ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ Paul Ryan ສະໜັບສະໜູນ ຄວາມສາມັກຄີກັນ ໃນພັກຣີພັບບລີກັນ


Ryan: House Republicans Eager to Work With Trump
please wait

No media source currently available

0:00 0:00:28 0:00

ສັນຍານຂອງການແຂ່ງຂັນເອົາຕຳແໜ່ງປະທານາທິບໍດີທີ່ຍືດຍາວແລະ ມີການແບ່ງແຍກ ທີ່ເກືອບຈະທັບ​ມ້າງ ພັກຣີພັບບລີກັນນັ້ນ ແມ່ນບໍ່ສາ ມາດພົບເຫັນໄດ້ເລີຍໃນວັນອັງຄານ ວານນີ້, ໃນຂະນະທີ່ບັນດາສະມາ ຊິກສະພາຕ່ຳພັກຣີພັບບລີກັນ ໄດ້ປະຊຸມກັນ​ເພື່ອເລືອກ​ເອົາຜູ້ນຳຂອງພວກເຂົາເຈົ້າ. ເຊິ່ງຢູ່ເທິງຕັ່ງນັ່ງຂອງແຕ່ລະຄົນນັ້ນ, ມີໝວກສີຂາວ-ແດງທີ່ ຂຽນຄຳເວົ້າວ່າ “ສ້າງອາເມຣິກາໃຫ້ຍິ່ງໃຫຍ່ອີກຄັ້ງ ຫຼື Make America Great Again.”

ບັນດາສະມາຊິກຫຼາຍຄົນໄດ້ຍ່າງອອກຈາກກອງປະຊຸມ ໃສ່ໝວກທີ່ເປັນສັນຍາລັກຂອງ ການໂຄສະນາຫາສຽງຂອງທ່ານ Trump, ເຊິ່ງສະແດງໃຫ້ເຫັນ​ເຖິງຄວາມສາມັກຄີກັນ ທີ່ໄດ້ເປັນບັນຫາຈົນຮອດການຊະນະເລີດຄັ້ງປະຫວັດສາດ ຂອງຜູ້ຖືກສະເໜີຊື່ຂອງພັກ ຣີພັບບລີກັນ ຕໍ່ທ່ານນາງ Hillary Clinton ຜູ້ຖືກສະເໜີຊື່ ຈາກພັກເດໂມແຄຣັດ ໃນສັບ ປະດາທີ່ຜ່ານມາ.

ທ່ານ Ryan ໄດ້ກ່າວຕໍ່ບັນດານັກຂ່າວຫຼັງຈາກກອງປະຊຸມລັບວ່າ “ຍິນດີຕ້ອນຮັບເຂົ້າສູ່ ການເລີ່ມຕົ້ນໃໝ່ ແລະ ຄວາມເປັນນ້ຳໜຶ່ງ​ໃຈດຽວກັນຂອງລັດຖະບານພັກຣີພັບບລີ ກັນ.”

ຕຳແໜ່ງປະທານສະພາຕ່ຳຂອງທ່ານ Ryan ໄດ້ຖືກສັນນິຖານຢ່າງກວ້າງຂວາງວ່າຈະ ຕົກຢູ່ໃນອັນຕະລາຍ ຖ້າທ່ານ Donald Trump ເສຍ​ໄຊ​ໃນການເລືອກຕັ້ງປະທານາທິ ບໍດີ, ຫຼັງຈາກລະດູການໂຄສະນາຫາສຽງທີ່ວຸ້ນວາຍ ເຊິ່ງສະມາຊິກພັກຣີິພັບບລີກັນຈາກ ລັດ Wisconsin ຄົນນີ້ ໄດ້ມີຄວາມລະມັດລະວັງ ລະຫວ່າງ ການຮັບຮອງເອົາການສະ ເໜີຊື່ຂອງພັກທ່ານ ແລະ ຫຍັບຫ່າງຕົນເອງອອກຈາກຄຳຖະແຫຼງທີ່ເປັນບັນຫາຫຼາຍກວ່າ ຂອງທ່ານ Trump. ແຕ່ພວກວັນດັ່ງ ກ່າວເບິ່ງຄືວ່າຈະຖືກລືມໄປແລ້ວ ໃນຂະນະທີ່ທ່ານ Ryan ໄດ້ກ່າວຕໍ່ພວກນັກຂ່າວ ​ໃນການທີ່ຈະຖະແຫຼງຂ່າວຄັ້ງທຳອິດຂອງທ່ານ ຫຼັງຈາກ ການເລືອກຕັ້ງທີ່ຕຶກລັດຖະສະພາ.

