ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ເຈົ້າໜ້າ​ທີ່​ ກ່າວ​ວ່າ ​ກັບຕັນ​ເຮືອ​ຂ້າມ​ຟາກ ບໍ່​ແມ່ນ ຜູ້​ກຳພວງມາໄລ ເວລາ​ເຮືອຂວ້ຳ​ (ສະໄລດ໌/ວີດີໂອ) ​


ພວກໜ່ວຍ​ກູ້​ໄພ ຍັງ​ສືບ​ສູ້​ຊົນກັບ​ ກະ​ແສ​ນ້ຳ​ແຮງ​ແລະ​​ຂຸ່ນ ​ໃນ​ການ​ຊອກຫາ 268 ຄົນ ທີ່​ຍັງ​ຫາຍສາບ​ສູນ.
ພວກໜ່ວຍ​ກູ້​ໄພ ຍັງ​ສືບ​ສູ້​ຊົນກັບ​ ກະ​ແສ​ນ້ຳ​ແຮງ​ແລະ​​ຂຸ່ນ ​ໃນ​ການ​ຊອກຫາ 268 ຄົນ ທີ່​ຍັງ​ຫາຍສາບ​ສູນ.
ເຈົ້າໜ້າ​ທີ່​ສືບສວນ ກ່າວ​ວ່າ ​ກັບຕັນ​ຂອງ​ເຮືອ​ຂ້າມ​ຟາກ ​
ລຳ​ທີ່ຂວ້ຳ​ຢູ່​ນອກ​ຝັ່ງ​ທະ​ເລ ກ້ຳ​ຕາ​ເວັນ​ຕົກ ​ຂອງ​ເກົາຫຼີ​ໃຕ້
ໃນ​ວັນ​ພຸດຜ່ານ​ມາ​ນີ້ ບໍ່​ໄດ້​ຖືພວງມາໄລ​ເຮືອ ​ໃນ​ເວລາ​ທີ່ເກີດ
ເຫດຫາ​ຍະ​ນະ​ນັ້ນ.

ເຈົ້າໜ້າ​ທີ່ກ່າວ ​ໃນ​ວັນສຸກມື້​ນີ້ວ່າ ຜູ້ຊ່ວຍກັບຕັນຄົນ​ນຶ່ງເປັນ​
ຜູ້​ຖື​ພວງມາໄລ ​ເຮືອຂ້າມ​ຟາກ Sewol​ ​ໃນ​ຕອນ​ທີ່​ເຮືອພິກຂວ້ຳ ຊຶ່ງ​ມີ​ການສັນນິຖານກັນ
​ວ່າ ​ອາດ​ມີ​ການລ້ຽວເຮືອຢ່າງ​ກະທັນຫັນ ຈຶ່ງເຮັດ​ໃຫ້​ເຮືອ​ເລີ້ມງ່ຽງລົງ ​ຂ້າງ​ນຶ່ງ ແລະ​ໃນ​
ທີ່ສຸດ ກໍຈົມ​ລົງ.​

ບັນດາ​ເຈົ້າ​ໜ້າ​ທີ່ໜ່ວຍ​ຍາມ​ຝັ່ງ ກ່າວວ່າ ຕົກ​ມາ​ຮອດ​ກາງ​ວັນຂອງ​ວັນ​ສຸກ​ມື້​ນີ້ ​ໄດ້​ມີ​
ການ​ຢັ້ງຢືນ ຈຳນວນຄົນເສຍ​ຊີ​ວິດ 28 ຄົນ ເຖິງ​ແມ່ນມີ​ການ​ຄາດ​ກັນ​ວ່າ ຈຳນວນ​
ໂຕ​ຈິງ ຈະ​ເພີ້​ມຂຶ້ນອີກຫຼາຍ ກໍ​ຕາມ.

ພວກໜ່ວຍ​ກູ້​ໄພ ຍັງ​ສືບ​ຕໍ່​ສູ້​ຊົນກັບ​ ກະ​ແສ​ນ້ຳ​ແຮງ​ແລະຂຸ່ນ ​ໃນ​ການ​ຊອກຫາ 268 ຄົນ
​ທີ່​ຍັງ​ຫາຍສາບ​ສູນ ​ໃນ​ຂະນະ​ທີ່ຜູ້​ໂດຍສານ 179 ຄົນ​ ໄດ້ຮັບ​ການ​ຊ່ວຍຊີວິດ​ໄວ້​. ໃນ​
ຈຳນວນຜູ້ ​ໂດຍສານ​ຂອງ​ເຮືອ​ຂ້າມ​ຟາກ ທັງ​ໝົດ​ 475 ຄົນນັ້ນ 325 ​ຄົນແມ່ນນັກຮຽນ ​ໂຮງຮຽນມັດ​ທະຍົມ​ແຫ່ງ​ນຶ່ງ ​ໃກ້ໆ​ກັບນະຄອນ ຫລວງ​ໂຊລ ທີ່ໄດ້​ເດີນທາງ​ໄປທັດສະ​ນະສຶກສາ ​ແລະ​ທ່ຽວເກາະຕາກ​ອາກາດ​ທີ່​ໂດ່​ງດັງແຫ່ງ​ນຶ່ງ ເປັນ​ເວລາ 4 ມື້.

ປະ​ທາ​ນາ​ທິບໍດີ Barack Obama ​ໄດ້​ສົ່ງ​ສານ ສະ​ແດງ​ຄວາມ​ເສຍ​ໃຈ ຕໍ່​ຄອບຄົວ
ຂອງຜູ້ໄດ້​ຮັບເຄາະ​ຮ້າຍ ​ແລ​ະກ່າວ​ວ່າ ທ່ານ​ຈະ​ທຳ​ການ​ໄວ້ອາ​ໄລ ​ແກ່​ພວກເສຍ​ຊີວິດ
​ໃນ​ລະຫວ່າງ​ການຢ້ຽມຢາມ​ ເກົາຫຼີ​ໃຕ້​ ອາທິດ​ໜ້າ​ນີ້.
South Korea Continues Search for Survivors of Sunken Ferry
please wait

No media source currently available

0:00 0:02:21 0:00


XS
SM
MD
LG