ລິ້ງ ສຳຫລັບເຂົ້າຫາ

ຄວາມລົ້ມແຫຼວ ໃນການຕັ້ງຖິ່ນຖານ ຂອງອົບພະຍົບ ກຳປູເຈຍ ໃນ ສະຫະລັດ


ສະຫະລັດ ມີ​ຄວາມ​ໝັ້ນ​ໝາຍທີ່​ຈະຮັບ​ເອົາອົບ​ພະ​ຍົບ 10,000
ຄົນຈາກເຂດທີ່ພວມເກີດບັນຫາຂັດແຍ້ງໃນປັດຈຸ​ບັນຢູ່ໃນຊີ​ເຣຍ
ຊຶ່ງຊາວ​ອົບ​ພະຍົບອີກ​ກຸ່ມ​ນຶ່ງ ທີ່​ໄດ້​ມາ​ເຖິງສະຫະລັດ ​ເມື່ອ 35 ປີ​
ກ່ອນ ກ່າວ​ວ່າ ຍັງ​ມີ​ອີກຫລາຍ​ຢ່າງ​ ທີ່​ຈະ​ຕ້ອງ​ເຮັດ ​ເພື່ອຊ່ວຍໃນ
​ການ​ຕັ້ງ​ຖິ່ນ​ຖານ​ຂອງອົບພະ​ຍົບ ​ແລະ​ປ້ອງ​ກັນ​ບໍ່ໃຫ້ ເກີດຄວາມ
ທຸກ​ທໍລະມານ​ຕໍ່​ໄປພ້ອມທັງ​ບັນຫາ​ທາງດ້ານສັງຄົມໃນອານາຄົດ
ຂ້າງ​ໜ້າ. Elizabeth Lee ມີລາຍງານ​ຈາກເມືອງ Long Beach
ລັດ California ຊຶ່ງ​ເປັນ​ບ່ອນທີ່ມີຊາວ​ຂະເໝນ ອາໄສຢູ່ຫຼາຍທີ່
ສຸດ ນອກປະເທດກຳປູ​ເຈຍ ຊຶ່ງກິ່ງ​ສະຫວັນ ຈະ​ນຳເອົາລາຍລະ
ອຽດມາສະເໜີທ່ານ.

​ເມືອງ Long Beach ບໍ່​ເປັນ​ທີ່​ແປກ​ປະຫລາດຫຍັງ ຕໍ່​ຄວາມທຸກ​ຈົນ ​ແລະ​ຄວາມ​ຮຸນ​ແຮງ
​ຂອງ​ກຸ່ມອັນ​ທະພານ. ມັນ​ຍັງ​ເປັນ​ບ່ອນຢູ່ອາໄສຂອງ​ບັນດາ ຊາວອົບ​ພະຍົບກຳ​ປູ​ເຈຍ ທີ່
​ໄດ້​ພາກັນມາຕັ້ງ​ຖິ່ນ​ຖານ​ຢູ່​ທີ່​ນີ້ ​ເວລາ​ເຂົາ​ເຈົ້າ​ໄດ້​ເດີນທາງ​ມາ​ເຖິງສະຫະລັດ ​ແລະ​ໄດ້​ເລີ້ມ
​ລ້​ຽງດູຄອບ​ຄົວ​ຂອງ​ເຂົາ​ເຈົ້າ.

ນາງ Sara Pol-Lim ອົບ​ພະຍົບກຳປູ​ເຈຍ ກ່າວ​ວ່າ “​ເພາະສະ​ນັ້ນ ຂ້າພະ​ເຈົ້າ ​ຖືກ
​ບອກ​ວ່າ ​ເສລີພາບ ​ແລະ​ໂອກ​າດ ​ແມ່ນສິ່ງ​ສຳຄັນ​ໃນ​ການ​ມາ​ຢູ່ທີ່​ນີ້. ​ແຕ່​ວ່າບາງ​
ຢ່າງ​ທີ່​ພວກ​ເຮົາ​ບໍ່​ໄດ້​ຕຽມ​ພ້ອມ​ໄວ້​ນັ້ນ ​ແມ່ນ​ເລື້ອງ​ຊ່ອງ​ຫວ່າງ​ດ້ານ​ພາສາ.”

ຊ່ອງ​ຫວ່າງ​ດ້ານ​ພາສາ ແມ່ນ​ເປັນ​ພຽງນຶ່ງ​ຂອງ​ການ​ທ້າ​ທາຍ​ຕ່າງໆ.

