ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຊາວກຳປູເຈຍ ຟ້ອງບໍລິສັດ ອາຫານທະເລ ສະຫະລັດ ແລະໄທ ທີ່ບັງຄັບໃຊ້ແຮງງານ


ພວກແມ່ຍິງພາກັນໄຈ້ກຸ້ງ ຢູ່ຕະຫລາດອາຫານທະເລ ທີ່ມະຫາໄຊ ປະເທດໄທ.
ພວກແມ່ຍິງພາກັນໄຈ້ກຸ້ງ ຢູ່ຕະຫລາດອາຫານທະເລ ທີ່ມະຫາໄຊ ປະເທດໄທ.

ຜູ້​ພິພາກສາ​ຄົນ​ນຶ່ງ​ໃນ​ລັດ California ​ໄດ້​ສັ່ງ​ໃຫ້​ພວກ​ທະນາຍຄວາມ ທີ່​ເປັນ​ຜູ້ຕາງໜ້າ ບໍລິສັດ​ອາຫານ​ທະ​ເລ​ສະຫະລັດ 2 ບໍລິສັດມາ​ປາກົດ​ໂຕ​ຢູ່​ສານ​ເພື່ອ​ນັດ​ພົບປະຊຸມ ຫລັງ​ຈາກໄດ້ມີການ​ຍື່ນ​ຟ້ອງ​ ​ໃນ​ນາມຊາວ​ກຳປູ​ເຈ​ຍ​ເຈັດ​ຄົນ​ທີ່ໄດ້​ອ້າງ​ວ່າ ​ເຂົາ​ເຈົ້າ​ໄດ້​ຖືກ​ຫລອກ​ລວງໃຫ້​ໃຊ້​ຊີ​ວິດແບບຂ້າ​ທາດ​ ​ໃນການ​ຫາ​ປາຢູ່​ນອກ​ປະ​ເທດ​ ທີ່ສົ່ງ​ໃຫ້​ແກ່​ບໍລິ​ສັດທັງ​ສອງ.

ບັນດາ​ຜູ້​ເຄາະ​ຮ້າຍ​ ຊຶ່ງມີ​ຜູ້​ຊາຍ​ຫ້າ​ຄົນ ​ແລະ​ແມ່ຍິງ​ສອງ​ຄົນ ​ໄດ້​ຍື່ນ​ຟ້ອງຕໍ່ບັນດາ​ບໍລິສັດ​ສະຫະລັດທີ່​ລົງທະບຽນ​ໃນ​ຊື່ Robicon Resources ແລະ Wales & Co. Universe ​ແລະ ບໍລິສັດ​ໄທ Phatthana ອາຫານ​ທະ​ເລ ​ແລະ S.S Frozen Food Co. ​ໃນ​ວັນ​ທີ 15 ​ເດືອນ​ມີຖຸນາ. ຢູ່​ໃນ​ສຳນວນຟ້ອງ​ນັ້ນ ​ໂຈດ​ກ່າວ​ວ່າ ​ເຂົາ​ເຈົ້າ​ໄດ້​ຖືກ​ຫລອກ​ລວງ ​ເຂົ້າ​ໄປ​ເຮັດ​ວຽກໃຫ້​ບັນດາ​ບໍລິ​ສັດເຫຼົ່ານີ້​ແລະ​ໄດ້​ໃຊ້​ເວ​ລາເກືອບສອງ​ປີຖືກ “ບັງ​ຄັບ​ໃຫ້ອອກ​ແຮງງານ ເປັນຂ້າທາດ ​ແລະ​ຈ່າຍ​ຄ່າ​ໜີ້​ສິນ” ລະຫວ່າງ​ປີ 2010 ​ແລະ 2012.

ບໍລິສັດ Walmart ​ທີ່​ມີ​ຫ້ອງການ​ຢູ່​ທີ່ສະຫະລັດ ຖືກລະບຸວ່າແມ່ນນຶ່ງໃນຈຳນວນບັນດາ​ຜູ້​ຊື້ຂອງບໍລິສັດ​ Phatthana ສົ່ງ​ກຸ້ງ​ອອກຂາຍຕ່າງປະເທດ ອີງ​ຕາມ​ສຳນວນ​ຟ້ອງ​.

