ລິ້ງ ສຳຫລັບເຂົ້າຫາ

ອົງການອະນາໄມໂລກ ເປັນຫ່ວງ ກ່ຽວກັບ ບັນຫາໂຣກຈິດ ທີ່ຖືກປະປ່ອຍ ຢູ່ໃນ ກຳປູເຈຍ


ກຳ​ປູ​ເຈຍມີ​ສະ​ຖິຕິກ່ຽວ​ກັບ​ບັນຫາ​ໂຣກ​ຈິດ ຮ້າຍແຮງທີ່​ສຸດໃນ​
ໂລກ ​ສ່ວນ ໃຫຍ່ ກໍເນື່ອງ​ມາ​ຈາກຜົນ​ກະທົບ ໃນການ​ຂ້າ​ລ້າງ
​ ໂດຍອຳນາດການປົກຄອງ ປອນ​ປົດ ຂອງພວກຂະ​ເໝນ​ແດງ.
ບໍ່​ພໍ​ພຽງ​ແຕ່ເທົ່າ​ນັ້ນ ​ການໃຫ້​ບໍລິການດ້ານ ໂຣກ​ຈິດ ຍັງບໍ່ໄດ້
ຮັບເງິນສະໜັບສະໜຸນພຽງພໍ ​ແລະ​ອີງຕາມ​ຄຳ​ເວົ້າ​ ຂອງອົງ
ການ​ອະນາ​ໄມ​ໂລກແລ້ວ ແມ່ນ “ບໍ່ໄດ້ຮັບການເອົາໃຈໃສ່ ຢ່າງ
​ຮ້າຍ​ແຮງ.” ມີ​ຮ່ອງ​ຮອຍເລັກນ້ອຍທີ່ສະແດງໃຫ້ເຫັນວ່າ ຈະມີ
ການ​ປ່ຽນ​ແປງ​ໃນ​ອະນາ​ຄົດອັນໃກ້​ນີ້ ສ່ວນນຶ່ງກໍເນື່ອງຈາກ​ວ່າ
ບັນດາ​ນັກສຶກສາ​ກຳປູ​ເຈຍ ພາກັນ​ມີ​ຄວາມ​ສົນ​ໃຈທາງ​ດ້ານ
ວິຊາອາຊີບຈິດຕະແພດ. Robert Carmichael ມີລາຍງານ
ຈາກ ນະຄອນພະນົມ​ເປັນ ຊຶ່ງ​ ກິ່ງ​ສະຫວັນ ຈະ​ນຳ​ມາສະ​ເໜີ​ທ່ານ.

ຄລິ​ນິກຈິດຕະແພດ ຢູ່​ໂຮງໝໍ ຂະແມ-​ໂຊ​ວຽດ ຂອງລັດຖະບານ ໃນນະຄອນ​ຫຼວງພະນົມ​ເປັນ
​ເປັນ​ບ່ອນ​ນຶ່ງ​ທີ່​ມີ​ຄົນມາ​ປິ່ນ​ປົວ​ຫລາຍ​ທີ່​ສຸດໃນກຳປູ​ເຈຍ.

​ຜູ້ອຳນວຍການ​ຄລິ​ນິກ ທ່ານ Yem Sobotra ກ່າວ​ວ່່າ ເມື່ອສິບ​ຫ້າ​ປີ​ກ່ອນ ​ມີຜູ້ມາປິ່ນປົວ​ລະຫວ່າງ 70 ຫາ 150 ຄົນຕໍ່ມື້. ​ເວລາວີໂອ​ເອ ໄປ​ຢ້ຽມຢາມ​ໃນ​ເດືອນ​ເມສາທີ່​ຜ່ານ​ມາ ມີ
ຜູ້ໄປປົວສະ​ເຫ​ລ່ຍ​ແລ້ວ 400 ຄົນໃນແຕ່ລະມື້.

ມີ​ການ​ບໍລິການ​ໃນດ້ານໂຣກຈິດແຕ່ພຽງ​ເລັກ​ນ້ອຍ​ຢູ່​ຕາມ​ຊົນນະບົດ ບ່ອນ​ທີ່​ຊາວ​ກຳປູ
​ເຈຍສ່ວນໃຫຍ່ພາກັນອາ​ໄສ​ຢູ່ ​ແລະບັນດາ​ຄົນ​ປ່ວຍ ​ຕ້ອງ​ໄດ້ພາກັນ​ມາຫາ ສູນ​ກາງ
ແບບນີ້ເພື່ອ​ທຳ​ການ​ປິ່ນປົວ.

