ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ແຮງງານກຳປູເຈຍ ທີ່ຜິດກົດໝາຍ ໃນໄທ ພາກັນຫລັ່ງໄຫລ ກັບຄືນບ້ານເກີດເມືອງນອນ


ຊາວກຳປູເຈຍ ພາກັນຂົນເຄຶ່ອງລົງ ຈາກລົດໄຟ ທີ່ສະຖານີ ອາຣັນຍາປະເທດ
ຊາວກຳປູເຈຍ ພາກັນຂົນເຄຶ່ອງລົງ ຈາກລົດໄຟ ທີ່ສະຖານີ ອາຣັນຍາປະເທດ
ອົງການ​ຊ່ວຍ​ເຫລືອ​ຕ່າ​ງໆ​ ຢູ່​ໃນ​ປະ​ເທດ​ໄທ ກ່າວ​ວ່າ ແຮງງານ
ຕ່າງດ້າວ ຊາວ​ກຳປູເຈຍຫລາຍ​ສິບ​ພັນ​ຄົນ​ ແລະ​ລູກເຕົ້າ​ຂອງ​
ເຂົາ​ເຈົ້າ ຍັງສືບຕໍ່ເດີນທາງ ໄປ​ເຖິງດ່ານ​ຂ້າມຊາຍແດນ​ແຫ່ງນຶ່ງ
ໃນປະ​ເທດ​ໄທ. ​ເຂົາ​ເຈົ້າບໍ່​ເຊື່ອ​ໃນ​ການຄ້ຳປະກັນຂອງລັດຖະ
ບານທະຫານ​ໄທ ທີ່ວ່າເຂົາ​ເຈົ້າ​ບໍ່​ໄດ້ຕົກເປັນ​ເປົ້າ​ໃນ​ການປາບ
ປາມ ທີ່ແນໃສ່​ເພື່ອກຳຈັດ​ແຮງງານຕ່າງດ້າວທີ່​ເຂົ້າ​ເມືອງ​ຜິດ
​ກົດໝາຍ. ນັກ​ຂ່າວ ວີ​ໂອ​ເອ Steve Herman ມີລາຍ​ງານ
​ເລື່ອງນີ້ຈາກ​ບາງກອກ ຊຶ່ງກິ່ງ​ສະຫວັນ ຈະ​ນຳ​ມາ​ສະ​ເໜີ​ທ່ານ.

ອົງການ​ນາໆ​ຊາດກ່ຽວກັບການຍົກຍ້າຍຖິ່ນຖານ ຫລື IOM
ແລະບັນດາ​ຜູ້​ຕາງ​ໜ້າອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດ​ຖະບານ
ທີ່ກ່ຽວຂ້ອງ ກ່າວ​ຕໍ່ວີ​ໂອ​ເອວ່າ ຊາວ​ກຳປູ​ເຈຍຫລາຍພັນ​ຄົນ​ ຍັງ​ສືບຕໍ່ພາກັນມຸ່ງໜ້າໄປ
ຍັງ​ດ່ານ ​ຂ້າມຊາຍແດນທີ່ເມືອງປອຍເປັດ.

ຈຳນວນຜູ້ຄົນທີ່ໄປຮອດໃນວັນ​ພຸດ​ຜ່ານມານີ້ ບໍ່​ຫລວງຫລາຍ​ເທົ່າ​ກັບ​ທີ່​ໄດ້​ເຫັນ ​ໃນວັນ​
ທ້າຍ​ສັບປະດາແລ້ວ ​ແຕ່​ກໍ​ຍັງຫຼວງຫລາຍຢູ່ ​ອີງ​ຕາມ​ພວກ​ທີ່​ຕິດຕາມເບິ່ງ​ສະຖານະການ​
ຢູ່ໃນເຂດຊາຍ​ແດນ ​ໄທ-ກຳປູ​ເຈຍ.

ມີການກະປະມານກັນ​ວ່າ ໃນເດືອນນີ້ມີ ຊາວ​ກຳປູ​ເຈຍ ​ຢ່າງ​ໜ້ອຍ 200,000 ຄົນໄດ້ພາ
ກັນ​ຫລົບໜີເມືອ​ບ້ານ ​ຈາກປະ​ເທດ​ໄທ.

