ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊາວບ້ານ ກຳປູເຈຍ ປະທ້ວງ ການສ້າງເຂື່ອນ ໃສ່ນໍ້າຂອງ ຢູ່ລາວ


ສະຖານທີ່ກໍ່ສ້າງເຂື່ອນໄຊຍະບູລີ ໃນແມ່ນໍ້າຂອງ ຂອງລາວ
ສະຖານທີ່ກໍ່ສ້າງເຂື່ອນໄຊຍະບູລີ ໃນແມ່ນໍ້າຂອງ ຂອງລາວ

ຊາວບ້ານ​ກຳປູ​ເຈຍ​ພາກັນ​ເດີນ​ຂະ​ບວນປະ​ທ້ວງ ຕໍ່​ຕ້ານ​ການ​ສ້າງ​ເຂື່ອນ​ໄຟຟ້າພະລັງນໍ້າ​ຢູ່​ໃນ
​ພາກ​ເໜືອ​ຂອງ​ລາວທີ່​ພວກ​ນັກ​ເຄື່ອນ​ໄຫວ​ກ່າວ​ວ່າພວມມີ​ການສ້າງ​ຂຶ້ນໂດຍ​ເປັນ​ການ​ຝ່າຝືນ
ຕໍ່​ຂໍ້​ຕົກລົງ ​ເພື່ອ​ຊັ່ງ​ຊາຕີ​ລາຄາຄວາມ​ສ່ຽງ​ກ່ຽວ​ກັບ​ຜົນ​ກະທົບ​ທີ່​ອາດ​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້
​ແກ່​ປະຊາຊົນ​ຈຳນວນ​ຫຼາຍໆ​ລ້ານ​ຄົນນັ້ນກ່ອນ.

ຊາວບ້ານ​ກຳປູ​ເຈຍ ​ປະມານ 200 ຄົນ ທີ່​ຊີວິດ​ການ​ເປັນ​ຢູ່​ຂອງ​ພວກ​ເຂົາ​ເຈົ້າ​ໄດ້ກາງ​ຕໍ່ແມ່​ນໍ້າ
ຂອງ​ນັ້ນ ​ໄດ້​ຮຽກຮ້ອງ​ໃຫ້​ຍຸຕິ​ໂຄງການ​ສ້າງ​ເຂື່ອນ​ໄຊ​ຍະ​ບູລີມູນ​ຄ່າ 3 ພັນ 500 ລ້ານ​ໂດ​ລາ
​ໂດຍບໍລິສັດ​ກໍ່ສ້າງ​ຂອງ​ໄທ ຊຶ່ງ​ໄດ້​ສ້າງ​ຄວາມ​ໂກດແຄ້ນ ​ໃຫ້​ແກ່​ລັດຖະບານ​ກຳປູ​ເຈຍ ແລະ​ພາ
​ໃຫ້​ມີ​ການ​ຕຳ​ໜິຕິຕຽນ ​ແບບ​ບໍ່​ຄ່ອຍເຫັນ​ກັນ ​ໂດຍ​ຫວຽດນາມ ຊຶ່ງ​ເປັນ​ພັນທະ​ມິດ​ທີ່​ສຳຄັນ
​ຂອງ​ລາວ​ນັ້ນ.

ພະ​ໂສພາ ຫົວໜ້າ​ຈັດການ​ໂຮມ​ຊຸມນຸມ​ປະ​ທ້ວງ​ທີ່ແຂວງ​ກຳ​ປົງ​ຈາມ​ໃນ​ຄັ້ງນີ້ ກ່າວ​ວ່າ ​ເຂື່ອນ​
ດັ່ງກ່າວ​ນີ້ຈະ​ບໍ່​ສ້າງ​ຜົນ​ກະທົບ​ໃສ່ປະຊາຊົນໃນ​ກຳປູ​ເຈຍ​ທໍ່​ນັ້ນ​ແຕ່ຍັງ​ຈະ​ມີ​ຜົນ​ກະທົບ​ຕໍ່ຫຼາຍ
​ເຂດ​ຂອງ​ລາວ​ນຳ​ອີກ.

​ເຂື່ອນ​ໄຊ​ຍະ​ບູລີ​ແມ່ນ​ນຶ່ງ​ ໃນ​ຈຳນວນ​ສິບ​ກວ່າ​ເຂື່ອນ ທີ່​ຈະ​ສ້າງ​ໃສ່​ລຳ​ແມ່​ນໍ້າຂອງ ອັນ​ເປັນ
ພາກສ່ວນ​ນຶ່ງ​ຂອງ​ລາວ​ທີ່​ຈະ​ເສີມ​ຂະຫຍາຍ​ເສດຖະກິດ​ຂອງ​ຕົ​ນແລະ​ກາຍ​ເປັນ​ໝໍ້​ໄຟ​ໃນເຂດ
​ເອ​ເຊ​ຍຕາ​ເວັນ​ອອກສຽງ​ໃຕ້ ດ້ວຍ​ການ​ສົ່ງ​ໄຟຟ້າ​ອອກ​ໄປ​ຂາຍ​ໃຫ້​ຕ່າງປະ​ເທດ.