ຜູ້​ພິພາກສາ ທ່ານ John F. Walter ​ໄດ້​ສັ່ງ​ໃຫ້​ພວກ​ທະນາຍຄວາມ​ມາປາກົດ​ໂຕ​ທີ່ສານ​ໃນວັນ​ທີ 19 ກັນຍານີ້ ​ເພື່ອ​ສະ​ເໜີ​ການ​ໂຕ້​ຖຽງ​ ຫລັກ​ຖານ ​ແລະ​ການອະທິບາຍກ່ຽວກັບ​ຄະດີ​ເຂົາ​ເຈົ້າ ​ຕໍ່​ສານ​ເຂດດັ່ງກ່າວຂອງສະຫະລັດ ທີ່​ການກ່າວອ້າງຂອງພວກຈຳເລີຍຍັງ ບໍ່ພຽງພໍນັ້ນ.

ບັນດາ​ທະນາຍຄວາມ​ບັນດາ​ຂອງໂຈດ ຍັງ​ຈະ​ສະ​ເໜີ​ການຂໍ້​ອ້າງ​ກ່ຽວກັບ​ຄວາມ​ເສຍ​ຫາຍ.

ຄຳ​ສັ່ງ​ຂອງ​ສານ​ກ່າວ​ວ່າ “​ຖ້າ​ຫາກ​ທະນາຍຄວາມ​ຫາກບໍ່ສາມາດຍື່ນ​ລາຍ​ງານ​ຮ່ວມຕາມ
ໝາຍກຳນົດການນັດ​ພົບປະຊຸມ ​ແລະ​ການ​ລົ້ມ​ແຫລວ​ດັ່ງກ່າວ ​ຖ້າ​ຫາກ​ບໍ່​ເປັນ​ທີ່​ພໍໃຈ​ໃນ​ການ​ອະທິບາຍ​ແກ່​ສານ ສາ​ເຫດ​ຕ້ອງ​ຖືກ​ລົບ​ລ້າງ​ໃນ​ຖານ​ລົ້ມ​ແຫລວ​ຕໍ່​ການ​ຈັບ​ກຸມ ຖ້າ​ຫາກ​ການ​ລົ້ມ​ແຫຼວ​ເກີດ​ຂຶ້ນ​ຢູ່​ໃນ​ພາກສ່ວນ​ຂອງ​ໂຈດ. ການ​ຕັດສິນວ່າຜິດສັນຍາຈະຕ້ອງ ມີການບັນທຶກໄວ້​ຖ້າ​ຫາກ​ການ​ລົ້ມ​ແຫຼວ​ເກີດ​ຂຶ້ນ​ຢູ່ໃນ​ພາກສ່ວນ​ຂອງ​ຈຳເລີຍ."

ອີງ​ຕາມ​ເອກ​ກະສາ​ນຂອງສານ ທີ​ມປ້ອງ​ກັນຂອງຈຳເລີຍໃນ​ວັນ​ທີ 3 ​ເດືອນ​ສິງຫາ​ກ່າວ​ວ່າ ສານ​ບໍ່ມີອຳນາດຕັດສິນ ໃນເລື້ອງນີ້ ​ເພາະວ່າ​ການ​ກ່າວ​ຫານີ້ ​ເກີດ​ຂຶ້ນ​ຢູ່​ນອກ​ສະຫະ​ລັດ. ບັນດາ​ຜູ້ຕາງໜ້າຂອງໂຈດ ຕອບໂຕ້ວ່າ ​ສານ​ແມ່ນມີສິດ ພາຍ​ໃຕ້​ທັງ​ກົດໝາຍປ້ອງກັນຜູ້ ເຄາະຮ້າຍທີ່ຖືກທໍລະມານ ​ແລະຂໍ້ຫາ​ທາລຸນ​ຕ່າງ​ຊາດ ຊຶ່ງທັງ​ສອງກົດໝາຍນີ້ສາມາດ​ອະ ນຸຍາດ​ໃຫ້​ຊາວຕ່າງ​ດ້າວ​ແກ້ໄຂການລະເມີດສິດທິ​ມະນຸດ ​ສຳລັບການກະທຳ​ທີ່​ເກີດ​ຂຶ້ນ​ຢູ່​ນອກ​ສະຫະລັດ.

ການ​ໂທລະສັບໄປ​ຫາ ທະນາຍ​ຄວາມຝ່າຍຈຳເລີຍ ​ຍັງບໍ່​ໄດ້​ຮັບ​ຄຳ​ຕອບ​ຄືນ​ໂດ​ຍທັນ​ທີ່.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG