ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລາວເປັນນຶ່ງ ໃນບັນດາ ປະເທດ ທີ່ເລີ້ມການສັກຢາ ປ້ອງກັນໂຣກມະເຮັງ (ວີດິໂອ ຮຽນພາສາອັງກິດ)


ເຊື້ອໂຣກມະເຮັງ ປາກມົດລູກ
ເຊື້ອໂຣກມະເຮັງ ປາກມົດລູກ
ການປຸກລະດົມໃຫ້ມີການສັກຢາປ້ອງກັນພະຍາດບັ້ນໃໝ່ ຈະ
ດໍາເນີນໄປໃນ ໄວໆນີ້ ເພື່ອປົກປ້ອງເດັກຍິງ 180 ພັນຄົນ ຢູ່ໃນ
ບັນດາປະເທດກໍາລັງພັດທະນາເພື່ອບໍ່ໃຫ້ເປັນໂຣກມະເຮັງ
ປາກມົດລູກ. ເຄືອຂ່າຍພັນທະມິດ GAVI ໄດ້ປະກາດໃຫ້
ຊາບໃນວັນຈັນທີ 4 ກຸມພາທີ່ຜ່ານມານີ້ ຊຶ່ງເປັນວັນມະເຮັງ
ຂອງໂລກ.

ໂຣກມະເຮັງສ່ວນຫລາຍ ແມ່ນເກີດມາຈາກເຊື້ອໄວຣັສ
papillomavirus ຫລື HPV ຂອງມະນຸດ ຊຶ່ງສາມາດ ຕິດຕໍ່ໃສ່ກັນໄດ້ໂດຍຜ່ານການຮ່ວມເພດ.

ດຣ. Seth Berkley ເວົ້າວ່າ ມັນໄດ້ສ້າງຄວາມເສຍຫາຍ
ຢ່າງຮ້າຍແຮງໃຫ້ ແກ່ຄົນເຮົາ.

ດຣ. Seth Berkley ເວົ້າວ່າ: “ທຸກໆສອງນາທີໃດ ມີຜູ້ຍິງຄົນນຶ່ງເສຍຊີວິດ ຍ້ອນເປັນ
ໂຣກມະເຮັງປາກມົດລູກ. ພະຍາດນີ້ໄດ້ເອົາຊີວິດຜູ້ຍິງຫລາຍກວ່າການເກີດລູກອີກ.
ຕົວເລກຄາດຄະເນປັດຈຸບັນແມ່ນ 275 ພັນຄົນ ທີ່ເສຍຊີວິດຍ້ອນເປັນໂຣກມະເຮັງ
ປະເພດນີ້ ໃນແຕ່ລະປີ ແລະ 85% ໃນຈໍານວນນັ້ນ ແມ່ນຢູ່ໃນບັນດາປະເທດກໍາ
ລັງພັດທະນາ. ພະຍາດນີ້ ແມ່ນໂຣກມະເຮັງທີ່ກໍາລັງແຜ່ ຂະຫຍາຍຕົວເພີ້ມຂຶ້ນ. ເພາະສະນັ້ນ ຖ້າບໍ່ມີການຢັບຢັ້ງ ຈໍານວນຄົນເສຍຊີວິດກໍຄາດຄະເນວ່າ ຈະເພີ້ມ
ຂຶ້ນເປັນ 430 ພັນຄົນ ພາຍໃນປີ 2030.”


ຜູ້ບໍລິຫານດ້ານການດໍາເນີນງານຂອງເຄືອຂ່າຍພັນທະມິດ GAVI ພວມກຳຈັດປັດເປົ່າ ຄວາມເຊື່ອບາງຢ່າງ ກ່ຽວກັບໂຣກມະເຮັງ.