ສິບອົງການ​ຊ່ວຍ​ເຫລືອ​ທີ່​ກ່ຽວ​ຂ້ອງ ຮວມ​ທັງ ອົງກາ​ນໃຫ້ຄວາມຊ່​ວຍ​ເຫລືອດ້ານ​ກົດ
ໝາຍຂອງ​ຄາ​ໂທ​ລິກ ຕາໜ່າງກຸ່ມ​ຊ່ວຍເຫຼືອ​ແຮງງານຕ່າງດ້າວຢູ່​ໃນ​ປະ​ເທດ​ໄທ ​ແລະ
​ອົງການຊ່ວຍເຫລືອເດັກນ້ອຍ ຊຶ່ງເປັນອົງການຈັດຕັ້ງ​ນາໆ​ຊາດທີ່​ບໍ່​ຂື້ນ​ກັບ​ລັດຖະບານ
ໄດ້​ສົ່ງ​ຄຳ​ຮ້ອງ​ຮຽນ​ໄປ​ຍັງລັດຖະບານທະຫານ​ຂອງ​ໄທ ​ເພື່ອ​ໃຫ້​ຢຸດ​ເຊົາ​ການປາບປາມ
ພວກ​ແຮ​ງງານຕ່າງ​ດ້າວ.

ທ່ານນາງ Roisai Wongsuban ​ແມ່ນ​ເຈົ້າ​ໜ້າ​ທີ່​ຄົນ​ນຶ່ງຂອງ ກຸ່ມຊ່ວຍເຫລືອແຮງ
ງານຕ່າງ​ດ້າວ.

ທ່ານນາງ Roisai ກ່າວ​ວ່າ “ບັດ​ນີ້ ສັງ​ຄົມ​ໄທ ​ໂດຍ​ສະ​ເພາະ​ພວກ​ນັກວິສາຫະກິດ
ພາກັນ​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຈາ​ກ​ນະ​ໂຍບາຍສາຍຕາສັ້ນ ທີ່​ເນັ້ນ​ໜັກ​ໃສ່​ຄວາມ
​ປອດ​ໄພ​ແຫ່ງຊາດ ​ແລະ​ຈັບ​ກຸມ ​ແລະເນລະເທດ. ສິ່ງ​ທີ່​ເຮົາຕ້ອງການ​ໃນ​ທັນ​ທີ
​ນັ້ນ​ກໍ​ຄື ທະຫານຢຸດການປາບປາມ ​ຈັບກຸມ ​ແລະກົດຂີ່​ບັນດາ​ແຮງ​ງານຕ່າງ​ດ້າວ.”


ທ່ານນາງ Roisai ​ທີ່​ຖະ​ແຫລ​ງຈາກນະຄອນ​ຊຽງ​ໃໝ່ ເວົ້າ​ວ່າ ພວກທີ່ບໍ່ຊາບຝ່າຍຈຳ
ນວນນຶ່ງ ພວມພາກັນ​ສວຍ​ໂອກາດກ່ຽວກັບສະພາ​ບການ​ຢູ່​ທີ່​ນັ້ນ ​ແລະຢູ່ທີ່ ເມືອງແມ່​
ສອດ ຊຶ່ງເປັນເມືອງຊາຍ​ແດນ​ໄທ ຕິດກັບ​ມຽນມາ.

ທ່ານນາງ Roisai ກ່າວ​ວ່າ “ພວກ​ເຮົາ​ໄດ້​ຮັບ​ລາຍ​ງານ​ວ່າ ມີ​ຫລາຍ​ຄົນ​ນຸ່ງ​ເຄຶ່ອງ​
ແບບຄື​ກັບ​ເຈົ້າ​ໜ້າທີ່ ​ແລະ​ເຂົາ​ເຈົ້າ​ພາກັນ​ໄປ​ຫາ​ປະຊາ​ຄົມ ​ແລະຂູ່​ເຂັນ​ ໃນ​ສະ
ຖານະການທີ່ຄ້າຍຄືກັບ​ວ່າ​ ເຂົາ​ເຈົ້າ​ອາດໄປຫາປະຊາຄົມ​ເພື່ອ​ຈັບກຸມຜູ້ຄົນ.
ແລະ​ບາງຄົນໄດ້​ຈ່າຍ​ເງິນ​ໃຫ້​ເຂົາ​ເຈົ້າ. ​ແລະ​ມັນ​ຍັງ​ໄດ້​ສ້າງ​ຄວາມ​ຢ້ານ​ກົວ​ໃຫ້
​ແກ່ປະຊາຄົມນຳດ້ວຍ.”


ດັ່ງນັ້ນ​ ມັນໄດ້​ເຮັດ​ໃຫ້​ພວກ​ນາຍ​ຈ້າງ​ຈຳນວນ​ນຶ່ງ ທີ່​ໃຊ້​ຄົນ​ງານ​ບໍ່​ມີ​ເອກ​ກະສາ​ນຕ້ອ​ງ
​ໄດ້​ຫລຸ​ດຜ່ອນ​ທຸລະ​ກິດ​ລົງ ຮວມ​ທັງ​ການ​ຜະ​ລິດ​ຂອງ​ໂຮງງານ.

ໃນ​ຂະນະ​ທີ່​ ຊາວ​ກຳປູ​ເຈຍ ໃນສັດສ່ວນທີ່ສຳຄັນ ຊຶ່ງບາງທີ​ອາດ​ເປັນສ່ວນ​ໃຫຍ່​ ​ກໍໄດ້
ທີ່ຢູ່​ໃນ​ປະ​ເທດ​ໄທນັ້ນ ​ໄດ້ພາກັນ​ໜີ​ອອກ​ຈາກ​ປະ​ເທດໄປ ບັນດາ​ນັກ​ເຄື່ອນ​ໄຫວ​ກ່າວ​
ວ່າ ພວກ​ທີ່​ເປັນ​ສັນຊາດມຽນມາ ​ກັບ​ພາກັນ​ໜີ​ໄປຫລົບ​ລີ້ ​ແທນ​ທີ່​ຈະ​ຂ້າມ​ຊາຍ​ແດນ
ກັບຄືນປະເທດ.

​ກະປະມານກັນວ່າ ມີຄົນງານຊາວມຽນມາ​ສອງ​ລ້ານ​ຄົນ​ ຢູ່​ໃນ​ປະ​ເທດ​ໄທ ຊຶ່ງ​ເປັນກຳ
ລັງແຮງງານ​ທີ່​ຈຳເປັນ ​ແລະ​ຄ່າຈ້າງ​ຖືກ ​ສຳລັບ​ອຸດສາຫະກຳ​ກໍ່ສ້າງ ​ແລະ​ອຸດສາຫະກຳ
​ອື່ນໆຫຼາຍຢ່າງ.

ບັນດາ​ຜູ້ພວກສະໜັບສະໜຸນແຮງງານ​ຕ່າງ​ດ້າວ ​ໄດ້​ພົບ​ປະ​ໃນ​ວັນອັງຄານຜ່ານມາ ​
ກັບພວກ​ເຈົ້າ​ໜ້າ​ທີ່​ກອງທັບພາກທີ​ສີ່ຂອງໄທ ໃນ​ເຂດເມືອງ​ແມ່​ສອດ.

ທ່ານນາງ Roisai ກ່າວ​ວ່າ ພວກທະ​ຫານ​ໄດ້​ຕົກລົງ ​ທີ່ຈະ​ບໍ່​ແນເປົ້າໝາຍໃສ່ບັນດາ
​ແຮງ​ງານຕ່າງ​ດ້າວ​ຜິດກົດໝາຍຢູ່ທີ່​ນັ້ນ ຈົນ​ກວ່າ​ວ່າ​ ຈະມີການໃຫ້ຄວາມກະຈ່າງແຈ້ງ
ເພີ້ມເຕີມ ຈາກຄະນະນຳພາຂອງພວກທະຫານ.

ແຕ່​ທ່ານ​ນາງກໍ​ຍັງ​ມີ​ຄວາມ​ເປັນ​ຫ່ວງ​ຢູ່​. ທ່ານນາງ Roisai ກ່າວ​ວ່າ:

“ພວກ​ເຮົາ​ເວົ້າເຖິງ​ສະຖານ​ນະ​ການໃນ​ທົ່ວ​ປະ​ເທດ.ຍັງມີ​ຫລາຍ​ໆພະແນກ
ການປະຕິບັດກົດໝາຍ ນອກຈາກພວກ​ທະ​ຫານ. ເພາະສະ​ນັ້ນຂ້າ​ພະ​ເຈົ້າ​
ຈຶ່ງຄິດ​ວ່າ ບໍ່​ມີ​ການ​ຄຳ້ປະກັນເລີຍ​ວ່າ ພວກທະຫານຈະ​ສະໜອງຕອບຕໍ່
ຂໍ້​ສະ​ເໜີ​ຂອງ​ພວກ​ເຮົາ.”


