ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຊາວກຳປູເຈຍ ຫຼາຍສິບພັນຄົນ ຍັງສືບຕໍ່ພາ​ກັນ ໜີອອກຈາກ ປະເທດໄທ ຄືນເມືອບ້ານ


ຊາວກຳປູເຈຍ ກຳລັງລົງຈາກລົດໄຟ ຢູ່ທີ່ສະຖານີ ເມືອງອະຣັນຍາປະເທດ ຈັງຫວັດສະແກ້ວ ປະເທດໄທ.
ຊາວກຳປູເຈຍ ກຳລັງລົງຈາກລົດໄຟ ຢູ່ທີ່ສະຖານີ ເມືອງອະຣັນຍາປະເທດ ຈັງຫວັດສະແກ້ວ ປະເທດໄທ.
ພວກ​ຄົນງານ​ຕ່າງດ້າວຫລາຍ​ພັນ​ຄົນ ​ໄດ້​ພາກັນ​ຫລັ່ງໄຫຼ​
ກັບຄືນ​ໄປ​ຍັງ​ກຳປູ​ເຈຍ ດ້ວຍ​ຄວາມ​ຢ້ານ​ກົວ​ວ່າ​ ກອງທັບ
​ໄທ​ຈະ​ທຳ​ການ​ປາບ ​ປາມ​ພວກ​ແຮງ​ງານ​ທີ່​ຜິດ​ກົດໝາຍ.
ນາຍ Ron Corben ຜູ້​ສື່​ຂ່າວ​ວີ​ໂອ​ເອ ລາຍງານມາ​ຈາກ​
ບາງກ​ອກ ​ວ່າ ລັດຖະບານ​ໄທ​ໄດ້​ປະຕິ​ເສດ​ ວ່າ ​ຕົນບໍ່​ໄດ້
​ສັ່ງ​ໃຫ້​ ທຳ​ການຈັດ​ສົ່ງພວກແຮງງານ​ເຫຼົ່າ​ນີ້ ອອກ​ຈາກ
​ປະ​ເທດ​. ສິງມີລາຍງານ ມາສະ​ເໜີ​ທ່ານ.

ພວກ​ຄົນ​ງານ​ກຳປູ​ເຈຍ​ ທີ່​ບໍ່​ມີ​ເອກະສານ​ຖືກຕ້ອງຕາມ​ກົດໝາຍ​ຫຼາຍ​ໝື່ນ​ຄົນ ທີ່
ພວມພາກັນເດີນທາງກັບຄືນປະເທດ ໄດ້ກໍ່ໃຫ້ເກີດເຫດ​ການ​ສັບສົນ​ວຸ້ນວາຍຂຶ້ນ
​ໃນ​ເຂດ​ຊາຍ​ແດນ​ໄທ-ກຳປູ​ເຈຍ ຍ້ອນ​ມີຄວາມ​ຢ້ານ​ກົວວ່າ ຈະ​ມີການປາບ​ປາມ
ແລະ​ໄດ້ຍິນ​ຂ່າວ​ຕ່າງໆ​ທີ່ບໍ່​ໄດ້​ຮັບ​ການ​ຢືນຢັນ ​ກ່ຽວກັບການ​ໃຊ້​ກຳລັງຕໍ່ຕ້ານ​
ພວກ​ແຮງ​ງານທີ່​ຜິດ​ກົດ ໝາຍ​ໂດຍ​ລັດຖະບານ​ທະຫານ​ໄທ​ນັ້ນ.

ການ​ເອົາ​ມາດ​ຕະການ​ ຮັກສາ​ຄວາມ​ປອດ​ໄພ​ຢ່າງ​ເຄັ່ງ​ຄັດ ​ເລາະ​ຕາມຊາຍ​ແດນ
ລຸນ​ຫຼັງ​ການ​ຍຶດອຳນາດ​ຂອງ​ພວກ​ທະຫານ ​ໃນ​ວັນ​ທີ 22 ພຶດສະພາ​ຜ່ານ​ມາ​ນີ້ ​ໄດ້​
ພາ​ໃຫ້​ເກີດ​ການ​ເຄື່ອນ​ໄຫວ​ຂັ້ນ​ຕົ້ນ​ຂອງ​ພວກ​ແຮງ​ງານ​ຕ່າງດ້າວ ກັບ​ຄືນ​ໄປ​ຍັງ​
ປະ​ເທດ​ນັ້ນ ​ແຕ່​ໃນ​ຫວ່າງ​ບໍ່​ເທົາ​ໃດ​ມື້​ຜ່ານ​ມານີ້ ຈຳນວນ​ພວກ​ແຮງງານກັບ​ຄືນ
​ປະ​ເທດ ໄດ້​ເພີ່ມ​ຂຶ້ນ​ຢ່າງ​ຫຼວງຫຼາຍ.