ດຣ. Seth Berkley ເວົ້າວ່າ: “ສິ່ງທີ່ໜ້າສົນໃຈຢ່າງນຶ່ງ ແນ່ນອນ ກໍຄືໂຣກມະເຮັງ
ແມ່ນຖືວ່າບໍ່ແມ່ນພະຍາດທີ່ສາມາດຕິດຕໍ່ໃສ່ກັນໄດ້ ແລະແນ່ນອນ ຄໍາເວົ້ານີ້ແມ່ນ
ບໍ່ຖືກ. ເຖິງແມ່ນວ່າ ໂຣກມະເຮັງເປັນພະຍາດທີ່ ແນ່ນອນວ່າ ບາງຄັ້ງມັນເກີດມາ
ຈາກກໍາມະພັນແລະສະພາບຜິດປົກກະຕິອື່ນໆ ແຕ່ວ່າອັດຕາສ່ວນໃຫຍ່ຂອງໂຣກ
ມະເຮັງ ທີ່ຈິງແລ້ວ ແມ່ນເກີດມາຈາກການຕິດເຊື້ອ. ອີກອັນນຶ່ງກໍຄື ພວກເຮົາມັກ
ຄິດວ່າ ໂຣກມະເຮັງເປັນພະຍາດຂອງປະເທດທີ່ຈະເລີນແລ້ວ ແຕ່ວ່າໃນຕົວຈິງ
ມີຄົນເປັນໂຣກມະເຮັງຈໍານວນຫລວງຫລາຍ ຢູ່ບັນດາປະເທດກໍາລັງພັດທະນາ.”


ມີການສັກຢາປ້ອງກັນພະຍາດອັນອື່ນຫລາຍຢ່າງ ໃຫ້ແກ່ເດັກທາຣົກ ຫລືເດັກນ້ອຍ. ສ່ວນຢາປ້ອງກັນພະຍາດ HPV ແມ່ນສັກໃຫ້ເດັກຍິງອາຍຸ ແຕ່ 9 ຫາ 13 ປີ. ຢານີ້ຈະ
ມີປະສິດທິຜົນ ພຽງແຕ່ໃນຕອນທີ່ກ່ອນຜູ້ໃດຜູ້ນຶ່ງ ໄດ້ຮັບການຕິດເຊື້ອໄວຣັສເທົ່ານັ້ນ.

ຖ້າຫາກມີການຕິດເຊື້ອເກີດຂຶ້ນແລ້ວ ເຊື້ອໄວຣັສອາດພາໃຫ້ເກີດການປ່ຽນແປງຂະ
ໜາດນ້ອຍໆ ຢູ່ໃນລະດັບຂອງແຊລ. ການກວດເບິ່ງຄວາມປ່ຽນແປງຢູ່ໃນແຊລຂອງ ປາກມົດລູກ ຫລື Pap smear ສາມາດທີ່ຈະພົບເຫັນການປ່ຽນແປງເຫຼົ່ານັ້ນໄດ້. ແຕ່ ຢ່າງໃດກໍຕາມ ການກວດເພື່ອກວດສອບເບິ່ງຕົວຢ່າງຂອງແຊລຈາກປາກມົດລູກ ອາດ ຈະບໍ່ມີໄວ້ເພື່ອສະໜອງໃຫ້ແກ່ພວກຜູ້ຍິງ ຢູ່ໃນບັນດາປະເທດທີ່ກໍາລັງພັດທະນາ.

ວີດິໂອກ່ຽວກັບ GAVI ແລະໂຣກມະເຮັງປາກມົດລູກ ແລະຮຽນພາສາອັງກິດໄປພ້ອມ:




ດຣ. Berkley ໃຫ້ເຫດຜົນວ່າ: “ໃນທີ່ສຸດ ໂຣກມະເຮັງກໍຈະເລີ້ມຕົ້ນຂະຫຍາຍໂຕ
ແລະໂຣກມະເຮັງນັ້ນ ຈະກໍຈະແຜ່ລາມໄປ. ເມື່ອມະເຮັງຂະຫຍາຍໂຕ ເຮົາກໍຈະ
ເລີ້ມມີອາການຕ່າງໆ ເຊັ່ນມີເລືອດອອກ ແລະໃນທີ່ສຸດເວລາມະເຮັງ ເລີ້ມແຜ່
ຫລາຍ ເຮົາກໍຈະມີຄວາມເຈັບປວດ ເພາະອະໄວຍະວະອື່ນໆຂອງເຮົາເລີ້ມໄດ້ຮັບ
ຜົນກະທົບ. ເມື່ອຮອດເວລາທີ່ເຮົາຮູ້ສຶກວ່າ ມີອາການແບບທົ່ວໄປຕາມປົກກະຕິ
ມັນກໍໄດ້ແຜ່ລາມໄປຫລາຍແລ້ວ ແລະກໍເປັນການຍາກທີ່ຈະຮັບມືກັບມັນດ້ວຍ
ການປົວແບບຜ່າຕັດ.”


