ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ພັກນິຍົມແນວທາງເດີມຊະນະ ການເລືອກຕັ້ງໃນການາດາ


ທ່ານ Stephen Harper ຜູ້ນໍາພັກນິຍົມແນວທາງເດີມ
ແລະນາຍົກລັດຖະມົນຕີການາດາ ໂບກມືໃສ່ພວກສະໜັບສະໜຸນ
ທ່ານທີ່ເມືອງ Calgary, ແຂວງ Alberta, ວັນທີ 2 ພຶດສະພາ 2011.
ທ່ານ Stephen Harper ຜູ້ນໍາພັກນິຍົມແນວທາງເດີມ ແລະນາຍົກລັດຖະມົນຕີການາດາ ໂບກມືໃສ່ພວກສະໜັບສະໜຸນ ທ່ານທີ່ເມືອງ Calgary, ແຂວງ Alberta, ວັນທີ 2 ພຶດສະພາ 2011.

ທ່ານ Stephen Harper ນາຍົກລັດຖະມົນຕີການາດາ​ໄດ້​ນໍາພາ​ພັກ ນິຍົມ​ແນວທາງ​ເດີມ​ຂອງ​ທ່ານ​ທີ່​ປົກຄອງ​ປະ​ເທດ​ໃນ​ປັດຈຸບັນ​ໄປ​ສູ່​ໄຊຊະນະ​ຢ່າງ​ຂາດ​ຮອຍ​ໃນ​ການ​ເລືອກ​ຕັ້ງເອົາ​ສະມາຊິກ​ສະພາ​ໃນວັນ​ຈັນ​ວານ​ນີ້.

ຜົນ​ຂອງ​ການ​ເລືອກ​ຕັ້ງ​ຊົ່ວຄາວ​ສະ​ແດງ​ໃຫ້​ເຫັນ​ວ່າ ພວກ​ຜູ້​ສະມັກ​ນິຍົມແນວທາງ​ເດີມ​ໄດ້​ຊະນະ​ບ່ອນ​ນັ່ງ​ ຢ່າງ​ໜ້ອຍ 167 ບ່ອນຢູ່​ໃນ​ສະພາແຫ່ງ​ຊາດ ລື່ນ​ຈໍານວນ​ 155 ບ່ອນ​ທີ່​ຕ້ອງການເພື່ອໃຫ້ໄດ້​ຮັບ​ສຽງຂ້າງ​ຫລາຍ​ໃນ​ສະພາ​ແຫ່ງ​ຊາດ​ທີ່​ມີ​ບ່ອນ​ນັ່ງທັງ​ໝົດ 308 ບ່ອນນັ້ນ.

ໄຊຊະນະ​ທີ່​ວ່າ​ນີ້​ຈະ​ອໍານວຍ​ໃຫ້​ທ່ານ Harper ມີ​ສຽງ​ຂ້າງ​ຫລາຍ​ເປັນເທື່ອທໍາ​ອິດ​ຢູ່​ໃນ​
ສະພາ ​ນັບ​ແຕ່​ໄດ້​ຂຶ້ນ​ເປັນ​ນາຍົກລັດຖະມົນຕີໃນ​ປີ 2006 ​ເປັນ​ຕົ້ນ​ມາ​ແລະ​ຈະ​ອໍານ​ວຍ
ໃຫ້​ທ່ານ​ປົກຄອງ​ປະ​ເທດ​ໄດ້​ໂດຍບໍ່​ມີ​ການ​ລົບ​ກວນ​ຫລື​ຄັດຄ້ານ​ຈົນ​ຮອດ​ປີ 2015.

ນາຍົກລັດຖະມົນຕີ​ແລ​ະພັກນິຍົມ​ແນວທາງ​ເດີມ​ໄດ້​ໂຄສະນາ​ຫາ​ສຽງເລືອກ​ຕັ້ງ​ບົນ​ນະ​ໂຍບາຍ
ທີ່​ວ່າ ຈະ​ຮັກສາໄວ້​ຕໍ່​ໄປເສດຖະກິດທີ່ແຂງ​ແຮງ​ຂອງ​ກາ​ນາ​ດາ​ ທີ່​ສາມາດຕ້ານ​ຢັນ​ຕໍ່​ວິ​ກິດ​
ການ​ດ້ານ​ເສດຖະກິດ​ຂອງ​ໂລກ​ມາ​ໄດ້ນັ້ນ ​ໂດຍ​ສືບ​ຕໍ່​ຄໍາ​ໜັ້ນສັນຍາ​ຂອງ​ທ່ານ​ທີ່​ຈະ​ລົດ​ຄ່າ
ພາສີລາຍໄດ້​ຂອງ​ພວກ​ບໍລິສັດ​ແລະ​ຂອງ​ສ່ວນ​ບຸກຄົນ​ລົງ​ ແລະ​ຕັດລາຍຈ່າຍ​ຂອງ​ລັດຖະບານ​ລົງ.

XS
SM
MD
LG