງການລັດຖະບານ​ ໃນ​ເມືອງ Hermel ຊຶ່ງ​ເປັນ​ທີ່​ໝັ້ນ
​ຂອງ​ກຸ່ມ Hezbollah ຊຶ່ງເປັນກຸ່ມຫົວຮຸນແຮງຂອງຊາວ Shi’ite.

​ເມືອງ Hermel ​ຕັ້ງ​ຢູ່​ກົງກັນຂ້າມ​ກັບ​ເມືອງຊາຍແດນ Qusair
ຂອງຊີເຣຍ ບ່ອນ​ທີ່​ພວກ​ນັກ​ລົບຂອງກຸ່ມ Hezbollah ​ໄດ້​ຊ່ອຍ​
ກອງ​ກໍາລັງ​ຊີ​ເຣຍຍຶດ​ເອົາ​ຄືນມາ ​ຈາກພວກຕໍ່ຕ້ານ ລັດຖະບານໃນ​ເດືອນມິຖຸນາ​ແລ້ວ​ນີ້.

ພວກ​ລົບ​ຂອງກຸ່ມ Hezbollah ​ໄດ້​ສູ້​ລົບ​ຢ່າງ​ເປີດ​ເຜີຍ​ໃນ​ຊີ​ເຣຍນັບ​ຕັ້ງ​ແຕ່​ປີ​ກາຍ​ນີ້ ເປັນ
ຕົ້ນມາ ​ແລະ​ກໍ່​ໄດ້​ມີ​ຄວາມ​ເຄັ່ງ​ຕຶງ​ເພີ່ມ​ຂຶ້ນ ລະຫວ່າງຊາວ Shi’ite ຂອງ Lebanon ​
ແລະ​ປະຊາ​ຄົມຊາວ Sunni​ ໃນຂະນະທີ່ການປະທະ​ກັນ​ດ້ວຍ​ອາວຸດ​ແລະການໂຈມຕີ
ດ້ວຍລະ​ເບີດ ໄດ້ແຜ່ລາມເຂົ້າໄປໃນ Lebanon ນັ້ນ.

Lebanon Blast
please wait
Embed

No media source currently available

0:00 0:00:23 0:00
XS
SM
MD
LG