ບັນດາ​ລັດຖະບານ​ຂອງ​ຕ່າງປະ​ເທດ​ໄດ້​ມີ​ຄວາມ​ວິຕົກ​ກັງວົນ ​ຢ້ານ​ລາວ​ເນັ້ນໜັກຄວາມ​ສຳ
ຄັນ​ໃນ​ການ​ເຕີບໂຕ​ຂອງ​ເສດຖະກິດ​ ຫຼາຍກວ່າ​ການ​ປົກ​ປ້ອງ​ ລະບົບ​ນິ​ເວດ​ ແລະ​ສິ່ງ​ແວດ​
ລ້ອມ.

ພາຍ​ໃຕ້​ຄວາມ​ກົດ​ດັນ​ຂອງ​ປະ​ເທດ​ເພື່ອນ​ບ້ານ​ທີ່​ຮູ້ສຶກ​ວ່າການ​ສຶກສາ​ກ່ຽວ​ກັບ​ຜົນກະທົບ
​ຕໍ່​ສິ່ງ​ແວດ​ລ້ອມ​ຂອງ​ລາວ​ບໍ່​ພຽງພໍ​ນັ້ນ ທາງ​ການ​ລາວ​ໄດ້​ຕົກລົງ​ໃນ​ເດືອນທັນວາ ​ປີ​ກາຍ​ນີ້
ທີ່​ຈະ​ໂຈະ​ໂຄງການ​ສ້າງ​ເຂື່ອນ​ດັ່ງກ່າວ ​ໄວ້​ຊົ່ວຄາວ ລໍຖ້າການຊັ່ງຊາຕີ​ລາຄາ​ຂອງ​ພວກ​ນັກ
​ຊ່ຽວຊານ​ຕ່າງປະ​ເທດ. ສີ່ປະ​ເທດ​ໃນ​ເຂດ​ລຸ່ມ​ແມ່​ນໍ້າຂອງແມ່ນ​ປະກອບ​ດ້ວຍລາວ ​ໄທ ກຳ
ປູ​ເຈຍ​ແລະ​ຫວຽດນາມ.

ເຄືອຂ່າຍອະນຸລັກແມ່ນໍ້າສາກົນ​ ແລະ​ໃນປະເທດໄທ ໄດ້ອອກລາຍງານໃນສັບປະດານີ້ວ່າ
ບໍລິສັດ ຊ. ການຊ່າງຂອງໄທ ຊຶ່ງເປັນກຸ່ມລົງທຶນ ໃນການກໍ່ສ້າງເຂື່ອນໄຊຍະບູລີ ໃສ່​ບໍລິ​
ເວນ​ແມ່​ນໍ້າຂອງ​ຕອນ​ເໜືອໃນເຂດປະເທດລາວນັ້ນຍັງຄົງຝ່າຝືນຕໍ່ຂໍ້ຕົກລົງວ່າດ້ວຍການ
ໃຊ້ປະໂຫຍດຈາກແມ່ນໍ້າຂອງທີ່ເປັນການຕົກລົງຮ່ວມກັນລະຫວ່າງລັດຖະບານລາວ, ໄທ,
ກໍາປູເຈຍ, ແລະ ຫວຽດນາມ ທີ່ເອີ້ນວ່າ ຄະນະກໍາມາທິການແມ່ນໍ້າຂອງສາກົນຫຼື MRC
ດ້ວຍການດໍາເນີນງານໃນໂຄງການເລື້ອຍມາ ຈົນເຖິງປັດຈຸບັນນີ້ ​ໂດຍໄດ້ອ້າງເຖິງຂໍ້ມູນທີ່
ໄດ້ມາ ຈາກການເດີນທາງໄປສໍາຫຼວດເຂດທີ່ຕັ້ງຂອງໂຄງການໃນລາວເມື່ອ​ໄວໆ​ມານີ້ ວ່າ ກຸ່ມຜູ້ລົງທຶນໄດ້ຂຸດແລະຂະຫຍາຍຮ່ອງນໍ້າໃນເຂດທີ່ຕັ້ງຂອງໂຄງການໃຫ້ເລິກແລະກ້ວາງ
ຂຶ້ນ ທັງຍັງໄດ້ທໍາການກໍ່ສ້າງກໍາແພງເປັນຊີມັງຂະໜາດໃຫຍ່ ແລະສູງເພື່ອລ້ອມຮອບເຂດ
ທີ່ຕັ້ງຂອງໂຄງການອີກດ້ວຍ ຂະນະທີ່ການ​ຍົກຍ້າຍປະຊາຊົນອອກ​ຈາກ​ບ້ານ​ນຶ່ງ​ໄປ​ແລ້ວ
ແລະ​ພວມ​ມີ​ການ​ກະກຽມ​ສຳ​ຫຼັບອີກ 14 ບ້ານ.

XS
SM
MD
LG