ເຄື່ອຂ່າຍພັນທະມິດ GAVI ໄດ້ເລືອກເອົາ 8 ປະເທດກໍາລັງພັດທະນາ ເພື່ອເລີ້ມການ ສັກຢາປ້ອງກັນພະຍາດ HPV ປະກອບດ້ວຍ Ghana, Kenya, Madagascar, Malawi, Niger, Sierra Leone ແລະ Tanzania ຢູ່ໃນເຂດໃຕ້ທະເລຊາຍຊາຮາຣາ ແລະ ລາວ ຢູ່ໃນທະວີບເອເຊຍ.

ເບິ່ງວີດິໂອກ່ຽວຂ້ອງກັບລາຍງານນີ້ ເປັນພາສາອັງກິດ:

ການສໍາພາດກ່ຽວກັບ ເຄືອຂ່າຍ Gavi
please wait

No media source currently available

0:00 0:06:56 0:00
ລິງໂດຍກົງ



ດຣ. Seth Berkley ໃຫ້ຊີ້ແຈງເພີ້ມເຕີມວ່າ: “ໃນການຊ່ວຍເຫລືອຮອບທໍາອິດເດັກ
ຍິງ 180 ພັນຄົນ ຈະໄດ້ຮັບການສັກຢາກັນພະຍາດ. ບັນດາປະເທດ ທີ່ໄດ້ຮັບ ການຊ່ວຍເຫລືອຈຸທໍາອິດໄດ້ແກ່ Kenya, Ghana, ແລະ Sierra Leone. ຍັງ
ບໍ່ຮູ້ເທື່ອວ່າປະເທດໃດຈະເປັນປະເທດທີ່ເລີ້ມຕົ້ນກ່ອນໝູ່ ມັນຂຶ້ນຢູ່ກັບການກະ
ກຽມ. ປະເທດ Tanzania ຈະເປັນປະເທດທີ່ໄດ້ຮັບການຊ່ວຍເຫລືອຂັ້ນຕໍ່ໄປ
ໃນປີ 2014.”


ຢາປ້ອງກັນພະຍາດດັ່ງກ່າວຈະມີສັກໃຫ້ ໃນຖານະທີ່ເປັນໂຄງການນຶ່ງຂອງ ໂຮງຮຽນ. ແຕ່ ດຣ. Berkley ເວົ້າວ່າ ການດໍາເນີນຄວາມພະຍາຍາມຈະ ຕ້ອງເຂົ້າເຖິງພວກເດັກ ຍິງທີ່ບໍ່ໄດ້ເຂົ້າໂຮງຮຽນນຳດ້ວຍ.

ດຣ. Seth Berkley ກ່າວມ້ວນທ້າຍວ່າ: “ເມື່ອຮອດປີ 2015 ພວກເຮົາມີ ແຜນທີ່ ຈະສະໜັບສະໜຸນຫລາຍກວ່າ 20 ປະທດ ໃຫ້ສັກຢາກັນພະຍາດ HPV ແກ່ ເດັກຍິງປະມານ ນຶ່ງລ້ານຄົນ. ແລະເມື່ອຮອດປີ 2020 ພວກເຮົາຈະເວົ້າເຖິງ ພວກເດັກຍິງປະມານ 30 ລ້ານຄົນ ຢູ່ໃນຫລາຍກວ່າ 40 ປະເທດ ທີ່ໄດ້ຮັບ ການຊ່ວຍເຫລືອຈາກເຄືອຂ່າຍ GAVI.”

ເຄືອຂ່າຍພັນທະມິດ GAVI ແມ່ນການເປັນພາຄີກັນລະຫວ່າງລັດຖະບານ ແລະເອກະ
ຊົນ ທີ່ຊ່ຽວຊານສະເພາະໃນການເປີດໃຫ້ມີຊ່ອງທາງທີ່ກວ້າງຂຶ້ນ ໃຫ້ບັນດາປະເທດກໍາ
ລັງພັດທະນາ ສາມາດເຂົ້າເຖິງການສັກຢາປ້ອງກັນພະຍາດໄດ້. ປັດຈຸບັນນີ້ ກໍາລັງມີ
ການເຈລະຈາກັບບໍລິສັດຜະລິດຢາຕ່າງໆ ກ່ຽວກັບລາຄາຢາປ້ອງກັນພະຍາດ HPV.
XS
SM
MD
LG