ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ນັກລົບ al-Shabab ທີ່ຖືກຈັບ ອ້າງວ່າ ເປັນຊາວອາເມຣິກັນ


ກະບົດ Al-Shabab ຢູ່ ໂຊມາເລຍ ສະແດງອາວຸດ ໃນຂະນະ ທີ່ທຳການເຝິກຊ້ອມ.
ກະບົດ Al-Shabab ຢູ່ ໂຊມາເລຍ ສະແດງອາວຸດ ໃນຂະນະ ທີ່ທຳການເຝິກຊ້ອມ.

ບັນດາ​ເຈົ້າ​ໜ້າ​ທີ່ ຢູ່​ພາກ​ໃຕ້​ຂອງ ​ໂຊ​ມາ​ເລຍ ​ໄດ້​ຈັບ​ຊາວ​ອາ​ເມຣິ
ກັນ ຄົນ​ໜຶ່ງ​ ທີ່ເຄີຍ​ເປັນສະມາຊິກ ກຸ່ມ​ຫົວ​ຮຸນ​ແຮງ al-Shabab.

​ເລື້ອງດັ່ງກ່າວ ​ຊຶ່ງ​ໄດ້​ຖືກ​ລາຍ​ງານ​ເປັນ​ເທື່ອ​ທຳ​ອິດ ໂດຍວີ​ໂອ​ເອ
ພະ​ແນ​ກພາສາ​ໂຊ​ມາ​ເລຍນັ້ນ ບັດ​ນີ້ ກະຊວງ​ຕ່າງປະ​ເທດສະຫະ
ລັດ ​ໄດ້ ຢືນຢັນ​ໃນ​ວັນ​ຈັນ​ວານ​ນີ້ວ່າ ຜູ້​ຊາຍ​ຄົນ​ນີ້​ ໄດ້​ມອບ​ໂຕ​ຕໍ່
ບັນດາ​ເຈົ້າ​ໜ້າ​ທີ່​ແລະ​ກຳລັງ​ທະຫານສະຫະພາບອາ​ຟຣິກາຢູ່ເມືອງ
Barawe ຊຶ່ງ​ເປັນ ​ເມືອງ​ແຄມ​ຝັ່ງ​ທະ​ເລ ໃນ​ເຂດ​ລຸ່ມ Shabelle
ຂອງ​ໂຊ​ມາ​ເລຍ.

​ເຈົ້າ​ໜ້າ​ທີ່​ໄດ້​ລະບຸ​ໂຕ​ວ່າ ​ຜູ້​ຊາຍ​ຄົນ​ນີ້​ ແມ່ນ​ທ້າວ Mohammed
Abdullahi Hassan ​ແລະ​ມີ​ຊື່​ເຫລັ້ນ​ວ່າ “Miski” ທີ່​ເກີດ​ຢູ່​ໃນ ໂຊ​ມາເລຍ ​ແຕ່ສາມາດຢູ່
ໃນສະຫະລັດ​ ໄດ້​ຢ່າງ​ເປັນ​ການ​ຖາວອນ.

ຫ້ອງການ​ປະຕິບັດ​ງານ​ສະຫະລັດ ​ໃນ​ໂຊ​ມາ​ເລຍ ກຳລັງ​ສົນທະນາຫາລື​ຄະດີ​ດັ່ງກ່າວ
​ກັບ ລັດຖະບານ​ໂຊ​ມາ​ເລຍ. ປະ​ເທດ​ທັງ​ສອງ​ບໍ່​ມີ​ຂໍ້​ຕົກ ລົງໃນການ​ສົ່ງ​ຄົນ​ຮ້າຍ​ຂ້າມ
​ແດນ​ລະຫວ່າງ​ກັນ.

ບັນດາ​ເຈົ້າໜ້າ​ທີ່ໂຊ​ມາ​ເລຍ ກ່າວ​ວ່າ ຜູ້​ຊາຍ​ຄົນ​ດັ່ງກ່າວ​ ​ເປັນ​ທີ່​ປາກົດວ່າໄດ້​ຫລົບໜີ
​ຈາກ​ການ​ລອບ​ສັງຫານ ​ໂດຍ​ບັນດາເພື່ອນນັກ​ລົບ​ໃນ​ກຸ່ມ al-Shabab ດ້ວຍ​ກັນ ຫຼັງ​
”ຈາກ​ໄດ້​ມີ​ການ​ສູ້​ລົບ​ກັນລ​ະຫວ່າງສອງຝ່າຍ
ພາຍ​ໃນກຸ່ມ.

ກຸ່ມ Al-Shabab ກຳລັງມີການແຕກແຍກ​ກັນຫຼາຍຂຶ້ນກ່ຽວ​ກັບ​ວ່າຕົນ ​ສົນ​ຄວນ​ທີ່​ຈະສືບ
​ຕໍ່​ເປັນ​ພັນທະ​ມິດກັບກຸ່ມ al-Qaida ຫລື​ເຂົ້າ​ໄປ​ເປັນກັບກຸ່ມ​ລັດ​ອິສລາມ.

ບັນດາ​ຜູ້ນຳກຸ່ມ Al-Shabab ​ກ່າວ​ວ່າ ​ເຂົາ​ເຈົ້າ​ມີ​ຄວາມໝາຍ​ໝັ້ນ​ທີ່ຈະຢູ່ກັບ al-Qaida
​ແລະ​ຫວ່າງ​ມໍ່ໆ​ມາ​ນີ້​ໄດ້​ເຕືອນ ບັນດາພວກ​ນັກ​ລົບທີ່ສະໜັບສະໜຸນ​ກຸ່ມລັດ​ອິສລາມ ​ໃຫ້​
ໜີ​ອອກ​ຈາກ​ໂຊ​ມາ​ເລຍ ຫລືບໍ່​ດັ່ງ​ນັ້ນ​ຈະ​ຖືກ​ຂັບ​ໄລ່​ອອກ​ໄປດ້ວຍ​ກຳລັງ.

XS
SM
MD
LG