ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ມະຫາວິທະຍາໄລ ກຳປູເຈຍ ເລີ້ມສອນວິຊາສັງຄົມສົງເຄາະ


ພະນັກງານສັງຄົມສົງເຄາະແລະຕຳຫຼວດ ກ່າວວ່າ ກຳປູເຈຍ ມີຊື່ສຽງ ເປັນສະຫວັນ ຂອງການຮ່ວມເພດກັບເດັກນ້ອຍ.
ພະນັກງານສັງຄົມສົງເຄາະແລະຕຳຫຼວດ ກ່າວວ່າ ກຳປູເຈຍ ມີຊື່ສຽງ ເປັນສະຫວັນ ຂອງການຮ່ວມເພດກັບເດັກນ້ອຍ.
ກຳປູ​ເຈຍ​ມີ ກຸ່ມ​ຜູ້​ຄົນເຮັດ​ວຽກ​ທີ່​ບໍ່​ຫາ​ຜົນ​
ກຳ​ໄລ ປະມານ ​3 ພັນກຸ່ມ ທີ່​ລົງທະບຽນ. ບາງ​ກຸ່ມ​ເຮັດ​ວຽກ​ທີ່​ຫລໍ່
​ແຫຼມຫລາຍ ​ເຊັ່ນເລື້ອງ​ຄວາມ​ຮຸນ​ແຮງ​ຕໍ່​ພວກ​ແມ່ຍິງ ​ແລະ​ເລື້ອງ
​ຄ້າ​ມະນຸດເປັນ​ຕົ້ນ. ​ແຕ່​ມີ​ພະນັກງານກຳປູ​ເຈຍ​ ໃນ​ຈຳນວນ​ໜ້ອຍ
​ຫລາຍ​ທີ່ໄດ້ຮັບ​ ການ​ຝຶກ​ອົບຮົມ​ຢ່າງ​ເປັນ​ທາງ​ການ ກ່ຽວ​ກັບ​ວຽກ​
ການ​ດັ່ງກ່າວ. ບັດ​ນີ້ ​ເລື້ອງ​ດັ່ງກ່າວ​ກຳລັງຈະປ່ຽນ​ແປງ​ໄປ ​ຍ້ອນ​
ມີ​ໂຄງການສິດສອນ​ລະດັບ​ປະລິນຍາ​ມະຫາວິທະຍາ​ໄລ​ເທື່ອ​
ທຳ​ອິດ​ຂອງ​ປະ​ເທດ​ ສຳລັບ​ພວກ​ພະນັກງານ​ສັງ​ຄົນ​ສົງ​ເຄາະ.
ສິງ​ຈະ​ນຳ​ເອົາ​ລາຍ​ງານ​ກ່ຽວ​ກັບ​ເລື້ອງ​ນີ້ ຈາກ​ນາຍ Irwin Loy
ນັກ​ຂ່າວ​ວີ​ໂອ​ເອ ທີ່ ນະຄອນຫລວງພະນົມ​ເປັນ ມາສະ​ເໜີ
​ທ່ານ.

ລິງໂດຍກົງ

ເວລາ​ທ້າວ Yoeung Kimheng ​ເຕີບ​ໂຕ​ຂຶ້ນ​ມາ ຢູ່​ໃນເຂດ​ຊົນນະບົດ​ແຫ່ງ​ນຶ່ງ​ນອກກຸງ​
ພະນົມ​ເປັນນັ້ນ ລາວຈະ​ເຫັນ​ບັນຫາ​ຕ່າງໆ​ໃນ​ດ້ານ​ສັງຄົມ ​ໂດຍ​ບໍ່​ຕ້ອງໄດ້​ເບິ່ງໄປໄກ​
ຈາກ​ບ້ານ​ເຮືອນຂອງ​ລາວ ​ ​ແຕ່​ລາວ​ກໍ​ໄດ້​ເຫັນ​ຜູ້​ຄົນ​ໃນ​ຈຳນວນ​ບໍ່​ເທົ່າ​ໃດ​ຄົນ ທີ່ຢູ່​ໃນ​
ຕຳ​ແໜ່​ງທີ່​ຈະ​ຊ່ອຍ​ແກ້​ບັນຫາ​ນັ້ນ​ໄດ້.

ທ້າວ​ກິມ​ເຮັງ​ກ່າວ​ວ່າ “ຢູ່ ​ໃກ້ໆ​ກັບ​ບ້ານ​ຂ້ອຍ ມັນ​ເປັນ​ປະຊາ​ຄົມ​ທີ່​ທຸກ​ຈົນຫລາຍ.
ຂ້ອຍ​ຄຶດ​ວ່າ ​ມັນ​ເປັນ​ສະຖານະ​ການ​ທີ່​ລໍາບາກ​ທີ່​ສຸດ ​ເພາະວ່າ​ມີ​ເດັກ​ນ້ອຍ​ຫຼາຍ
​ຄົນ ພາກັນ​ອອກ​ໂຮງຮຽນ ​ແລະ​ກິນ​ເຫຼົ້າ ​ແລະ​ບາງ​ຄົນ​ພາກັນ​ເສບຢາ. ຂ້ອຍ​ບໍ່​
ເຄີຍ​ເຫັນ​ເຈົ້າ​ໜ້າ​ທີ່​ດ້ານ​ສັງຄົມ​ສົງ​ເຄາະ ຫຼື​ຄົນ​ອື່ນໆ​ ມາ​ຊ່ອຍ​ເຂົາ​ເຈົ້າຈັກ​ເທື່ອ.


ບັດ​ນີ້ ຍ້ອນໂຄງການ​ມະຫາວິທະຍາ​ໄລ​ໂຄງການ​ນຶ່ງ ທີ່​ກຳລັງ​ໂຜ່​ໂຕ​ຂຶ້ນ​ມາ ​ທ້າວ​ກິມ​ເຮັງ​
ເອງ ກໍອາດ​ຈະຢູ່​ໃນ​ຖານະ​ທີ່​ຈະ​ຊ່ອຍ​ເຫຼືອ​ໃນ​ເລື້ອງ​ນີ້​ໄດ້​ ໃນໄວໆ​ນີ້. ລາວກໍາລັງ​ຈະ​ຮຽນ​
ສໍາ​ເລັດ ໂຄງການ 4 ປີ ​ໃນ​ພະ​ແນກສັງ​ຄົມ​ສົງ​ເຄາະ ຂອງ​ມະຫາວິທະຍາ​ໄລ Royal
University ​of Phnom Penh ຫຼື RUPP ຊຶ່ງ​ຫ້ອງຂອງ​ທ້າວ​ກິມ​ເຮັງ ມີ​ກຳນົດ​ຈະ​ຮຽນ​
ຈົບ​ໃນ​ທ້າຍ​ປີ​ນີ້ ຊຶ່ງເປັນ​ຫ້ອງ​ທີ​ສອງ​ທີ່​ຈະ​ຮຽນ​ຈົບ​ໃນ​ວິຊາ​ດັ່ງກ່າວ.

ທ້າ​ວກິມ​ເຮັງ ຈະເຂົ້າ​ຮ່ວມ​ໃນ ໜ່ວຍ​ແຮງ​ງານ ​ເຮັດ​ວຽກ​ປະ​ເພດ​ນີ້ ຮ່ວມ​ກັບ ​ທ້າວ Heng Puthika ​ໄວ 23 ປີ ທີ່​ເປັນ​ຜູ້​ນຶ່ງ​ໃນ​ນັກ​ສຶກສາ​ລຸ້ນທໍາ​ອິດ​ ທີ່​ຮຽນ​ຈົບ​ວິຊາ​ສັງຄົມ​ສົງ​ເຄາະ
ໃນ​ປີ​ແລ້ວ​ນີ້. ​ເວລາ​ນີ້ ລາວ​ໄດ້​ວຽກ​ຢູ່​ນຳ​ອົງການ Transitions Global ຊຶ່ງ​ເປັນ​ກຸ່ມທີ່​ບໍ່
ຂຶ້ນ​ກັບ​ລັດຖະບານ ທີ່​ເຮັດ​ວຽກ​ຊ່ວຍ​ເຫລືອ​ພວກ​ທີ່​ລອດ​ຊີວິດ​ມາ​ໄດ້​ຈາ​ກການ​ຄ້າມະນຸດ.

​ທ້າວ Puthika ​ເວົ້າ​ວ່າ: “ຂ້ອຍ​ເຮັດ​ວຽກ​ ປະ​ເມີນ​ເບິ່ງ​ສະພາບ​ການ​ຂອງ​ຄອບຄົວ.
ຂ້ອຍ ເດີນທາງ​ໄປ​ຫາ​ປະຊາ​ຄົມ​ເພື່ອ​ພົບ​ປະ​ກັບ​ຄອບຄົວ​ ເພື່ອຊັ່ງຊາ​ຕີ ​ລາຄາເບິ່ງ​
ວ່າ ​ພວກ​ເຂົາ​ເຈົ້າ​ກຳລັງ​ປະ​ເຊີນ​ໜ້າ​ກັບ​ບັນຫາອັນ​ໃດຢູ່​ໃນ​ເວລາ​ນີ້ ​ເບິ່ງຄວາມ​ຕ້ອງການ​ຂອງ​ຄອບຄົວ​ແລະ​ບັນ​ຫາ​ຕ່າງໆຂອງຄອບຄົວ ແລະພະຍາຍາມຊອກ
ເບິ່ງ​ຊັບພະຍາກອນຕ່າງໆ​ທີ່​ເຮົາ​ມີ​ຢູ່ໃນ​ປະຊາ​ຄົມ ​ເພື່ອເຊື່ອມ​ໂຍງຊັບພະຍາກອນ​ເຫລົ່າ​ນັ້ນ​ກັບ​ພວກ​ຄອບຄົວ​ທີ່​ຕ້ອງການ. ຂ້ອຍ​ພະຍາຍາມ​ເຮັດ​ວຽກ​ກັບ​ຄອບຄົວ​
ເພື່ອ​ຊ່ອຍ​ເຫຼືອເຂົາ​ເຈົ້າ.”


ມັນເປັນ​ວຽກ​ທີ່​ມີ​ຄວາມ​ສໍາຄັນ​ຢ່າງ​ໃຫຍ່ຫຼວງ ​ຢູ່ໃນ​ປະ​ເທດ​ທີ່​ກຳລັງ​ສ້າງສາ​ຄືນ​ໃໝ່ ຫຼັງ
ຈາກ​ປະ​ເຊີນ​ກັບສົງຄາມ​ມາ​ໄດ້​ຫຼາຍ​ປີ​ແລ້ວ​ນັ້ນ.

ພວກ​ພະນັກງານ​ດ້ານສັງຄົມ​ສົງ​ເຄາະ​ໃນ​ກໍາປູ​ເຈຍ ຕ້ອງ​ໄດ້​ພົວພັນ​ກັບພວກ​ປະຊາຊົນ​ທີ່​
ອ່ອນ​ແອ​ທີ່​ສຸດ​ຂອງ​ປະ​ເທດ ຊຶ່ງ​ຫຼາຍ​ຄົນ​ໄດ້​ຮັບ​ຄວາມ​ຊອກ​ຊ້ຳ​ທາງ​ດ້ານ​ຈິດ​ໃຈຍ້ອນສົງຄາມ.

ບໍ່ມີ​ໂຄງການ​ຝຶກ​ອົບຮົມດ້ານສັງຄົມ​ສົງ​ເຄາະ ​ໃນຂັ້ນ​ປະລິນຍາ​ມະຫາວິທະຍາ​ໄລ​ ໃນກຳປູ​
ເຈຍ​ມາ​ກ່ອນ ຈົນ​ກະທັ່ງ​ມະຫາວິທະຍາ​ໄລ RUPP ​ໄດ້​ຈັດ​ຕັ້ງ​ພະ​ແນ​ກສຶກສາ​ດັ່ງກ່າວ​ນີ້
ຂຶ້ນມາ​ໃນ​ປີ 2008.

ຕາມ​ທຳ​ມະ​ດາ​ນັ້ນ ພວກ​ກຸ່ມ​ທີ່​ເຮັດ​ວຽກກັບ​ປະຊາຊົນ​ໃນ​ເຂດ​ຊົນນະບົດ​ນັ້ນ ​ແມ່ນ​ອາ​ໄສ​ພວກ​ນັກ​ຊ່ຽວຊານ​ຕ່າງປະ​ເທດ ຫຼື​ ອາ​ໄສ​ພວກ​ພະນັກງານ​ໃນ​ທ້ອງ​ຖິ່ນ ທີ່ສ່ວນ​ໃຫຍ່​ແມ່ນ​
ບໍ່​ໄດ້​ຜ່ານ​ການ​ຝຶກ​ອົບຮົມ ​ແຕ່​ຮຽນໄປນຳ​ ຂະນະ​ທີ່​ເຮັດວຽກ​.

ທ່ານນາງ Ung Kimkanika ​ເປັນ​ອາ​ຈານ​ຄົນ​ນຶ່ງ​ໃນ​ພະ​ແໜກການ​ສຶກສາໃໝ່​ດັ່ງກ່າວ
ຂອງ​ມະຫາວິທະຍາ​ໄລ RUPP:

ທ່ານນາງ Ung ກ່າວ​ວ່າ: “ທ່ານສາມາດ​ເຫັນ​ໄດ້​ວ່າ ຫຼັງຈາກ​ໄລຍະ​ການ​ຊ່ວຍ​ເຫຼືອ
ຂອງ ອົງການ​ສະຫະ​ປະຊາ​ຊາດ​ແລ້ວ ມີ​ອົງການ​ຊ່ອຍ​ເຫຼືອ​ຫຼາຍໆ​ອົງການ​ເຂົ້າ​ມາ​
ຍັງ​ກຳປູ​ເຈຍ. ມີ​ພວກ​ຊາວ​ຕ່າງປະ​ເທດ​ຫຼາຍຄົນ ທີ່​ເຂົາ​ເຈົ້າ​ເອີ້ນ​ວ່າ ນັກ​ຊ່ຽວຊານ ​
ເຂົ້າ​ມາ​ຊ່ອຍ​ກໍາປູ​ເຈຍ ຄື​ກັນ. ແຕ່ພວກ​ນັກ​ຊ່ຽວຊານເຫຼົ່ານັ້ນ ບໍ່ແມ່ນຄົນ​ກຳປູ​ເຈຍ​.
ສະ​ນັ້ນ ຂ້າພະ​ເຈົ້າ​ຈຶ່ງຄຶດ​ວ່າ ການ​ມີ​ພະນັກງານ​ກຳປູ​ເຈຍ​ທີ່​ໄດ້​ຮັບ​ການ​ຝຶກ​ອົບຮົມ​
ເປັນ​ພະນັກ​ງານ​ດ້ານ​ສັງຄົມ​ສົງ​ເຄາະ ​ເປັນ​ພະນັກງານ​ສົງ​ເຄາະ​ໂດຍ​ເຮົາ​ເອງ​ນັ້ນ​
ແມ່ນ​ສຳຄັນ​ຫຼາຍ. ​ເພາະວ່າ​ມັນ​ແມ່ນສະຖານະ​ການຂອງຄົນ​ກຳປູ​ເຈຍ ​ແລະ​ມີ​ແຕ່
ຄົນ​ກຳປູ​ເຈຍ​ຫູຂະ​ເໝັນເທົ່າ​ນັ້ນ ທີ່ຈະ​ເຂົ້າ​ໃຈ​ສະຖານະ​ການໄດ້ດີ. “


​ແລະ​ດ້ວຍ​ເຫດ​ນີ້​ເອງ ພະ​ແນກດັ່ງກ່າວໄດ້​ຖືກຈັດ​ຕັ້ງ​ຂຶ້ນ​ມາ. ​ໃນ​ການ​ເປັນພາ​ຄີຮ່ວມ​ມື​ກັນ​
ກັບ​ສະ​ຖາ​ບັນ​ວຽກງານສັງຄົມ​ສົງ​ເຄາະ​ຂອງ​ ມະຫາວິທະຍາ​ໄລ​ວໍ​ຊິງ​ຕັນ ​ນັກ​ສຶກສາ​ກຳປູ​
ເຈຍຈໍານວນ​ນຶ່ງ ຮວມທັງທ້າວ Kimkanika ​ຈຶ່ງໄດ້​ຖືກ​ສົ່ງ​ມາ​ສຶກສາຕໍ່​ທີ່​ສະຫະລັດ ​ເພື່ອ​
ຮຽນ​ເອົາ​ປະລິນຍາ​ໂທ ​ໃນ​ວິຊາ​ດັ່ງກ່າວ.

ບັດ​ນີ້ ພວກ​ນັກ​ສຶກສາ​ເຫຼົ່າ​ນີ້​ໄດ້​ກັບ​ຄືນ​ໄປ​ຍັງ​ປະ​ເທດ​ແລ້ວ ​ແລະປະກອບ​ເປັນກະດູກ​ສັນ
ຫຼັງ ​ຂອງ​ຄະນະ​ອາຈານ​ສອນ​ປະ​ຈໍາ​ພະ​ແນ​ກ​ສັງຄົມ​ສາດ​ຂອງມະຫາວິທະຍາ​ໄລກຸງພະນົມ
​ເປັນ ຫຼື RUPP ​ນັ້ນ.