ທ່ານນາງ Chan Hopson ຜູ້​ຮ່ວມກໍ່​ຕັ້ງສະມາຄົມ​ພໍ່ແມ່ຂອງກຳປູ​ເຈຍ ກ່າວ​ວ່າ “ບໍ່​ມີ​ຜູ້
ໃດ​ຄິດ​ ຫລື​ໃຫ້​ຄວາມ​ສົນ​ໃຈ​ ແກ່​ເລື້ອງສຸຂະພາບ​ຈິດ​ຂອງພວກເຮົາເລີຍ. ​ເຂົາ​ເຈົ້າ​
ໄດ້​ໃຫ້ການ​ຊ່ວຍ​ເຫລືອ​ຂັ້ນ​ພື້ນຖານ​ກ່ຽວກັບ​ຄວາມ​ຈຳ​ເປັນ ​ເພື່ອ​ໃຫ້​ຢູ່​ລອດ​ທາງ
ດ້ານ​ຮ່າງກາຍ ​ແຕ່​ວ່າໃນດ້ານ​ຄວາມ​ຮູ້ສຶກ ​ດ້ານ​ຈິດຕະວິທະຍາ ​ແລະ​ດ້ານ​ຈິດໃຈ
ນັ້ນ ພວກ​ເຮົາ​ບໍ່​ໄດ້​ຮັບເລີຍ.”

ນາງ Sara Pol-Lim ກ່າວວ່າ ພວກ​ຜູ້​ໃຫຍ່​ຫລາຍ​ຄົນ ທີ່ລອດ​ຊີວິດມາໄດ້​ ຈາກ​ການ​ຂ້າ
​ລ້າງ​ເຜົ່າພັນ ຢູ່ກຳປູເຈຍ ໃນຊຸມ​ປີ 1970 ​ຍັງສືບຕໍ່ຕົກຢູ່ໃນສະ ພາບທີ່ຢ້ານກົວຕໍ່ເຫດ
ການທີ່ໂຫດ​ຮ້າຍ​ດັ່ງກ່າວ. ບັນດາ​ລູ​ກ​ເຕົ້າ​ຂອງ​ເຂົາ​ເຈົ້າ ​ໄດ້ພາ​ກັນ​ດູ​ແລ ​ແລະ​ເບິ່ງແຍງ
ຮັກສາ​ ພວກເຂົາ​ເຈົ້າດ້ວຍຕົວ​ເອງ.

ນາງ Sara Pol-Lim ກ່າວ​ວ່າ “ບັດ​ນີ້ ​ພ​ວກ​ເຮົາ​ກຳລັງ​ເຫັນການ​ຕິດ​ຕໍ່ ​ຂອງ ຄວາມ
ເຈັບປວດດັ່ງກ່າວ ມາສູ່ຮຸ້ນຄົນ​ທີສອງ ​ແລະ​ທີ​ສາມ ​ເພາະວ່າ ບໍ່​ເຄີຍ​ໄດ້​ຮັບການ
ສະໜັບສະໜູນ ໃນດ້ານຄວາມ​ຮູ້​ສຶກ ແລະ​ຄວາມ​ຕ້ອງການ​ກ່ຽວກັບຄວາມຮູ້
ສຶກເລີຍ.”

ທ່ານ​ນາງ Sophya Chun ຂອງ​ກຸ່ມບົດບາດແມ່ຍິງຂະເໝນ ກ່າວ​ວ່າ “ທ່ານ​ຮູ້​ບໍ່ ຂ້າ
ພະ​ເຈົ້າ​ໄດ້​ຍິນ​ເລື້ອງ​ຕ່າງ​ໆນາໆ​ຢູ່​ຕະຫລອດ ຈາກ​ພໍ່ແມ່​ຂອງໝູ່​ເພື່ອນ ຂ້າພະ​
ເຈົ້າ​ທີ່​ເວົ້າ​ເຖິງ​ເຂົາ​ເຈົ້າ​ໄດ້​ຖືກ​ທໍລະມານ ​ແລະ​ແມ່ນ​ກະທັ້ງປັດ​ຈຸ​ບັນ​ນີ້ເຂົາ​ເຈົ້າ ​
ຍັງມີ​ການເຈັບປ່ວຍ​ທີ່​ເຮື້ອຮັງ ​ແລະ​ພິການ​ທາງຮ່າງກາຍ​ຈຳນວນ​ນຶ່ງ ​ເພາະສາ​
ເຫດ​ດັ່ງກ່າວ. ນັ້ນ​ແມ່ນເຫດຜົນ​ທີ່ວ່າ ​ເປັນ​ຫຍັງ​ພວກ​ເຮົາ​ຍັງ​ພາກັນ​ດິ້ນລົນ ແລະ
​ຍັງ​ພະຍາຍາມ ​ເພື່ອໃຫ້ມີຊີວິດຢູ່​ລອດ. ຜູ້​ຄົນ​ບໍ່​ສາມາດ​ເຮັດ​ວຽກ​ໄດ້ ​ເພາະວ່າ
​ບັນຫາ​ເຫລົ່າ​ນີ້.”