ນັກຮຽນມັດທະຍົມ ໃນເຂດນະຄອນຫຼວງ ວໍຊິງຕັນ ຍ່າງຢູ່ໃກ້ກັບຫໍສະໝຸດຂອງລັດຖະສະພາໃນນະ ຄອນຫຼວງ ວໍຊິງຕັນ ເພື່ອປະທ້ວງການເລືອກຕັ້ງທ່ານ Donald Trump ເປັນປະທານາທິບໍດີ. 15 ພະຈິກ, 2016.
ນັກຮຽນມັດທະຍົມ ໃນເຂດນະຄອນຫຼວງ ວໍຊິງຕັນ ຍ່າງຢູ່ໃກ້ກັບຫໍສະໝຸດຂອງລັດຖະສະພາໃນນະ ຄອນຫຼວງ ວໍຊິງຕັນ ເພື່ອປະທ້ວງການເລືອກຕັ້ງທ່ານ Donald Trump ເປັນປະທານາທິບໍດີ. 15 ພະຈິກ, 2016.

ທ່ານ Ryan ຜູ້ທີ່ໄດ້ເປີດເຜີຍ “ວິທີທາງທີ່ດີກວ່າ” ກ່ຽວກັບ ໂຄງການນິຕິບັນຍັດ 6 ຈຸດໃນ ການ​ແກ້​ໄຂຄວາມທຸກຍາກ ການ​ຮັກສາສຸຂະພາບ ແລະ ການປະຕິຮູບພາສີ ໃນລະຫວ່າງ ບັນຫາອື່ນໆ ຢ້ອນກັບຄືນໄປເດືອນມິຖຸນາທີ່ຜ່ານມາ ກ່າວວ່າ “ຖ້າພວກເຮົາຈະເຮັດໃຫ້ ປະເທດຂອງພວກເຮົາກັບຄືນມາປະສົບຜົນສຳເລັດອີກຄັ້ງນັ້ນ, ພວກເຮົາຕ້ອງມີຄວາມ ກ້າຫານ, ແລະ ທຸ້ມເທຄວາມພະຍາຍາມທັງໝົດ.”

ສະມາຊິກ​ສະພາ​ຕ່ຳ Steve Scalise, ໄດ້ຖືໝວກສີແດງນັ້ນໃບໜຶ່ງ ໃນຂະນະທີ່ລາວໄດ້ ກ່າວກ່ຽວກັບ 100 ວັນທຳອິດຂອງລັດຖະບານຂອງ Trump ວ່າມັນຈະມີຄວາມສຳຄັນໃນ ການເຮັດໃຫ້ເສດຖະກິດກັບມາສູ່ທິດທາງທີ່ຖືກຕ້ອງ​ໂດ​ຍກ່າວ​ວ່າ “ມັນ​ຈະ​ມີ​ຫລາຍໆ​ສິ່ງ​ຢ່າງ​ຕື່ມ​ອີກ​ເຮັດ​ຢູ່​ ອາ​ເມຣິກາ.”

Ryan on Working with Trump on Ambitious Republican Agenda
please wait

No media source currently available

0:00 0:00:55 0:00

Signs of the long, divisive presidential contest that nearly tore the Republican Party apart were nowhere to be seen Tuesday, as members of the House Republican conference convened for their leadership elections. On each of their seats: a red-and-white "Make America Great Again" hat.

Many members left the meeting wearing the Trump campaign's signature hat, demonstrating a solidarity that had been in doubt up until the Republican nominee's historic surprise win over Democratic nominee Hillary Clinton last week.

"Welcome to the dawn of a new, unified Republican government," Ryan told reporters after the closed conference meeting.

Ryan's position as speaker of the House was widely assumed to be in jeopardy if Donald Trump lost the presidential election, following a chaotic campaign season in which the Republican from Wisconsin walked a fine line between endorsing the nominee of his party and distancing himself from Trump's more controversial statements. But those days seemed forgotten as Ryan greeted reporters for his first post-election press availability on Capitol Hill.

"If we're going to put our country back on the right track, we have to go bold, and we have to go big," said Ryan, who unveiled "A Better Way" back in June, a 6-point legislative roadmap tackling poverty, healthcare and tax reform among other issues.

"There are going to be a lot more things made in America," said Rep. Steve Scalise, holding up one of the hats, as he told reporters the first 100 days of a Trump administration would be crucial in getting the economy back on track.

XS
SM
MD
LG