ວຽກສັງຄົມສົງ​ເຄາະ ​ເປັນ​ອາຊີບ​ທີ່​ຜູ້​ຄົນ​ມັກ​ບໍ່​ເຂົ້າ​ໃຈດີປານ​ໃດ​ໃນ​ກຳປູ​ເຈຍ. ​ໃນ​ຕອນຈັດ​
ຕັ້ງ​ຂຶ້ນ​ມາ​ໃໝ່​ນັ້ນ ພວກ​ທີ່​ຮຽນ​ຈົບ​ໃນ​ວິຊາ​ນີ້​ບາງ​ຄົນ ກໍ​ຍັງ​ບໍ່ທັນ​ແນ່​ໃຈ​ວ່າ ວຽກ​ສັງຄົມ​ນີ້​
ແມ່ນ​ຫຍັງ.

ນາງ Kim Chanravey ຈື່​ຈຳ​ໄດ້​ ໃນ​ເວລາ​ສອງ​ສາມ​ມື້​ທຳ​ອິດ​ ທີ່​ນາງ​ເຂົ້າ​ໄປສຶກສາ​ໃນ ​ມະຫາວິທະຍາ​ໄລ​ດັ່ງກ່າວ.

ນາງ​ເວົ້າ​ວ່າ​: “ຂ້ອຍຄຶດ​ວ່າ ວຽກ​ສັງຄົມ​ສົງເຄາະ ສາມາດ​ຊ່ອຍ​ຄົນ​ໄດ້ ​ໂດຍ​ການ​
ເອົາເງິນ ຫຼືຂອງຂວັນ​ໃຫ້​ພວກ​ຜູ້​ຄົນ​ທີ່​ທຸກ​ຍາກ ກໍ​ຄືການ​ໃຫ້​ທານ​ນັ້ນເອງ ​ແຕ່​
ເວລາ​ຂ້າພະ​ເຈົ້າ​ເລີ້​ມສຶກສາ​ວຽກ​ສັງຄົມນີ້ ຈຶ່ງ​ຮູ້​ວ່າມັນ​ຕ່າງ​ກັນ. ”


ນາງ Chanravey ຮຽນຮູ້​ໄດ້​ໄວ ແລະ​ເປັນ​ຜູ້​ນຶ່ງ​ໃນ​ບັນດາ​ນັກ​ສຶກສາ​ຫ້ອງ​ທຳ​ອິດ​ທີ່​ໄດ້​ຮຽນ​
ຈົບ​ໃນ​ປີ ​ແລ້ວ​ນີ້ ​ແລະ​ເວລາ​ນີ້ ນາງ​ເຮັດ​ວຽກ​ນຳ​ອົງການ Hagar International ທີ່​ຊ່ອຍ​
ເຫຼືອ​ພວກ​ແມ່ຍິງ​ແລະ​ເດັກນ້ອຍ​ແມ່ຍິງ ​ທີ່​ຖືກ​ລະ​ເມີດ​ສິດ ຫຼື ​ຖືກຂົ່ມ​ເຫັງນັ້ນ.

ນາງ Chanravey ​ເວົ້າ​ວ່າ “ການ​ໃຫ້​ທານ ​ໝາຍ​ຄວາມ​ວ່າ ​ໃຫ້​ຂອງຂວັນ​ໂດຍ​ກົງ​
ແກ່​ຜູ້​ຄົນ ​ແຕ່​ວຽກ​ສັງຄົມ​ສົງ​ເຄາະ ບໍ່​ໄດ້​ໃຫ້​ຂອງຂວັນ​ແບບ​ດັ່ງກ່າວ. ວຽກ​ສັງຄົມ
​ສົງ​ເຄາະ ​ແມ່ນພະຍາຍາມ​ຊອກ​ຫາ​ຊ່ອງ​ທາງ ຊອກ​ຫາ​ທາງ​ເລືອກ​ສຳລັບ​ພວກ​ຜູ້​
ຄົນ​ເພື່ອ​ໃຫ້​ເຂົາ​ເຈົ້າ ພະຍາຍາມ​ຕັດສິນ​ໃຈດ້ວຍ​ຕົນ​ເອງ ​ເຮັດ​ທຸກ​ສິ່ງ​ທຸກ​ຢ່າງ​
ດ້ວຍ​ຕົນ​ເອງ.”
XS
SM
MD
LG