ທ່ານ Joe Lowry ​ໂຄສົກ​ປະຈຳອົງການ​ລະຫວ່າງ​ຊາດ ​ເພື່ອ​ອົບ​ພະຍົບ ​ຫຼື IOM
ໃນ​ເຂດ​ເອ​ເຊຍ​ປາຊີ​ຟິກກ່າວ​ວ່າ ດ່ານ​ກວດກາ​ແຫ່ງຕ່າງໆ​ໃນ​ເຂດ​ຊາຍ​ແດນ​ແມ່ນ
​ເຕັມ​ໄປ​ດ້ວຍ​ພວກ​ແຮງງານທີ່ພາກັນເດີນທາງ ກັບ​ຄືນ​ປະ​ເທດ.

ທ່ານ Lowry ກ່າວ​ວ່າ “ພວກຄົນງານກຳປູເຈຍ ທີ່ບໍ່ມີເອກກະສານຖືກຕ້ອງ
ຕາມກົດໝາຍ ​ປະມານ 75 ພັນ​ຄົນ​ ອາດ​ຈະ​ໄດ້​ຂ້າມ​ຊາຍ​ແດນ​ຈາກໄທ
ໄປ​ແລ້ວ. ພວກ​ແຮງ​ງານ​ເຫຼົ່າ​ນີ້​ ມາ​ຈາກ​ພາກຕ່າງໆ​ຂອງໄທໄປມີໜ້າ​ທີ່​
ດ່ານ​ຊາຍ​ແດນ ​ແລະ​ຫຼັງ​ຈາກ​ນັ້ນ​ ຖືກນຳ​ສົ່ງ​ໄປ​ຍັງ​ແຂວງ​ບ້ານ​ເກີດ​ເມືອງ​
ນອນຂອງ​ເຂົາ​ເຈົ້າ ​ໂດຍ​ພວກລົດ​ຂົນ​ສົ່ງຂອງ​ກອງທັບລົດ​ໂດຍສານ
ຂະໜາດນ້ອຍ ທີ່​ພວກ​ເຮົາ​ວ່າ​ຈ້າງ​ມາ​ເພື່ອ​ດຳ​ເນີນ​ການຈັດ​ສົ່ງ​ພວກ​ທີ່ຢູ່​
ໃນກໍລະນີທີ່​ດ່ວນ​ທີ່​ສຸດ​ກັບ​ຄືນ​ບ້ານ​ເກີດ​ເມືອງ​ນອນ​ຂອງ​ເຂົາ​ເຈົ້າ. ມັນ​
ໄດ້​ເປັນ​ເຫດການ​ທີ່​ສັບສົນ​ວຸ້ນວາຍ​ອັນ​ນຶ່ງ​ໃນເຂດ​ຊາຍ​ແດນ​ໃນ​ຊ່ວງ​
ເວລາ 48 ຊົ່ວ​ໂມງ​ຜ່ານ​ມາ​ນີ້ ​ແລະ​ມັນ​ອາດ​ຈະ​ດຳ​ເນີນ​ຕໍ່​ໄປ​ອີກ​ດົນ​ເຕີບ.


ຫ້ອງການ​ຄະນະ​ກຳມະການ​ວ່າ​ດ້ວຍ​ສຸຂະພາບ​ແຫ່ງ​ຊາດ​ຂອງ​ໄທ ກະ​ປະມານ​ວ່າ
ມີ​ພວກຄົນງານຕ່າງດ້າວ ຈຳນວນ​ຫຼາຍ​ເຖິງ 4 ລ້ານ​ຄົນ​ໃນ​ໄທ ຊຶ່ງ​ຢ່າງ​ໜ້ອຍ​ມີ 4
​ແສນ​ຄົນ​ມາ​ຈາ​ກຳປູ​ເຈຍ​ແລະ​ຈຳນວນ 2 ລ້ານ​ ກວ່າ​ຄົນ​ມາ​ຈາກ​ມຽນມ້າ ຕະຫຼອດ​
ທັງ​ມາ​ຈາກ ​ລາວ. ພວກ​ແຮງງານ​ເຫຼົ່ານີ້​ທັງ​ໝົດ​ໄດ້​ມີ​ສ່ວນ​ຊ່ອຍ​ທີ່​ສຳຄັນໃນ​ວົງການ​ອຸດສາຫະກຳ ການກະສິກຳ ​ແລະ​ການ​ປະມົງ ຊຶ່ງ​ເປັນ​ພາກສ່ວນວຽກງານ​ທີ່​ພວກ​
ແຮງ​ງານ​ໄທ​ ​ຫຼີກ​ລ່ຽງ​ບໍ່ຢາກເຮັດນັ້ນ.

