ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

​ພະນັກງານ​ກໍາປູ​ເຈຍ ຂອງສານ​ດໍາ​ເນີນ​ຄະດີ ຂະ​ເໝນ​ແດງ ທໍາການ​ປະ​ທ້ວງ


ພາບຂອງພວກທີ່ໄດ້ຮັບເຄາະ ຈາກການຂ້າລ້າງເຜົ່າພັນຂອງ
ພວກຂະເໝນແດງ
ພາບຂອງພວກທີ່ໄດ້ຮັບເຄາະ ຈາກການຂ້າລ້າງເຜົ່າພັນຂອງ ພວກຂະເໝນແດງ
ສ່ວນ​ໃຫຍ່​ຂອງບັນດາ​ພະນັກງານ​ກໍາປູ​ເຈຍຂອງສານ​ດໍາ​ເນີນ
​ຄະດີ​ພວກ​ຂະ​ເໝນ​ແດງ ທີ່ອົງການ​ສະຫະ​ປະຊາດ​ໜູນ​ຫຼັງນັ້ນ
​ໄດ້​ພາກັນຢຸດງານ​ປະ​ທ້ວງ ຍ້ອນ​ບໍ່​ໄດ້​ຮັບເງິນ​ເດືອນມາ​ເປັນ
​ເວລາ​ ຫຼາຍໆ​ເດືອນ​ແລ້ວ.

​ພະນັກ​ງານ​ເກືອບ 200 ​ຄົນ​ໃນ​ຈໍານວນ 250 ຄົນ ບໍ່​ໄດ້​ໄປ​ເຮັດ
​ວຽກ​ໃນ​ວັນ​ຈັນ​ວານ​ນີ້​ ຢູ່​ນະ​ຄອນ​ຫລວງພະນົມ​ເປັນ ​ເພື່ອ
​ປະ​ທ້ວງ​ຕໍ່​ການ​ທີ່​ບໍ່​ໄດ້​ຮັບ​ເງິນ​ເດືອນ​ຫຼາຍ​ເດືອນ​ແລ້ວ​.

​ໂຄສົກ​ຂອງ​ສານ​ກ່າວ​ວ່າ ສານປະສົບ​ກັບ​ບັນຫາຂາດ​ເຂີນ
​ງົບປະມານ 3 ລ້ານ​ໂດ​ລ່າ​ ແລະ​ວ່າ​ພວກ​ພະນັກງານ​ ​ບໍ່​ໄດ້​
ຮັບເງິນເດືອນ ມາຕັ້ງ​ແຕ່​ເດືອນ​ມິຖຸນາ​ແລ້ວ​ນີ້.

​ທ່ານ Lars Olsen ​ໂຄສົກຂອງອົງການ​ສະຫະ​ປະຊາ​ຊາດຮຽກຮ້ອງ​ໃຫ້​ກໍາປູ​ເຈຍ ຈົ່ງ​ປະຕິ
ບັດ ຕາມ​ພັນທະ​ຂອງ​ຕົນ ​ໂດຍ​ອ້າງ​ເຖິງ​ຄວາມ​ເປັນ​ຫ່ວງ ທີ່​ການ​ນັດ​ຢຸດ​ງານ​ດັ່ງກ່າວ ​ຈະເຮັດ
​ໃຫ້ຂັ້ນ​ຕອນ​ຂອງ​ການ​ດໍາ​ເນີນ​ຄະດີ​ຂອງ​ສານ ຢຸດ​ສະ​ງັດ​ລົງ​ນັ້ນ…ທ່ານ Olsen ກ່າວ​ວ່າ

“ອົງການ​ສະຫະ​ປະຊາ​ຊາດສືບ​ຕໍ່ຮຽກຮ້ອງ​ໃຫ້​ທາງ​ລັດຖະບານ​ຂອງ​ລາດ​ຊະ​
ອານາຈັກກໍາປູ​ເຈຍ ປະຕິບັດ​ຕາມ​ພັນທະ​ຂອງ​ຕົນ ​ໃນ​ການ​ຈ່າຍເງິນ​ເດືອນ​
ໃຫ້​ພວກ​ພະນັກ ງານ​ ຊຶ່ງ​ທາງ​ລັດຖະບານ​ບໍ່ເຮັດ​ ມາ​ຕັ້ງແຕ່​ເດືອນພຶດສະພາ
ແລ້ວ. ມັນ​ແມ່ນຄວາມ​ຮັບຜິດ ຊອບ​ຂອງ​ທາງລັດຖະບານກໍາປູ​ເຈຍ ທີ່​ຈະ​ຕ້ອງ​
ຈ່າຍ​ເງິນ​ເດືອນ​ດັ່ງກ່າວ​ນີ້ ​ແລະ​ພວກ​ເຮົາ​ມີ​ຄວາມ​ເປັນຫ່ວງ​ຫລາຍ​ວ່າ ​ການ​ປະ
ທ້ວງດັ່ງກ່າວ​ຈະສົ່ງ​ຜົນ​ກະທົບ​ຕໍ່​ຂັ້ນ​ຕອນ​ຂອງ​ລະບົບ​ຕຸລາການ ​ແລະ​ພ້ອມ​ນີ້
ພວກ​ເຮົາ​ກໍຍັງ​ເປັນ​ຫ່ວງກ່ຽວ​ກັບ​ສະພາບຄວາມ​ເປັນ​ຢູ່​ຂອງ​ພະນັກງານ​ແຫ່ງ​ຊາດ
​ແລະ​ຄອບຄົວ​ຂອງ​ພວກ​ເຂົາ​ເຈົ້ານໍາ.​”


ໃນ​ອາທິດ​ທີ່​ແລ້ວ​ນີ້ ໂຄສົກ​ລັດຖະບານ​ກໍາປູ​ເຈຍ ທ່ານ Ek Tha ໄດ້ຮ້ອງຂໍ​ຕໍ່​ປະຊາ​ຄົມ
ນາໆ​ຊາດ ​ໃຫ້ບໍລິຈາກເງິນເຂົ້າ​ໃສ່​ງົບປະມານ​ດັ່ງກ່າວຫລາຍ​ຂຶ້ນ​ ແລະ​ວ່າ ລັດຖະບານ
ກໍາປູ​ເຈຍໄດ້​ຈ່າຍ​ມາ​ຫລາຍພໍ​ແລ້ວ.

ສານ​ດັ່ງກ່າວໄດ້​ປະສົບ​ກັບ​ບັນຫາທາງ​ດ້ານ​ງົບປະມານ ນັບ​ຕັ້ງ​ແຕ່​ໄດ້​ຖືກ​ຈັດ​ຕັ້ງ​ຂຶ້ນ
ໃນປີ 2006 ຊຶ່ງ​ຮວມທັງ​ການ​ປະ​ທ້ວງ​ຂອງ​ພວກ​ພະນັກງານ ຍ້ອນ​ບໍ່​ໄດ້​ຮັບ​ເດືອນ​ ​
ເມືອເດືອນ​ມີນາປີ​ນີ້.

ສານນີ້​ໄດ້ຖືກ​ຈັດ​ຕັ້ງ​ຂຶ້ນ​ມາ ​ເພື່ອດໍາ​ເນີນ​ຄະດີພວກ​ຜູ້​ນໍາ​ຂະເໝນ​ແດງ ທີ່​ໄດ້ຖືກ​ຖິ້ມ
​ໂທດ​ໃສ່​ວ່າ ​ເປັນ​ໂຕ​ການ​ສັງ​ຫານ​ໝູ່ປະຊາຊົນເກືອບ 2 ລ້ານ​ຄົນນັ້ນ ​ໃນ​ຊ່ວງ​ທີ່​ຄອງ
​ອໍານາດ​ໃນ​ໄລຍະ 4 ປີ ​ໃນ​ທ້າ​ຍຊຸມ​ປີ 1970 ນັ້ນ.
XS
SM
MD
LG