ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຄື້ນສຸນາມິພັດປະທະ ໝູ່ເກາະຮາວາຍ ຍ້ອນ ແຜ່ນດິນໄຫວຢູ່ຄານາດາ


ຊາວເກາະ Oahu ເບິ່ງລະດັບນໍ້າ
ຊາວເກາະ Oahu ເບິ່ງລະດັບນໍ້າ
ໄດ້​ເກີດ​ແຜ່ນດິນ​ໄຫວ​ ທີ່​ມີ​ຄວາມ​ແຮງ 7.7 ຣິກ​ເຕີ ຢູ່​ເຂດ​ນອກ​ຝັ່ງ​ມະຫາ​ສະມຸດ​ປາຊິ​ຟິກຂອງ​ຄາ​ນາ​ດາ ​ຊຶ່ງໄດ້​ກໍ່​ໃຫ້​ເກີດ​ຄື້ນຟອງ​ສຸ​ນາ​ມິຂຶ້ນ ທີ່​ໄດ້​ປະທະ​ທັງ​ເຂດ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຄາ​ນາ​ດາ ​ແລະ​ລັດ​ຮາ​ວາຍ​ຂອງ​ສະຫະລັດ ທີ່ຢູ່​ໃຕ້​ລົງ​ໄປ ກາງ​ມະຫະສະມຸດ​ປາຊີ​ຟິກນັ້ນ.

ຫວໍ​ແຈ້ງ​ເຫດ​ສຸກ​ເສີນ ສົ່ງ​ສຽງ​ກ້ອງ​ກັງວານ​ໄປ​ທົ່ວ​ໝູ່ເກາະ​ຮາ​ວາຍໃນ​ຕອນ​ແລງ​ວັນ​ເສົາ​ວານ​ນີ້ ເພື່ອ​ເຕືອນ​ໄພ​ສຸ​ນາ​ມິທີ່​ກໍາລັງ​ຈະ​ມາ​ເຖິງ ສົ່ງ​ຜົນໃຫ້ ພວກ​ຊາວ​ເມືອງ​ແລະ​ນັກ​ທ່ອງ​ທ່ຽວ​ຕາມ​ເຂດ​ຝັ່ງ​ຮາ​ວາຍ ຕ້ອງໄດ້ພາກັນ​ຍົກຍ້າຍ​ໄປຫຼົບ​ໄພ​ຢູ່​ພື້ນ​ທີ່​ສູງ​.

ທ່ານ Neil Abercrombie ຜູ້​ວ່າການ​ລັດ​ຮາ​ວາຍ ​ໄດ້ປະກາດ​ພາວະສຸກ ​ເສີນ ພ້ອມ​ກັບ​ລະດົມ​ມາດ​ຕະການ​ຮັກສາ​ຄວາມ​ປອດ​ໄພ​ເພີ່ມ​ຂຶ້ນ.

​ເຈົ້າໜ້າ​ທີ່​ກ່າວ​ວ່າ ຄື້ນຟອງ​ສຸ​ນາ​ມິ ອາດ​ສ້າງ​ຄວາມ​ເສຍ​ຫາຍ​ຢູ່​ຕາມ​ຊາຍ​ຝັ່ງ​ຂອງ​ເກາະ​ຮາ​ວາຍ​ທັງ​ໝົດ. ພວກ​ເຈົ້າໜ້າ​ທີ່ໄດ້ປະ​ເມີນ​ວ່າ ຄື້ນຟອງ​ສຸ​ນາ​ມິ​ດັ່ງກ່າວ​ອາດ​ສູງ​ເຖິງສອງ​ແມັດ ​ແຕ່ວ່າ​ລະດັບ​ຄື້ນຟອງ​ໃນ​ເບື້ອງ​ຕົ້ນ​ ບໍ່ໄດ້ໃຫຍ່​ຕາມ​ທີ່​ຄາດ​ຄະ​ເນໄວ້. ຄື້ນຟອງ​ທີ່​ວ່າ​ໃຫຍ່​ທີ່​ສຸດ​ເທົ່າ​ເຖິງ​ດຽວ​ນີ້ ​ແມ່ນປະມານ ນຶ່ງ​ແມັດ​ເຄິ່ງ ທີ່​ວັດ​ແທກ​ຢູ່​ເກາະ ມາວ​ອີ (Maui) ​ແລະ​ບໍ່​ໄດ້​ສ້າງ​ຄວາມ​ເສຍ​ຫາຍຫຼາຍປານ​ໃດ.

ສູນ​ເຕືອນ​ໄພ​ສຸ​ນາ​ມິ​ປະ​ຈໍາ​ພາກ​ພື້ນ​ປາຊິ​ຟິກ ​ໄດ້​ເຕືອນ​ວ່າ ຄວນ​ມີການ​ປະຕິບັດ​ການຢ່າງ​ຮີບດ່ວນ ເພື່ອ​ປ້ອງ​ກັນ​ການ​ສູນ​ເສຍ​ຊີວິດ ​ແລະ​ຊັບ​ສິນ. ​ແລະ​ປະຊາຊົນ​ກໍ​ບໍ່​ຄວນຟ້າວ​ກັບ​ຄືນ​ໄປ​ຍັງ​ເຂດ​ທີ່​ຖື​ກຟອງ​ສຸ​ນາ​ມິ​ຊັດ​ຖ້ວມ​ນັ້ນ ຈົນ​ກວ່າທາງ​ການຈະ​ແຈ້ງ​ວ່າ ທຸກ​ຢ່າງ​ປອດ​ໄພ​ແລ້ວ.
XS
SM
MD
LG