​ໃນ​ວັນ​ອາທິດ​ຜ່ານ​ມາ​ນີ້ ທາງກອງທັບ ແລະ​ກະຊວງ​ການ​ຕ່າງປະ​ເທດ​ໄທ ​ໄດ້ອອກ​
ຖະ​ແຫຼ​ງການ​ຫລາຍ​ສະ​ບັບ ປະຕິ​ເສດ​ວ່າ ລັດຖະບານ​ມີ​ແຜນການປາບ​ປາມ​ພວກ
​ແຮງ​ງານ​ຕ່າງດ້າວນັ້ນ. ພົນເອ ກ​ທະນະ​ສັກ ປະຕິ​ມະ​ປຣະກອນ ຮອງ​ຜູ້ນຳ​ລັດຖະ
ບານ​ທະຫານ​ໄທກ່າວ​ວ່າ ລັດຖະບານ​ກຳລັງ​ເອົາ​ບາດກ້າວ​ຕ່າງໆ​ ເພື່ອ​ຄວບ​ຄຸມ
​ແຮງ​ງານ​ຕ່າງດ້າວ ຍ້ອນ​ຄວາມ​ເປັນ​ຫ່ວງ​ເປັນໃຍ ​ກ່ຽວ​ກັບ​ການ​ລັກລອບ​ຄ້າ​ມະນຸດ
​ແລະ​ເລື້ອງ​ແຮງ​ງານ​ເດັກນ້ອຍ.

​ໃນ​ຫວ່າງ​ບໍ່​ເທົ່າ​ໃດ​ປີຜ່ານມາ​ນີ້ ອົງການ​ແຮງ​ງານ​ສາກົນ ຂອງ​ສະຫະ​ປະຊາ​ຊາດ
​ໄດ້​ໃຫ້ການ​ສະໜັບສະໜຸນ​ໂຄງການ​ອັນ​ນຶ່ງ ​ທີ່​ດຳ​ເນີນ​ງານ​ເພື່ອ​ອອກ​ກົດ​ລະບຽບ
​ສຳລັບ​ພວກ​ແຮງ​ງານ​ທີ່​ບໍ່​ມີ​ເອກະສານ​ຖືກຕ້ອງ​ຕາມ​ກົດໝາຍ​ ທີ່​ເຮັດ​ວຽກ​ຢູ່​ໃນ​ໄທ
​ໂດຍ​ຜ່ານ​ໂຄງການ​ອອກ​ໃບ​ອະນຸຍາດໃຫ້​ເຮັດ​ວຽກ​ໄດ້ ​ແລະ​ອອກ​ໜັງສືຜ່ານ​ແດນ
ແຫ່ງ​ຊາດ ໃຫ້ພວກ​ແຮງ​ງານ​ຕ່າງດ້າວ.

ນັບ​ແຕ່​ພວກ​ທະຫານ​ໄດ້​ຍຶດອຳນາດ​ໃນ​ເດືອນ​ພຶດສະພາ​ຜ່ານ​ມາ​ນີ້ ມີ​ລາຍ​ງານ​
ວ່າ ຕຳຫຼວດ ​ແລະ​ບັນດາ​ເຈົ້າ​ໜ້າ​ທີ່ ​ໄດ້​ທຳ​ການ​ບຸກ​ເຂົ້າ​ໄປ​ກວດ​ຄົ້ນ​ ໃນ​ຄຸ້ມທີ່
ພວກ​ແຮງງານຕ່າງດ້າວອາໄສຢູ່ ຮວມທັງ​ໃນເມືອງ​ຊຽງ​ໃໝ່​ ໃນ​ພາກ​ເໜືອ ​ແລະ
​ເມືອງ​ຕຣາດ ​ທີ່​ຊາຍ​ແດນ​ຂອງ​ໄທ​ຕິດ​ກັບ​ມຽນມ້າ ​ແລະ​ຂໍ​ໃຫ້​ພວກແຮງ​ງານ​ຕ່າງ
ດ້າວສະ​ແດງ​ບັດປະຈຳ​ໂຕ​ຂອງ​ເຂົາ​ເຈົ້າ.

