ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໂຕປະກັນ ຫຼາຍຮ້ອຍຄົນ ຖືກປ່ອຍໂຕ ແລະ ຫຼາຍຮ້ອຍຄົນ ຖືກພວກໂບໂກຮາຣາມ ຂ້າຕາຍ ໃນກາເມຣູນ


ທະຫານກາເມຣູນ ຢືນຍາມ ຢູ່ທີ່ປ້ອມຍາມ ໃນຂະນະທີ່ພວກເຂົາເຈົ້າ ເຂົ້າຮ່ວມໃນການປະຕິບັດພາລະກິດ ການຕໍ່ຕ້ານ ກຸ່ມຫົວຮຸນແຮງຈັດ ອິສລາມ Boko Haram.
ທະຫານກາເມຣູນ ຢືນຍາມ ຢູ່ທີ່ປ້ອມຍາມ ໃນຂະນະທີ່ພວກເຂົາເຈົ້າ ເຂົ້າຮ່ວມໃນການປະຕິບັດພາລະກິດ ການຕໍ່ຕ້ານ ກຸ່ມຫົວຮຸນແຮງຈັດ ອິສລາມ Boko Haram.

ກອງທັບຂອງປະເທດ ກາເມຣູນ ກ່າວວ່າ ກອງກຳລັງຂອງຕົນ
ໄດ້ປົດ ປ່ອຍຕົວປະກັນຫຼາຍຮ້ອຍຄົນໃຫ້ເປັນອິດສະຫຼະ ແລະ
ກໍໄດ້ຂ້າພວກ ຫົວຮຸນແຮງ ໂບໂກ ຮາຣາມ ປະມານ 100 ຄົນ
ໃນການປະຕິບັດ ການຮ່ວມກັບກອງທະຫານ ໄນຈີເຣຍ.

ຜູ້ບັນຊາການທະຫານໄດ້ກ່າວໃນວັນເສົາວານນີ້ວ່າ ການປະ
ສານກຳລັງກັນດັ່ງກ່າວນີ້ ຍັງໄດ້ປົດປ່ອຍເມືອງ Kumahe
ທາງພາກຕາເວັນອອກສຽງ ເໜືອຂອງ ໄນຈີເຣຍ ໃກ້ກັບເຂດ
ຊາຍແດນຂອງປະເທດ ກາເມຣູນ, ໃນລະຫວ່າງການປະຕິບັດ
ການຕໍ່ຕ້ານກຸ່ມຫົວຮຸນແຮງ 3​ ມື້.

ອົງການຂ່າວ Reuters ໄດ້ອ້າງການກ່າວຂອງລັດຖະມົນຕີຄົມມະນາຄົມ ຂອງກາເມຣູນ
ທ່ານ Tchiroma Bakary ວ່າ ທະຫານ ກາເມຣູນ 2 ຄົນໄດ້ເສຍຊີວິດ ແລະ 5 ຄົນ ໄດ້
ຮັບບາດເຈັບ.

ບໍ່ມີລາຍງານອິດສະຫຼະໃດໆມາຢືນຢັນຂ່າວດັ່ງກ່າວນີ້, ເຊິ່ງ ເກີດຂຶ້ນໃນຂະນະທີ່ທູດ
ພິເສດ ສະຫະລັດ ໄດ້ປຶກສາຫາລືກັບບັນດາ ເຈົ້າໜ້າທີ່ກອງທັບ ໄນຈີເຣຍ ກ່ຽວກັບ
ຄວາມເປັນໄປໄດ້ ໃນການສົ່ງ ບັນດາຜູ້ຊີ້ນຳທະຫານ ສະຫະລັດ ໄປຍັງຂົງເຂດນັ້ນ.

ເຈົ້າໜ້າທີ່ ສະຫະລັດ ຄົນໜຶ່ງໄດ້ກ່າວຕໍ່ ວີໂອເອ ໃນວັນສຸກທີຜ່ານ ມາວ່າ ການເຈລະຈາ
ນີ້ ແມ່ນ “ກຳລັງດຳເນີນຢູ່” ແຕ່ວ່າຍັງບໍ່ທັນມີການ ຕັດສິນໃຈໃດໆເກີດຂຶ້ນເທື່ອ.

XS
SM
MD
LG