ທ່າ​ນນາງ Sophya Chum ​ເຮັດວຽກ​ກັບພວກຊາວ​ໜຸ່ມ ທີ່​ເປີດເຜີຍເບື້ອງຫຼັງ ຂອງ​ລາວ ພວກ​ເດັກນ້ອຍອາເມຣິກັນທີ່ມີພໍ່ແມ່ເປັນ​ອົບ​ພະຍົບກຳປູ​ເຈຍ. ການ​ສຶກສາຂັ້ນ​ສູງ ມັກ​ຈະ
​ຍື່ນ​ມືໄປຫາບໍ່​ເຖິງ ​ເພາະວ່າ​ຄວາມທຸກ​ຍາກ​ຍັງ​ແຜ່​ລາມ​ຢູ່​ໃນປະຊາ​ຄົມ​ເຂົາ​ເຈົ້າ. ນາງ
Alisha Sim ກ່່າວ​ວ່າ ຄວາມທຸກຈົນ​ເປັນສາ​ເຫດ ​ໃຫ້​ແກ່​ນ້ອງ​ຊາຍ​ຂອງ​ລາວ ລັກ​ລົດ ​
ແລະ​ໄດ້​ຖືກ​ເນລະ​ເທດ.

ນາງ Alisa Sim ກ່າວ​ວ່າ “ລາວ​ເລີ້ມດ້ວຍ​ການລັກ​ອາຫານການ​ກິນ ແຕ່​ຫລັງ າກ
ນັ້ນກໍ​ໃຫຍ່​ຂື້ນເລື້ອຍໆ. ລາວ​ເລີ້ິມລັກ​ເຄື່ອງອາ​ໄຫລ່​ລົດພຽງ​ແຕ່​ຢາກ​ໄດ້​ລົດ ​ໃຫ້​
ພວກ​ເຮົາ ພຽງ​ແຕ່​ເພື່ຶອຢາກ​ພາ​ພວກ​ເຮົາ​ໄປ​ບ່ອນ​ຕ່າງໆ.”

ທ່ານ​ນາງ Sophya Chum ຂອງ​ກຸ່ມບົດບາດແມ່ຍິງຂະເໝນກ່າວ​ວ່າ “ຄວາມ​ຈິງແລ້ວ
ບໍ່​ມີ​ການ​ບໍ​ລິ​ການ​ຊ່ວຍ​ເຫລືອ​ຫຍັງ​ຫລາຍ ດ້ານ​ສຸຂະພາບ ການ​ສຶກສາ​ຂັ້ນ​ສູງ ທີ່​
ຈະ​ຊ່ວຍອົບ​ພະຍົບ ຜູ້​ທີ່​ມາ​ຮອດ​ກ່ອນ​ໃນ​ປະ​ເທດ​ນີ້ ​ເພື່ອ​ໃຫ້ເຂົາ​ເຈົ້າ ສາ​ມາດ
ຊ່ວຍ​ໂຕ​ເຂົາ​ເຈົ້າ​ເອງ ​ແລະ​ຄອບຄົວ​ຂອງ​ເຂົາ​ເຈົ້ານັ້ນ.”

ຊາວ​ອົບ​ພະຍົບຈຳນວນ​ນຶ່ງ ໄດ້ຕັ້ງ​ກຸ່ມ​ຂອງ​ເຂົາ​ເຈົ້າ​ເອງຂຶ້ນ ​ເພື່ອ​ຊ່ວຍ​ສະໜອງຄວາມ
​ຕ້ອງການຕ່າງໆ. ທ່ານນາງ Chan Hopson ຜູ້​ຮ່ວມກໍ່​ຕັ້ງ ສະມາຄົມ​ພໍ່​ແມ່ກຳປູ​ເຈຍ
ພ້ອມ​ດ້ວຍ​ສາມີ​ຂອງ​ນາງ​ໄດ້ໃຫ້ການ​ຊ່ວຍ​ເຫລືອແກາ​ບັນດາ​ຄອບ ຄົວ​ຊາວ​ກຳປູ​ເຈຍ
ແນະນຳ​ທາງກ່ຽວກັບ​ລະບົບ​ການ​ສຶກສາຂອງສະຫະລັດ. ທ່ານ​ນາງ Hopson ກ່າວ​ວ່າ
ຖ້າ​ຫາກ​ມີ​ການ​ສະ​ໜັບສະ​ໜູນ​ໃນ​ດ້ານ​ຈິດ​ໃຈ ສັງຄົມ ​ແລະ​ການ​ສຶກສາ ເພື່ອຕອບ
ສະໜອງຕໍ່​ຄວາມ​ຄວາມ​ຕ້ອງການ​ຂອງອົບ​ພະຍົບຜູ້​ມາ​ຮອດ​ໃໝ່ແລ້ວ ​ເຂົາ​ເຈົ້າ​ຈະໄດ້
​ຕຽມໂຕໃຫ້​ດີ​ຂື້ນ​ ເພື່ອ​ປະກອບ​ເປັນ ສັງຄົມ​ທີ່ ເຂັ້ມແຂງ.

ສະແດງຄວາມເຫັນໃຫ້ເບິ່ງ

XS
SM
MD
LG