ໃນການໃຫ້ຄວາມ​ເຫັນຫວ່າງ​ໄວໆ​ຜ່ານ​ມາ​ນີ້​ ນາຍ​ພົນ​ປຣະຢຸດ ຈັນ​ໂອຊາ ຜູ້ນຳ​
ລັດຖະບານ​ທະຫານ​ໄທ ຮຽກຮ້ອງ​ໃຫ້​ມີ​ກົດ​ລະບຽບເລື້ອງແຮງ​ງານ​ທີ່​ດີ​ຂຶ້ນ ແລະ​
ເຕືອນ​ພວກ​ແຮງ​ງານ​ທີ່​ຜິດ​ກົດໝາຍ ​ກ່ຽວ​ກັບ​ສະຖານະພາບ​ຂອງ​ເຂົາ​ເຈົ້າ ຊຶ່ງ​
ພາ​ໃຫ້ເກີດ​ຄວາມ​ຢ້ານ​ກົວ​ກັນ​ວ່າ ຈະ​ມີ​ການ​ປາບ​ປາມເກີດຂຶ້ນ​ນັ້ນ.

​ແຕ່​ທ່ານ Andy Hall ນັກວິ​ເ​ຄາະກ່ຽວ​ກັບ​ເລື້ອງ​ແຮງ​ງານ​ຕ່າງດ້າວ ກ່າວ​ວ່າ ຈະຕ້ອງ
​ມີການ​ທົບ​ທວນຄືນ​ເບິ່ງນະ​ໂຍບາຍ​ດັ່ງກ່າວ.

ທ່ານ Andy Hall ກ່າວ​ວ່າ "ພວກ​ເຈົ້າ​ໜ້າ​ທີ່​ເຫຼົ່າ​ນີ້​ໄດ້​ຕັດສິນ​ໃຈ​ຈັດ​ຕັ້ງ​ຄະນະ​
ກຳມະການ​ນີ້​ຂຶ້ນ​ມາ ​ເພື່ອ​ແກ້​ໄຂ​ເລື້ອງ​ແຮງງານຕ່າງດ້າວ. ຂ້າພະ​ເຈົ້າ​ໝາຍ
​ຄວາມ​ວ່າ ຂ້າພະ​ເຂົ້າ​ຄຶດ​ວ່າ ມັນ​ເປັນ​ສິ່ງ​ທີ່​ດີ ເພາະວ່າເລື້ອງ​ແຮງງານຕ່າງດ້າວ
ໃນ​ຖານະເປັນ​ນະ​ໂຍບາຍອັນ​ນຶ່ງ​ຂອງໄທນັ້ນ ແມ່ນ​ໄດ້​ເປັນ​ລື້ອງ​ສັບສົນ​ວຸ້ນວາຍ
​ຢ່າງ​ແທ້ຈິງ. ພວກ​ແຮງງານຕ່າງດ້າວຫຼາຍ​ແສນ​ຄົນ ໄດ້​ຢູ່​ມາໂດຍ​ບໍ່​ມີ​ນະ​ໂຍບາຍ​ໃດໆ.”


ໃນ​ຖະ​ແຫຼ​ງການ​ສະບັບ​ນຶ່ງ​ໃນ​ວັນ​ອາທິດ​ຜ່ານມາ​ນີ້ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ
​ໄທ ​ ໄດ້ຖິ້ມ​ໂທດ​ໃສ່ ຂ່າວລື​ກ່ຽວກັບການ​ປາບ​ປາມ “​ທີ່ບໍ່​ຮູ້ຈັກ​ວ່າມາ​ຈາກ​ໃສ​ນັ້ນ
ວ່າໄດ້ສ້າງ​ຄວາມ​ແຕກ​ຕື່ນ​ຢ້ານ​ກົວ​ ໃນ​ບັນດາແຮງ​ງານ​ກຳປູ​ເຈຍ ຕະຫຼອດ​ທັງ​ພວກ
​ນາຍ​ຈ້າງ​ໄທ​. ​ໂຄສົກ​ທ່ານ​ນີ້ ໄດ້​ປະຕິ​ເສດ​ເຊັ່ນ​ກັນ ວ່າຈະ​ມີ​ການ​ໃຊ້​ກຳລັງທຳການ​
ຈັບ​ກຸມ​ຂະໜາດໃຫຍ່ ຫຼືການເຂັ່ນຂ້າ​ຜູ້​ໃດ ດັ່ງ​ທີ່​ມີ​ກ່າວ​ຫາ​ຢູ່​ໃນ​ລາຍ​ງານຕ່າງໆ​ນັ້ນ.
XS
SM
MD
LG