​ແຕ່​ວ່າມີຈິດຕະແພດພຽງ​ແຕ່ 10 ຄົນ​ ​ແລະ​ນາງພະຍາບານ​ໃນຈຳນວນເກືອບທໍ່ກັນ ຄົນ​ປ່ວຍເກືອບທັງໝົດ ມີເວລາ​ພຽງ​ແຕ່​ບໍ່​ເທົ່າ​ໃດ​ນາ​ທີ ກ່ອນ​ອອກ​ຈາກໂຮງ ໝໍໄປພ້ອບ​ກັບ
ຢາກ່ອງ​ນຶ່ງ.

ດຣ​. Yom Sobotra ກ່າວ​ວ່າ ​ເຂົາ​ເຈົ້າ​ສາມາ​ດ​ເຮັດ​ໃຫ້​ດີ​ຂື້ນໄດ້ກວ່ານີ້ ຖ້າໄດ້ ຮັບທຶນ
ຮອນຕື່ມຂຶ້ນ.

ດຣ. Yom Sobotra ກ່າວວ່າ “ພວກ​ເຮົາ​ບໍ່​ມີ​ເວລາ​ພຽງພໍ ທີ່​ຈະໃຫ້ບໍລິການ​ຢ່າງດີ​
ແກ່​ເຂົາ​ເຈົ້າ ​ໂດຍ​ສະ​ເພາະການ​ປິ່ນປົວໂຣກ​ຈິດ. ພວກ​ເຮົາ​ພຽງ​ແຕ່​ໃຫ້​ຄຳແນະ
ນຳ​ເລັກ​ໆ​ນ້ອຍໆ ​ໃຫ້ຄຳປຶກສາສັ້ນໆ ກ່ຽວກັບຟື້ນຟູສະພບຈິດແກ່​ຄົນ​ປ່​ວຍ.
ນັ້ນແມ່ນ​ຄວາມຄິດ​ຂອງຂ້າພະ​ເ​ຈົ້າ ທີ່​ບໍ່ແມ່ນ​ການ​ບໍລິການ​ຢ່າງພຽງພໍ ບໍ່​ມີ​ຊັບ
ພະຍາກອນ​ມະນຸດຢ່າງພຽງພໍ.”

ບັນຫາ​ທ້າ​ທາຍ ​ບໍ່​ໄດ້​ຢຸດ​ຢູ່​ທີ່​ນັ້ນ ກຳ​ປູ​ເຈຍ ຂາດ​ຢາ​ສະ​ໄໝໃໝ່ ທີ່ໃຊ້ກັນຢູ່​ໃນ​ ຫວຽດ
ນາມ ​ແລະ​ໄທ ທີ່ເປັນປະ​ເທດ​ເພື່ອນ​ບ້ານ ​ບັນຫາໂດຍ​ສະ​ເພາະ ກໍແມ່ນ ໃນເວລາສັ່ງ​ຢາ
​ໃຫ້​ຄົນ​ປ່ວຍ ທີ່​ມີ​ສະພາບບັນຫາ​ຫົວ​ໃຈ.

ນອກນັ້ນ ກໍຍັງມີຄວາມ​ຕ້ອງການ​ຈິດຕະແພດຫລາຍ​ຂື້ນ ​ແຕ່ກໍມີບັນດາຊາວໜຸ່ມ ​ທີ່ເບິ່ງ
ຄື​ວ່າ​ມີ​ຄວາມ​ສົນ​ໃຈໃນເລື້ອງນີ້.

ໃນ​ທົ່ວ​ປະ​ເທດ ມີ​ພຽງ​ແຕ່​ນັກ​ສຶກສາ​ຫົກ​ຄົນ ທີ່​ກຳລັງ​ຮຽນວິຊານີ້ ຊຶ່ງ​ຈະໃຊ້​ເວລາ​ ຢູ່​ສາມ​
ປີ. ບັນດາ​ຜູ້​ຊ່່ຽວຊານ ​ໄດ້ຖິ້ມໂທດໃສ່​ເລື້ອງເງິນ​ເດືອນ​ຕຳ່ໂພດ ​ແລະ​ບັນຫາທ້າ​ທາຍ​
ຂອງ​ການ​ຮຽນ​ຈິດຕະແພດ.