​ໃນ​ວັນ​ອັງຄານ​ແລ້ວ​ນີ້ ພວກທະຫານ​ໄດ້​ອອກ​ຄຳສັ່ງສອງ​ສະບັບ ​ທີ່​ພົວພັນກັບເລື່ອງນີ້.
ສະບັບ​ນຶ່ງ​ກ່າວ​ວ່າ “ຍັງບໍ່​ມີ​ນະ​ໂຍບາຍ​ເທຶ່ອ ທີ່​ຈະ​ປາບປາມບັນດາ​ຄົນງານຕ່າງ​ດ້າວ" ​
ເຖິງ​ແມ່ນ​ໄດ້ມີ​ລາຍ​ງານ​ຢ່າງກວ້າງຂວາງ ໃນທາງກົງກັນຂ້າມກໍຈິງ. ພວກທະຫານ​ຮັບ​ຮູ້​
ວ່າ ບັນດາ​ນາຍ​ຈ້າງຕ້ອງ​ນຳສະ​ເໜີ ​ເພື່ອ​ໃຫ້ມີການທົບ​ທວນບັນຊີ​ລາຍ​ຊື່​ຂອງຄົນ​ງານ
ຂອງ​ເຂົາ​ເຈົ້າ​ທຸກ​ຄົນ.

ປະກາດສະ​ບັບທີສອງ ກ່າວ​ວ່າ ຖ້າ​ຫາກ​ເຈົ້າ​ໜ້າ​ທີ່​ລັດຖະບານ​ຄົນ​ໃດຖືກພົບເຫັນວ່າ
ພົວພັນກັບ​ການ​ຄ້າ​ມະນຸດ ​ໂດຍ​ສະ​ເພາະແລ້ວ​ ພົວພັນ​ກັບພວກ​ແຮງງານຕ່່າງ​ດ້າວນັ້ນ
ແມ່ນ “ຈະຖືກ​ລົງ​ໂທດ ທັງຜິດຕໍ່ລະບຽບວິໄນ ​ແລະດຳ​ເນີນຄະດີດ້ານອາຍາ ນຳດ້ວຍ."

ການ​ປະຕິບັດຕໍ່ພວກຄົນງານ​ຕ່າງ​ດ້າວຂອງໄທ ແມ່ນຢູ່​ພາຍໃຕ້ການພິຈາລະນາຢ່າງ
​ລ​ະອຽດ. ໃນ​ອາທິດແລ້ວ​ນີ້ ປະ​ເທດໄທປະ​ເຊີນ​ໜ້າ​ກັບ​ການຖືກຈັດເຂົ້າຢູ່ໃນບັນຊີ​ດຳ
ຂອງກະ​ຊວງ​ການ​ຕ່າງປະ​ເທດສະຫະລັດ ໃນຖານະ​ເປັນ​ປະ​ເທດ​ທີ່​ບໍ່ໄດ້ແກ້ໄຂຢ່າງ
ພຽງພໍ ກ່ຽວກັບບັນຫາການຄ້າມະນຸດຂອງຕົນນັ້ນ.

ດັດຊະນີ​ການຂ້າ​ທາດ​ຂອງ​ໂລກ ທີ່ຈັດຕັ້ງຂຶ້ນໂດຍມູນນິທິ Walk Free ທີ່ມີສຳນັກງານ
ຢູ່ອອສເຕຣເລຍ ຖືວ່າປະ​ເທດ​ໄທ “​ເປັນ​ສູນກາງສວຍໃຊ້​ປະ​ໂຫຍດ” ພວກ​ເຄາະ​ຮ້າຍທີ່
ຕົກ​ເປັນຂ້າ​ທາດ ທີ່ມີແຫລ່ງທີ່ມາທັງຈາກພາຍ​ໃນແລະນອກ​ຊາຍ​ແດນ​ຂອງປະ​ເທດໄທ.
XS
SM
MD
LG