ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ພິທີສົ່ງສະການ ໃຫ້ພວກເຄາະຮ້າຍ 3 ຄົນ ທີ່ຖືກຍິງຕາຍ ຢູ່ວັດອິສລາມ ທີ່ Quebec


ພວກຜູ້ຄົນພາກັນໄວ້ອາໄລແກ່ພວກທີ່ໄດ້ຮັບເຄາະ ທີ່ຖືກສັງຫານ
ທີ່ວັດອິສລາມ ໃນນະຄອນ Quebec City, ການາດາ, 30 ມັງກອນ, 2017.
ພວກຜູ້ຄົນພາກັນໄວ້ອາໄລແກ່ພວກທີ່ໄດ້ຮັບເຄາະ ທີ່ຖືກສັງຫານ ທີ່ວັດອິສລາມ ໃນນະຄອນ Quebec City, ການາດາ, 30 ມັງກອນ, 2017.

ເຈົ້າໜ້າ​ທີ່​ກາ​ນາ​ດາ ຈະ​ຈັດ​ພິທີ​ສົ່ງສະການ ​ຢ່າງ​ເປັນ​ທາງ​ການ ​ໃນ​ວັນ​ພະຫັດ​ມື້ນີ້​ ​ໃຫ້​ແກ່​ຜູ້​ເຄາະຮ້າຍ 3 ຄົນໃນ​ຈຳນວນ​ທັງ​ໝົດ 6 ຄົນທີ່​ເສຍ​ຊີວິດ​ໃນ​ການ​ຍິງ​ສັງຫານ​ຢູ່​ວັດ​ອິສລາມ ທີ່​ນະຄ​ອນ​ເກ​ເບັກ ​ໃນ​ວັນ​ອາທິດ​ທີ່ແລ້ວ.

ພິທີ​ສົ່ງ​ສະການ​ໃຫ້​ແກ່​ທ້າວ Hassane Abdelkrim, Kaled Belkacemi Aboubaker Thabti ຈະ​ຈັດ​ຂຶ້ນທີ່​ສະໜາມກິລາ​ຮັອກກີ ສວນໂອ​ລິ​ມປິກ​ໃນ ນະຄອນ Montreal ທີ່​ມີ
​ບ່ອນ​ນັ່ງ 5,000 ບ່ອນ. ຫຼັງ​ຈາກ​ນັ້ນສົບ​ຂອງ​ພວກ ກ່ຽວ​ກໍ​ຈະ​ຖືກ​ສົ່ງ​ກັບ​ຄືນ​ໄປ​ຍັງ​ປະ​ເທດ​ບ້ານ​ເກີດ​ຂອງ​ພວກ​ເຂົາ​ເຈົ້າຍ້ອນ​ວ່າ​ຍັງ ບໍ່​ມີ​ບ່ອນ​ຝັງ​ຊາວ​ມຸສລິ​ມພຽງພໍ ​ໃນ​ເຂດ​ນະຄອນ​
ເກ​ເບັກ.

ທ້າວ Abdelkrim ​ແລະ Belkacemi ​ແມ່ນ​ມາ​ຈາກ​ປະ​ເທດ​ອາລຈີ​ເຣຍ ​ໃນຂະນະ​ທີ່​
ທ້າວ Thabti ມາ​ຈາກ​ປະ​ເທດ​ຕູ​ນີ​ເຊຍ.

ພິທີ​ສົ່ງສະການ​ໃນ​ວັນ​ພະຫັດ​ມື້ນີ້ ຍັງ​ຈະ​ຮວມທັງ​ການ​ສວດ​ມົນ​ພາວະນາ​ໃຫ້​ແກ່ ພວກ​ເຄາະ​ຮ້າຍ​ອີກ​ສາມ​ຄົນ ຊຶ່ງ​ປະກອບ​ດ້ວຍ ທ້າວ Azzeddine Soufiane, Mamadou Tanou ​ແລະ Ibrahima Barry ຊຶ່ງ​ພິທີ​ໄວ້ອາ​ໄລ​ ​ແລະ​ຝັງ​ສົບພວກກ່ຽວ ຈະ​ຈັດ​ຂຶ້ນ​ ໃກ້ໆ​ນະຄອນ​ເກ​ເບັກ.

ມື​ປືນ​ທີ່​ຍິງ​ສັງຫານ ທ້າວ Alexandre Bissonnette ​ໄດ້​ຖືກ​ຈັບ​ແລະ​ຖືກ​ຟ້ອງ ​ໃນ​ຂໍ້​ຫາ​
ສັງຫານ​ຜູ້​ຄົນ​ໂດຍ​ເຈດ​ຕະນາ​ 6 ກະໂທ​ງ ​ແລະອີກ 5 ກະ​ໂທ​ງ​ໃນ​ຖານ​ພະຍາ​ຍາມ​ຂ້າ​ຄົນ ​ໂດຍ​ໃຊ້​ອາວຸດ​ປືນ​ທີ່​ມີ​ການ​ຈຳກັດຮັດ​ແຄບ​ຢູ່​ແລ້ວນັ້ນ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG