ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ແມ່ຂອງຜູ້ຊາຍ ທີ່ຍິງຜູ້ຄົນ ຢູ່ການາດາ ໂກດແຄ້ນ ລູກຂອງນາງ


ຕຳຫລວດຄົນນຶ່ງ ປິດບ່ອນເກີດເຫດ ໃກ້ກັບອະນຸສາວະລີ ສົງຄາມ ທີ່ນະຄອນຫລວງ Ottawa ປະເທດການາດາ.
ຕຳຫລວດຄົນນຶ່ງ ປິດບ່ອນເກີດເຫດ ໃກ້ກັບອະນຸສາວະລີ ສົງຄາມ ທີ່ນະຄອນຫລວງ Ottawa ປະເທດການາດາ.

ແມ່​ຂອງ​ຜູ້​ຊາຍ​ ທີ່​ຕຳຫລວດ​ກາ​ນາ​ດາ ກ່າວວ່າ ​ໄດ້​ສັງຫານ
ທະຫານ​ຄົນ​ນຶ່ງ​ ໃນນະຄອນ Ottawa ​ເມື່ອ​ວັນ​ພຸດ​ທີ່​ຜ່ານ​ມາ
ກ່ອນ​ທີ່​ລາວໄດ້​ແລ່ນ​ເຂົ້າ​ໄປ​ຍິງ ​ຢູ່​ໃນຕຶກສະພາ ກ່າວ​ວ່າ ນາງ​
ບໍ່ມີ “ຄຳ​ອະທິ​ບາຍ​ໃດໆ​ທີ່​ຈະ​ໃຫ້” ກ່ຽວກັບ​ລູກ​ຊາຍ​ຜູ້​ຫ່າງ​ເຫີ​ນ
ຂອງ​ນາງ ​ໃນ​ສິ່ງທີ່​ຜູ້ກ່ຽວ​ໄດ້​ກະທຳໄປນັ້ນ.

ນາງ Susan Bibeau ກ່າວ​ຕໍ່ອົງການຂ່າວເອພີວ່າ ສ່ວນ​ນຶ່ງ
ຂອງຈິດໃຈ​ນາງ ແມ່ນ “ຢາກ​ກຽດ​ຊັງ” ລູກ​ຊາຍ​ ອາຍຸ 32 ປີ
ທ້າວ Micheal Zehaf-Bibeau. ບັນດາ​ເຈົ້າ​ໜ້າ​ທີ່ ​ໄດ້​ລະບຸ
ວ່າ ຜູ້​ຊາຍທີ່​ເກີດ​ໃຫຍ່​ຢູ່ໃນນະຄອນ Montreal ຄົນ ນີ້ ເປັນ
​ມື​ປືນ​ຄົນ​ດຽວ ​ທີ່​ໄດ້​ທຳ​ການ​ອາ​ລະວາ​ດ ຢູ່​ໃນ​ນະຄອນຫລວງ
ການາດາ ກ່ອນ​ເຈົ້າ​ໜ້າ​ທີ່​ຮັກສາ​ຄວາມ​ປອດ​ໄພ ຍິງ​ລາວ​ຕາຍ. ອີ​ແມລສະບັບ​ນຶ່ງ​ ຈາກ
ນາງ Susan Bibeau ກ່າວ​ວ່າ “ຂ້າພະ​ເຈົ້າມີຄວາມໂກດ​ແຄ້ນ​ຕໍ່ລູກ​ຊາຍ​ຂອງ​ພວກ​ເຮົາ.”

ຕຳຫລວດ The Royal Canadian Mounted ກ່າວໃນ​ວັນ​ພະຫັດ​ວານ​ນີ້​ວ່າ ທ້າວ
Zehaf-Bibeau ​ໄດ້​ໄປ​ເຖິງນະຄອນ Oattawa ຈາກ​ເມືອງ Vancouver ​ໃນ​ຕົ້ນ​ເດືອນ​
ນີ້ ​ເພື່ອ​ຫາ​ທາງ​ແກ້​ໄຂ​ບັນ​ຫາ​ໜັງສື​ເດີນທາງ. ຕຳຫລວດ​ ກ່າວ​ວ່າ ລາວ​ຕ້ອງການ​ເດີນ​
ທາງ​ໄປ ປະ​ເທດ​ຊິີເຣຍ ​ແລະ “ອາດຈະມີຄວາມເຊື່ອ​ ໃນເລື້ອງ​ຫົວ​ຮຸນ​ແຮງ​ຈັດ.”

‘Lone Wolf’ Attacks Small-Scale But Hard to Stop
please wait

No media source currently available

0:00 0:03:19 0:00

ຫລັງ​ຈາກ​ໄດ້​ຍິງ​ສັງຫານ ທະຫານກອງໜຸນ​ຄົນ​ນຶ່ງ ທີ່​ອະນຸສາວະຣີສົງຄາມ​ແຫ່ງ​ຊາດ ຢູ່
​ໃນເຂດໃຈກາງນະຄອນ Ottawa ແລ້ວ ຮູບພາບຈາກກ້ອງ​ວົງ​ຈອນ​ປິດ ທີ່ນຳອອກ​ເຜີ​ຍ
​ແຜ່​ໂດຍຕຳຫຼວດ​ໃນ​ວັນ​ພະຫັ​ດວານ​ນີ້ ສະ​ແດງ​ໃຫ້​ເຫັນວ່າ​ ມື​ປືນ ຈອດ​ລົດ​ຢູ່​ຕໍ່ໜ້າ​ສະພາ.
ທ້າວ Zehaf-Bibeau ທີ່ນຸ່ງເຄື່​ອງດຳ ​ໄດ້​ແລ່ນ​ຈາກ​ລົດ ​ເຂົ້າ​ສູ່​ຕຶກສະພາ​ພ້ອມ​ດ້ວຍ​ອາ
ວຸດ​ຢູ່​ໃນ​ມື. ບັນດາ​ຄົນ​ທີ່​ຢືນ​ຢູ່​ຕາມ​ຖະໜົນໄດ້ພາກັນ​ແລ່ນ​ໜີ​ຈາກ​ລາວ.

​ເຈົ້າ​ໜ້າ​ທີ່​ຮັກສາ​ຄວາມ​ປອດ​ໄພ​ຄົນ​ນຶ່ງ ຢູ່່​ຂ້າງໃນ​ສະພາ ​ໄດ້​ຍິງ​ທ້າວ Zehaf-Bibeau
ຕາຍ ​ໃນ​ຂະນະ​ທີ່​ບັນດາ​ຜູ້​ແທນ​ສະພາ ພາກັນ​ລີ້​ຢູ່​ໃນ​ຫ້ອງການ​ຂອງ​ເຂົາ​ເຈົ້າ ​ແລະ
​ນາຍົກລັດຖະມົນຕີ ທ່ານ Stephen Harper ​ໄດ້​ຖືກ​ຍ້າຍ​ໄປ​ຢູ່​ບ່ອນ​ປອດ​ໄພ.

CANADA SHOOTING VOSOTVO
please wait

No media source currently available

0:00 0:00:53 0:00

XS
SM
MD
LG