ອົງການ TPO ກຳປູ​ເຈຍ ​ເປັນອົງການທີ່ໄດ້ຮັບ ຄວາມ​ເຄົາລົບ​ນັບຖືໃນດ້ານໂຣກຈິດ ທີ່
​ບໍ່​ຫວັງ​ຜົນ​ກຳ​ໄລ.

ດຣ. Chhim Sotheara ຫົວໜ້າອົງການ TPO ກ່າວ​ວ່າ ກຳປູ​ເຈຍ ມີ​ຄວາມ​ຕ້ອງການ​ຫລາຍຢ່າງ ແຕ່ມີຊັບພະ​ຍາກ​ອນ​ພຽງ​ເລັກນ້ອຍ ​ໂດຍ​ສະ​ເພາະຢູ່ຕາມ​ເຂດຊົນນະບົດ
​ແລະ​ ລັດຖະບານ​ກໍບໍ່ໄດ້ໃຫ້ການຊ່ວຍເຫລືອຢ່າງ​ພຽງພໍ.

​ໂຄ​ງການ​ທີ່​ມີການໂອນ​ຄວາມຊຳນິ​ຊຳນານ ອາດຈະຊ່ວຍ​ເຫລືອໄດ້.

ດຣ. Chhim Sotheara ກ່າວ​ວ່າ “ພວກ​ເຮົາ​ບໍ່​ມີ​ໃຜ​ເຂົ້າຮຽນ ​ໃນໂຄ​ງການ​ເຝິກ​ອົບຮົມດ້ານໂຣກຈິດ ​ເພາະສະ​ນັ້ນ ​ມັນ​ກໍ​ຈະ​ບໍ່​ເກີດ​ຂື້ນ. ຂ້າພະ​ເຈົ້າຄິດ​ວ່າ ການ​
ມອບ​ໂອນຄວາມ​ຊຳນິ​ຊຳນານ​ຈາກ ພວກນັກ​ຊ່ຽວຊານ​ດ້ານໂຣກຈິດ ​ໄປ​ຫານາຍ
ໝໍເຝິກແອບຫຼື GP ຈາກ GP ​ໄປ​ຫາ​ນາງພະຍາບານ ​ໄປ​ຫາ​ກຸ່ມ​ສະໜັບສະໜຸນ​ຢູ່ຕາມ​ໝູ່​ບ້ານ ບັນດາ​ໝໍ​ແຜນໂບຮານ ພະສົງອົງຄະເຈົ້າ ​ແມ່​ຊີ ​ແລະ​ທັງ​ໝົດ​ນີ້​
ຈະ​ເປັນ​ການ​ດີ.”

ຢູ່​ທີ່ ກະຊວງໂຣກຈິດ ​ແລະ​ຕິດສິ່ງເສບຕິດ ທີ່ຫາກໍສ້າງຕັ້ງຂຶ້ນໃໝ່ ຂອງລັດຖະບານ
ຮ​ອງຜູ້ອຳນວຍການ ດຣ. Muny Sothara ກ່າວ​ວ່າ ບັນຫາ​ຕ່າງໆ​ໄດ້​ດີ​ຂື້ນ​ຫວ່າງ​ບໍ່​
ເທົ່າ​ໃດ​ປີ​ທີ່​ຜ່ານ​ມາ ​ແຕ່​ກໍ​ຮັບ​ຮູ້ວ່າຍັງຕ້ອງ​ເພີ້​ມ​ເຕີມອີກຫຼາຍສິ່ງຫຼາຍຢ່າງ.

ດຣ. Muny Sothara ກ່າວ​ວ່າ “​ໃນ​ອະນາຄົດ​ນີ້ ພວກ​ເຮົາ​ຕ້ອງໄດ້​ປັບປຸງ​ຄຸນ​ນະພາ​ບ​
ຂອງບັນດາ​ພະນັກງານ​ທີ່​ໄດ້ຮັບການເຝິກແອບ​ຢູ່​ໃນ​ປັດຈຸບັນແທນແລະ ​ນອກນັ້ນຍັງ
ຕ້ອງໝູນໃຊ້ບັນດາ​ນາຍ​ໝໍທີ່ຈົບໃໝ່​ ​ແລະ​ນາງພະຍາບານ ​ເພື່ອ​ຈະ​ບໍລິຫານງານໜ່ວຍ​
ຈິດຕະແພດ​ຫລາຍ​ຂື້ນຢູ່​ໃນ​ເຂດ​ຕ່າງໆ.”

​ເຖິງ​ແມ່ນ​ວ່າ​ໄດ້​ມີຮ້ອງ​ຂໍ​ຊຳ້​ແລ້ວ ຊຳ້ອິກກໍຕາມ ແຕ່ບັນດາ​ເຈົ້າ​ໜ້າ​ທີ່ ກໍບໍ່​ສາມາດ​ບອກ
ວີ​ໂອ​ເອ ​ໄດ້​ວ່າມີນາ​ຍ​ໝໍ ​ແລະ​ນາງພະຍາບານ​ຈັກ​ຄົນ ທີ່​ໄດ້​ຮັບ​ການເຝິກ​ອົບຮົມກ່ຽວ
ກັບພື້ນຖານ​ຂອງໂຣກຈິດ.

​ແລະ​ຈາກການ​ໄດ້​ຮັບ​ທຶນ​ທີ່​ຢູ່ໃນ​ຂອບ​ເຂດຈຳກັດ ບາງ​ທີ ນຶ່ງ​ລ້ານ​ໂດລາ​ຕໍ່ປີນັ້ນ ຈຶ່ງມີ
ທ່າທາງວ່າ ບັນດາ​ຜູ້ຕ້ອງການຢາກໄດ້ຮັບບໍລິການ​ດ້ານໂຣກຈິດ​ທີ່​ດີ​ຂື້ນນັ້ນ ຄົງຈະ​ບໍ່
ໄດ້​ເຫັນ​ການ​ປັບ​ປຸງ​ໃຫ້​ດີຂື້ນ​ໃນ​ໄວໆນີ້ ແຕ່ຢ່າງໃດເລີຍ. ​

Cambodia has some of the world’s worst mental health statistics – largely due to the effects of Pol Pot’s murderous Khmer Rouge regime. Yet mental health services remain underfunded and – in the words of the World Health Organization – “critically neglected." There’s little sign of that changing in the near future, in part because few Cambodian students are interested in psychiatry as a career.

The psychiatric clinic at the government’s Khmer-Soviet Hospital in Phnom Penh is one of Cambodia’s busiest.

Fifteen years ago, said clinic director Yem Sobotra, it saw between 70 and 150 patients a day. When VOA visited in April, the daily average was 400.

With few mental health services in rural areas, where most Cambodians live, patients have to come to centers like this for treatment.

But with just 10 psychiatrists and as many nurses, most get just a few minutes before leaving with a bottle of pills.

Dr. Yem Sobotra said they could do better with more resources.

“So we [have] not much time to give good service for them – especially for psychotherapy. We just only [offer] some short [term] counseling, short [term] psychotherapy for the patient. That is my idea – not enough for service, not enough for human resources,” he said.

The challenges do not end there: Cambodia lacks the advanced drugs used in neighboring Vietnam and Thailand – a particular problem when prescribing for patients with heart conditions.

It also needs more psychiatrists – yet few youngsters seem interested.

Nationwide just six students are taking the three-year course. Experts blame low salaries and the challenges of studying psychiatry.

TPO-Cambodia is a respected mental health non-profit.

Dr. Chhim Sotheara, who heads TPO, said Cambodia had many needs, few resources – particularly in rural areas – and a government that was not doing enough.

A skills-transfer program would help, he said.

“We don’t have anyone enrolling in the psychiatry training program, so that’s not going to happen. So I think the transferring skills from the specialist psychiatrist to GP, GP to nurse, to village health support groups, traditional healers, the monks, the nuns – and all this would be good,” he said.

At the government’s newly formed Department of Mental Health and Substance Abuse, Deputy Director Dr. Muny Sothara said matters have improved in recent years, but acknowledged more was needed.

“For the coming future we need to improve the quality of the existing trained staff instead, and also additional mobilize new general practitioners and nurses in order to operate more mental health units in other sectors down,” he said.

Yet despite repeated requests, officials were unable to tell VOA how many doctors and nurses it has trained in mental health basics.

And with limited funds allocated – perhaps $1 million a year – it is unlikely that those in need of better mental health services will see improvements soon.

XS
SM
MD
LG